ສົງຄາມໂລກຄັ້ງທີສອງ
ຊ້າຍເທິງໄປຂວາ : ທະຫານເຄືອຈັກກະພົບ ໃນທະເລຊາຍ, ຊາວຈີນຖືກຝັງທັງເປັນໂດຍທະຫານຍີ່ປຸ່ນ , ເຮືອອູ ຂອງເຢຍລະມັນລະຫວ່າງປະຕິບັດການ, ກອງທັບໂຊວຽດ ທີ່ສະຕາລິນກາດ , ເບີລິນ ຖືກທຳລາຍ, ເຄື່ອງບິນຮົບຍີ່ປຸ່ນກຽມຂຶ້ນບິນ ວັນທີ 1 ກັນຍາ 1939 ເຖິງ 2 ກັນຍາ 1945 ສະຖານທີ່ ຜົນ
ຝ່າຍສຳພັນທະມິດຊະນະ
ຄູ່ສົງຄາມ
ຝ່າຍສຳພັນທະມິດ
ຝ່າຍອັກສະ ຜູ້ບັນຊາການ ແລະ ຜູ້ນຳ
ຜູ້ນຳຝ່າຍສຳພັນທະມິດ
ຜູ້ນຳຝ່າຍອັກສະ
ຄວາມສູນເສຍ
ທະຫານເສຍຊີວິດ:
ຫຼາຍກວ່າ 16,000,000 ນາຍ
ພົນລະເມືອງເສຍຊີວິດ:
ຫຼາຍກວ່າ 45,000,000 ຄົນ
ເສຍຊີວິດທັງໝົດ:
ຫຼາຍກວ່າ 61,000,000 ຄົນ
(1937–1945)
[1]
ທະຫານເສຍຊີວິດ:
ຫຼາຍກວ່າ 8,000,000 ນາຍ
ພົນລະເມືອງເສຍຊີວິດ:
ຫຼາຍກວ່າ 4,000,000 ຄົນ
ເສຍຊີວິດທັງໝົດ:
ຫຼາຍກວ່າ 12,000,000 ຄົນ
(1937–1945)
[2]
ສົງຄາມໂລກຄັ້ງທີສອງ (ອັງກິດ : World War II ; ມັກຫຍໍ້ເປັນ WWII ຫຼື WW2) ເປັນຄວາມຂັດແຍ້ງທາງທະຫານລະດັບໂລກຕັ້ງແຕ່ປີ ຄ.ສ 1939 ຫາ ຄ.ສ 1945 ເຊິ່ງກ່ຽວຂ້ອງກັບປະເທດສ່ວນໃຫຍ່ໃນໂລກ ລວມທັງລັດມະຫາອຳນາດ ທັງໝົດ ປະເທດຜູ້ຮ່ວມສົງຄາມລວມໂຕກັນເປັນພັນທະມິດທາງທະຫານຄູ່ສົງຄາມສອງຝ່າຍ ແມ່ນ ຝ່າຍສຳພັນທະມິດ ແລະ ຝ່າຍອັກສະ ລະຫວ່າງສົງຄາມມີການລະດົມທະຫານກວ່າ 100 ລ້ານຄົນ ດ້ວຍລັກສະນະຂອງສົງຄາມທັງໝົດ ປະເທດຜູ້ຮ່ວມສົງຄາມຫຼັກໄດ້ອຸທິດຕົນຂີດຄວາມສາມາດທາງເສດຖະກິດ ອຸດສາຫະກຳ ແລະ ວິທະຍາສາດເພື່ອຄວາມພະຍາຍາມຂອງສົງຄາມທັງໝົດ ໂດຍລຶບເສັ້ນຂີດແບ່ງລະຫວ່າງຊັບພະຍາກອນຂອງພົນລະເຮືອນ ຫຼື ທະຫານ ປະເມີນກັນວ່າສົງຄາມມີມູນຄ່າປະມານ 1 ພັນຕື້ໂດລາສະຫະລັດ ດ້ວຍປະການທັງປວງ ສົງຄາມໂລກຄັ້ງທີສອງຈຶ່ງນັບວ່າແມ່ນສົງຄາມຂະໜາດໃຫຍ່ທີ່ສຸດ ໃຊ້ເງິນທຶນຫຼາຍທີ່ສຸດ ແລະ ມີຜູ້ເສຍຊີວິດຫຼາຍທີ່ສຸດໃນປະຫວັດສາດມະນຸດສະຊາດ ປະເມີນກັນວ່າມີຜູ້ເສຍຊີວິດລະຫວ່າງ 40 ຫາຫຼາຍກວ່າ 70 ລ້ານຄົນ.
↑ Wallechinsky, David: David Wallechinsky's Twentieth Century : History With the Boring Parts Left Out , Little Brown & Co., 1996, ISBN 0-316-92056-8 , ISBN 978-0-316-92056-8 - cited by White
↑ Brzezinski, Zbigniew: Out of Control: Global Turmoil on the Eve of the Twenty-first Century , Prentice Hall & IBD, 1994, ASIN B000O8PVJI - cited by White