ພາສາລາວ

ຈາກ ວິກິພີເດຍ

ຄວາມເປັນມາຂອງພາສາລາວ[ແກ້ໄຂຊອຣ໌ສ]

ພາສາລາວສືບທອດມາຈາກ ພາສາໄຕ ຢູ່ພາກໃຕ້ຂອງປະເທສຈີນເຊິ່ງເປັນຈຸດດັ່ງເດີມຂອງຫຼາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫຼາຍຊົນເຜົ່າ. ເນື່ອງຈາກຖືກຄວາມກົດດັນຈາກການຂຍາຍຕົວຂອງອານາຈັກຣ໌ຈີນ, ກາຣບຸກລຸກຂອງຊາວມົງໂກລ ແລະການປູກຝັງທຳນາຫາກິນ, ຄົນໄຕໄດ້ຍົກຍ້າຍລົງມາພາກໃຕ້ສູ່ດິນແດນສຸວັນນະພູມ ຕາມຮິມຝັ່ງແມ່ນ້ຳຂອງ. ກາຣອົບພະຍົບຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູຣົມຣາຊາທິຣາສ.

ສໍານຽງທ້ອງຖິ່ນ[ແກ້ໄຂຊອຣ໌ສ]

ສໍານຽງວຽງຈັນເປັນສໍານຽງທີ່ຊາວລາວຕ່າງເຂົ້າໃຈ ແລະຖືວ່າເປັນສໍານຽງທາງການທີ່ຄົນທົ່ວໄປມັກໃຊ້ໃນການເວົ້າລົມປະຈຳວັນ.

ສໍານຽງ ແຂວງ (ຢູ່ລາວ)
ພາກເໜືອ ຫລວງພະບາງ, ໄຊຍະບູລີ, ບໍລິຄຳໄຊ
ພາກຕາເວັນອອກສຽງເໜືອ ຊຽງຂວາງ, ຫົວພັນ
ພາກກາງ ສະວັນນະເຂດ, ຄຳມ່ວນ
ພາກໃຕ້ ຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື
ວຽງຈັນ ວຽງຈັນ

ລະບົບສຽງ[ແກ້ໄຂຊອຣ໌ສ]

ເບິ່ງຕື່ມຢູ່ ລະບົບສຽງພາສາລາວ

ພະຍັນຊະນະ[ແກ້ໄຂຊອຣ໌ສ]

ສຽງສັດທະອັກສອນພະຍັນຊະນະໃນພາສາລາວ (ສຽງແປ) ມີຢູ່ນຳກັນ 21 ສຽງ

  ຮິມປາກ
ທັງສອງ
ຮິມປາກລຸ່ມ
-ແຂ້ວເທິງ
ປຸ່ມເຫງືອກ ປຸ່ມເຫງືອກ
-ເພດານແຂັງ
ເພດານແຂັງ ເພດານອ່ອນ ຜະໜັງຄໍ
ສຽງກັກ /p/
/pʰ/
ຜ,ພ
/b/
  /t/
/tʰ/
ຖ,ທ
/d/
    /k/
/kʰ/
ຂ,ຄ
  /ʔ/
*
ສຽງນາສິກ   /m/
    /n/
  /ɲ/
  /ŋ/
 
ສຽງສຽດແຊກ   /f/
ຝ,ຟ
/s/
ຊ,ສ
        /h/
ຫ,ຮ
ສຽງປະສົມສຽດແຊກ       /t͡ɕ/
       
ສຽງລົວລີ້ນ       /r/
       
ສຽງເປີດ         /j/
  /w/
 
ສຽງຂ້າງລີ້ນ       /l/
       
* ສຽງ /ʔ/ ມີປາກົດຢູ່ໃນຄຳທີ່ມີສະລະສຽງສັ້ນແລະບໍ່ມີພະຍັນຊະນະສະກົດ

ສະລະ[ແກ້ໄຂຊອຣ໌ສ]

ສຽງສະລະໃນພາສາລາວແບ່ງອອກເປັນ 3 ຊະນິດແມ່ນ ສະລະດ່ຽວ ສະລະປະສົມ ແລະສະລະເກີນ. ສະກົດດ້ວຍຮູບສະລະພື້ນຖານນຶ່ງໂຕຫຼືຫຼາຍໂຕຮ່ວມກັນ ສະລະດ່ຽວ ຫຼື ສະລະແທ້ ແມ່ນສະລະທີ່ເກີດຈາກຖານພຽງຖານດຽວ ມີທັງໝົດ 18 ສຽງ.

ສະລະດ່ຽວ[ແກ້ໄຂຊອຣ໌ສ]

  ລີ້ນສ່ວນໜ້າ ລີ້ນສ່ວນຫຼັງ
ປາກຢຽດ ປາກຢຽດ ປາກຫໍ່
ສັ້ນ ຍາວ ສັ້ນ ຍາວ ສັ້ນ ຍາວ
ລີ້ນຍໍສູງ /i/
xິ
/iː/
xີ
/ɯ/
xຶ
/ɯː/
xື
/u/
xຸ
/uː/
xູ
ລີ້ນກຶ່ງສູງ /e/
ເxະ
/eː/
ເx
/ɤ/
ເxິ
/ɤː/
ເxີ
/o/
ໂxະ, xົ
/oː/
ໂx
ລີ້ນກຶ່ງຕ່ຳ /ɛ/
ແxະ
/ɛː/
ແx
    /ɔ/
ເxາະ
/ɔː/
xໍ, xອ
ລີ້ນຫຼຸດຕ່ຳ     /a/
xະ
/aː/
xາ
   

ສະລະປະສົມ[ແກ້ໄຂຊອຣ໌ສ]

ສະລະປະສົມ ແມ່ນສະລະທີ່ເກີດຈາກສະລະດ່ຽວສອງສຽງມາປະສົມກັນ. ເກີດການປ່ຽນບ່ອນຂອງລີ້ນໃນລະດັບສູງຫຼຸດລົງສູ່ລະດັບຕ່ຳ. ດັ່ງນັ້ນຈຶ່ງສາມາດເອີ້ນອີກຊື່ນຶ່ງວ່າ "ສະລະປ່ຽນບ່ອນ" ມີ 3 ສຽງດັ່ງນີ້.

  • ເxຍ /iːa/ ປະສົມຈາກສະລະ ອີ ແລະ ອາ
  • ເxືອ /ɯːa/ ປະສົມຈາກສະລະ ອື ແລະ ອາ
  • xົວ /uːa/ ປະສົມຈາກສະລະ ອູ ແລະ ອາ

ວັນນະຍຸດ[ແກ້ໄຂຊອຣ໌ສ]

ພາສາລາວມີວັນນະຍຸດ 6 ສຽງ ສະແດງໃນຕາລາງດັ່ງຕໍ່ໄປນີ້.[໑] ໃນຄໍລັມເສັ້ນສະແດງຮູບຮ່າງສຽງວັນນະຍຸດ 1 ໝາຍເຖິງລະດັບສຽງຕ່ຳ, 3 ໝາຍເຖິງລະດັບສຽງກາງ, ແລະ 5 ໝາຍເຖິງລະດັບສຽງສູງ.

ຊື່ ສັນຍະລັກໃຊ້ນຳ /e/ ເສັ້ນສະແດງຮູບຮ່າງສຽງວັນນະຍຸດ ໂຕຢ່າງ
ອັກສອນລາວ ສັດທະອັກສອນສາກົນ
ຈາກຕ່ຳໄປສູງ ě 24 ຫຼື 214 ຂາ /kʰǎː/
ສູງ é 4 ຄາ /kʰáː/
ຈາກສູງໄປຕ່ຳ ê 53 ຄ້າ /kʰâː/
ກາງ ē 3 ຄ່າ, ຂ່າ /kʰāː/
ຕ່ຳ è 1 ກາ /kàː/
ຈາກກາງໄປຕ່ຳ e᷆ 31 ຂ້າ /kʰa᷆ː/

ໄວຍາກອນ[ແກ້ໄຂຊອຣ໌ສ]

ໄວຍາກອນພາສາລາວມີລັກສະນະຄ້າຍຄືກັບພາສາໄຕອື່ນໆ ເຊັ່ນ

  • ໃນປະໂຫຍກທຳມະດາ ກັດຕຸວາຈົກ ລຳດັບຄຳຈະລຽນເປັນ ຄຳໂຕຕັ້ງ-ຄຳກຳມະ-ຄຳປະກອບ (subject-verb-object) ເຊັ່ນ: ຂ້ອຍເວົ້າພາສາລາວ ໂດຍ ຂ້ອຍ ເປັນ ຄຳໂຕຕັ້ງ, ເວົ້າ ເປັນຄຳກຳມະ, ແລະ ພາສາລາວ ເປັນຄຳປະກອບ. ສະນັ້ນຕາມຫຼັກໄວຍາກອນລາວ ຈະບໍ່ສາມາດເວົ້າວ່າ ພາສາລາວເວົ້າຂ້ອຍ ຫຼື ເວົ້າຂ້ອຍພາສາລາວ ເພື່ອທີ່ຈະໃຫ້ມີຄວາມໝາຍດຽວກັນ.
  • ບໍ່ມີການບົ່ງບອກການ (tense) ຢ່າງຊັດເຈນຄືພາສາເອີລົບທັງຫຼາຍ ເຊັ່ນ ໃນພາສາອັງກິດ go ມີຫຼາຍການ: I go (ຂ້ອຍໄປ), I went (ຂ້ອຍໄປແລ້ວ), I have gone (ຂ້ອຍໄດ້ໄປແລ້ວ).
  • ບໍ່ມີເພດໄວຍາກອນ (grammatical gender) ເຊັ່ນ ພາສາຝະລັ່ງ le chien (ໝາຜູ້), la chienne (ໝາແມ່).

ລະບົບການຂຽນ[ແກ້ໄຂຊອຣ໌ສ]

ອັກສອນລາວ ແມ່ນອັກສອນທີ່ລັດຖະບານລາວຮັບຮອງໃຫ້ໃຊ້ຂຽນພາສາລາວ ເຊິ່ງໃຊ້ເປັນພາສາລາຊະການໃນປັດຈຸບັນ.

ຄຳສັບ[ແກ້ໄຂຊອຣ໌ສ]

ຄຳສັບພາສາລາວມີຮາກເຫງົ້າຈາກຫຼາຍບ່ອນ. ຄຳສັບລາວເດີມ ຫຼື ຄຳສັບລາວແທ້ ໄດ້ພັດທະນາມາຈາກພາສາໄຕບູຮານ (proto-Tai language) ໂດຍພັດທະນາພ້ອມໆ ກັບພາສາໃນຕະກູນພາສາໄຕ (Tai languages) ອື່ນໆ ອັນມີພາສາໄທ ພາສາໂຍນ ພາສາພວນ ພາສາໄທລື້ ຯລຯ ເຊິ່ງບັນດາພາສາເຫຼົ່ານີ້ເຄີຍເປັນພາສາດຽວກັນມາກ່ອນກັບພາສາລາວໃນອະດີດ. ຍ້ອນມີຊົນຊາດອື່ນໆ ທີ່ເວົ້າພາສາຕະກູນມອນ-ຂະເໝນ (Mon-Khmer languages) ຢູ່ລ້ອມຮອບຊົນຊາດລາວ ກໍໄດ້ມີຄຳສັບຈາກພາສາເຫຼົ່ານີ້ອີກ ເຊັ່ນພາສາຂະເໝນບູຮານ. ນອກຈາກນັ້ນ ຍ້ອນພຸດທະສາສະໜາ ພາສາລາວຍັງມີຄຳສັບຈາກພາສາປາລີ ແລະ ພາສາສັນສະກິດອີກ. ຕອນຍຸກສະໄໝປະເທດລາວເປັນຫົວເມືອງຂອງຝະລັ່ງ ກໍໄດ້ມີການຢືມຄຳສັບຝະລັ່ງມາຫຼາຍ. ປັດຈຸບັນ ພາສາລາວມີຄຳສັບຈາກພາສາອັງກິດ ແລະ ພາສາໄທ ຜ່ານສື່ຕ່າງໆ ເຊັ່ນ ຈາກໂທລະພາບ ຮູບເງົາ ປຶ້ມ ຯລຯ.

ໂຕຢ່າງ ແຫຼ່ງຢືມ
ນ້ຳ (ຄຳລາວແທ້) < ລາວບູຮານ *nam.C
ຟ້າ (ຄຳລາວແທ້) < ລາວບູຮານ *va.C
ສາສະໜາ < ພາສາປາລີ sāsnā
ພາສາ < ພາສາປາລີ bhāsā
ສະຫຼາມ < ພາສາຂະເໝນບູຮານ chlaam
ຊຳນານ < ພາສາຂະເໝນບູຮານ jamnaan
ກະແລັມ < ພາສາຝະລັ່ງ crème glacée
ແວງ < ພາສາຝະລັ່ງ vin
ຄຸກກີ້ < ພາສາອັງກິດ cookie

ອ້າງອີງ[ແກ້ໄຂຊອຣ໌ສ]

  1. Blaine Erickson, 2001. "On the Origins of Labialized Consonants in Lao". Analysis based on T. Hoshino and R. Marcus (1981). Lao for Beginners: An Introduction to the Spoken and Written Language of Laos. Rutland/Tokyo: Tuttle. Accessed 2009-12-19.

ອ່ານຕື່ມ[ແກ້ໄຂຊອຣ໌ສ]

  • ANSI Z39.35-1979, System for the Romanization of Lao, Khmer, and Pali; ISBN 0-88738-968-6.
  • Hoshino, Tatsuo and Marcus, Russel. (1989). Lao for Beginners: An Introduction to the Spoken and Written Language of Laos. Tuttle Publishing. ISBN 0-8048-1629-8.
  • Enfield, N. J. (2007). A Grammar of Lao. Mouton de Gruyter Publishers. ISBN 3-11-018588-1.
  • Cummings, Joe. (2002). Lao Phrasebook: A Language Survival Kit. Lonely Planet. ISBN 1-74059-168-2.
  • Mollerup, Asger. Thai–Isan–Lao Phrasebook. White Lotus, Bangkok, 2001. ISBN 974-7534-88-6.
  • Kerr, Allen. (1994). Lao–English Dictionary. White Lotus. ISBN 974-8495-69-8.
  • Simmala, Buasawan and Benjawan Poomsan Becker (2003), Lao for Beginners. Paiboon Publishing. ISBN 1-887521-28-3

ແຫຼ່ງຂໍ້ມູນອື່ນ[ແກ້ໄຂຊອຣ໌ສ]