ອາລັກ

ຈາກ ວິກິພີເດຍ

ເຜົ່າອາລັກກໍ່ແມ່ນອີກຊົນ­ເຜົ່າ ຫນຶ່ງທີ່ດຳ­ລົງຊີ­ວິດຢູ່ແຂວງສາລະວັນ ເຊິ່ງມີພົນ­ລະ­ເມືອງທັງຫມົດ 17.000 ຄົນ ໃນທົ່ວແຂວງສາ­ລະວັນ, ສ່ວນໃຫຍ່ແລ້ວ ຊົນ­ເຜົ່າເຫລົ່ານີ້ແມ່ນເຄື່ອນຍ້າຍມາຈາກເຂດພູສູງຂອງປະເທດຫວຽດ­ນາມ, ສຳ­ລັບງານບຸນທີ່ພວກເຂົາ­ເຈົ້າມັກຈັດເປັນປະ­ຈຳ ກໍ່ຄືການບູ­ຊາຜີດ້ວຍການຂ້າຄວາຍ ຫລື ຖ້າຄອບ­ຄົວໃດມີລາຍຮັບຕ່ຳກໍ່ຂ້າໄກ່ເປັນການແກ້ເຄາະເຂັນບໍ່ໃຫ້ເກີດໄພຮ້າຍຕ່າງໆຕາມມາ