ອະນຸສາວະລີ ປະທານໄກສອນ ພົມວິຫານ

ຈາກ ວິກິພີເດຍ

ອະນຸສາວະລີປະທານໄກສອນ ພົມວິຫານ : ຕັ້ງຢູ່ຫ່າງຈາກວັດຫລວງລັດຕະນາລາມ 300 ແມັດ ອະນຸສາວະລີປະທານໄກສອນ ພົມວິຫານ ເປັນອະນຸສາວະລີສີຂາວຕັ້ງເດັ່ນຢູ່ກາງສະຫນາມກວ້າງ ທີ່ຊາວບ້ານໃຊ້ຈັດພິທີການສຳຄັນໆ ຂອງເມືອງ ໂດຍ ອະນຸສາວະລີສູນກາງທີ່ໃຫຍ່ທີ່ສຸດສະຫລັກຄຳວ່າ “ປະເທດຊາດ ຈາລຶກ ບຸນຄຸນ“ ດ້ານຊ້າຍມືສະຫລັກຄຳວ່າວີລະຊົນ ນາງແຮ່ວ ທາດນ້ອຍ ແລະ ດ້ານຂວາສະຫລັກຄຳວ່າ ຈາລຶກວີລະຊົນ ຈັນທາ ທາດນ້ອຍ ວາງເດັ່ນມີຮົ້ວສີຂາວອ້ອມຮອບ ຖັດມານອກຮົ້ວມີລານເວທີ ຊິງຊ້າສະຫວັນໃຫ້ເດັກຫລິ້ນ ແລະ ມີຮູບປັ້ນທ່ານປະທານໄກສອນ ພົມວິຫານ ອະດີດປະທານປະເທດຂອງລາວ ເຄິ່ງຕົວຕັ້ງຢູ່ ຫາກໄດ້ມາກ່ອນຕາເວັນຕົກດິນ ແສງຕະເວັນຈາກທິດຕະເວັນຕົກຈະສ່ອງເຂົ້າມາຍັງຕົວ ອະນຸສາວະລີ ເປັນແສງສີສົ້ມອົມເຫລືອງຕັດກັບສີຂາວຂອງອະນຸສາວະລີສວຍງາມຫລາຍ (ປະຈຸບັນໄດ້ມີການປັບປຸງໂຄງລ່າງຕົວເມືອງ ແລະ ອະນຸສາວະລີນັກຮົບນິລະນາມ ໄດ້ປະດິດສະຖານຢູ່ກ້ຳຂວາມື ຂອງວະນຸສາວະລີປະທານໄກສອນ ພົມວິຫານ ແລະ ໄດ້ປັບແຕ່ງວໍລີເວນອ້ອມຂ້າງ ຢ່າງສວຍງາມ ແລະ ສົມກຽດ).