ປະເທດກຳປູເຈຍ
| |||||
ຄຳຂວັນ: ជាតិ សាសនា ព្រះមហាក្សត្រ ຊາດ ສາດສະໜາ ພະມະຫາກະສັດ | |||||
ເພງຊາດ: បទនគររាជ ນະຄອນລາດ | |||||
![]() | |||||
ນະຄອນຫລວງ | ພະນົມເປັນ 11°33′N 104°55′E / 11.550°N 104.917°E
| ||||
ເມືອງໃຫຍ່ສຸດ | ພະນົມເປັນ | ||||
ພາສາລັດຖະການ | ພາສາຂະເໝນ | ||||
ລັດຖະບານ | ປະຊາທິປະໄຕແບບລັດຖະສະພາ ໂດຍມີພະມະຫາກະສັດຊົງເປັນປະມຸກ | ||||
- ພະມະຫາກະສັດ | ສົມເດັດພະເຈົ້າມະຫາຊີວິດ ໂນຣະດົມ ສີຫາໂມນີ | ||||
- ນາຍົກລັດຖະມົນຕີ | ຮູນ ເຊັນ | ||||
ເອກະລາດ | |||||
- ຈາກ ຝຣັ່ງ | 9 ພະຈິກ ຄ.ສ. 1954 | ||||
ພື້ນທີ່ - ທັ້ງໝົດ - ພື້ນນ້ຳ(%) |
181.035 ກມ.² (ອັນດັບທີ່ 88) ໄມລ໌² 2,5 | ||||
ປະຊາກອນ - ກໍລະກົດ ຄ.ສ. 2008ປະມານ - 1998 - ປະຊາກອນ |
14.241.640 (ອັນດັບທີ່ 63) 11.437.656 78/ກມ.² (ອັນດັບທີ່ 112) /ໄມລ໌² | ||||
GDP (PPP) -ລວມ -ຕໍ່ປະຊາກອນ | 2006ຄ່າປະມານ $36,82 ພັນລ້ານໂດລາສະຫະລັດ (ອັນດັບທີ່ 89) 2.600 ໂດລາສະຫະລັດ (ອັນດັບທີ່ 133) | ||||
HDI (2007) | 0,598 (ອັນດັບທີ່ 131) – ປານກາງ | ||||
ສະກຸນເງິນ | ເຣລ ([[ISO 4217|]] ) | ||||
ເຂດເວລາ | (UTC+7) | ||||
ລະຫັດອິນເຕີເນັດ | .kh | ||||
ລະຫັດໂທລະສັບ | +855 |
ກຳປູເຈຍ (ຂະເໝນ: ព្រះរាជាណាចក្រកម្ពុជា; Preăh Réachéanachâkr Kâmpŭchea) ແມ່ນ ປະເທດໜຶ່ງ ຢູ່ ອາຊີອາຄະເນ ທີ່ມີປະຊາກອນ ຫຼາຍກວ່າ 17 ລ້ານຄົນ.[໑] ປະເທດກຳປູເຈຍ ຫຼື ກຳປູເຈຍ ແມ່ນ ຣັດສືບທອດ ຂອງ ຈັກກະວັດຂະແມຣ໌ ເຊິ່ງ ແມ່ນ ຣັດຮິນດູ ແລະ ພຸດ ທີ່ ປົກຄອງ ເກືອບທັງໝົດ ແຫຼມອິນດູຈີນແຕ່ ສັດຕະວັດ ທີ່ 11 ຫາ 14. ແຕ່ປະສົບໄພສົງຄາມ ຕັງແຕ່ ລັດຖະປະຫານ ໂດຍ ນາຍພົນ ລອນນອນ ໃນປີ ຄ.ສ. 1970 ຈົນຮອດ ປີ ຄ.ສ. 1993 ການເລືອກຕັ້ງທີ່ຈັດຂື້ນໂດຍ ຫ້ອງການຂອງອົງການສະຫະປະຊາຊາດປະຈຳປະເທດກຳປູເຈຍ ນຳໂດຍ ທ່ານ ຢະຊຶຊິ ອະກະຊິ ໃນເວລານັ້ນ. ນອກຈາກ ຄົນຂະເໝນ ທີ່ນັບຖືສາສະໜາພຸດເຖຣະວາດ ເປັນສ່ວນຫຼາຍ ຍັງມີ ຄົນຈາມ ທີ່ ນັບຖືສາສະໜາອິສລາມ, ຄົນເຊື້ອສາຍຫວຽດນາມ, ຄົນເຊື້ອສາຍຈີນ ແລະ ຊາວພູດອຍທີ່ນັບຖື ບັນພະບຸລຸດ ອີກ.
ປະເທດກຳປູເຈຍ ມີ ຊາຍແດນຕິດກັບ ປະເທດລາວ ຢູ່ທາງພາກຕາເວັນອອກສຽງເໜືອ, ປະເທດຫວຽດນາມ ຢູ່ທາງພາກຕາເວັນອອກ ແລະ ຕາເວັນອອກສຽງໃຕ້, ອ່າວໄທ ຢູ່ທາງພາກໃຕ້, ປະເທດໄທ ຢູ່ທາງພາກຕາເວັນຕົກ ແລະ ຕາເວັນຕົກສຽງເໜືອ. ປະເທດກຳປູເຈຍ ມີ ສອງແມ່ນໍ້າໃຫຍ່ ທີ່ມີຄວາມສຳຄັນ ທັງທາງດ້ານພູມສາດ ແລະ ການດຳລົງຊີວິດ ຄື: ແມ່ນໍ້າຂອງ (ພາສາຂະເໝນ ແມ່ນ ຕົງເລທົມ) ແລະ ທະເລສາບ (ພາສາຂະເໝນ ແມ່ນ ຕົງເລສາບ).
ອຸດສາຫະກຳຫຼັກ ຂອງ ກຳປູເຈຍ ແມ່ນ ອຸດສາຫະກຳຕັດຫຍິບ, ອຸດສາຫະກຳການທ່ອງທ່ຽວ ແລະ ອຸດສາຫະກຳການກໍ່ສ້າງ. ໃນຫຼາຍປີຫຼັງ, ມູນລະຄ່າສົ່ງອອກໂດຍອຸດສາຫະກຳຕັດຫຍິບ ກວມຫຼາຍກວ່າ 80 ສ່ວນຮ້ອຍ ຂອງມູນຄ່າສົ່ງອອກທັງໝົດ.ໃນປີ 2007, ມີນັກທ່ອງທ່ຽວຢ້ຽມຢາມ ວັດອັງກໍ ຫຼາຍກວ່າ 4 ລ້ານຄົນ. ນອກຈາກນີ ຍັງມີການຄົ້ນພົບ ນໍ້າມັນ ແລະ ອາຍກາສທຳມະຊາດ ຢູ່ ທະເລໃນອານາເຂດຂອງ ກຳປູເຈຍ ໃນ ປີ 2005 ທີ່ວ່າກັນວ່າ ຈະສາມາດພັດທະນາເພື່ອເລີມມສົ່ງອອກ ໃນ ປີ 2011 ແລະ ຄາດວ່າຈະສົ່ງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ການພັດທະນາທາງເສດຖະກິດ ຂອງປະເທດນີ້.
ນະຄອນ ແລະ ແຂວງ[ດັດແກ້]
ປະເທດກຳປູເຈຍ ແບ່ງເຂດປົກຄອງອອກເປັນ 20 ແຂວງ (ພາສາອັງກິດ: provinces; ພາສາຂະເໝນ: ខេត្ត(ເຂດ)) ແລະ 4 ນະຄອນ (ພາສາອັງກິດ: municipalities; ພາສາຂະເໝນ: ក្រុង(ກຣົງ))
ຊື່ | ເມືອງເອກ | ເນື້ອທີ່ (km²) | ປະຊາກອນ (ປີ 1998) |
---|---|---|---|
1. ແຂວງບັນຕຽຍມຽນແຈັຍ (Banteay Meanchey) | ເມືອງສີໂສພົນ | 6,679 | 577,772 |
2. ແຂວງບັດຕຳບອງ (Battambang) | ເມືອງບັດຕຳບອງ | 11,702 | 793,129 |
3. ແຂວງກຳປົງຈາມ (Kampong Cham) | ເມືອງກຳປົງຈມ | 9,799 | 1,608,914 |
4. ແຂວງກຳປົງຊນັງ (Kampong Chhnang) | ເມືອງກຳປົງຊນັງ | 5,421 | 417,693 |
5. ແຂວງກຳປົງເສປີ (Kampong Speu) | ເມືອງກຳປົງເສປີ | 7,017 | 598,882 |
6. ແຂວງກຳປົງທົມ (Kampong Thom) | ເມືອງກຳປົງທົມ | 13,814 | 569,060 |
7. ແຂວງກຳປົດ (Kampot) | ເມືອງກຳປົດ | 4,873 | 528,405 |
8. ແຂວງກັນດາລ (Kandal) | ເມືອງທ່າເຂມາ | 3,568 | 1,075,125 |
9. ແຂວງເກາະກົງ (Koh Kong) | ເມືອງເກາະກົງ | 11,160 | 132,106 |
10. ນະຄອນເເກັບ (Kep) | - | 336 | 28,660 |
11. ແຂວງກຣະເຈ (Kratié) | ເມືອງກຣະເຈ | 11,094 | 263,175 |
12. ແຂວງມົງດຸລຄີຣີ (Mondulkiri) | ເມືອງສະແໜມໂນຣົມ | 14,228 | 32,407 |
13. ແຂວງໂອດດາຣ໌ມຽນແຈັຍ (Oddar Meancheay) | ເມືອງສຳໂຣງ | 6,158 | 68,279 |
14. ນະຄອນໄພລິນ (Pailin) | - | 803 | 22,906 |
15. ນະຄອນພະນົມເປັນ (Phnom Penh) | - | 376 | 2,009,264 |
16. ນະຄອນສີຫານຸກວິລ (Sihanoukville, Kampong Som) | - | 868 | 235,190 |
17. ແຂວງເປຣັຍວິເຮຍ (Preah Vihear) | ເມືອງພະນົມຕະເບັງມຽນແຈັຍ | 13,788 | 119,261 |
18. ແຂວງໂພທິສັດ (Pursat) | ເມືອງໂພທິສັດ | 12,692 | 360,445 |
19. ແຂວງເປຣວຽງ (Prey Veng) | ເມືອງເປຣຢວຽງ | 4,883 | 946,042 |
20. ແຂວງຣັດຕະນະຄີຣີ (Ratanakiri) | ເມືອງບ້ານລຸງ | 10,782 | 94,243 |
21. ແຂວງສຽມຣຽບ (Siem Reap) | ເມືອງສຽມຣຽບ | 10,299 | 696,164 |
22. ແຂວງສະຕຶງເເຕຣງ (Stung Treng) | ເມືອງສະຕຶງເເຕຣງ | 11,092 | 81,074 |
23. ແຂວງສວາຍຣຽງ (Svay Rieng) | ເມືອງສວາຍຣຽງ | 2,966 | 478,252 |
24. ແຂວງຕາແກ້ວ (Takéo) | ເມືອງຕາແກ້ວ | 3,563 | 790,168 |
ອ້າງອິງ[ດັດແກ້]
ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ | ||
---|---|---|
ປະເທດສະມາຊິກ | ກຳປູເຈຍ · ສິງກະໂປ · ໄທ · ບຣູໄນ · ຟີລິບປິນ · ມາເລເຊຍ · ມຽນມາ · ລາວ · ຫວຽດນາມ · ອິນໂດເນເຊຍ | ![]() |
ປະເທດສັງເກດການ | ຕີມໍ-ເລສເຕ · ປາປົວນິວກິນີ | |
ການບໍລິຫານ | ກົດບັດ · ເຂດການຄ້າເສລີ · Customs union · ປະຊາຄົມເສດຖະກິດ | |
ສັນຍະລັກ | ເພງ · ທຸງ · ຄຳຂວັນ · ກາສັນຍະລັກ · ພາສາອາຊຽນ | |
ການປະຊຸມ | ການປະຊຸມສຸດຍອດ · ອາຊຽນ +3 · AMU · ASEAN Regional Forum · ASEM · ການປະຊຸມສຸດຍອດອາຊີຕາເວັນອອກ · CEPEA · ຂໍ້ລິເລີ່ມຊຽງໃໝ່ | |
ອື່ນໆ | ເວລາມາຕະຖານ · ປະຕິນຍາບາງກອກ · Organizations · ຊີເກມ · ເລຂາທິການ · ສົນທິສັນຍາໄມຕີແລະຄວາມຮ່ວມມື · ຕະຫຼາດຫຼັກຊັບອາຊຽນ |