ປະເທດສີລັງກາ
ສີລັງກາ (ສິງຫະລະ: ශ්රී ලංකා; ທະມິນ: இலங்கை) ຫຼືຊື່ທາງການວ່າ ສາທາລະນະລັດສັງຄົມນິຍົມປະຊາທິປະໄຕສີລັງກາ (ສິງຫະລະ: ශ්රී ලංකා ප්රජාතාන්ත්රික සමාජවාදී ජනරජය; ທະມິນ: இலங்கை சனநாயக சோசலிசக் குடியரசு) ແມ່ນປະເທດເກາະໃນມະຫາສະໝຸດອິນເດຍຕອນເໜືອ ນອກຊາຍຝັ່ງຕາເວັນອອກສຽງໃຕ້ຂອງອະນຸທະວີບອິນເດຍ ຊື່ໃນອະດີດໄດ້ແກ່ ລັງກາ ລັງກາທະວີບ ສິງຫະລະທະວີບ ແລະ ຊີລອນ ຊຶ່ງເປັນຊື່ທີ່ໃຊ້ໃນສະໄໝອານານິຄົມຈົນຮອດ ຄ.ສ. 1974 ມີພົມແດນທາງທະເລຕິດຕໍ່ກັບອິນເດຍທາງທິດຕາເວັນຕົກສຽງເໜືອ ແລະມັນດີບທາງທິດຕາເວັນຕົກສຽງໃຕ້
ພູມສາດ[ແກ້ໄຂ]
ສ່ວນໃຫຍ່ເປັນພື້ນທີ່ຮາບພຽງລູກຄື່ນ ມີພູສູງ ມີພື້ນທີ່ຮາບພຽງເປັນບໍລິເວນແຄບ ມີພົມແດນທາງທະເລທິດຕາເວັນຕົກສຽງເໜືອຕິດກັບປະເທດອິນເດຍ
ພູມອາກາດ[ແກ້ໄຂ]
ອາກາດຊ່ວງພື້ນທີ່ຮາບພຽງ ພູມອາກາດຂອງໂຄລຳໂບຈະຢູ່ປະມານທີ 27 ອົງສາ ໃນພື້ນທີ່ຮາບພຽງສູງອາກາດຈະເຢັນ ອຸນຫະພູມສາມາດລົງເຖິງ 16 ອົງສາ ຈາກພູທີ່ມີຄວາມສູງ 2,000 ແມັດ ເໜືອລະດັບນ້ຳທະເລ ແດດອອກຕະຫຼອດທັງວັນ ຊ່ວງລົມມໍລະສຸມອາກາດຂອງສີລັງກາ ລົມມໍລະສຸມທາງຕາເວັນອອກສຽງໃຕ້ຈະນຳພາຝົນມາດ້ວຍຕັ້ງແຕ່ເດືອນ ພຶດສະພາ ເຖິງ ກໍລະກົດ ແລະພັດຕໍ່ໄປທາງຕາເວັນຕົກສຽງເໜືອ ທາງຕອນໃຕ້ແລະທາງພາກກາງ ແຕ່ພາກເໜືອແລະພາກຕາເວັນອອກຈະໄດ້ຮັບອິດທິພົນລົມມໍລະສຸມຕາເວັນອອກສຽງເໜືອ ໃນຊ່ວງເດືອນ ທັນວາ ເຖິງ ມັງກອນ
ປະຫວັດສາດ[ແກ້ໄຂ]
- ເບິ່ງບົດຄວາມຫຼັກທີ່ ປະຫວັດສາດສີລັງກາ
ຍຸກກ່ອນປະຫວັດສາດ[ແກ້ໄຂ]
ຊາວສິງຫະລະແລະຊາວທະມິນເຂົ້າມາກໍ່ຮ່າງສ້າງໂຕຢູ່ໃນສີລັງກາປະມານ 500 ປີ ແລະ 300 ປີກ່ອນຄະລິດຕະການຕາມລຳດັບ ໂດຍຕ່າງກໍຍົກຖິ່ນຍ້າຍຖານມາຈາກອິນເດຍ ອານາຈັກສິງຫະລະໄດ້ກໍ່ຕັ້ງຂຶ້ນໃນບໍລິເວນພື້ນທີ່ຮາບພຽງທາງພາກເໜືອຂອງສີລັງກາ ໂດຍມີເມືອງອະນຸລາທະປຸລະເປັນນະຄອນຫຼວງແຫ່ງທຳອິດດົນນານເຖິງປະມານ 1,200 ປີ ຕໍ່ມາໃນສະຕະວັດທີ 13 ຈຶ່ງໄດ້ເສື່ອມລົງ ພ້ອມກັບການເກີດຂຶ້ນຂອງອານາຈັກທະມິນ ໂດຍມີເມືອງໂປລອນນາລຸວະເປັນນະຄອນຫຼວງດົນນານປະມານ 200 ປີ ຊາວທະມິນຈຶ່ງໄດ້ຍົກຖິ່ນຍ້າຍຖານໄປຕັ້ງອານາຈັກຈັບນາທາງແຫຼມຈັບນາ ຕອນເໜືອຂອງປະເທດສ່ວນຊາວສິງຫະລະໄດ້ຖອຍຮົ່ນລົງໄປກໍ່ຮ່າງສ້າງໂຕຢູ່ທາງໃຕ້ ກໍ່ຕັ້ງເປັນອານາຈັກແຄນດີ ຊຶ່ງມີ ເມືອງແຄນດີເປັນນະຄອນຫຼວງ ນອກຈາກນີ້ກໍມີອານາຈັກໂກດເຕແລະອານາຈັກລຸຫຸນະ ໂດຍອານາຈັກແຄນດີເປັນອານາຈັກທີ່ມີອຳນາດຫຼາຍທີ່ສຸດປະມານສະຕະວັດທີ 15
ຍຸກບູຮານ[ແກ້ໄຂ]
ໂຄລຳບັສໄດ້ຄົ້ນພົບປະເທດສີລັງກາເມື່ອຕອນທີ່ຕ້ອງການເດີນທາງຫາອິນເດຍ ຈຶ່ງຕັ້ງຊື່ເມືອງຕາມລາວວ່າ "ໂຄລຳໂບ"
ຍຸກສຳລິດ[ແກ້ໄຂ]
ອານານິຄົມ[ແກ້ໄຂ]
- ເບິ່ງບົດຄວາມຫຼັກທີ່ ບະລິຕິດຊີລອນ
ອິດທິພົນຂອງຕາເວັນຕົກເລີ່ມເຂົ້າມາມີບົດບາດໃນສີລັງກາ ເລີ່ມຈາກປອກຕຸຍການ ໂຮລັງ ແລະອັງກິດ ຕາມລຳດັບ ໂດຍມາເຮັດການຄ້າຕາມເມືອງທ່າດ້ານຕາເວັນຕົກຂອງປະເທດ ແລະໃນປີ ພ.ສ. 2048 (ຄ.ສ. 1505) ປອກຕຸຍການໄດ້ເຂົ້າຍຶດຄອງພື້ນທີ່ບໍລິເວນຊາຍຝັ່ງທະເລແລະປົກຄອງປະເທດກ່ອນທີ່ຊາວໂຮລັງຈະເຂົ້າຄອບຄອງດິນແດນສີລັງກາໃນປີ ພ.ສ. 2201 (ຄ.ສ. 1658) ແລະຕໍ່ມາອັງກິດສາມາດຄອບຄອງສີລັງກາເປັນເມືອງຂຶ້ນໃນປີ ພ.ສ. 2358 (ຄ.ສ. 1815) ພາຍໃຕ້ອະນຸສັນຍາ Kandyan ລວມເວລາທີ່ສີລັງກາຕົກເປັນເມືອງຂຶ້ນຂອງຕ່າງຊາດເກືອບ 500 ປີ ແລະອັງກິດໄດ້ໃຊ້ສີລັງກາເປັນຖານປະຕິບັດການທາງທະຫານທີ່ສຳຄັນແຫ່ງໜຶ່ງໃນມະຫາສະໝຸດອິນເດຍໃນຊ່ວງສົງຄາມໂລກຄັ້ງທີ 2 ສີລັງກາໄດ້ຮັບເອກະລາຊຈາກອັງກິດ ເມື່ອວັນທີ 4 ກຸມພາ ພ.ສ. 2491 (ຄ.ສ. 1948)
ການເມືອງການປົກຄອງ[ແກ້ໄຂ]
ນິຕິບັນຍັດ[ແກ້ໄຂ]
ລັດຖະສະພາແມ່ນລະບົບສະພາດຽວໂດຍສະມາຊິກທັງໝົດ 225 ຄົນ ໄດ້ຮັບເລືອກຈາກປະຊາຊົນທຸກ ໆ 6 ປີ ຜູ້ມີສິດທິອອກສຽງຕ້ອງມີອາຍຸ 18 ປີຂຶ້ນໄປ ປະທານາທິບໍດີມາຈາກການເລືອກຕັ້ງໂດຍກົງຂອງປະຊາຊົນ ຢູ່ໃນຕຳແໜ່ງ 6 ປີ ມີຖານະເປັນປະມຸກຂອງປະເທດແລະຫົວໜ້າລັດຖະບານ ເປັນຜູ້ແຕ່ງຕັ້ງນາຍົກລັດຖະມົນຕີແລະລັດຖະມົນຕີ ແລະມີອຳນາດຖອດຖອນນາຍົກ ລັດຖະມົນຕີແລະລັດຖະມົນຕີ
ພັກການເມືອງ[ແກ້ໄຂ]
ປັດຈຸບັນມີພັກການເມືອງໃຫຍ່ນ້ອຍປະມານ 30 ພັກ ມີພັກການເມືອງສຳຄັນ ໆ ໄດ້ແກ່
- ພັກ Sri Lanka Freedom Party (SLFP)
- ພັກ United National Party (UNP)
- ພັກ Tamil United Liberation Front (TULF)
- ພັກ Ceylon Workers’ Congress (CWC)
- ພັກ Sri Lanka Mahajana Party (SLMP)
- ພັກ Janatha Vimukti Peramuna (JVP) ຫຼື People’s Liberation
- ພັກ Sri Lanka Muslim Congress (SLMC)
ການເມືອງພາຍໃນຂອງສີລັງກາປັດຈຸບັນ[ແກ້ໄຂ]
ສີລັງກາແມ່ນປະເທດທີ່ປະກອບດ້ວຍປະຊາກອນຫຼາຍເຊື້ອຊາດ ສາສະໜາ ແຕ່ການເມືອງພາຍໃນມີພັກການເມືອງທີ່ສຳຄັນພຽງແຕ່ 2 ພັກຂອງຊົນຊາດສິງຫະລະ ແມ່ນ SLFP (Sri Lanka Freedom Party) ແລະພັກ UNP (United National Party) ທີ່ແຂ່ງຂັນຊ່ວງຊິງອຳນາດທາງການເມືອງ ພັກການເມືອງອື່ນ ໆ ຊຶ່ງເປັນພັກຂອງຊົນເຊື້ອສາຍທະມິນແລະຊົນກຸ່ມນ້ອຍອື່ນ ໆ ເປັນພັກຍ່ອຍແລະມີຄວາມສຳຄັນນ້ອຍ ນັບແຕ່ສີລັງກາໄດ້ຮັບເອກະລາຊຈາກອັງກິດໃນປີ 2491 (ຄ.ສ. 1948) ຈົນຮອດປັດຈຸບັນພັກ SLFP ແລະພັກ UNP ຜັດກັນເປັນລັດຖະບານມາໂດຍຕະຫຼອດ ໂດຍທັງສອງພັກດັ່ງກ່າວນິຍົມລະບອບປະຊາທິປະໄຕຄືກັນ ແຕ່ຕ່າງກັນທີ່ນະໂຍບາຍເສດຖະກິດຂອງພັກ SLFP ມີລັກສນະເປັນສັງຄົມນິຍົມ ໃນຂະນະທີ່ພັກ UNP ມີນະໂຍບາຍເສດຖະກິດເສລີ
ການແບ່ງເຂດການປົກຄອງ[ແກ້ໄຂ]
ສີລັງກາປະກອບດ້ວຍ 8 ແຂວງ (provinces) ດັ່ງນີ້ (ຊື່ນະຄອນຫຼວງຢູ່ໃນວົງເລັບ)
- ແຂວງກາງ (ແຄນດີ)
- ແຂວງຊາບາຮາກາມູວາ (ລັດຕະນະປຸລະ)
- ແຂວງຕາເວັນຕົກ (ໂຄລອມໂບ)
- ແຂວງຕາເວັນຕົກສຽງເໜືອ (ກຸລຸເນກະລະ)
- ແຂວງຕາເວັນອອກສຽງເໜືອ (ຕະລິນໂຄມະລີ)
- ແຂວງໃຕ້ (ກອນ)
- ແຂວງກາງຕອນເໜືອ (ອະນຸລາທະປຸລະ)
- ແຂວງອູວາ (ບາດຸນລາ)
ນະໂຍບາຍປະເທດ[ແກ້ໄຂ]
ຄວາມສຳພັນກັບສະຫະລາຊະອານາຈັກ[ແກ້ໄຂ]
ແມ່ແບບ:ກ່ອງຂໍ້ມູນ ຄວາມສຳພັນລະຫວ່າງປະເທດ
ຄວາມສຳພັນດ້ານຕ່າງໆກັບປະເທດລາວ[ແກ້ໄຂ]
ກອງທັບ[ແກ້ໄຂ]
- ເບິ່ງບົດຄວາມຫຼັກທີ່ ກອງທັບສີລັງກາ
ກອງທັບບກ[ແກ້ໄຂ]
- ເບິ່ງບົດຄວາມຫຼັກທີ່ ກອງທັບບກສີລັງກາ
ກອງທັບອາກາດ[ແກ້ໄຂ]
- ເບິ່ງບົດຄວາມຫຼັກທີ່ ກອງທັບອາກາດສີລັງກາ
ກອງທັບເຮືອ[ແກ້ໄຂ]
- ເບິ່ງບົດຄວາມຫຼັກທີ່ ກອງທັບເຮືອສີລັງກາ
ກອງກຳລັງກຶ່ງທະຫານ[ແກ້ໄຂ]
ເສດຖະກິດ[ແກ້ໄຂ]
ໂຄງສ້າງ[ແກ້ໄຂ]

ຄວາມຮຸ່ງເຮືອງເຕີບໂຕທາງເສດຖະກິດ ຮ້ອຍລະ 4 ອັດຕາເງິນເຟີ້ ຮ້ອຍລະ 9 ອັດຕາການວ່າງງານ ຮ້ອຍລະ 9
ການທ່ອງທ່ຽວ[ແກ້ໄຂ]
- ເບິ່ງບົດຄວາມຫຼັກທີ່ ການທ່ອງທ່ຽວໃນສີລັງກາ
ໂຄງສ້າງພື້ນຖານ[ແກ້ໄຂ]
ຄະມະນາຄົມ ແລະ ໂທລະຄະມະນາຄົມ[ແກ້ໄຂ]
ຄະມະນາຄົມ[ແກ້ໄຂ]
ໂທລະຄະມະນາຄົມ[ແກ້ໄຂ]
ວິທະຍາສາດ ແລະ ເຕັກໂນໂລຊີ[ແກ້ໄຂ]
ການສຶກສາ[ແກ້ໄຂ]
- ເບິ່ງບົດຄວາມຫຼັກທີ່ ການສຶກສາໃນສີລັງກາ
ສາທາລະນະສຸກ[ແກ້ໄຂ]
ປະຊາກອນສາດ[ແກ້ໄຂ]
ພາສາ[ແກ້ໄຂ]
ສາສະໜາໃນສີລັງກາ[ແກ້ໄຂ]
ພຸດທະສາສະໜາຮ້ອຍລະ 70 ຮິນດູຮ້ອຍລະ 7 ຄິດສະຕຽຮຮ້ອຍລະ 6 ອິສະລາມ ຮ້ອຍລະ 7 ແລະອື່ນ ໆ ຮ້ອຍລະ 10 ((ref name="fac1"/))
- ເບິ່ງບົດຄວາມຫຼັກທີ່ ສາສະໜາໃນສີລັງກາ ແລະ ພຸດທະສາສະໜາໃນປະເທດສີລັງກາ

ວັນນະກຳ[ແກ້ໄຂ]
- ເບິ່ງບົດຄວາມຫຼັກທີ່ ວັນນະກຳຂອງສີລັງກາ
ດົນຕີ ແລະ ນາຕະສິນ[ແກ້ໄຂ]
- ເບິ່ງບົດຄວາມຫຼັກທີ່ ດົນຕີຂອງສີລັງກາ ແລະ ນາຕະສິນຂອງສີລັງກາ
ອາຫານ[ແກ້ໄຂ]
- ເບິ່ງບົດຄວາມຫຼັກທີ່ ອາຫານສີລັງກາ
ສື່ສານມວນຊົນ[ແກ້ໄຂ]
- ເບິ່ງບົດຄວາມຫຼັກທີ່ ສື່ສານມວນຊົນໃນສີລັງກາ
ວັນຢຸດ[ແກ້ໄຂ]
- ເບິ່ງບົດຄວາມຫຼັກທີ່ ລາຍຊື່ວັນສຳຄັນຂອງສີລັງກາ
ກີລາ[ແກ້ໄຂ]
- ເບິ່ງບົດຄວາມຫຼັກທີ່ ສີລັງກາໃນກີລາເຄືອຈັກກະພົບ ສີລັງກາໃນໂອລິມປິກ, ແລະ ສີລັງກາໃນພາລາລິມປິກ
ອ້າງອີງ[ແກ້ໄຂ]
ແຫຼ່ງຂໍ້ມູນອື່ນ[ແກ້ໄຂ]
- ລັດຖະບານ
- ເວັບໄຊຢ່າງເປັນທາງການ ປະທານາທິບໍດີ
- Official Sri Lankan Government Web Portal Gateway to government sites
- ເວັບໄຊຢ່າງເປັນທາງການຂອງລັດຖະສະພາ
- ສານສູງສຸດ ເວັບໄຊຢ່າງເປັນທາງການຂອງສານສູງສຸດແຫ່ງສີລັງກາ
- Official Government News Portal
- ຂໍ້ມູນທົ່ວໄປ
- Sri Lanka entry at The World Factbook
- Official site of Department of Census and Statistics
- ລາຍງານງົບປະມານປີ 2010 ກະຊວງການຄັງ ແລະ ການວາງແຜນ
- Sri Lanka from UCB Libraries GovPubs
- ປະເທດສີລັງກາ ຢູ່ Open Directory Project
- Sri Lanka profile from the BBC News
- Sri Lanka Encyclopædia Britannica entry
- Introducing Sri Lanka Overview of the country from Lonely Planet
- farms in kandy&f=false The forest-garden farms of Kandy, Sri Lanka
- Key Development Forecasts for Sri Lanka from International Futures
- ປະຫວັດສາດ
- Mahavamsa an ancient Sri Lankan chronicle written in 6th century
- A Record of Buddhist Kingdoms an account by the Chinese monk Fa-Hsien of travels in India and Ceylon, 399–414 AD
- An account of early modern Sri Lanka An Historical Relation of the Island Ceylon by Robert Knox, 1681
- Sketches of the Natural History of Ceylon by Sir James Emerson Tennent, 1861
- ຊົມພູທຸດ ນາຄີຮັກ, "ສີລັງກາ: ປະຫວັດສາດສະໄໝອານາຈັກ," ວາລະສານປະຫວັດສາດ ມະຫາວິທະຍາໄລສີນະຄະລິນທະລະວິໂລດ (2548), ໜ້າ 109-142
- ເຊົາວະລີ ຈົງປະເສີດ, "ຄວາມຮຸນແຮງໃນສີລັງກາ," ວາລະສານປະຫວັດສາດ ມະຫາວິທະຍາໄລສີນະຄະລິນທະລະວິໂລດ (2548), ໜ້າ 27-43
- ແຜນທີ່
ແມ່ແບບ:ອາຊີ ແມ່ແບບ:ເຄືອຈັກກະພົບ
ໝວດໝູ່:ເກາະໃນມະຫາສະໝຸດອິນເດຍ ໝວດໝູ່:ລັດແລະດິນແດນທີ່ກໍ່ຕັ້ງໃນປີ ພ.ສ. 2492 ໝວດໝູ່:ອະດີດອານານິຄົມຂອງອັງກິດ