ແຂວງສາລະວັນ
ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ. ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື. ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
ແຂວງສາລະວັນເປັນແຂວງໜຶ່ງ ທີ່ມີຫຼາຍຊົນເຜົ່າມີຫຼາກຫຼາຍ ທາງດ້ານຮີດຄອງປະເພນີ ແລະ ວັດທະ ນະທຳມີທຳນອງ ການເສບ , ການຮ້ອງ ແລະ ການຂັບລຳຫຼາຍຢ່າງເປັນຕົ້ນແມ່ນ: ລຳສາລະວັນ, ລຳຄົງເຊໂດນ,ລຳຜູ້ໄທ,ລຳຕາລີມອນ, ລຳກະເລີ້ຍ ແລະ ອື່ນໆ ໃນການຂັບລຳຕ່າງໆ ກໍມີຄວາມມ່ວນຊື່ນອອນຊອນແຕກຕ່າງກັນ ໄປຕາມຈຸດພິເສດຂອງແຕ່ລະເຜົ່າ ແຕ່ຂັບລຳທີ່ໂດດເດັ່ນກ່ອນໝູ່, ມີຄ່ານິຍົມສູງ ແລະ ແຜ່ກວ້າງໃນທົ່ວແຂວງ, ທົ່ວປະເທດ ແລະ ຕ່າງປະເທດກໍແມ່ນຂັບລຳ: ສາລະວັນ
ແຂວງສາລະວັນ ເປັນແຂວງທີ່ຢູ່ທາງພາກໃຕ້ຂອງປະເທດລາວ ເປັນແຂວງທີ່ມີເສດຖະກິດພວມຂະຫຍາຍຕົວ, ມີຫຼາຍຊົນຊາດຊົນເຜົ່າດຳລົງຊີວິດຢູ່ດ້ວຍກັນ. ເມືອງເອກຂອງແຂວງ ແມ່ນ ເມືອງ ສາລະວັນ
ແຂວງສາລະວັນ
ເມືອງເອກ : ເມືອງສາລະວັນ
ເນື້ອທີ່ : 10,691 Km²
ປະຊາກອນ : 436,600 ຄົນ
ຄວາມໜ້າແໜ້ນ : 130 ຄົນ
ປະເທດລາວ 🇱🇦
ປະຫວັດແຂວງສາລະວັນ
[ດັດແກ້]ປະຫວັດຄວາມເປັນມາສາລະວັນ
ມີຊາຍແດນຕິດກັບ 3 ແຂວງ ແລະ 2 ປະເທດຄື:
- ທິດເໜືອ ຕິດກັບ ແຂວງ ສະຫວັນນະເຂດ
- ທິດໃຕ້ຕິດກັບ ແຂວງຈຳປາສັກ ແລະ ແຂວງເຊກອງ
- ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
- ທິດຕາເວັນຕົກຕິດກັບ ປະເທດໄທ
ປະຊາກອນ
[ດັດແກ້]ສາລະວັນ ປະກອບມີຫລາຍຊົນເຜົ່າດຳລົງຊີວິດຢູ່ລວມແລ້ວທັງຫມົດ 14 ຊົນເຜົ່າ ທີ່ມີພາສາປາກເວົ້າແຕກຕ່າງກັນ ລວມເຖິງຂະນົບທຳນຽມ, ຮີດຄອງປະເພນີ, ຄວາມເຊື່ອຖື ຂອງບັນດາເຜົ່າທີ່ບໍ່ຄືກັນ ຫາຍາກທີ່ຈະໄດ້ສຳຜັດກັບຄວາມຫລາກຫລາຍຂອງແຕ່ລະຊົນເຜົ່າ ເຊິ່ງສາມາດຖ່າຍທອດປະສົບການທາງດ້ານວັດທະນະທຳ ທີ່ນ້ອຍຫນັກນ້ອຍຫນາທີ່ຈະໄດ້ພົບເຫັນ. ປະກອບດ້ວຍລາວລຸ່ມ, ຂະໝຸ, ອາລັກ, ກະຕາງ, ກະຕູ, ແງະ,ຜູ້ໄທ, ຕະໂອ້ຍ, ປະໂກະ, ຕົງ, ຊ່ວຍ ຯລຯ. ເຊິ່ງແຕ່ລະຊົນເຜົ່າເຫລົ່ານັ້ນ ລ້ວນແຕ່ຕັ້ງບ້ານເຮືອນຢູ່ແບບກະແຈກກະຈາຍ ແລະ ຢຶດຖືອາຊີຍເຮັດນາເປັນຕົ້ນຕໍ, ພ້ອມກັນນັ້ນ ດ້ານການເຊື່ອຖືກແຕກຕ່າງກັນໂດຍສະ້າະຊົນເຜົ່າຕະໂອ້ຍມີວັດະຮທຳນັບຖືເທບເທວະດາຜູດຜີຍ່າງເຄັ່ງຄັດ
ບັນດາເມືອງ
[ດັດແກ້]ແຂວງສາລະວັນ ມີທັງໝົດ 8 ເມືອງຄື:
- ເມືອງສາລະວັນ (14-01)
- ເມືອງລະຄອນເພັງ (14-04)
- ເມືອງວາປີ (14-05)
- ເມືອງເລົ່າງາມ (14-07)
- ເມືອງຕຸ້ມລານ (14-03)
- ເມືອງຕະໂອ້ຍ (14-02)
- ເມືອງຄົງເຊໂດນ (14-06)
- ເມືອງສະໝ້ວຍ (14-08)
ສະຖານທີ່ທ່ອງທ່ຽວ
[ດັດແກ້]- ປ່າສະຫງວນແຫ່ງຊາດເຊບັ້ງນວນ
- ຕາດເລາະ
- ປ່າສະຫງວນແຫ່ງຊາດພູຊຽງທອງ
- ນ້ຳຕົກເຊເສດ
- ຕາດສູງ(ໄມຕຣີ ອັບເດດ)
- ນ້ຳຕົກຕາດເສນ(ໄມຕຣີ ອັບເດດ)
- ບຶງແຂ້
- ໝູ່ບ້ານກະຕັງ
- ໝູ່ບ້ານຕະໂອຍ
- ຊົນເຜົ່າລະເວນ
- ນ້ຳຕົກຕາດເທວະດາ
- ບຶງກຸດຈະເກີງ
- ບຶງຫຼົ່ມໂລກ
- ແກ້ງກຸ
- ຖ້ຳຝືດ(ໄມຕຣີ ອັບເດດ)
- ຖ້ຳ9ຮູພູຕາກເຂົ້າ(ໄມຕຣີ ອັບເດດ)
- ຄໍາຂວັນທ່ອງທ່ຽວ
- REDIRECT Template:ແຂວງຂອງລາວ