ພາສາຫວຽດນາມ

ຈາກ ວິກິພີເດຍ
ພາສາຫວຽດນາມ
Tiếng Việt 
ສຽງອ່ານ: [tiəŋ˧˦ viət̚˧˨ʔ] (ພາກເໜືອ)
[tiəŋ˦˥ viək̚˨˩˨] (ພາກໃຕ້)
ເວົ້າໃນ: ປະເທດຫວຽດນາມ
ປະເທດຈີນ (ນະຄອນຕົງຊິງ,
ເຂດກວາງຊີ
)
ຈຳນວນຜູ້ເວົ້າ: 76 ລ້ານຄົນ
ຕະກູນພາສາ: ອົດສະໂຕ-ອາຊີຕິກ
 ກຸ່ມພາ​ສາ​ຫວຽດ​ຕິກ
  ກຸ່ມພາສາຫວຽດ-ເໝືອງ
   ພາສາຫວຽດນາມ 
ລະບົບການຂຽນ: ອັກສອນລາຕິນ (ຈື໋ໂກກເຫງືອ)
ອັກສອນເບວລ໌ຫວຽດນາມ
ຈື໋ໂນມ (ອາດີດ) 
ສະຖານະທາງການ
ພາສາທາງການໃນ: ທຸງຊາດຂອງຫວຽດນາມ ຫວຽດນາມ

ທຸງຊາດຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ອາຊຽນ[1]

ຜູ້ວາງລະບຽບ:
ລະຫັດພາສາ
ISO 639-1: vi
ISO 639-2: vie
ISO 639-3: vie 
ສາລານຸກົມພາສາ ສ່ວນນຶ່ງຂອງສາລານຸກົມພາສາ

ພາສາຫວຽດນາມ (tiếng Việt, tiếng Việt Nam, Việt ngữ) ແມ່ນພາສາທີ່ມີວັນນະຍຸດແລະແມ່ນພາສາທາງການຂອງປະເທດຫວຽດນາມ. ແມ່ນພາສາແມ່ຂອງປະຊາກອນຫວຽດນາມເຖິງຮ້ອຍລະ 87 ລວມເຖິງຜູ້ອົບພະຍົບຈາກຫວຽດນາມປະມານ 2 ລ້ານຄົນ ແລະລວມເຖິງຊາວຫວຽດນາມ-ອາເມລິກັນເປັນຈຳນວນພໍສົມຄວນນຳ ເຖິງແມ່ນວ່າຈະມີການຢືມຄຳສັບຈາກພາສາຈີນແລະເດີມໃຊ້ອັກສອນຈີນຂຽນ ແຕ່ນັກພາສາສາດຍັງຄົງຈັດພາສາຫວຽດນາມໃຫ້ເປັນພາສາກຸ່ມອົດສະຕະໂລອາຊີເຊິ່ງໃນກຸ່ມນີ້ພາສາຫວຽດນາມມີຜູ້ເວົ້າຫຼາຍທີ່ສຸດ (10 ເທົ່າຂອງພາສາທີ່ມີຈຳນວນຄົນເວົ້າເປັນອັນດັບຮອງລົງມາ ແມ່ນ ພາສາຂະເໝນ). ໃນດ້ານລະບົບການຂຽນຂອງພາສາຫວຽດນາມ ແມ່ນແຕ່ເດີມໃຊ້ໂຕຂຽນຈີນ ເອີ້ນວ່າ "ຈືຍໍ່". ຕໍ່ມາຊາວຫວຽດນາມໄດ້ພັດທະນາໂຕຂຽນຈີນເພື່ອໃຊ້ຂຽນພາສາຫວຽດນາມ ເອີ້ນວ່າ "ຈືນົມ". ແຕ່ໃນປັດຈຸບັນຫວຽດນາມໃຊ້ອັກສອນໂລມັງທີ່ພັດທະນາຂຶ້ນໂດຍມິດຊັນນາລີຝະລັ່ງ ໂດຍເຄື່ອງໝາຍເສີມສັດທະອັກສອນໃຊ້ເປັນວັນນະຍຸດ.

ອ້າງອິງ[ດັດແກ້]

  1. "Languages of ASEAN". Retrieved 7 August 2017.