ແຂວງອັດຕະປື

ຈາກ ວິກິພີເດຍ

ແມ່ແບບ:ແຂວງ ປະເທດ ລາວ

<figcaption></figcaption>

ອັດຕະປື (ອັງກິດ: Attapeu) ຕາມສຳນຽງເວົ້າ, ຖ້າ ຂຽນ ຕາມ ຄວາມໝາຍ ແມ່ນ ອັຕາປື. ເປັນ ແຂວງຫນຶ່ງ ຂອງ ປະເທດລາວ ຕັ້ງຢູ່ ທາງທິດຕະເວັນອອກສຽງໃຕ້ ຂອງ ປະເທດລາວ ໄປທາງເໜືອ ຕິດກັບ ແຂວງ ເຊກອງ ມີ ເສັ້ນທາງ ເຊື່ອມຕໍ່ ເຊກອງ-ອັຕາປື. ທາງຕະເວັນຕົກ ຕິດກັບ ຈຳປາສັກ ມີເສັ້ນທາງເຊື່ອມຕໍ່ 2 ສາຍ ຄື ເສັ້ນທາງ ປະທຸມພອນ-ສະໜາມໄຊ ແລະ ທາງ ຜ່ານ ເຄື່ອນໄຟຟ້າ ຫ້ວຍເຮາະ-ອັຕາປື . ທາງດ້ານ ຕະເວັນອອກ ມີ ພູເຂົາ ແຍກ ອັຕາປື ອອກຈາກ ຫວຽດນາມ  ມີ ເສັ້ນທາງ ເຊື່ອມຕໍ່ ອັຕຕະປື-ພູເກືອ-ວຽດນາມ . ແຂວງ ອັຕາປື ຕິດກັບ ກຳປູເຈຍທາງໃຕ້, ມີ ນໍ້າເຊກອງ ເປັນ ເສັ້ນທາງ ເຊື່ອມຕໍ່ ແລະ ພວມ ມີແຜນ ສ້າງເສັ້ນທາງບົກ ຜ່ານ ເມືອງ ພູວົງ ໄປຫາ ກຳປູເຈຍ, ມີ ສນາມບິນ ສາກົນ.

ແຂວງ ອັຕາປື ເປັນ ແຂວງ ທີ່ຕັ້ງຢູ່ ທາງພາກໃຕ້ສຸດ ຂອງ ລາວ ເບື້ອງ ຕາ­ເວັນອອກສຽງໃຕ້. ປະຈຸບັນ ເປັນ ເຂດສາມຫລ່ຽມພັດທະນາ ເສດຖະກິດ ລະຫວ່າງລາວ-ຫວຽດນາມ-ກຳປູເຈຍ ຈະກາຍເປັນ ເຂດພັດທະນາ ສົ່ງເສີມ ການຄ້າ ແລະ ການທ່ອງທ່ຽວ ໃນອະນຸພາກພື້ນ ທີ່ຕິດພັນ ກັບ ທຳມະຊາດ ແລະ ວັດທະນະທຳ ສະຖານທີ່ທ່ອງທ່ຽວ ບ່ອນຫນຶ່ງ ທີ່ ສວຍງາມ ໂດຍສະເພາະ ກໍ່ແມ່ນຫນອງຟ້າ ແລະ ໜອງໄກ່ໂອກ ທີ່ຫນ້າງຶດງໍ້ ແລະ ມຫັສຈັນ.

ປະຫວັດຄວາມເປັນມາຂອງ ແຂວງ ອັຕາປື

ສມັຍ ສຫຊີບ ປຖົມບູຮານ

ແຂວງ ອັຕາປື ເອີ້ນວ່າ ລາວເມືອງລຸ່ມ ຜູ້ປົກຄອງ ກໍ່ເອີ້ນວ່າ ພະຍາເມືອງລຸ່ມ. ໂລກນີ້ ເອີ້ນວ່າ ເມືອງລຸ່ມ, ຜູ້ປົກຄອງ ເອີ້ນວ່າ ພຍາ ເມືອງລຸ່ມ, ຄົນເມືອງລຸ່ມ ໄປມາຫາສູ່ ກັບ ເມືອງ ແຖນ ຢ່າງ ປກຕິ , ເມື່ອ ມີ ເລື່ອງໄດ໋ ກໍ່ ຂື້ນໄປຫາ ຂໍ ຄວາມຊ່ວຍເຫຼືອ ຈາກ ພຍາ ແຖນຫຼວງ ຈົນວ່າ ພຍາແຖນ ລຳຄານ,ຈື່ງ ຄິດຈະຂ້າ ຄົນເມືອງລຸ່ມ ໃຫ້ ຕາຍໝົດ ໂດຍ ຈະໃຫ້ຝົນຕົກລົງມາ ເກີດເປັນ ນໍ້າຖ້ວມໂລກ .

ໄລຍະ ນັ້ນ ລູກຊາຍຫຼ້າ ຂອງ ພຍາ ແຖນຫຼວງ ໄດ້ໝັ່ນລົງມາ ເມືອງລຸ່ມ ເລື່ອຍ ໆ ຍ້ອນ ມີຄວາມມັກຮັກ ກັບ ນາງ ຄຳສົງກາ ຜູ້ເປັນ ລູກສາວ ຂອງ ພຍາ ເມືອງລຸ່ມ, ຊື່ງ ແຖນຫຼ້າ ນີ້ ຈື່ງ ຄິດ ອີ່ດູສົງສານ ນາງ ຄໍາສົງກາ ແລະ ຊາວເມືອງລຸ່ມ, ຈື່ງ ໄດ້ ບອກໃຫ້ ພຍາ ເມືອງລຸ່ມ ພາຊາວເມືອງ ເຮັດ ເຮືອສະເພົາໃຫຍ່ ສູງ ໝື່ນ ວາ, ຍາວ ຫ້າໝື່ນ ວາ, ກ້ວາງ ໝື່ນ ສອງພັນ ວາ, ແລ້ວ ຂົນເອົາ ຝູງຄົນ ສັຕ ແລະ ສີ່ງຂອງ ທີ່ ຈຳເປັນ ຂຶ້ນຢູ່ ເຮືອສເພົາ ນັ້ນ, ແລ້ວ ຕໍ່ມາ ຝົນ ເລີຍຕົກລີນ ຈົນວ່າ ນໍ້າ ຖ້ວມ ໂລກ, ເຮືອສເພົາ ພູຂື້ນ ຕາມນໍ້າ , ຈົນຮອດ ເມືອງແຖນ, ຊາວແຖນ ເຫັນ ຄົນເມືອງລຸ່ມ ຂີ່ ເຮືອສເພົາ ຂື້ນມາ ຈື່ງ ໄປບອກ ພຍາ ແຖນຫຼວງ ໃຫ້ຮູ້ເລື່ອງ, ແລ້ວ ແຖນຫຼ້າ ຈື່ງ ຂໍ ອພັຍໂທດ ຈາກ ອົງ ພໍ່ , ແລ້ວ ພຍາ ແຖນຫຼວງ ຈື່ງ ມີບັນຊາ ໃຫ້ ແຖນ ທັງມວນ ເບີ່ງລືກ ຫາຍາມທີ່ຄໍ້າຄູນ ກຽມ ງານສູ່ຂໍໝັ້ນໝາຍ ແລະ ງານດອງ ໃຫ້ ແຖນຫຼ້າ ເປັນ ຄູ່ຜົວເມັຍ ກັບ ນາງ ຄຳສົງກາ, ໃນນັ້ນ ພິເສດ ແມ່ນ ໄດ້ນຳເອົາ ນາງ ຄຳສົງກາ ໄປ ຫຼໍ່ ໃຫ້ເປັນ ສາວ ສຸດແສນສວຍງາມ, ສະນັ້ນ ຈື່ງ ເອີ້ນວ່າ ນາງ ຄຳສົງກາ ແຖນຫຼໍ່, ແລ້ວກໍ່ ຈັດພິທີ ແຕ່ງງານ ຫົດສົງ ນັ່ງເທິງ ກອງເງິນ ກອງຄໍາ ກອງແກ້ວມນີ ອພິເສກ ເປັນ ຄູ່ຜົວເມັຍ,ໂດຍມີ ແຖນເຖົ້າ ຜູ້ເກີດພ້ອມ ປຖົມກັປ ເຂົ້າມາ ຜຸກແຂນ ອວຍພອນ. ສະນັ້ນ ພິທີ ສູ່ຂໍໝັ້ນໝາຍ ແລະ ແຕ່ງດອງ ຈຶ້ງເປັນ ປເພນີ ສືບມາ.

ເມື່ອ ແຕ່ງດອງແລ້ວ ຕໍ່ມາ ກໍ່ ໃຫ້ ໂອວາດ ສັ່ງສອນ ທຸກແນວ, ແລ້ວ ກຽມສົ່ງ ເຮືອສເພົາ ກັບມາ ເມືອງລຸ່ມຄືນ ໂດຍໃຫ້ ບັນດາແຖນ ແຕ່ລະອົງ ເຮັດໜ້າທີ່ ຂອງຕົນ ເພື່ອ ໃຫ້ ນໍ້າບົກລົງ ເຊັ່ນ ແຖນລົມ ໃຫ້ ລົມ ພັດແຮງ ແຖນແດດ ໃຫ້ ແດດກ້າ ແຮງ ໃຫ້ ນໍ້າ ບົກ ໄວ ໆ, ແລະ ເຮືອສະເພົາ ກໍ່ຕໍ່າລົງມາ ຕາມ ນໍ້າ ຈົນເຖີງ ເມືອງລຸ່ມເຮົານີ້, ເຮືອສເພົາ ໄດ້ມາຈອດລົງ ບ່ອນເກົ່າ , ເຮືອສເພົາ ຈົມລົງຂີ້ຕົມ ເຄີ່ງໜື່ງ , ແຕ່ວ່າ ຄົນ ໃນເຮືອ ບໍ່ມີໄຜຈື່ໄດ້ ແລະ ຫຼົງລືມໄປ ໝົດຄູ່ຢ່າງ, ສະນັ້ນ ຈື່ງ ເອີ້ນວ່າ ລາວຫຼົງ, ເມື່ອ ແຜ່ນດິນ ແຫ້ງດີແລ້ວ, ກໍ່ປ່ອຍສັດລົງມາ ແລະ ເຄື່ອງປູກ ລົງມາ ສ້າງຢູ່ທຳກິນ . ຫຼາຍປີມາ ເຮືອສເພົາ ຈື່ງຄ່ອຍກາຍເປັນພູ ເອີ້ນວ່າ ພູສເພົາ ຕໍ່ມາ ສຽງເອີ້ນ ປ່ຽນເປັນ ພູສະພອງ ດັ່ງຄູ່ມື້ນີ້ ຊື່ງ ຕັ້ງຢູ່ ກາງແຂວງ ອັຕາປື.

ເມື່ອ ພຍາ ຜູ້ເປັນ ພໍ່ ຕາຍແລ້ວ , ຈື່ງອະພິເສກ ທ້າວແຖນຫຼ້າ ເປັນ ພຍາ ເອີ້ນວ່າ ພຍາ ລາວຫຼົງ ແລະ ເອີ້ນຊື່ ເມືອງວ່າ ນຄອນ ລາວຫຼົງ.

ນີ້ ເປັນນິທານ ປູ່ແຖນຫຼ້າ ຍ່າຄຳສົງກາ ແມນຫຼໍ່ ສືບມາ ຂອງ ອັຕາປື.

ອັຕຕາປີ ມີຂອບເຂດ: -ດ້ານໄຕ້ ພຽງ ປາກ ນໍ້າເຊກອງ ຕົກ, -ດ້ານຕາເວັນອອກ ພຽງ ໄມ້ລົ້ມແບ່ງ ສາຍພູແດນແກວ ແຕ່ຕໍ່ມາ ພວກແກວ ລັກຫຍັບເຂົ້າມາຮອດ ໜອງໄກ່ໂອກ ຍອດນໍ້າອາງ ແລະ ຕໍ່ມາ ຫຍັບມາອີກ ຕັ້ງເສົາຫີນ ໄວ້ ໜອງຟ້າ, -ທິດເໜືອ ພຽງ ເມືອງ ພຍາ ຕຸ້ມວາງ (ຕຸ້ມພວັງ) ຕະໂປນ ໂພນສິມ ຄື ແຕ່ ນໍ້າຂອງ ຮອດ ໄມ້ລົ້ມແບ່ງ ສາຍພູ ແດນແກວ, -ທິດຕາວັນຕົກ ແມ່ນ ນໍ້າຂອງ ເປັນແດນ.

ແຕ່ ສມັຍກາງ ເຖີງ ປຈຸບັນ ""

ປີ ບໍ່ທັນສາມາດ ຢັ້ງຢືນ ທີ່ແນ່ນອນ ເທື່ອ.

"" ແຕ່ ໂດຍລວມ ແລ້ວ ເມື່ອ ມາຮອດ ພສ 1143 ເຖີງ 1300 ຂອມ ເຮືອງອຳນາດ ກວມເອົາ ອານາຈັກ ທວາຣາວະດີ ອານາຈັກ ສີໂຄຕະບູນ ເປັນເມືອງຂື້ນ ຂອງ ຂອມ, ນະຄອນ ລາວຫຼົງ ກໍ່ເໝືອນກັນ, ສ່ວນ ອານາຈັກ ໂຍນົກ ອານາຈັກ ຈຸລະມະນີ ນັ້ນ ແມ່ນ ຂື້ນ ພຽງ ບາງສ່ວນ,

ສນັ້ນ ໃນ ພສ 1297 ຂຸນລໍ ລູກຊາຍກົກ ຂອງ ຂຸນບູລົມ ກສັດອ້າຍລາວ ທາງພາກເໜືອ ຈື່ງໄດ້ ແຕ່ງ ຂຸນ ລົກກົມ ລົງມາ ປົດປ່ອຍເອົາ ສີໂຄຕບູນ ຄືນມາໄດ້ , ແລ້ວ ຈຳປາສັກ ແລະ ນຄອນ ລາວຫຼົງ ຈື່ງ ແຂງເມືອງ ຄືນມາໄດ້.

ຖືວ່າ ນຄອນ ລາວຫຼົງ ເປັນ ເມືອງຂື້ນ ຂອງ ຂອມ 139 ປີ ຄື ແຕ່ ພສ 1143 ເຖີງ 1282 . ແລ້ວ ປົກຄອງກັນ ມາຮອດ 5 ເຊັ່ນ ພຍາ ໄດ້ ປມານ 25 ປີ ອານາຈັກຕ່າງ ໆ ກໍ່ປົດປ່ອຍໄດ້.

ແຕ່ວ່າ ໃນຊ່ວງ ພສ 1225 ເຊື້ອ ກສັດ ລາວຫຼົງ ຍັງສືບຕໍ່ປົກຄອງມາ ຈົນຮອດ ສມັຍ ພຍາ ລາວຫຼົງ ມີ ລູກສາວ ຊື່ວ່າ ນາງ ສີພະເກສ ຜູ້ແສນງາມ, ໂດຍ ປະກາດວ່າ ເຊື້ອພຍາລາວ ຜູ້ໄດ໋ ສ້າງຜາສາດຫີນ ໃຫ້ ນາງ ສີພະເກດ ຢູ່ໄດ້ ແມ່ນ ຈະໄດ້ແຕ່ງ ໃຫ້ເປັນ ມະເຫສີ ຂອງຜູ້ນັ້ນ.

ພຍາ ກົມະທາ ຜູ້ປົກຄອງ ເມືອງ ຈຳປາສັກ ທີ່ມີສາຍເລືອດ ພໍ່ເປັນລາວ ແມ່ ເປັນ ຈາມ ປສົມ ຂອມ, ຈື່ງໄດ້ ຂໍອາຣາທນາ ອັນເຊີນ ຂໍໃຫ້ ທ່ານ ວິສນຸ ເທວບຸຕ ມາສ້າງ ຜາສາດ ໃຫ້ ນາງ ສີພເກສ ທີ່ກາງເມືອງ ປາກນໍ້າເຊຊຸຕົກ, ແລ້ວ ມາແຕ່ງເອົາ ນາງ ສີພເກສ ເປັນ ມເຫສີ ຜູ້ທີສາມ ເປັນ ຝ່າຍຊ້າຍ ໄດ້ ລູກຊາຍ ຊື່ວ່າ ທ້າວ ຄຳຄັດ, ເມື່ອ ທ້າວ ຄໍາຄັດ ອາຍຸ ໄດ້ 3 ປີ ຄື ພສ 1229 ພຍາ ລາວຫຼົງ ຜູ້ເປັນ ພໍ່ເຖົ້າ ກໍ່ຕາຍ, ແລ້ວ ທ້າວຄຳຄັດ ກໍໄດ້ ສເວີຍ ເມືອງ ສີບແທນຕໍ່ມາ ຕາມບັນຊາຂອງ ພຍາ ກົມທາ, ແລະ ໄດ້ປ່ຽນ ຊື່ເມືອງມາເປັນ ເມືອງ ຣາມະລັກ ອົງການ ແລະ ໂຮມເອົາ ຈຳປາສັກ ກັບ ຣາມລັກອົງການ ເປັນ ເມືອງດຽວກັນ ໂດຍຂື້ນກັບ ອານາຈັກ ຄຳມ່ວນ ສີໂຄຕບູນ ຟູນັນ, ຊື່ງມີ ຂຸນ ລົກກົມ ລູກຊາຍ ຜູ້ທີ 6 ຂອງ ຂຸນ ບໍລົມ ຣາຊາທິຣາຊ ເປັນ ຜູ້ປົກຄອງ. ພຍາ ຄຳຄັດ ອາຍຸ 53 ປີ ກໍຕາຍ ໃນ ພສ 1279.

ພສ 1844 ຣາມລັກ ອົງການ ເປັນ ເມືອງຮ້າງ ຍ້ອນ ພັຍພຍຸພິບັດ ( ມີ ສເພາະ ປວັຕ ການເກີດມີ ໜອງລົມ ດິນຫຼົ່ມເອົາຂ້າ ) ຊາຕຂອມ ຈື່ງ ເຂົ້າ ຢຶດຄອງ ເອົາ ຈົນຮອດ ພສ 1892 ແລ້ວ ພຍາ ນຄອນຫຼວງ ຂອມ ຈື່ງມອບ ໃຫ້ ເຈົ້າຟ້າງຸ່ມ.

ພາຍຫຼັງ ທີ່ ໄປຄອງ ນຄອນ ຊຽງໃໝ່ ເມື່ອ ອາຍຸ ໄດ້ 9 ປີ ຈົນເຖີງ 12 ປີ ແລ້ວ ເຈົ້້າ ຊັຍເສຖາທິລາຊ ກໍກັບມາ ຫຼວງພະບາງ ຍ້ອນ ພໍ່ ຂອງເພີ່ນ ເຖີງແກ່ກັມ ເພື່ອ ສືບຕໍ່ ຄອງ ຫຼວງພະບາງ ຈົນຮອດ ອາຍຸ 16ປີ ຈື່ງ ຍ້າຍເມືອງຫຼວງລົງມາ ທີ່ ວຽງຈັນ ແລະ ສ້າງສາ ບູລະນະ ພະທາຕຫຼວງ ດັ່ງຮູບ ປຈຸບັນ ຕາມ ກະແສ ພະໂພທິຍານຈິຕ ນິມິດ, ພ້ອມທັງສ້າງ ພະອົງຕື້ ພະສຸຂ ພະໃສ ພະເສີມ. ແຕ່ ພໍຮອດ ປມານ ພສ 2115 ເຈົ້າ ຊັຍເສຖາທິຣາຊ ໂພທິສັຕ ເຫັນວ່າ ຕົນມີກັມ ທີ່ຈະມາເຖີງ ຈື່ງຕ້ອງ ໄດ້ລົງໄປໄຊ້ກັມ ຊົ່ວຄາວ ຄື ທ້າວພຍານະຄອນ ຫຼອກລົງມາຂ້າຖີ້ມ ແຕ່ ຂ້າພະອົງບໍ່ຕາຍ. ແລ້ວ ທ່ານ ກໍ່ສືບຕໍ່ເຂົ້າໄປ ຢູ່ນໍາ ພວກຂ້າລະແວ ຖືວ່າ ເປັນຂ້ອຍໃຫ້ຂ້າໄຊ້ ຄື ລ້ຽງລູກໃຫ້ຂ້າ ຈົນເປັນ ໝາກອຶ ໝາກຝັກ ຈົນຂ້າຢ້ານ, ບອກຂ້າ ສານກວຍຕາຮາງໃຫ້ ແລ້ວ ໃຫ້ຂ້າ ເອົາໄປແຊ່ນໍ້າ ຢູ່ນໍ້າເຊ ມື້ລຸນມາ ຂ້າໄປຢາມ ໄດ້ປາມາຫຼາຍ ກິນທໍ່ໄດ ກະບໍ່ເໝິດ , ແຂ່ງ ຍິງທະນູ ໃສ່ຝາຫີນ ກັບຂ້າ ຂ້າຍິງບໍ່ເຂົ້າ ແຕ່ ທ່ານຍິງຖືກເປົ້າເຂົ້າເລິກ ຂ້າຢ້ານແຮງ, ແລ້ວຈື່ງບອກ ໃຫ້ຂ້າ ເອົາ ຕົວທ່ານນີ້ໄປຂາຍ ເປັນ ຄຳ ຫ້າຮ້ອຍບາດ ເງິນ ຫ້າຮ້ອຍບາດ ຂ້ອຍຍິງ 5ຄົນ ຂ້ອຍຊາຍ 5ຄົນ ໃຫ້ ເຈົ້້າເມືອງ, ແລ້ວ ເຈົ້າເມືອງຊື້ເອົາ ແລ້ວເປັນສ່ຽວກັບເຈົ້າເມືອງ . ຢູ່ນຳ ພຍາ ໂສມາຣິທິ ເຈົ້າເມືອງ ແລ້ວ ພ້ອມກັນ ໄລ່ຕີກອງທັບ ຂອງ ພຍາ ຊຽງໄຕ້ ພຍາ ຊຽງເໜືອ ແລະ ພຍາ ນຄອນ ຄຸງຮອດ ວຽງຈັນ, ຢູ່ ວຽງຈັນ 5 ເດືອນ ພມ້າ ກໍ່ມາອ້ອມ ວຽງຈັນ ແລ້ວ ເຈົ້າ ຊັຍເສຖາທິຣາຊ ກັບ ພຍາ ໂສມາຣິທທິ ຈື່ງ ພ້ອມກັນ ເຊີນ ພມ້າ ມາຮ່ວມເຮັດບຸນ ຫຼໍ່ ພອົງຕື້ ແຕ່ ທ້າວ ພຍາ ບູເລັງນອງ ຜູ້ຊະນະ 10 ທິສ ບໍ່ກ້າ ຢ້ານມືເປື່ອຍ. ແລ້ວ ກາງຄືນ ທ່ານ ຈື່ງເຂົ້າໄປ ແຕ້ມຄໍ ພວກພມ້າ ດ້ວຍປູນຂາວ ຖືວ່າ ຂ້າ ດ້ວຍ ຈິຕສໍານຶກ ຂ້າກິເລດຕັນຫາ ອອກຈາກໃຈ, ແລ້ວ ເຊົ້າຮຸ່ງມາ ພມ້າ ທ້ວງກັນ ວ່າເປັນຫຍັງມີປູນແຕ້ມຄໍ ແຕ່ລະຄົນ, ແລ້ວ ພມ້າ ຢ້ານ ຈື່ງ ນໍາມາ ຂໍຜູກມິຕໄມຕີ ແລ້ວ ແກະສະຫຼັກຫີນ ຮູບເມັຍ ຂອງ ທັງສອງທ່ານໄວ້ ເປັນ ສັນຍາລັກ ໄມຕີຈິຕ ທີ່ວັດ ອິນແປງ ເຖິງປະຈຸບັນ.

ແລ້ວ ຕໍ່ມາກໍ່ລົງມາ ສ້າງ ເມືອງ ຣາມະລັກອົງການ ພ້ອມກັນ ຕັ້ງເມືອງໃໝ່ ຢູ່ທີ່ ບ້ານ ຫາດຂີ້ຄວາຍ ສາຍນໍ້າ ເຊກະໝານ ຝັ່ງຊ້າຍ, ໂດຍຕັ້ງຊື່ ອັນເປັນມຸງຄຸນ ໃຫ້ວ່າ "ເມືອງ ອັຕາປື "

ແປວ່າ ເມືອງ ອຸດົມສົມບູນ ຄື ເມືອງ ອັຕາເຕັມ ຄວາມໝາຍແມ່ນ ດິນແດນ ທີ່ ອຸດົມສົມບູນ ໃນຕົວມັນເອງ ຢ່າງເຕັມປ່ຽມ, ອັຕາ ແມ່ນ ຄວາມຕ້ອງການທີ່ພໍດີ, ປື ແມ່ນ ເຕັມ.

ເມື່ອ ສ້າງເມືອງແລ້ວ ເຈົ້າ ຊັຍເສຖາທິຣາຊ ຈື່ງໄດ້ສັ່ງສອນ ຊາວ ອັຕຕາປື ວ່າ:

ເຈົ້າ ທ້າວ ພຍາ ໃຫ້ ປົກຄອງ ຕາມ ຄອງ ທັມມິກກະຣາຊ ເນີ , ໃຫ້ ຮັກ ປະຊາຊົນ ຄື ລູກຄີງ ເນີ, ປະຊາຊົນ ກໍ່ໃຫ້ ຮັກແພງ ທ້າວພຍາ ຄື ພໍ່ ເນີ, ໃຫ້ ຝູງເຈົ້າ ຮັກແພງ ປະເທສຊາຕ ລ້ານຊ້າງວຽງຈັນ ອັນເປັນ ເຊື້ອຊາຕລາວແທ້ ໆ ຂອງຕົນ ໃຫ້ດີ ແທ້ເນີ, ຢ່າໄປ ຫຼົງເຫັນດີ ນຳ ຄົນຕ່າງດ້າວ ທ້າວຕ່າງແຊງ, ນົກ ຮ້ອງ ຢ່າວ່າດີ ທນີ ຮ້ອງ ຢ່າວ່າມ່ວນ ຈົນລືມໂຕ ດາຍ, ຢ່າເຫັນໝູ່ໜ້າ ດີກວ່າ ໝູ່ຫຼັງ, ຢ່າຫວັງກິນນໍ້າ ບໍ່ໜ້າ, ຢ່າເຫັນຊູ້ ດີກວ່າເມັຍ, ມັນ ຊິ ເສຍຊາຕ ຂາດທຶນ, ໃຫ້ຖື ຊາຕລາວ ເຮົານີ້ ສຳຄັນ ດັ່ງຊີວິດ ເນີ, ໃຫ້ສູເຈົ້າພ້ອມກັນ ຮັກສາ ຊາຕເຊື້້ອ ເຂຕນໍ້າ ແດນດິນ ໃວ້ໃຫ້ດີ ອີຫຼີ ເນີ. ...ອັນສຳຄັນນີ້ ຄັນວ່າ ຍາມເມື່ອ ອັຕາປື ປື້ງ ຊິ ຂາຍຄຳ ແລກຂີ້ໄກ່ ໄດ໋ເນີ , ສາລະວັນ ຂີ້ໄຮ້ ຊິ ຂາຍຊ້າງ ແລກ ກະບອງ ໄດ໋ເນີ ... ໃຫ້ ພວກສູເຈົ້າ ລະວັງແທ້ ໃຫ້ດີ ແນ່ເນີ .

ຊື່ງ ເປັນ ສັນຍາລັກ ກ່ອນອຳລາ ແລ້ວ ມື້ລຸນມາ ທ່ານ ກໍ່ ອອກຈາກເມືອງ ຫາຍຕົວໄປ ເຂົ້າປ່າ ຈາກໄປ ເພື່ອ ບໍາເພັນ ປາຣະມີ ໂພທິສັຕ ຕໍ່ໄປ.

ເຈົ້າ ຊັຍເສຖາ ນີ້ ທ່ານ ເປັນ ພະໂພທິສັຕ ຜູ້ມີ ອິທິຣິດມາກ

ມີ ຄວາມຮູ້ ດ້ວຍ ທິພຈັຂຸ ຍານ ແຈ່ມໃສ່. ທ່ານ ປາຖນາ ພຸທພູມ. ທ່ານ ຕິດພັນ ແລະ ຮັກ ຊາວອັຕາປື ມາກ ເປັນ ກໍລະນີພິເສດ.

ຄຸນສົມບັຕພິເສດ ຂອງ ເຈົ້າ ຊັຍເສຖາທິຣາຊ ທີ່ ຊາວ ອັຕາປື ຮູ້ຈັກດີ

1. ໃຫ້ ພວກຂເມນ ຄື ທ້າວ ພຍາ ນຄອນ ຂ້າ ບໍ່ຕາຍ.

2. ໃຫ້ພວກຂ້າ ຕີລາຄາ ຂາຍ ພະອົງ ເປັນຄຳ 500 ບາດ ກັບ ຂ້າທາດ ຊາຍ 5 ຄົນ ຍິງ 5 ຄົນ.

3. ໃຫ້ ພວກຂ້າ ສານ ກວຍຕາຮ່າງ ເຮັດໄຊ ໄປໃສ່ປາ ແລ້ວ ມາ ປີ້ງ ໃຫ້ ພວກຂ້າ ກິນແກ້ມເຫຼົ້າ ກິນເທົ່າໄດ ກໍ່ບໍ່ໝົດ.

4. ເອົາ ກວຍຕາຮ່າງ ໂຕ່ງນໍ້າລິນ ໃສ່ ເຫຼົ້າໃຫ ໃຫ້ ພວກຂ້າກິນ ກິນບໍ່ເໝິດ ຈັກເທື່ອ ເປັນ ອັສຈັນ.

5. ເຝົ້າ ລູກ ໃຫ້ ພວກຂ້າ, ລູກຂ້າ ກາຍເປັນ ໝາກອຶ ໝາກຟັກ ຈົນ ຂ້າ ງຶດງໍ້.

6. ແຂ່ງ ຍິງ ທະນູ ໃສ່ ໜ້າຝາຫີນ ລູກທະນູ ສຽບເຂົ້າ ໜ້າຝາຫີນ ຈົນຂ້າຢ້ານ.

7. ນຳພາ ປະຊາຊົນ ໝາຍແດນເມືອງ ດ້ວຍ ເສົາຫີນ ຢູ່ ເຂດ ໄມ້ລົ້ມແບ່ງ ສາຍພູແດນແກວ.

8. ນຳພາ ປະຊາຊົນ ຕັ້ງເມືອງ ຊື່ວ່າ ອັຕາປື.

9. ສ້າງວ້ຕ ແຂ່ງກັນ ໃຫ້ແລ້ວມື້ດຽວ, ພະອົງ ຜູ້ດຽວ ສ້າງວັຕທາຕ, ຝູງທ້າວພຍາ ກັບ ຊາວເມືອງ ສ້າງວັດຫຼວງ ແລ້ວມື້ດຽວ.

10. ສັ່ງລາ ອອກບວດ ບໍາເພັນ ປາຣມີ ໂພທິຍານ ແລ້ວ ຫາຍຕົວໄປ ເປັນ ອັສຈັນ.

ນັບຕັ້ງແຕ່ ອດີດ ຈົນເຖິງ ປຈຸບັນ ອັຕາປື ຍັງຄົງຄວາມເປັນ ເອກລັກ ໄວ້ໄດ້ເປັນຢ່າງດີ ນັ້ນ ກໍຄື ວິຖີ ການດຳລົງຊີວິດ ແລະ ຮີດຄອງ ວັດທະນະທຳ ອັນເກົ່າແກ່ ທີ່ມີມາ ແຕ່ ບູຮານກາລ, ຫຼາຍຄົນ ອາຈສົງໃສວ່າ ທີ່ ອັຕາປື ຈະມີ ເມືອງ ໆ ໜຶ່ງ ທີ່ມີ ຊື່ວ່າ ຊັຍເສຖາ ເຊິ່ງຈະຄ້າຍໆ ກັບ ຊື່ເມືອງ ທີ່ ຢູ່ນະຄອນຫຼວງວຽງຈັນ ແລະ ຄ້າຍຄືກັບ ຊື່ ຂອງ ອດີດ ພເຈົ້າແຜ່ນດິນລ້ານຊ້າງ ສມັຍກ່ອນ ນັ້ນກໍຄື ພະເຈົ້າຊັຍເສຖາ ນັ້ນເອງ, ແນ່ນອນຊື່ໆ ນີ້ມີຄວາມກ່ຽວຂ້ອງກັນ, ເພາະວ່າ ເມື່ອ ສມັຍລາຊການ ຂອງພະເຈົ້າໄຊຍະເສດຖາທິລາດ ພະອົງໄດ້ເດີນ ທາງລົງໄປກວດລາຊະການແຜ່ນດິນ ທີ່ ພາກໃຕ້ລາວ ທີ່ ອັດຕະປື ໃນປັດຈຸບັນນີ້ ແລະ ພະອົງໄດ້ ຫາຍຕົວ ແລ້ວຊິ້ນພະຊົນ ຢູ່ທີ່ນັ້ນ ເພື່ອເປັນການຈາລຶກບຸນຄຸນ ແລະ ຄຸນງາມຄວາມດີ ຂອງ ພະອົງ ເອົາໄວ້ ຈິ່ງ ໄດ້ຕັ້ງ ຊື່ເມືອງ ຂຶ້ນມາ ທີ່ຊື່ວ່າ ເມືອງໄຊເສດຖາ ແລະ ເຄີຍເປັນສູນກາງການປົກຄອງຂອງແຂວງ ກ່ອນທີ່ຈະປ່ຽນມາຕັ້ງໃໝ່ ທີ່ ເມືອງສາມັກຄີໄຊ ໃນດຽວນີ້.

ລັຄນ ພູມສັນຖານ

ອັຕາປື ດິນແດນທີ່ຕັ້ງ ທາງທິດຕາເວັນອອກສຽງໃຕ້ ຂອງ ລາວ ແລະ ເປັນດິນແດນ ທີ່ ອຸດົມສົມບູນ ໄປດ້ວຍ ຊັບພະຍາກອນ ທຳມະຊາດ ອັນຫຼາກຫຼາຍ ແລະ ຂຶ້ນຊື່ ລືນາມ ທາງດ້ານມູນເຊື້ອ ປວັດສາດ ວັທນທັມ ອັນເກົ່າແກ່ ທີ່ ແອບແຝງ ຄວາມໜ້າສົນໃຈ ເອົາໄວ້ ເປັນໜ້າ ຄົ້ນຫາ ເປັນຢ່າງຍິ່ງ

ພູມີປະເທດ ສ່ວນໃຫຍ່ ຂອງ ແຂວງອັຕາປື ແມ່ນ ປກອບ ໄປດ້ວຍ ປ່າໄມ້ ແລະ ຂຸນເຂົາ ທີ່ມີ ຄວາມອຸດົມສົມບູນ ທີ່ສຸດ ອີກແຫ່ງໜຶ່ງ ຂອງ ລາວໂດຍ ມີ ແມ່ນ້ຳເຊກອງ ແລະ ສາຍເຊຂະໝານ ໄຫຼຜ່ານ ໃຫ້ຄວາມຊຸ່ມເຢັນ ແລະ ຫຼໍ່ລ້ຽງຊີວິດ ຂອງ ພີ່ນ້ອງ ຊາວອັຕາປື ມາຕັ້ງແຕ່ບູຮານກາລ ແລະ ໄດ້ກາຍເປັນ ເອກລັກໜຶ່ງ ທີ່ສຳຄັນ ຂອງ ແຂວງອັຕາປື ໂດຍສເພາະ ນັກທ່ອງທ່ຽວ ທີ່ຢາກສຳຜັດກັບທັມຊາດ ແລະ ການຜຈົນໄພ ມີນັກທ່ອງທ່ຽວຫຼາຍໆຄົນ ໃຫ້ ສາຍຍາ ດິນແດນແຫ່ງນີ້ ວ່າ “ເມືອງສວນ” ເນື່ອງຈາກ ມີ ທັມຊາຕ ທີ່ ອຸດົມສົມບູນ, ອາກາດບໍລິສຸດ ແລະ ບັນຍາກາດທີ່ ງຽບສງົບ.

ທີ່ຕັ້ງ

ທິດເໜືອຕິດກັບ ແຂວງເຊກອງ

ທິດໃຕ້ຕິດກັບ ແຂວງຊຽງແຕງ ແລະ ແຂວງຣັຕນຄີຣີ ຂອງ ຣາຊອານາຈັກກຳປູເຈຍ

ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ

ທິດຕາເວັນຕົກຕິດກັບ ແຂວງຈຳປາສັກ

ບັນດາເມືອງ

ແຂວງອັຕາປຶ ປະກອບດ້ວຍ 5 ເມືອງ ໄດ້ແກ່ :

17-01 ໄຊເຊດຖາ (Xaysetha)

17-02 ສາມັກຄີໄຊ (Samakkhixay)

17-03 ສະໜາມໄຊ (Sanamxay)

17-04 ຊານໄຊ (Sanxay)

17-05 ພູວົງ (Phouvong)

ແຫຼ່ງທ່ອງທ່ຽວ

ນ້ຳຕົກຕາດຈໍ ຢູ່ບ້ານ ວັງໄຊ ເມືອງ ຊານໄຊ ແຂວງ ອັດຕະປື

ວັດຫຼວງລັດຕະນາລາມ

ວັດຝັ່ງແດງ

ວັດຫລວງເມືອງເກົ່າວະລາລາມ

ຂົວຂ້າມແມ່ນ້ຳເຊກອງ

ຕະຫຼາດໃຫຍ່

ອະນຸສາວະລີ ວິລະຊົນລາວ - ຫວຽດນາມ

ອະນຸສາວະລີ ປະທານໄກສອນ ພົມວິຫານ

ໜອງຟ້າ

ວັດພະອົງແສນສຸຂະຣາມ ບ້ານສະແຄະ

ວັດທາດ ເຈົ້າໄຊເສດຖາທິລາດ

ນ້ຳຕົກຕາດຫົວຄົນ

ນ້ຳຕົກຕາດພອກ

ນ້ຳຕົກຕາດເຊປ້ອງໄລ

ນ້ຳຕົກຕາດໂອດ

ນ້ຳຕົກຕາດຫຍ້າ

ນ້ຳຕົກຕາດເຊພະ

ນ້ຳຕົກຕາດກົບເຊປຽນ

ນ້ຳຕົກຕາດຫຸຸງເຊຄຳພໍ

ນ້ຳຕົກຕາດສະໝອງພາກ

ລູກສອນໄຟເກົ່າ ສະໄຫມໂຊຫວຽດ...

ວັດຫລວງ ເມືອງ ຊານໄຊ ແຂວງ ອັດຕະປື

{commonscat|Attapeu Province}}

 •  • ດ

  ເຂດການປົກຄອງ ຂອງ ສປປ ລາວ

ນະຄອນຫຼວງ ນະຄອນຫຼວງວຽງຈັນ
ແຂວງ ຄໍາມ່ວນ - ຈຳປາສັກ - ສະຫວັນນະເຂດ - ສາລະວັນ - ເຊກອງ - ໄຊຍະບູລີ - ຊຽງຂວາງ - ບໍລິຄຳໄຊ

ບໍ່ແກ້ວ - ຜົ້ງສາລີ - ວຽງຈັນ - ຫຼວງນ້ຳທາ - ຫຼວງພະບາງ - ຫົວພັນ - ອັດຕະປຶ - ອຸດົມໄຊ

ເຂດການປົກຄອງໃນອະດີດ ເຂດພິເສດຊຽງຮ່ອນ-ຫົງສາ - ເຂດພິເສດໄຊສົມບູນ