ຫີນະຍານ

ຈາກ ວິກິພີເດຍ

ຫີນະຍານ (ປາລີ; ສັນສະກິດ: हीनयान Hīnayāna) ແປວ່າ ຍານຊັ້ນເລວຫຼືຍານຊັ້ນຕ່ຳ ເປັນຄຳທີ່ຄະນາຈານຝ່າຍມະຫາຍານໃຊ້ເອີ້ນແນວການປະຕິບັດໃດໆ ໃນສາສະໜາພຸດທີ່ບໍ່ໄດ້ຍຶດແນວທາງແບບພະໂພທິສັດ ແຕ່ເນ້ນການປະຕິບັດເພື່ອຄວາມຫຼຸດພົ້ນສະເພາະຕົນແບບພະສາວົກຫຼືພະປັດເຈກພຸດທະເຈົ້າ ຈຶ່ງເອີ້ນອີກຢ່າງວ່າສາວົກຍານແລະປັດເຈກຍານ ຕ່າງຈາກມະຫາຍານເຊິ່ງແມ່ນແນວທາງທີ່ເນ້ນໃຫ້ຜູ້ປະຕິບັດເປັນພະໂພທິສັດບຳເພັນບາລະມີມຸ່ງບັນລຸເປັນພະພຸດທະເຈົ້າ ເພື່ອຈະໄດ້ຊ່ອຍເຫຼືອສັບພະສັດຈຳນວນຫຼາຍໄດ້ພົ້ນທຸກຕາມໄປດ້ວຍ ແນວທາງຢ່າງຫຼັງນີ້ຈຶ່ງເອີ້ນວ່າ ມະຫາຍານ ແປວ່າຍານໃຫຍ່.

ອ້າງອີງ[ດັດແກ້]

ບັນນານຸກົມ

ແຫຼ່ງຂໍ້ມູນອື່ນ[ດັດແກ້]