ພາສາຂະເໝນ
Jump to navigation
Jump to search
ພາສາຂະເໝນ (ຂະເໝນ: ភាសាខ្មែរ ພາສາຂະແມ) ແມ່ນນຶ່ງໃນພາສາຫຼັກຂອງພາສາກຸ່ມອົດສະຕະໂລອາຊີ ແລະໄດ້ຮັບອິດທິພົນມາຈາກພາສາສັນສະກິດ ແລະພາສາປາລີ ພໍສົມຄວນ ເຊິ່ງອິດທິພົນເຫຼົ່ານີ້ ມາຈາກອິດທິພົນຂອງສາສະໜາພຸດ ແລະສາສະໜາຮິນດູ ຕໍ່ວັດທະນະທຳຂອງຊາວຂະເໝນ ໃນຂະນະທີ່ອິດທິພົນອື່ນ ໆ ເຊັ່ນ ຈາກພາສາລາວ ແລະພາສາໄທ. ເປັນໝາກຜົນມາຈາກການຕິດຕໍ່ກັນທາງດ້ານພາສາ ແລະຄວາມໃກ້ຊິດກັນໃນທາງພູມິສາດ.
ພາສາຂະເໝນແປກໄປຈາກພາສາໃນປະເທດອ້ອມແອ້ມ (ພາສາລາວ ພາສາໄທ ແລະພາສາຫວຽດນາມ) ເນື່ອງຈາກບໍ່ມີສຽງວັນນະຍຸດ.