ຮຸນ ເຊນ

ຈອມພົນ ສົມເດັດພະອັກຄະມະຫາເສນາບໍດີ ເຕໂຈ ຮຸນ ເຊນ (ຂະແມ: សម្តេចអគ្គមហាសេនាបតី តេជោ ហ៊ុន សែន)[1] ຫຼືເອີ້ນສັ້ນວ່າ ຮຸນ ເຊນ (ຂະແມ: ហ៊ុន សែន; ເກີດ 5 ສິງຫາ ຄ.ສ. 1952) ເປັນນາຍົກລັດຖະມົນຕີຂອງປະເທດກຳປູເຈຍແຕ່ວັນທີ 14 ມັງກອນປີ 1985,[2] ທ່ານເປັນນາຍົກລັດຖະມົນຕີທີ່ດຳລົງຕຳແໜ່ງໃນກຳປູເຈຍດົນທີ່ສຸດ ແລະເປັນນາຍົກລັດຖະມົນຕີທີ່ດຳລົງຕຳແໜ່ງຍາວທີ່ສຸດໃນໂລກ[3] ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແລະ ນາຍົກລັດຖະມົນຕີກຳປູເຈຍເປັນເວລາ 38 ປີ, 5 ເດືອນ 1 ອາທິດ. ເປັນຜູ້ນຳທີ່ມີອິດທິພົນຫຼາຍໃນການເມືອງກຳປູເຈຍ ແລະ ເປັນຜູ້ທີ່ມີປະສົບການດ້ານການເມືອງມາກ່ອນທີ່ຈະກາຍເປັນນາຍົກລັດຖະມົນຕີ.
ໃນປີ 2023, ທ່ານ ຮຸນ ເຊນ ໄດ້ປະກາດລາອອກຈາກຕຳແໜ່ງນາຍົກລັດຖະມົນຕີ ແລະ ມອບຕຳແໜ່ງໃຫ້ລູກຊາຍຂອງທ່ານ, ທ່ານ ຮຸນ ມາເນດ.[4] ເຖິງຢ່າງໃດກໍ່ຕາມ, ທ່ານຍັງຄົງມີບົດບາດສຳຄັນໃນການເມືອງກຳປູເຈຍ. ທ່ານ ຮຸນ ເຊນ ເປັນຜູ້ນຳທີ່ມີທັງຜູ້ສະໜັບສະໜູນ ແລະ ຜູ້ຄັດຄ້ານ, ແຕ່ບໍ່ວ່າແານປະເມີນຈະເປັນແນວໃດ, ທ່ານກໍ່ເປັນຜູ້ທີ່ມີອິດທິພົນຫຼາຍໃນປະຫວັດສາດກຳປູເຈຍ.
ປະຫວັດ
[ດັດແກ້]ທ່ານ ຮຸນ ເຊນ ເກີດໃນວັນທີ 5 ສິງຫາ 1952 ໃນບ້ານປຽມເກາະສະນາ, ແຂວງກຳປົງຈາມ, ປະເທດກຳປູເຈຍ[5]. ທ່ານເຂົ້າຮ່ວມຂະບວນການເມືອງຕັ້ງແຕ່ຍັງນ້ອຍ ແລະ ໄດ້ຮັບຕຳແໜ່ງສຳຄັນໃນພັກປະຊາຊົນກຳປູເຈຍ.
ອ້າງອິງ
[ດັດແກ້]- ↑ "Welcome, Lord Prime Minister: Cambodian media told to use leader's full royal title". The Guardian. 12 May 2016. ຄົ້ນຫາເມື່ອ 26 September 2016.
- ↑ "Cambodia's prime minister has wrecked a 25-year push for democracy". The Economist. 12 October 2017.
- ↑ "Cambodia's Hun Sen, one of world's longest-serving leaders, to step down after 4 decades in power". cbsnews.com. 2023-07-26.
- ↑ "Prime Minister Hun Sen announces resignation". Khmer Times. 26 July 2023. ຄົ້ນຫາເມື່ອ 26 July 2023.
- ↑ Mehta, Harish C.; Mehta, Julie B. (2013). Strongman: The Extraordinary Life of Hun Sen: The Extraordinary Life of Hun Sen (ພາສາອັງກິດ). Marshall Cavendish International Asia Pte Ltd. pp. 62, 73. ISBN 978-981-4484-60-2.