ອ່າວໄທ
ອ່າວໄທ ແມ່ນນ່ານນ້ຳທີ່ຢູ່ໃນທະເລຈີນໃຕ້ ມະຫາສະໝຸດປາຊິຟິກ ລ້ອມດ້ວຍປະເທດໄທ ມາເລເຊຍ ກຳປູເຈຍ ແລະຫວຽດນາມ ອ່າວໄທບໍ່ພຽງແຕ່ມີຄວາມສຳຄັນໃນທາງພູມິສາດແລະຊັບພະຍາກອນທຳມະຊາດແຕ່ຍັງມີຄວາມສຳຄັນໃນທາງກົດໝາຍອາຍາຢ່າງຍິ່ງ ໂດຍຖືເປັນອານາເຂດທີ່ສານໄທມີອຳນາດພິດຈາລະນາຄະດີກ່ຽວກັບຄວາມຜິດທີ່ເກີດຂຶ້ນ ໃນອານາບໍລິເວນອ່າວໄທຕາມກຳໜົດໄວ້ໃນກົດໝາຍໃຫ້ຖືເປັນລາດຊະອານາຈັກໄທນຳ
ພື້ນທີ່[ດັດແກ້]
ອ່າວໄທມີພື້ນທີ່ ໓໐໐,໘໕໘.໗໖ ຕາລາງກິໂລແມັດ[1] ເຂດແດນຂອງອ່າວໄທກຳໜົດດ້ວຍເສົ້ນທີ່ລາກແຕ່ແຫຼມກາເມົາຫຼືແຫຼມຍວນທາງຕອນໃຕ້ຂອງຫວຽດນາມ ໄປຮອດເມືອງໂກຕາບາລູໃນຊາຍຝັ່ງມາເລເຊຍ ຊຶ່ງຢູ່ຫ່າງກັນ ໓໘໑ ກິໂລແມັດ ໂດຍຈຸດເໜືອສຸດຂອງອ່າວໄທ ກົງປາກແມ່ນ້ຳເຈົ້າພະຍາ ຄົນໄທນິຍົມເອີ້ນກັນວ່າ "ອ່າວປະວັດສາດຮູບຕົວ ກ" ຊຶ່ງຕ່າງຊາດເອີ້ນ "ອ່າວກຸງເທບຯ"
ຊາຍຝັ່ງທະເລອ່າວໄທທອດຍາວ ໑,໘໔໐ ກິໂລແມັດ ມີຄວາມລຶກສະເຫຼຍ ໔໕ ແມັດ ຊຶ່ງຖືວ່າຕື້ນຫຼາຍ ຈຸດທີ່ລຶກກວ່າໝູ່ລຶກພຽງ ໖໐ ແມັດ ຈຶງເຮັດໃຫ້ການແລກປ່ຽນລະຫວ່າງນ້ຳຈືດນຳນ້ຳເຄັນເປັນໄປຢ່າງເຊື່ອງຊ້າ ນ້ຳຈືດຈຳນວນຫຼາຍທີ່ໄຫຼມາແຕ່ແມ່ນ້ຳຕ່າງໆ ເຮັດໃຫ້ນ້ຳທະເລໃນອ່າວໄທມີລະດັບຄວາມເຄັນຕ່ຳປະມານຮ້ອຍລະ ໓.໐໕-໓.໒໕ ແລະມີຕະກອນສູງ ແຕ່ບໍລິເວນທີ່ລຶກກວ່າ ໕໐ ແມັດ ມີຄວາມເຄັມສູງກວ່ານີ້ປະມານຮ້ອຍລະ ໓.໔% ຊຶ່ງເກີດແຕ່ນ້ຳທະເລທີ່ໄຫຼເຂົ້າມາແຕ່ທະເລຈີນໃຕ້
ອ້າງອິງ[ດັດແກ້]
- ↑ ข้อมูลอุทกศาสตร์น่านน้ำไทย, 2550 : ออนไลน์.
- "กรมประมงสั่งปิดฝั่ง 'อ่าวไทย' 3 เดือน ห้ามจับสัตว์น้ำฤดูวางไข่-ตั้งแต่ประจวบฯ ถึงสุราษฏร์". (2551, 13 กุมภาพันธ์). [ออนไลน์]. เข้าถึงได้จาก: <1>. (เข้าถึงเมื่อ: 11 มกราคม 2552).
- "ข้อมูลอุทกศาสตร์น่านน้ำไทย." (2550). [ออนไลน์]. เข้าถึงได้จาก: <1>. (เข้าถึงเมื่อ: 11 มกราคม 2552).
- "ปิดอ่าวไทย 3 เดือน อนุรักษ์ปลาทูและสัตว์น้ำอื่น ๆ". (2549, 10 กุมภาพันธ์). [ออนไลน์]. เข้าถึงได้จาก: <1>. (เข้าถึงเมื่อ: 11 มกราคม 2552).
- สำนักงานคณะกรรมการกฤษฎีกา
- หยุด แสงอุทัย. (2551). กฎหมายอาญา ภาค 1. (พิมพ์ครั้งที่ 20, แก้ไขเพิ่มเติม). กรุงเทพฯ : สำนักพิมพ์มหาวิทยาลัยธรรมศาสตร์. ISBN 9789749000413.