ຂະເໝນແດງ

ຈາກ ວິກິພີເດຍ
ທຸງແດງຮູບກ່ຽວຄ້ອນຕີຂອງພັກຄອມມິວນິດກຳປູເຈຍ (ຕໍ່ມາມີຊື່ວ່າພັກກຳປູເຈຍປະຊາທິປະໄຕ)
ສຳລັບພັກຄອມມິວນິດກຳປູເຈ້ຍພາບລວມ ເບິ່ງທີ່ ພັກຄອມມິວນິດກຳປູເຈ້ຍ

ຂະເໝນແດງ (ຂະເໝນ: ខ្មែរក្រហម ຄະແມຣ໌ກໍຮັອມ, ຝຣັ່ງແລະອັງກິດ: Khmer Rouge[1]) ຫຼື ຮູ້ຈັກກັນໃນຊື່ “ກອງທັບແຫ່ງຊາດກຳປູເຈຍປະຊາທິປະໄຕ” (Armée nationale du Kampuchéa démocratique) ແມ່ນກອງກຳລັງລັດທິຄອມມິວນິດກຳປູເຈຍ ທີ່ປົກຄອງລາຊາອານາຈັກກຳປູເຈຍ ເຊິ່ງດຽວນີ້ຖືກປ່ຽນຊື່ເປັນ ກຳປູເຈຍປະຊາທິປະໄຕ ແຕ່ປີ ຄ.ສ. 1975 ເຖິງ ຄ.ສ. 1979

ຂະເໝນແດງຖືເປັນໂຕແທນຂອງຄວາມສຳເລັດເຊີງອຳນາດຂອງພັກການເມືອງລັດທິຄອມມິວນິດໃນກຳປູເຈຍ ເຊິ່ງດຽວນີ້ຖືກພັດທະນາເປັນ "ພັກຄອມມິວນິດກຳປູເຈຍ" (Parti communiste du Kampuchéa – PCK) ແລະ “ພັກກຳປູເຈຍປະຊາທິປະໄຕ” (Parti du Kampuchéa démocratique) ໂດຍຮູບແບບການປົກຄອງຂອງຂະເໝນແດງ ແມ່ນມີຈຸດປະສົງເພື່ອສ້າງ "ສັງຄົມໃໝ່" ໂດຍໃຊ້ຮາກຖານທາງອຸດົມການ ເຊິ່ງເອີ້ນວ່າ "ອຸດມການປະຕິວັດແບບເບັດເສັດ" (idéologie de révolution totale) ເຊິ່ງມີການຮັກສາຜະເດັດການໂດຍໃຫ້ຊົນຊັ້ນກຳມະຊີບ ເປັນຕົວຂັບເຄື່ອນ.

ສິ່ງທຳອິດເຊິ່ງພວກຂະເໝນແດງໄດ້ເຮັດ ຫຼັງໄດ້ຮັບອຳນາດ ແມ່ນການກວາດຕ້ອນປະຊາຊົນກຳປູເຈຍທັງໝົດຈາກກຸງພະນົມເປນ ແລະຈາກເມືອງສຳຄັນອື່ນໆ ມາບັງຄັບໃຫ້ເຮັດກະເສດຕະກຳ ແລະໃຊ້ແຮງງານຮ່ວມກັນ ຢູ່ພື້ນທີ່ຊົນນະບົດ ເພື່ອຈຳແນກປະຊົາຊົນທີ່ຖືເປັນ "ສັດຕູທາງຊົນຊັ້ນ" ບໍ່ວ່າຈະເປັນ ທະຫານ, ຂ້າລາດຊະການ, ເຊື້ອພະວົງ, ຜູ້ມີການສຶກສາ ຫຼື ຜູ້ມີວິຊາຊີບສະເພາະໃນດ້ານຕ່າງໆ ອອກມາເພື່ອໃຫ້ກຳຈັດ. ເຊິ່ງການກະທຳດັ່ງກ່າວນີ້, ສົ່ງຜົນໃຫ້ປະຊາຊົນ ຊາວກຳປູເຈຍ ຕ້ອງເສຍຊີວິດເນື່ອງຈາກຖືກສັງຫານ ຖືກບັງຄັບໃຫ້ໃຊ້ແຮງງານ ແລະຄວາມອົດຢາກ ເປັນຈຳນວນປະມານ 850.000 ເຖິງປະມານ 3 ລ້ານຄົນ. ເຊິ່ງເມື່ອທຽບອັດຕາສ່ວນຂອງປະຊາຊົນທີ່ເສຍຊີວິດຕໍຈຳນວນປະຊາຊົນກຳປູເຈຍທັງໝົດໃນຂະນະນັ້ນ (ປະມານ 7.5 ລ້ານຄົນໃນປີ ຄ.ສ. 1975). ເຊິ່ງເອີ້ນໄດ້ວ່າ ລະບອບການປົກຄອງຂອງຂະເໝນແດງ ແມ່ນໜຶ່ງໃນລະບອບທີ່ມີຄວາມຮຸນແຮງທີ່ສຸດໃນຊ່ວງຄິດຕະສະຕະວັດທີ່ 20.

ຫຼັງຈາກກຸ່ມຂະເໝນແດງປົກຄອງກຳປູເຈຍເປັນໄລຍະເວລາ 4 ປີ ຈົນເຖິງ ຄ.ສ. 1979, ອຳນາດການປົກຄອງຂອງຂະເໝນແດງ ໄດ້ສິ້ນສຸດລົງ. ອັນເນື່ອງຈາກການບຸກຢຶດກຳປູເຈຍ ຈາກກອງກຳລັງຂອງສາທາລະນະລັດສັງຄົມນິຍົມຫວຽດນາມ. ແຕ່ຢ່າງໃດກໍ່ຕາມ, ປະຕິບັດການເຄື່ອນໄຫວແບບຕໍ່ຕ້ານຂອງຂະເໝນແດງ ໂດຍສະເພາະບໍລິເວນພາກຕາເວັນຕົກຂອງກຳປູເຈຍ ເຊິ່ງມີຖານທີ່ມັ່ນຢູ່ ລາດຊະອານາຈັກໄທ ກໍຍັງຄົງສືບຕໍ່ມາໃນຊ່ວງທົດສະວັດທີ່ 90 ຈົນເຖິງປີ ຄ.ສ. 1996, ພອນ ພັອດ, ຫົວໜ້າຂະບວນການໃນຂະນະນັ້ນ ໄດ້ຍຸຕິການເຮັດວຽກຂອງຂະເໝນແດງລົງ ຢ່າງເປັນທາງການ ຫຼັງຈາກມີການລົງນາມໃນຂໍ້ຕົກລົງສັນຕິພາບແລ້ວ.

ພອນ ພັອດ ໄດ້ເສຍຊີວິດເມື່ອວັນທີ່ 15 ເມສາ ຄ.ສ. 1998 ໂດຍຍັງບໍ່ທັນຮັບການພິຈາລະນາຄະດິສັງຫານໝູ່ປະຊາຊົນໃນຊ່ວງທີ່ຂະເໝນແດງຍັງມີອຳນາດຢູ່ແຕ່ຢ່າງໃດ. [2] ເຊັ່ນດຽວກັບຕາ ມັອກ, ອະດີດຜູ້ບັນຊາການຂອງຂະເໝນແດງ ເຊິ່ງໄດ້ເສຍຊີວິດລົງເມື່ອວັນທີ່ 21 ກໍລະກົດ ຄ.ສ. 2006 ລະຫວ່າງຄວບຄຸມໂຕຈາກ ລັດຖະບານ ຂອງກຳປູເຈຍ ເພື່ອລໍການພິຈາລະນາຄະດິ.> ປັດຈຸບັນມີພຽງຄັງ ແຄັກ ອຽວ (ຫຼືຮູ້ຈັກກັນໃນຊື່ “ຕຸສ”), ອະດີດຫົວໜ້າຄ່າຍກັກກັນຂອງຕວນ ສແລັງ, ແລະ ນວນ ເຈຍ, ອະດີດສະມາຊິກລະດັບຜູ້ນຳ ເທົ່ານັ້ນ ຖືກພາໂຕມາພິຈາລະນາໂທດຈາກສານພິເສດເຊິ່ງຕັ້ງຂື້ນເພື່ອພິຈາລະນາຄະດີຂອງອະດີດກຸ່ມຜູ້ນຳຂະເໝນແດງໂດຍສະເພາະ.[3] ໂດຍເລີ່ມການພິຈາລະນາຄະດີຕັ້ງແຕ່ປີ ຄ.ສ. 2007 ເປັນຕົ້ນໄປ.

ອ້າງອີງ[ດັດແກ້]

  1. ຊື່ Khmer Rouge ມີຮາກສັບຈາກ[[ພາສາຝຣັ່ງ ມີຄວາມໝາຍວ່າ ຊາວຂະເໝນສີແດງ (Red Khmer) ໄດ້ຮັບການບັນຍັດໂດຍ ກະສັດ ນາຖົນໂຣດົມ ສີຫະນຸ ແຕ່ຂະບວນການຄອມມິວນິດຂອງກຳປູເຈຍບໍ່ເຄີຍເອີ້ນຕົນເອງຊື້ນີ້ ເບິ່ງ David P. Chandler. Brother Number One: A Political Biography of Pol Pot, revised edition. (Chiang Mai: Silkworm Books, 2000.) P. 214.
  2. Pol Pot Dead.” BBC News (April 16, 1998.) ເອີ້ນຂໍ້ມູນເມື່ອ 30 ມີນາ ຄ.ສ. 2016
  3. The Khmer Rouge trials: Better Late Than Never.” Economist.com (August 2, 2007.) ເອີ້ນຂໍ້ມູນເມື່ອວັນທີ່ 30 ມີນາ ຄ.ສ. 2016