ປະເທດຝຣັ່ງ
ລິ້ງຂ້າມພາສາໃນບົດຄວາມນີ້ ມີໄວ້ໃຫ້ຜູ້ອ່ານ ແລະ ຜູ້ຮ່ວມແກ້ໄຂບົດຄວາມສຶກສາເພີ່ມເຕີມໄດ້ສະດວກ ເນື່ອງຈາກວິກິພີເດຍພາສາລາວ ຍັງບໍ່ມີບົດຄວາມດັ່ງກ່າວ ຢ່າງໃດກໍຕາມ ຄວນຮີບສ້າງເປັນບົດຄວາມໂດຍໄວທີ່ສຸດ |
ສາທາລະນະລັດຝຣັ່ງ | |
|---|---|
ທີ່ຕັ້ງຂອງ ຝຣັ່ງ (ແດງ ຫຼື ຂຽວເຂັ້ມ) – ໃນເອີຣົບ (ຂຽວ & ເທົາເຂັ້ມ) | |
| ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ປາຣີ 48°51′N 2°21′E / 48.850°N 2.350°E |
| ພາສາທາງການ ແລະ ພາສາປະຈຳຊາດ | ຝຣັ່ງ[upper-roman 1] |
| ສັນຊາດ (2018) |
|
| ສາສະໜາ (2020) |
|
| ເດມະນິມ | ຊາວຝຣັ່ງ |
| ການປົກຄອງ | ລັດດ່ຽວ ລະບົບເຄິ່ງປະທານາທິບໍດີ ສາທາລະນະລັດລັດຖະທຳມະນູນ |
| Emmanuel Macron | |
| Sébastien Lecornu | |
| ເຈຣາຣ໌ດ ລາຣ໌ເຊີ | |
| Yaël Braun-Pivet | |
| ສະພານິຕິບັນຍັດ | ລັດຖະສະພາ |
• ສະພາສູງ | ວຸດທິສະພາ |
• ສະພາລຸ່ມ | ສະພາແຫ່ງຊາດ |
| ກໍ່ຕັ້ງ | |
| ຄ.ສ. 500 | |
| ສິງຫາ 843 | |
| 3 ກໍລະກົດ 987 | |
| 22 ກັນຍາ 1792 | |
| 1 ມັງກອນ 1958 | |
| 4 ຕຸລາ 1958 | |
| ພື້ນທີ່ | |
• ລວມ | 640,679 ຕາລາງກິໂລແມັດ (247,368 ຕາລາງໄມ)[4] (ອັນດັບທີ 42) |
| 0.86 (ໃນປີ 2015)[5] | |
| 551,695 ຕາລາງກິໂລແມັດ (213,011 ຕາລາງໄມ)[upper-roman 5] (ອັນດັບທີ 50) | |
• ປະເທດຝຣັ່ງແຜ່ນດິນໃຫຍ່ (Cadastre) | 543,940.9 ຕາລາງກິໂລແມັດ (210,016.8 ຕາລາງໄມ)[6] (ອັນດັບທີ 50) |
| ປະຊາກອນ | |
• ພຶດສະພາ 2021 ປະມານ | |
• ຄວາມໜາແໜ້ນ | 104.7109/ກມ.2 (ອັນດັບທີ 106) |
• ປະເທດຝຣັ່ງແຜ່ນດິນໃຫຍ່ປະມານ ຂໍ້ມູນເມື່ອ May 2021 | |
| 116 ຕໍ່ຕາລາງກິໂລແມັດ (300.4 ຕໍ່ຕາລາງໄມ) (ອັນດັບທີ 89) | |
| GDP (ອຳນາດຊື້) | 2021 (ປະມານ) |
• ລວມ | |
• ຕໍ່ຫົວ | |
| GDP (ລາຄາຕະຫຼາດ) | 2021 (ປະມານ) |
• ລວມ | |
• ຕໍ່ຫົວ | |
| ຈີນີ (2019) | ຕ່ຳ |
| HDI (2019) | ສູງຫຼາຍ · ອັນດັບທີ 26 |
| ສະກຸນເງິນ | |
| ເຂດເວລາ | UTC+1 (ເວລາເອີຣົບກາງ) |
| UTC+2 (ເວລາອອມແສງເອີຣົບກາງ[upper-roman 8]) | |
| ໝາຍເຫດ: ມີເສັ້ນເວລາຫຼາຍແຫ່ງໃນດິນແດນພົ້ນທະເລຂອງຝຣັ່ງ[upper-roman 9] ເຖິງແມ່ນວ່າປະເທດຝຣັ່ງໃຊ້ເຂດເວລາເອີຣົບຕາເວັນອອກ/UTC (Z) ຕັ້ງແຕ່ວັນທີ 25 ກຸມພາ ປີ 1940 ກ່ອນການຍຶດຄອງຂອງເຢຍລະມັນໃນສົງຄາມໂລກຄັ້ງທີສອງ, ເວລາເອີຣົບກາງ/UTC+01:00 ຖືກໃຊ້ເປັນເວລາມາດຕະຖານ ເຊິ່ງປັບພຽງ +0:50:39 (ແລະ +1:50:39 ໃນຊ່ວງເວລາອອມແສງ) ຈາກເວລາສະເລ່ຍທ້ອງຖິ່ນປາຣີ (UTC+0:09:21). | |
| ຮູບແບບວັນທີ | ວວ/ດດ/ປປປປ (ຄ.ສ.) |
| ໄຟບ້ານ | 230 ໂວລຕ໌–50 ເຮີຣ໌ຊ |
| ຂັບລົດດ້ານ | ຂວາ |
| ລະຫັດໂທລະສັບ | +33[upper-roman 10] |
| ລະຫັດອິນເຕີເນັດ | .fr[upper-roman 11] |
ຂໍ້ມູນຫຼາຍແຫ່ງໃຫ້ຂໍ້ມູນພື້ນທີ່ຂອງປະເທດຝຣັ່ງແຜ່ນດິນໃຫຍ່ຢູ່ທີ່ 551,500 ຕາລາງກິໂມແມັດ ແລະ ລາຍຊື່ດິນແດນພົ້ນທະເລຕ່າງກັນ ເຊິ່ງລວມມີພື້ນທີ່ 89,179 ຕາລາງກິໂລແມັດ ເມື່ອລວມກັນແລ້ວຈະໄດ້ພື້ນທີ່ ສາທາລະນະລັດ ຝຣັ່ງ ທັງໝົດ ລາຍງານຂອງ ຊີໄອເອ ບັນທຶກຢູ່ທີ່ 643,801 ຕາລາງກິໂລແມັດ | |
ປະເທດຝຣັ່ງ (ອັງກິດ: France; ອອກສຽງ: [fʁɑ̃s] (
ຟັງສຽງ))[12] ຫຼື ຊື່ທາງການແມ່ນ ສາທາລະນະລັດຝຣັ່ງ (ຝຣັ່ງ: République française) ເປັນປະເທດຢູ່ໃນພາກພື້ນເອີຣົບຕາເວັນອອກ ທັງຍັງປະກອບໄປດ້ວຍເກາະ ແລະ ດິນແດນອື່ນໆ ໃນຕ່າງທະວີບ ປະເທດຝຣັ່ງແຜ່ນດິນໃຫຍ່ຂະຫຍາຍຕົວຕັ້ງແຕ່ທະເລເມດີແຕຣາເນຈົນເຖິງຊ່ອງແຄບອັງກິດ ແລະ ທະເລເໜືອ ແລະ ຈາກແມ່ນ້ຳນາຍຈົນເຖິງມະຫາສະໝຸດອັດລັງຕິກ ຊາວຝຣັ່ງມັນເອີ້ນແຜ່ນດິນໃຫຍ່ວ່າ ຫົກລ່ຽມ (L'Hexagone) ເນື່ອງຈາກຮູບຮ່າງທາງດ້ານຮ່າງກາຍຂອງປະເທດ ການປົກຄອງດ້ວຍລະບອບເຄິ່ງປະທານາທິບໍດີ[13] ມີປະຊາກອນ 67 ລ້ານຄົນ (ປີ 2021)[14] ແບ່ງການປົກຄອງອອກເປັນ 18 ແຄວ້ນ[15] (ລວມແຄວ້ນພົ້ນທະເລ 5 ແຄວ້ນ) ເຊິ່ງກວມເອົາເນື້ອທີ່ 643,801 ຕາລາງກິໂລແມັດ ມີເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດແມ່ນປາຣີເຊິ່ງຖືເປັນໜຶ່ງໃນສູນກາງທາງດ້ານວັດທະນະທຳ ແລະ ເສດຖະກິດຂອງທະວີບເອີຣົບ[16] ແລະ ຍັງມີເມືອງສຳຄັນອື່ນໆ[17] ເຊັ່ນ: ລີຢອນ, ມາຣ໌ເຊ, ຕູລູສ, ບັອກໂດ, ລີລ ແລະ ນິສ. ປະເທດຝຣັ່ງມີຊາຍແດນຕິດກັບປະເທດແບນຊິກ, ປະເທດລຸກຊຳບວກ, ປະເທດເຢຍລະມັນ, ປະເທດສະວິດ, ປະເທດອິຕາລີ, ປະເທດໂມນາໂກ, ປະເທດອັງໂດລາ ແລະ ປະເທດແອັດສະປາຍ ແລະ ຍັງເຊື່ອມຕໍ່ກັບສະຫະລາຊະອານາຈັກທາງອຸໂມງຊ່ອງແຄບອັງກິດ[18] ແລະ ເນື່ອງຈາກການມີດິນແດນພົ້ນທະເລໄວ້ໃນຄອບຄອງ ເຮັດໃຫ້ປະເທດຝຣັ່ງມີເຂດເວລາແຕກຕ່າງກັນຫຼາຍເຖິງ 12 ເຂດ ຫຼາຍກວ່າທຸກປະເທດໃນໂລກ[19] ລວມທັງມີອານາເຂດຕິດຕໍ່ກັບປະເທດເບຣຊິນ, ປະເທດຊູຣິນາມ (ຕິດກັບກຸຍຢານຝຣັ່ງ) ແລະ ແຊັງມາແຕັງຂອງໂຮນລັງ (ຕິດກັບຊິນມາເຕີນ).
ຊື່
[ດັດແກ້]ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
ຄຳວ່າ ຝຣັ່ງ (ອັງກິດ: France) ມາຈາກຄຳໃນພາສາລາແຕງວ່າ Francia ເຊິ່ງແປຕາມກົງວ່າ ດິນແດນຂອງຊາວຟຣັງ (Frankland) ແລະ ມີຫຼາຍທິດສະດີສົມມຸດເຖິງທີ່ມາຂອງຄຳວ່າ ຟຣັງ (Franks) ເຊິ່ງໜຶ່ງໃນນັ້ນແມ່ນຄຳໃນພາສາປະໂລໂຕ-ເຢຍລະມັນວ່າ Frankon ເຊິ່ງແປວ່າ ຫຼາວ ຫອກ ຫຼື ທວນ ເຊິ່ງເປັນອາວຸດຂອງຊາວຟຣັງ ອັນເປັນທີ່ຮູ້ຈັກກັນໃນຊື່ ຟຣັງຊິດສະກາ (Francisca).
ອີກທິດສະດີໜຶ່ງຕາມຫຼັກນິເວດວິທະຍາແມ່ນໃນພາສາເຢຍລະມັນບູຮານ ໂດຍຄຳວ່າ ຟຣັງ ແປວ່າອິດສະຫຼະ ເຊິ່ງກົງກັນຂ້າມກັບຄວາມເປັນຂ້ອຍຂ້າ ໂດຍຄຳດັ່ງກ່າວຍັງຄົງປາກົດໃນພາສາຝຣັ່ງປັດຈຸບັນໃນຮູບ ຟຣັງ (Franc) ເຊິ່ງແມ່ນສະກຸນເງິນຂອງປະເທດຝຣັ່ງຈົນກະທັ່ງປ່ຽນເປັນສະກຸນເງິນເອີໂຣໃນປີ ຄ.ສ. 2002.
ໃນປັດຈຸບັນປະເທດເຢຍລະມັນຍັງເອີ້ນປະເທດຝຣັ່ງວ່າ Frankreich ເຊິ່ງແປວ່າ ອານາຈັກຂອງຊາວຟຣັງ ອີກນຳ.
ການແບ່ງເຂດການປົກຄອງ
[ດັດແກ້]
ປະເທດຝຣັ່ງແຜ່ນດິນໃຫຍ່ (Metropolitan France - "France métropolitaine, la Métropole, l'Hexagone") ແບ່ງການປົກຄອງເປັນ
- 13 ແຄວ້ນ (régions)
ໂດຍໃນແຕ່ລະແຄວ້ນແບ່ງອອກເປັນ ແຂວງ (départements) ລວມທັງໝົດ 96 ແຂວງ.
ນອກຈາກໃນເອີຣົບແລ້ວ ປະເທດຝຣັ່ງຍັງມີເຂດການປົກຄອງພົ້ນທະເລ (d'outre-mer) ຢູ່ໃນທະວີບຕ່າງໆທັງ ອາເມຣິກາເໜືອ, ອາເມຣິກາໃຕ້, ອາຟຣິກາ, ອັງຕາກຕິກ ແລະ ໂອເຊອານີອີກດ້ວຍ.
- 5 ແຂວງພົ້ຍທະເລ (Départements d'outre-mers: DOM) ມີເຊັ່ນ: ກົວດາລູເປ (Guadeloupe), ກຸຍຢານຝຣັ່ງ (Guyane française), ມາຕິນິກ (Martinique), ເຣອູນີຢົງ (Réunion) ແລະ ມາຢົດ (Mayotte) ທັງຫ້າດິນແດນມີຖານະດຽວກັບແຄວ້ນໃນຝຣັ່ງພາກພື້ນທະວີບ ກ່າວຄື ເປັນທັງແຄວ້ນ ແລະ ແຂວງໃນເວລາດຽວກັນ.
- 4 ເຂດຊຸມຊົນພົ້ນທະເລ (Collectivités d'outre-mer) ມີເຊັ່ນ: ແຊັງປີແອ ແລະ ມິແກລົງ (Saint Pierre and Miquelon), ວາລິດ ແລະ ຟູຕູນາ (Wallis-et-Futuna), ແຊັງບາກເຕເລມີ (Saint Barthélemy) ແລະ ແຊັງມາແຕັງ (Saint Martin).
- 1 ປະເທດພົ້ນທະເລ (Pays d'outre-mer: POM) ດິນແດນແຫ່ງດຽວຂອງຝຣັ່ງທີ່ໄດ້ຮັບການເອີ້ນຊື່ນີ້ແມ່ນ ໂປລິເນຊີຝຣັ່ງ (Polynésie française) ເຊິ່ງເຄີຍເປັນດິນແດນພົ້ນທະເລ (TOM) ມາກ່ອນ ແຕ່ໄດ້ຮັບການປ່ຽນແປງຖານະໃນວັນທີ 28 ມີນາ ຄ.ສ 2003 ໂດຍແບ່ງອອກເປັນ 5 ເຂດບໍລິຫານຍ່ອຍ.
- 1 ເຂດຊຸມຊົນຮູບແບບພິເສດ (Collectivité sui generis) ແມ່ນ ນູແວງກາເລໂດນີ (Nouvelle-Calédonie) ເຄີຍມີຖານະເປັນດິນແດນພົ້ນທະເລມາຈົນຮອດປີ ຄ.ສ 1999 ຈຶ່ງໄດ້ຮັບການປ່ຽນແປງຖານະ ແບ່ງອອກເປັນ 3 ແຂວງ (provinces) ໄດ້ແກ່ ແຂວງນອກຊູດ ແລະ ອີລົວໂຢເຕ.
- 1 ດິນແດນພົ້ນທະເລ (Territoires d'outre-mer: TOM) ແມ່ນ ດິນແດນພາກໃຕ້ຝຣັ່ງ ແລະ ອັງຕາກຕິກ (Terres australes et antarctiques françaises) ໂດຍແບ່ງອອກເປັນ 4 ຂົງເຂດ (districts) ໄດ້ແກ່: ໝູ່ເກາະແກເກີເລນ (Îles Kerguelen) ໝູ່ເກາະໂກຣເຊັດ (Îles Crozet) ເກາະອຳສະເຕີດຳ ແລະ ເກາະແຊັງໂປນ (Île Amsterdam and Île Saint-Paul) ແລະ ແຕຣາເດລີ (Terre Adélie).
- ດິນແດນ 5 ເກາະໃນມະຫາສະໝຸດອິນເດຍ ເຊິ່ງບໍ່ມີຜູ້ອາໄສຢູ່ຢ່າງຖາວອນ ໂດຍຮູ້ຈັກກັນໃນຊື່ ໝູ່ເກາະຢາຍ ຫຼື ອິນເຊປາກ (Îles Éparses) ໄດ້ແກ່: ບາຊັດດາອິນເດຍ (Bassas da India), ເອີໂຣປາ (Île Europa), ຊູອັງເດີໂນວາ (Juan de Nova), ກະໂລລີໂອໂຊ (Glorioso) ແລະ ຕຣົມເລນ (Tromelin) ທັງໝົດຖືກປົກຄອງໂດຍແຂວງພົ້ນທະເລເຣອູນີຢົງ.
- ເກາະທີ່ບໍ່ມີຜູ້ອາໄສ 1 ແຫ່ງ ແມ່ນ ເກາະກລິບເປີຕົງ (Île de Clipperton) ຢູ່ໃນມະຫາສະໝຸດປາຊີຟິກ ໃກ້ຊາຍຝັ່ງປະເທດເມັກຊິກ. ປົກຄອງໂດຍຂ້າຫຼວງໃຫຍ່ສາທາລະນະລັດ ຝຣັ່ງ ປະຈຳທ້ອງຖິ່ນພົ້ນທະເລໂປລິເນຊີຝຣັ່ງ.
ອ້າງອີງ
[ດັດແກ້]- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- 1 2 3 4 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
ເບິ່ງຕື່ມ
[ດັດແກ້]ແຫຼ່ງຂໍ້ມູນອື່ນ
[ດັດແກ້]- France from the BBC News
- France entry at The World Factbook
- France at UCB Libraries GovPubs
- ປະເທດຝຣັ່ງ ຢູ່ Open Directory Project
- France Encyclopædia Britannica entry
- France at the EU
Wikimedia Atlas ຂອງ France- Key Development Forecasts for France from International Futures
- ລັດຖະບານ
- France.fr (in English) Official French tourism website
- (ຝຣັ່ງ) Élysée.fr – Official site of the French Presidency
- (ຝຣັ່ງ) Pages Jaunes – ເວັບໄຊຢ່າງເປັນທາງການຂອງສະໝຸດໂທລະສັບຂອງຝະລັ່ງ
- (ຝຣັ່ງ) Official Site of the Government
- Official site of the French public service Archived 2012-01-03 at the Wayback Machine – Links to various administrations and institutions
- Chief of State and Cabinet Members Archived 2011-05-01 at the Wayback Machine on The World Factbook
- Official site of the National Assembly
- ເສດຖະກິດ
- ການສຶກສາ
- ວັດທະນະທຳ
- Cocorico! French culture Archived 2008-04-24 at the Wayback Machine
- Contemporary French Civilization, journal, University of Illinois.
- ການທ່ອງທ່ຽວ
- FranceGuide Archived 2015-06-17 at the Wayback Machine – Official website of the French Government Tourist Office
- ↑ ສຳລັບຂໍ້ມູນກ່ຽວກັບພາສາໃນພາກພື້ນເບິ່ງພາສາໃນປະເທດຝຣັ່ງ
- ↑ ກໍ່ຕັ້ງອານາຈັກຟຣັງຕາເວັນຕົກ (ລາຊະອານາຈັກຝຣັ່ງ) ຈາກອານາຈັກກາໂຣແລັງຈຽນຂອງຟຣັງຊີ
- ↑ ສະຫະພາບເອີຣົບຕັ້ງແຕ່ປີ 1993
- ↑ ກໍ່ຕັ້ງສາທາລະນະລັດທີ 5
- ↑ ຂໍ້ມູນNational Geographic Instituteຂອງຝຣັ່ງ ເຊິ່ງລວມພື້ນທີ່ນ້ຳ
- ↑ ສາທາລະນະລັດຝຣັ່ງທັງໝົດຍົກເວັ້ນດິນແດນພົ້ນທະເລໃນມະຫາສະໝຸດປາຊີຟິກ
- ↑ ສະເພາະດິນແດນພົ້ນທະເລໃນມະຫາສະໝຸດປາຊີຟິກ
- ↑ ເວລາອອມແສງໃຊ້ສະເພາະປະເທດຝຣັ່ງແຜ່ນດິນໃຫຍ່ ແລະ ແຊັງປີແອ ແລະ ມິແກລົງ
- ↑ ເສັ້ນເວລາທົ່ວສາທາລະນະລັດຝຣັ່ງຍາວຕັ້ງແຕ່ UTC-10 (ໂປລິນີຊີຝຣັ່ງ) ຮອດ UTC+12 (ວາລິດ ແລະ ຟູຕູນາ)
- ↑ ດິນແດນພົ້ນທະເລ ແລະ ບາງສ່ວນຕາມແຜນລະຫັດໂທລະສັບຝຣັ່ງມີລະຫັດໂທລະສັບເປັນຂອງຕົນເອງ: ກົວດາລູເປ +590; ມາຕິນິກ +596; ກຸຍຢານຝຣັ່ງ +594, ເຣອູນີຢົງກັບມາຢົດ +262; ແຊັງປີແອ ແລະ ມິແກລົງ +508 ດິນແດນພົ້ນທະເລທີ່ບໍ່ໄດ້ເປັນສ່ວນໜຶ່ງຂອງແຜນລະຫັດໂທລະສັບຝຣັ່ງ ເຊັ່ນ: ນູແວງກາເລໂດນີ +687, ໂປລິນີຊີຝຣັ່ງ +689; ວາລິດ ແລະ ຟູຕູນາ +681
- ↑ ນອກຈາກ .fr ແລ້ວ ຍັງມີໂດເມນລະດັບເທິງສຸດໃນແຂວງ ແລະ ດິນແດນພົ້ນທະເລຂອງຝຣັ່ງ: .re, .mq, .gp, .tf, .nc, .pf, .wf, .pm, .gf ແລະ .yt ຝຣັ່ງຍັງໃຊ້ .eu ເຊິ່ງເປັນໂດເມນທີ່ໃຊ້ໂດຍລັດສະມາຊິກສະຫະພາບເອີຣົບ ໂດເມນ .cat ຖືກໃຊ້ໃນດິນແດນທີ່ເວົ້າພາສາກາຕາລັງ
<ref> tags exist for a group named "upper-roman", but no corresponding <references group="upper-roman"/> tag was found.- ບົດຄວາມທີ່ມີລິ້ງໄປພາສາອື່ນໃນສ່ວນເນື້ອຫາ
- ບົດຄວາມທີ່ມີ short description
- ໜ້າທີ່ມີ short description ແຕກຕ່າງກັບວິກິດາຕ້າ
- Pages with script errors
- Articles containing French-language text
- Pages using infobox country or infobox former country with the symbol caption or type parameters
- ບົດຄວາມເຊິ່ງຂາດແຫຼ່ງອ້າງອີງ
- Webarchive template wayback links
- ປະເທດ
- ເອີລົບ
- ປະເທດຝຣັ່ງ
- Pages with reference errors