Jump to content

ປ່າສະຫງວນແຫ່ງຊາດເຊບັ້ງນວນ

ຈາກ ວິກິພີເດຍ

ປ່າ​ສະ­ຫງວນ​ແຫ່ງ​ຊາດເຊ​ບັ້ງ​ນວນ ແມ່ນ​ສະ­ຖານ­ທີ່​ທ່ອງທ່ຽວ​ແຫ່ງ​ຫນຶ່ງ​ທີ່​ນອນ​ໃນ​ຂອບເຂດ ແຂວງ​ສາ­ລະ​ວັນ, ໂດຍ​ສະເພາະ​ແມ່ນ​ສະ­ຫວັນ​ຂອງ​ນັກທ່ອງ​ທ່ຽວ​ຜູ້​ທີ່​ມັກ​ສຳ­ຜັດ​ກັບ​ທຳມະ​ຊາດ​ເປັນ​ຊີ­ວິດ​ຈິດ­ໃຈ​ດ້ວຍກິດ­ຈະ­ກຳ​ການ​ຍ່າງ​ປ່າ.

ສະ­ຖານ­ທີ່​ທ່ອງ​ທ່ຽວ​ແຫ່ງນີ້ ມີ​ເນື້ອ­ທີ່​ທັງ​ຫມົດ​ເຖິງ 1,260 ກິ​ໂລ​ຕາ​ແມັດ, ກວມ​ເອົາ​ທາງ​ທິດ­ຕາ­ເວັນ­ຕົກ​ສຽງ​ເຫນືອ​ຂອງ​ແຂວງ​ສາ­ລະ​ວັນ​ເປັນ​ສ່ວນ​ໃຫຍ່ ແລະອີກ​ສ່ວນ​ຫນຶ່ງ​ຂອງ​ແຂວງ ສະ­ຫວັນ​ນະ​ເຂດ, ຖືກ​ຄົ້ນ​ພົບ ແລະ ປະ­ກາດ​ເປັນ​ປ່າ​ສະ­ຫງວນ​ແຫ່ງຊາດ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 29 ຕຸ­ລາ 1993, ກວມ​ເອົາ 6 ຕົວ​ເມືອງ​ຄື ເມືອງ​ສອງ​ຄອນ, ອາດ​ສະ­ພັງ​ທອງ (ສອງ​ຕົວ​ເມືອງນີ້ ແມ່ນ​ຂຶ້ນ​ກັບ​ແຂວງ​ສະ­ຫວັນນະ​ເຂດ), ເມືອງ​ວາ­ປີ, ສາ­ລະ​ວັນ, ຕຸ້ມ​ລານ ແລະ ລະ­ຄອນ​ເພັງ (ແຂວງ​ສາ­ລະ​ວັນ), ມີ 60 ກວ່າຫມູ່​ບ້ານ​ທີ່​ມີ​ປະ­ຊາ­ກອນ​ອາ­ໄສ​ຢູ່ເປັນ​ຈຳ ­ນວນ​ຫລາຍ ແລະ ປະ­ຊາຊົນ​ສ່ວນ​ໃຫຍ່​ແມ່ນ​ຢຶດ​ຖື​ອາ­ຊີບການ​ເຮັດ​ນາ, ຫາ​ປາ ແລະ ຫາເຄື່ອງ​ປ່າ​ຂອງ​ດົງ ເພື່ອ​ສ້າງ​ລາຍໄດ້​ໃຫ້​ແກ່​ຄອບ­ຄົວ​ເນື່ອງ​ຈາ​ກວ່າປ່າ​ສະ­ຫງວນ​ແຫ່ງ​ຊາດ​ດັ່ງ­ກ່າວ​ນີ້ ມີ​ຄວາມ​ອຸ­ດົມ­ສົມ­ບູນ​ອັນ​ປະ­ກອບດ້ວຍ​ປ່າ­ໄມ້​ປົກ​ຫຸ້ມ​ຫລາຍ​ເຖິງ 87% ໃນ​ນັ້ນ ເປັນ​ປະ­ເພດ​ປ່າ­ດົງດິບ ກວມ 39%, ປ່າ​ໂຄກ 21%, ປ່າ​ປະ­ສົມ 27% ແລະ​ອື່ນໆ​ອີກ 12%, ສຳ­ລັບ​ຈຳ­ນວນ​ປະ­ຊາກອນ​ສັດ­ປ່າ​ທີ່​ອາ­ໄສ​ຢູ່​ໃນ​ເຂດ​ປ່າສະ­ຫງວນ​ແຫ່ງ​ນີ້ ປະ­ຈຸ​ບັນ​ທາງພາກ­ສ່ວນ​ກ່ຽວ­ຂ້ອງ​ຍັງ​ບໍ່​ສາ­ມາດເກັບ​ກຳ​ຂໍ້​ມູນ ແລະສຶກ​ສາ​ສຳຫລວດ​ຢ່າງ​ລະ­ອຽດ​ເທື່ອແຕ່​ກໍ່ມີ​ສັດ­ປ່າ​ຫລາຍ ​ຊະ­ນິດ​ອາ­ໄສ​ຢູ່​ບໍ່ວ່າ​ຈະ​ເປັນ​ປະ­ເພດ​ສັດ​ເລືອ​ຄານ, ສັດ​ປີກ, ສັດ­ລ້ຽງ​ລູກ​ດ້ວຍ​ນ້ຳ​ນົມ ແລະ ອື່ນໆ.

ຢ່າງ­ໃດ​ກໍ່​ຕາມ ນອກ­ຈາກຄວາມ​ອຸ­ດົມ­ສົມ­ບູນ​ຂອງ​ປ່າ­ໄມ້ ແລະ ສັດ­ປ່າ​ແລ້ວ​ກໍ່​ຍັງ​ມີ​ສາຍ​ນ້ຳເຊ​ບັ້ງ​ນວນ ອັນ​ປຽບ​ເຫມືອນສາຍ­ເລືອດ​ຂອງ​ປະ­ຊາ­ຊົນ​ທີ່​ອາໄສ​ຢູ່​ໃນ​ເຂດ​ດັ່ງ­ກ່າວ ເມື່ອ​ເວົ້າ ເຖິງ​ລະ­ບົບ​ພູມ​ສັນ­ຖານ​ກໍ່​ຄື ເຂດພູ­ມິ​ປະ­ເທດ​ທີ່­ຢູ່​ອ້ອມ​ຂ້າງ​ປ່າ​ສະຫງວນ​ແຫ່ງ​ຊາດ​ເຊ​ບັ້ງ​ນວນ​ກໍ່ອຸ­ດົມ­ສົມ­ບູນບໍ່​ວ່າ​ຈະ​ເປັນ​ຫນ້າຜາ​ທີ່​ສູງ​ຊັນ ເຊິ່ງ​ເຫມາະ​ສົມ​ໃນການ​ປີນ​ໄຕ​ໃຝ່​ຫາ​ປະ­ສົບ​ການ​ ຂອງບັນ­ດາ​ນັກ​ປີນ​ພູ​ທັງ­ຫລາຍ, ຖ້າຫາກ​ນັກ​ທ່ອງ​ທ່ຽວ​ຄົນ​ໃດ​ສົນ­ໃຈຢາກ​ໄປ​ສຳ­ຜັດ​ທີ່​ປ່າ​ສະ­ຫງວນແຫ່ງ​ນີ້ ກໍ່​ສາ­ມາດ​ຕິດ­ຕໍ່​ສອບ​ຖາມຂໍ້​ມູນ​ລາຍ​ລະ­ອຽດ​ຕ່າງໆ​ໄດ້​ທີ່​ພະແນກ​ທ່ອງ​ທ່ຽວແຂວງ ​ສາ­ລະ​ວັນຮັບ­ຮອງ​ຈະ​ບໍ່​ຜິດ​ຫວັງ.