ເມືອງໄຊ

ຈາກ ວິກິພີເດຍ

ເມືອງໄຊ ເປັນເມືອງເອກຂອງແຂວງອຸດົມໄຊ.ໃນເມື່ອກ່ອນເມືອງໄຊເປັນເມືອງໜຶ່ງທີ່ຂື້ນກັບແຂວງຫຼວງພະບາງ ຕົກມາຮອດປີ 1962 ເມືອງໄຊຈຶ່ງແຍກຕົວອອກຈາກແຂວງຫຼວງພະບາງ ແລ້ວສ້າງຕັ້ງເປັນແຂວງອຸດົມໄຊ ແລະ ເມືອງໄຊກໍໄດ້ກາຍເປັນເມືອງເອກຂອງແຂວງອຸດົມໄຊນັບແຕ່ນັ້ນມາຈົນເຖິງປັດຈຸບັນນີ້.ເມືອງໄຊເປັນເມືອງທີ່ໃຫຍ່ທີ່ສຸດຂອງແຂວງອຸດົມໄຊ ແລະ ເປັນເມືອງໃຫຍ່ອັນດັບ 2 ຂອງບັນດາແຂວງພາກເໜືອ(ຮອງຈາກເມືອງຫຼວງພະບາງ) ແລະ ເປັນເມືອງໃຫຍ່ອັນດັບ 6 ຂອງປະເທດ ຮອງຈາກ ນະຄອນຫຼວງວຽງຈັນ,ເມືອງໄກສອນພົມວິຫານ,ເມືອງປາກເຊ,ເມືອງຫຼວງພະບາງ ແລະ ເມືອງທ່າແຂກ.ເມືອງໄຊ ເປັນເມືອງໜຶ່ງຂອງລາວທີ່ມີເສດຖະກິດຂະຫຍາຍຕົວຢ່າງກະໂດດຂັ້ນ ແລະ ມີທ່າຂະຫຍາຍຕົວຂື້ນເລື້ອຍໆເຊິ່ງສາມາດເຫັນໄດ້ຈາກສິ່ງປຸກສ້າງອື່ນໆພາຍໃນເທສະບານເມືອງກໍຄືເທສະບານແຂວງ.ເມືອງໄຊມີປະຊາກອນທັງໝົດປະມານ 75,000 ຄົນ,ໂດຍປະຊາກອນສ່ວນໃຫຍ່ແມ່ນຊາວຂະມຸ , ລາວ , ລື້ , ມົ້ງ...ນອກຈາກນັ້ນຍັງມີຊາວຈີນ ແລະ ຊາວຫວຽດນາມອາໄສຢູ່ຢ່າງຫຼວງຫຼາຍເຊິ່ງເຮົາສາມາດເຫັນໄດ້ຈາກບໍລິສັດ , ຫ້າງຮ້ານ ແລະ ໜັງສື ປ້າຍໂຄສະນາຕ່າງໆ ຈະເຫັນໜັງສື ຈີນ ແລະ ໜັງສືຫວຽດນາມເປັນສ່ວນໃຫຍ່.ເມືອງໄຊ ເປັນເມືອງທີ 2 ຂອງພາກເໜືອ(ຮອງຈາກເມືອງຫຼວງພະບາງ) ແລະ ເປັນເມືອງທີ 6 ຂອງປະເທດຮອງຈາກ ນະຄອນຫຼວງວຽງຈັນ,ສະຫວັນນະເຂດ,ຄຳມ່ວນ,ຈຳປາສັກ ແລະ ຫຼວງພະບາງ ທີ່ໄດ້ຈັດງານມະຫາກຳກິລາແຫ່ງຊາດຂື້ນເປັນຄັ້ງທີ 10 ໃນວັນທີ 13 - 21/12/2014 ທີ່ຜ່ານມາ . ນອກຈາກນັ້ນເມືອງໄຊຍັງເປັນເມືອງໃຈກາງທາງດ້ານການຄົມມະນາຄົມ , ການສຶກສາ , ການເງິນ - ການທະນາຄານ ແລະ ທາງດ້ານເສດຖະກິດຂອງບັນດາ 8 ແຂວງພາກເໜືອ ໂດຍມີທະນາຄານກາງ (ທະນາຄານແຫ່ງ ສ.ປ.ປ.ລາວ) ຕັ້ງຢູ່ໃຈກາງເທດສະບານແຂວງ.ການເດີນທາງມາເມືອງໄຊ ສາມາດມາໄດ້ດ້ວຍ 2 ທາງຄື : ທາງບົກ ແລະ ທາງອາກາດ . ທາງບົກສາມາດເດີນທາງດ້ວຍການນຳໃຊ້ເສັ້ນທາງເລກ 2 E , 2 W ແລະ 13 ເໜືອ.ທາງອາກາດສາມາດເດີນທາງມາໄດ້ດ້ວຍໃຊ້ບໍລິການຂອງ Lao Airline ແລະ Lao Skyway ມາລົງທີ່ສະໜາມບິນຍານອາກາດ ອຸດົມໄຊທີ່ເມືອງໄຊເຊິ່ງບິນເປັນປະຈຳທຸກໆມື້.ການເດີນທາງມາແຂວງອຸດົມໄຊ ສາມາດມາໄດ້ໂດຍມີສະຖານີຂົນສົ່ງ 2 ແຫ່ງໃຫຍ່ໆດັ່ງນີ້ : 1.ສະຖານີຂົນສົ່ງສາຍເໜືອ :

ອຸດົມໄຊ - ບໍ່ແກ້ວ
ອຸດົມໄຊ - ຫຼວງນ້ຳທາ
ອຸດົມໄຊ - ບໍ່ເຕ່ນ - ບໍ່ຫ່ານ (ຊາຍແດນລາວ - ຈີນ )
ອຸດົມໄຊ - ນາໝໍ້
ອຸດົມໄຊ - ເມືອງຫຼາ
ອຸດົມໄຊ - ເມືອງຂວາ (ຜົ້ງສາລີ)
ອຸດົມໄຊ - ຜົ້ງສາລີ
ອຸດົມໄຊ - ເມືອງຫຼ້າ ( ສ.ປ ຈີນ)
ອຸດົມໄຊ - ຊຽງຮຸ່ງ (ສ.ປ.ຈີນ )
ອຸດົມໄຊ - ດຽນບຽນຟູ (ສ.ສ ຫວຽດນາມ)

2.ສະຖານີຂົນສົ່ງສາຍໃຕ້ :

 ອຸດົມໄຊ - ເມືອງແບງ
ອຸດົມໄຊ - ເມືອງຮຸນ
ອຸດົມໄຊ - ເມືອງງາ
ອຸດົມໄຊ -ປາກແບງ
ອຸດົມໄຊ - ເມືອງເງິນ (ໄຊຍະບຸລີ)
ອຸດົມໄຊ - ຫົງສາ (ໄຊຍະບຸລີ)
ອຸດົມໄຊ - ປາກມອງ (ຫຼວງພະບາງ)
ອຸດົມໄຊ - ໜອງຂຽວ (ຫຼວງພະບາງ)
ອຸດົມໄຊ - ຫຼວງພະບາງ
ອຸດົມໄຊ - ນະຄອນຫຼວງວຽງຈັນ
# ທີ່ຕັ້ງຂອງເມືອງໄຊ:

ເມືຶອງໄຊ ເປັນເມືອງທີ່ຕັ້ງຢູ່ໃຈກາງຂອງແຂວງອຸດົມໄຊ ແລະ ຕັ້ງຢູ່ໃຈກາງບັນດາແຂວງພາກເໜືອເຊັ່ນ: - ທິດເໜືອ ຕິດກັບ ເມືອງນາໝໍ້ - ທິດຕາເວັນອອກ ຕິດກັບ ເມືອງນ້ຳບາກ ແຂວງຫຼວງພະບາງ - ທິດຕາເວັນອອກສ່ຽງເໜືອ ຕິດກັບ ເມືອງຫຼາ - ທິດໃຕ້ ຕິດກັບ ເມືອງແບງ ແລະ ເມືອງງາ - ທິດຕາເວັນຕົກ ຕິດກັບ ເມືອງນາແລ ແຂວງຫຼວງນ້ຳທາ.

  1. ສະຖານທີທີ່ສຳຄັນ:

1.ຕາດນ້ຳກັດ 2.ວັດພູທາດ 3.ອ່າງນ້ຳຫີນ 4.ຕາດຫຼັກ 11 5.ຖ້ຳຈອມອອງ 6.ປ່າສະຫວງນແຫ່ງຊາດ ພູຫີຜີ 7.ຫໍພິພິດຕະພັນ ໄກສອນພົມວິຫານ 8.ຫໍພິພິດຕະພັນ ແຂວງອຸດົມໄຊ 9.ວັດເມືອງກໍ່ 10.ວັດບ້ານເຈງ ແລະ ສະຖານທີ່ອື່ນໆອີກຈຳນວນໜຶ່ງ.

ນອກຈາກນີ້ຍັງມີງານບຸນເທດສະການຕ່າງໆຂອງຊົນເຜົ່າພາຍໃນເມືອງເຊັ່ນ: ບຸນກິນທານ ຂອງເຜົ່າລື້ , ບຸນເຕັດນຶມ ຂອງເຜົ່າຂະມຸ , ບຸນກິນຈຽງ ຂອງເຜົ່າມົ້ງ ແລະ ເຜົ່າອື່ນໆ.
  1. ແມ່ນ້ຳທີ່ສຳຄັນ:

- ນ້ຳກໍ - ນ້ຳມ້າວ -ນ້ຳຫີນ ສະຖານທີທີ່ໂຄສະນາໃນໂທລະພາບ: 1.ໂຮງໝໍ ໄຊມັງກອນສາກົນ 2.ບໍລິສັດ ຫົງຊິງ ( ລົດຈັກ LIFAN ) 3.ບໍລິສັດ ເກືອອຸດົມໄຊ (ບ້ານຂວາງ ) 4.ໂຮງແຮມ (ບໍ່ຈື່ຊື່ໂຮງແຮມ) ຢູ່ ບ້ານນາຫວານນ້ອຍ ເມືອງໄຊ.

  1. ສະຖານທີ ການສຶກສາ :

1. ວິທະຍາໄລ ສ້າງແພດ ອຸດົມໄຊ 2.ໂຮງຮຽນວິຊາຊີບແຂວງອຸດົມໄຊ 3.ວິທະຍາໄລ ຣັຕນະ ບໍລິຫານທຸລະກິດ 4.ວິທະຍາໄລ ລາວນາໆຊາດ 5.ວິທະຍາໄລ KP IT 6.ໂຮງຮຽນ ນາຍສິບ (ຕຳຫຼວດ) 7.ວິທະຍາໄລ ກົດໝາຍ ແລະ ອື່ນໆ

  1. ຕະຫຼາດທີ່ສຳຄັນ:

1.ຕະຫຼາດ ລືໄຊ 2.ຊຸບເປີມາເກັດ ເຊິ່ງຊ່າງ 3.ຕະຫຼາດ ອຸດົມຊັບ 4.ຕະຫຼາດ ບ້ານຖິ່ນ 5.ຕະຫຼາດ ໜອງແມງດາ

  1. ໂຮງແຮມທີ່ມີຊື່ສຽງໃນເມືອງໄຊ:

1.ໂຮງແຮມ ເຊິ່ງຊ່າງ 2.ໂຮງແຮມ ແດນສະຫວັນ 3.ໂຮງແຮມ ສິງທອງ 4.ໂຮງແຮມ ງາມລາວ 5.ໂຮງແຮມ ມິດຕະພາບ 6.ໂຮງແຮມ ສຸຣິນພອນ 7.ໂຮງແຮມ ອຸດົມພົນ 8.ໂຮງແຮມ ຈຳປາແດງ 9.ໂຮງແຮມ ໄຊມຸງຄຸນ 10.ໂຮງແຮມ ຊ່ວງໄຊ ແລະ ໂຮງແຮມອື່ນໆອີກຢ່າງຫຼວງຫຼາຍ.