ນິກາຍເຖຣະວາດ

ຈາກ ວິກິພີເດຍ

ເຖລະວາດ, sthaviravada ສະຖະວິລິວາດ ໂດຍສັບແປວ່າ "ຕາມແນວທາງຂອງພະເຖລະ" ເປັນຊື່ຂອງ ນິກາຍ ທີ່ເກົ່າແກ່ທີ່ສຸດໃນ ສາດສະໜາພຸດ ໃນພຸດທະສາສະຫນາຝ່າຍມະຫາຍານ ຮຽກນິກາຍນີ້ວ່າ ຫິນະຍານ ຫລື ຫີນະຍານ.

ນິກາຍເຖລະວາດ ເປັນນິກາຍຫລັກ ທີ່ໄດ້ຮັບການນັບຖືໃນ ປະເທດສີລັງກາ (ປະມານ 70% ຂອງປະຊາກອນທັງໝົດ ແລະ ປະເທດໃນແຜ່ນດິນ ອາຊີຕາເວັນອອກສຽງໃຕ້ ໄດ້ແກ່ ໄທ ກຳປູເຈຍ ລາວ ແລະ ມຽນມາ ນິກາຍເຖລະວາດໄດ້ຮັບການນັບຖືເປັນສ່ວນນ້ອຍໃນ ປະເທດຈີນ ແລະ ຫວຽດນາມ ໂດຍສະເພາະໃນ ແຂວງຢູນນານ ເນປານ ບັງຄະລາເດດ ທີ່ ເຂດຈິດຕະກອງ ຫວຽດນາມ ທາງຕອນໃຕ້ໃກ້ຊາຍແດນ ກຳປູເຈຍ ມາເລເຊຍ ມີນັບຖືທາງຕອນເໜືອຂອງປະເທດ ມີສາສະນິກະຊົນ ສ່ວນໃຫຍ່ເປັນເຊື້ອສາຍ ໄທ ແລະ ສິງຫົນ ຕົວເລກຜູ້ນັບຖືສາສະຫນາພຸດ ນິກາຍເຖລະວາດມີຢູ່ປະມານ 100 ລ້ານຄົນ. ສຳລັບປະເທດລາວ ມີຜູ້ນັບຖືສາສະໜາພຸດ ປະມານ 80% ຂອງຈຳນວນປະຊາກອນທັງໝົດ.

ຄວາມເປັນມາຂອງນິກາຍເຖລະວາດ[ດັດແກ້]

ຫລັງຈາກ ພະພຸດທະເຈົ້າ ສະເດັດດັບຂັນປະລິນິບພານໄດ້ 3 ເດືອນ ພະສາວົກຜູ້ໄດ້ເຄຍໄດ້ສະດັບຄຳສັ່ງສອນຂອງພະອົງຈຳນວນ 500 ຮູບ ກໍປະຊຸມເຮັດ ສັງຄາຍະນາ ເທື່ອທຳອິດ ທີ່ ຖ້ຳສັດຕະບັນຄູຫາ ໃກ້ເມືອງ ລາຊະຄຶ ແຄວ້ນ ມະຄົດ ໃຊ້ເວລາສອບທານຢູ່ 7 ເດືອນ ຈຶ່ງປະມວນຄຳສອນຂອງພະພຸດທະເຈົ້າໄດ້ສຳເລັດເປັນເທື່ອທຳອິດ ນັບເປັນບໍ່ເກີດຂອງຄຳພີ ພະໄຕຣປິດົກ ຄຳສອນທີ່ລົງມະຕິກັນໄວ້ໃນຄັ້ງ ປະຖົມສັງຄາຍະນາ ແລະ ໄດ້ນັບຖືກັນສືບມາ ເອີ້ນວ່າ ເຖລະວາດ ແປວ່າ ຄຳສອນທີ່ວາງໄວ້ເປັນຫລັກການໂດຍພະເຖລະ ຄຳວ່າ ເຖລະ ໃນທີ່ນີ້ ໝາຍເຖິງ ພະເຖລະຜູ້ປະຊຸມເຮັດສັງຄາຍະນາເທື່ອແຮກ ແລະ ພະພຸດທະສາສະຫນາຊຶ່ງຖືຕາມຫລັກທີ່ໄດ້ສັງຄາຍະນາເທື່ອແຮກດັ່ງກ່າວ ເອີ້ນວ່າ ນິກາຍເຖລະວາດ ອັນໝາຍເຖິງ ຄະນະສົງກຸ່ມທີ່ຍຶດຄຳສັ່ງສອນຂອງພະພຸດທະເຈົ້າ ທັງຖ້ອຍຄຳ ແລະ ເນື້ອຄວາມທີ່ທ່ານສັງຄາຍະນາໄວ້ໂດຍເຄັ່ງຄັດ ຕະຫລອດຈົນຮັກສາ ແມ່ນແຕ່ຕົວພາສາດັ້ງເດີມຄື ພາສາບາລີ ຫລື

ນິກາຍຍ່ອຍ[ດັດແກ້]

ນິກາຍເຖລະວາດ ຍັງມີນິກາຍທີ່ແບ່ງຍ່ອຍອອກໄປອີກຈາກເດີມ ມີຄວາມແຕກຕ່າງກັນນຳຕາມທ້ອງຖິ່ນນັ້ນໆ ໂດຍນິກາຍຍ່ອຍຂອງເຖລະວາດມີຢູ່ ໄດ້ແກ່: