ແຂວງອຸດົມໄຊ
Italic text
|
ແຂວງອຸດົມໄຊ (ອັງກິດ Oudomxay) ແມ່ນໜຶ່ງໃນແຂວງຂອງປະເທດລາວທີ່ຕັງຢູ່ທາງທິດຕະເວັນຕົກສຽງເໜືອຂອງປະເທດ
ປະຫວັດແຂວງອຸດົມໄຊ[ແກ້ໄຂ]
ແຂວງນີ້ໄດ້ແຍກອອກມາຈາກແຂວງຫຼວງພະບາງເມື່ອປີ ຄ.ສ. 1963 ໃນເມື່ອກ່ອນທີ່ຕັ້ງແຂວງນີ້ມີຊື່ວ່າແຂວງລ້ານຊ້າງ ຄ.ສ. 1965 ຈຶ່ງປ່ຽນຊື່ມາເປັນແຂວງເມືອງໄຊ ຄ.ສ. 1967 ຈຶ່ງປ່ຽນຊື່ເປັນແຂວງອຸດົມໄຊມາຈົນເຖິງປັດຈຸບັນນີ້. ຕໍ່ມາໃນປີ ຄ.ສ. 1991 ຈຶງໄດ້ໂອນເມືອງປາກທາ ແລະ ເມືອງຜາອຸດົມ ໃຫ້ໄປຂຶ້ນກັບການປົກຄອງຂອງແຂວງບໍ່ແກ້ວ.
ທີ່ຕັ້ງ[ແກ້ໄຂ]
- ທິດເໜືອຕິດກັບ ແຂວງຜົ້ງສາລີ ແລະ ສ.ປ ຈີນ
- ທິດໃຕ້ຕິດກັບ ແຂວງໄຊຍະບູລີ
- ທິດຕາເວັນອອກຕິດກັບ ແຂວງຫລວງພະບາງ
- ທິດຕາເວັນຕົກຕິດກັບ ແຂວງບໍ່ແກ້ວ ແລະ ແຂວງຫລວງນ້ຳທາ
ລັກສະນະພູມສັນຖານ[ແກ້ໄຂ]
ເມື່ອມາເຖິງຕົວເມືອງຈະເຫັນອະນຸສາວະລີຂອງປະທານໄກສອນ ພົມວິຫານ ບ່ອນນີ້ຈະເປັນຈຸດນັດພົບຂອງຊາວອຸດົມໄຊ ເປັນບ່ອນ ພັກຜ່ອນ, ມາທາງທິດຕາເວັນອອກສ່ຽງໃຕ້ ຈະເຫັນຍອດພະທາດສີທອງສຸກ ຕັ້ງຢູ່ເທິງເນີນພູໃຈກາງເມືອງຊື່ວ່າ: ພູພະທາດ, ເຊິ່ງເປັນສາ ສະຫນາສະຖານທີ່ສຳຄັນຂອງຊາວລາວ ແລະ ເປັນຈຸດທີ່ສາມາດຊົມວິວທິວທັດ ໄດ້ຮອບຄອບເມືອງທ່າມກາງການຖືກອ້ອມຮອບດ້ວຍພູ ສະຫລັບສັບຊ້ອນ.
ປະຊາກອນ[ແກ້ໄຂ]
ດ້ານນອກຂອງຕົວເມືອງຕາມເສັ້ນທາງຫລວງຫມາຍເລກ 13 ເໜືອ ຫຼື ເລກ 1 ເຊິ່ງເປັນເສັ້ນທາງຫຼັກທາງດ້ານການຂົນສົ່ງສິນຄ້າ, ການໄປມາຫາສູລະຫວ່າງແຂວງຕ່າງໆ ແລະ ເປັນເສັ້ນທາງຜ່ານຂອງການຂົົນສົ່ງສິນຄ້າລະຫວ່າງປະເທດ. ຕາມສອງຝາກທາງດັັ່ງກ່າວຈະມີຄວາມງົດງາມທາງດ້ານຊັບພະຍາກອນທຳມະຊາດ. ຫາງຈາກໃຈກາງຂອງຕົວເມືອງ ເມືອງໄຊ ປະມານ 11 ກິໂລແມັດ ພວກເຮົາຈະພົບກັບນ້ຳຕົກຕາດທີສວຍສົດງົດງາມ ແລະ ມີນ້ຳໄຫຼ່ຕະຫອດປີ ເຊິ່ງເປັນສະຖານທີຜັກຜ່ອນຍອນໃຈ ຂອງຊາວເມືອງໄຊ ແລະ ແຂກຕ່າງດ່າວທ້າວຕ່າງເມືອງ ທີເຂົ້າມາທ່ຽວຊົມທັດສະນິຍະພາບທາງພາກເໜືອຂອງລາວ. ໂດຍສະເພາະແມ່ນນິຍົມກັນທ່ຽວຊົມທິວທັດຂອງທຳມະຊາດ ເຊິ່ງວ່າ ນ້ຳຕົກດັ່ງກ່າວມີຊື່ວ່າ: ນ້ຳຕົກຕາດຫຼັກສິບເອັດ. ໃນນ້ຳຕົກທີ່ໄຫລ ຜ່ານໂງ່ນຫີນລົງສູ່ແມ່ນ້ຳທາລະຫວ່າງທາງຈະພົບກັບວິວທິວທັດທີ່ສວຍງາມ, ຫມູ່ບ້ານຊົນເຜົ່າເຊັ່ນ: ເຜົ່າອາຄາ, ມົ້ງ, ຢ້າວ, ຂະມຸ.
ຖ້າຂື້ນໄປຕາມພາກຕາເວັນອອກສຽງເໜືອ ຫາແຂວງຜົ້ງສາລີ ອອກສູ ປະເທດ ສ ສ ຫວຽດນາມ ຈະຜ່ານແຫຼ່ງທ້ອງທ່ຽວທີ່ສຳຄັນອີກແຫ່ງໜຶ່ງຄື: ບໍ່ນ້ຳຮ້ອນ(ຕັ້ງຢູ່ ເມືອງຫຼາ)ທີ່ຄົນທ້ອງຖິ່ນເຊື່ອກັນວ່າ ຖ້າລົງອາບນ້ຳດັ່ງກ່າວແລ້ວຈະສາມາດຮັກສາພະຍາດຕ່າງໆໄດ້. ໃນເມືອງມີວັດບູຮານທີ່ປະດິດສະຖານພະແຊກຄຳ ເຊິ່ງເປັນພະພຸດທະຮູບທີ່ສັກສິດຄູ່ບ້ານຄູ່ເມືອງ ແລະ ເປັນອັກຄະລະບູຊາ ຂອງຊາວ ແຂວງອຸດົມໄຊ.ໃນ ຍາມເສິກສົງຄາມຈະມີຊາວບ້ານເຫັນ ນ້ຳຕາໄຫລອອກມາຈາກດວງຕາຂອງພະດັ່ງກ່າວ ອຸດົມໄຊ ເຖິງຈະມີສະຖານທີ່ໃຫ້ທ່ຽວຫນ້ອຍ ແຕ່ກໍຍັງເປັນສູນກາງຂອງການເດີນທາງ ເພາະມີສະຖານີຂົນສົ່ງຂະຫນາດໃຫຍ່ນອກເມືອງ ສາມາດໄປຍັງເມືອງ ແລະ ແຂວງອື່ນໆໄດ້ສະດວກໄດ້ແກ່: ນະຄອນຫລວງວຽງຈັນ, ຫລວງພະບາງ,ຫລວງນ້ຳທາ,ຜົ້ງສາລີ,ບໍ່ແກ້ວ ຫລື ໄປຍັງບໍ່ແຕນ ເຊິ່ງເປັນຊາຍແດນໃນແຂວງຢູນນານຂອງປະເທດຈີນກໍ່ໄດ້.
ບັນດາເມືອງ[ແກ້ໄຂ]
- 04-01 ເມືອງໄຊ (Xai)
- 04-02 ເມືອງຫລາ (La)
- 04-03 ເມືອງນາໝໍ້ (Namo)
- 04-04 ເມືອງງາ (Nga)
- 04-05 ເມືອງແບ່ງ (Beng)
- 04-06 ເມືອງຮຸນ (Houn)
- 04-07 ເມືອງປາກແບ່ງ (Pakbeng)
ສະຖານທີ່ທ່ອງທ່ຽວ[ແກ້ໄຂ]
- ພູທາດມິ່ງເມືອງ
- ວັດສິນຈົງແຈ້ງ
- ຕາດນ້ຳກັດ
- ບໍ່ນໍ້າອຸ່ນ ແລະ ບໍ່ເກືອເມືອງຫລາ
- ພະພຸດທະຮູບແຊກຄຳ
- ເມືອງປາກແບ່ງ
- ຕາດສິບເອັດ
![]() |
|
---|---|
ນະຄອນຫຼວງ | ນະຄອນຫຼວງວຽງຈັນ |
ແຂວງ | ຄໍາມ່ວນ - ຈຳປາສັກ - ສະຫວັນນະເຂດ - ສາລະວັນ - ເຊກອງ - ໄຊຍະບູລີ - ຊຽງຂວາງ - ບໍລິຄຳໄຊ ບໍ່ແກ້ວ - ຜົ້ງສາລີ - ວຽງຈັນ - ຫຼວງນ້ຳທາ - ຫຼວງພະບາງ - ຫົວພັນ - ອັດຕະປຶ - ອຸດົມໄຊ |
ເຂດການປົກຄອງໃນອະດີດ | ເຂດພິເສດຊຽງຮ່ອນ-ຫົງສາ - ເຂດພິເສດໄຊສົມບູນ |
່
ຊົນເຜົ່າລື້ ເມືອງ ແບງ