ລັດຖະບານ

ຈາກ ວິກິພີເດຍ

ລັດຖະບານ (ອັງກິດ: Government) ແມ່ນອົງການທີ່ມີອຳນາດໃນການອອກ ແລະ ບັງຄັບໃຊ້ກົດໝາຍ ສຳລັບດິນແດນໜຶ່ງ ນິຍາມທີ່ຊັດເຈນຂອງລັດຖະບານນັ້ນມີຢູ່ຫຼາຍນິຍາມ ໃນກໍລະນີທົ່ວໄປ ລັດຖະບານ ແມ່ນຜູ້ທີ່ອຳນາດໃນການປົກຄອງ ກ່າວແມ່ນມີອຳນາດໃນການບໍລິຫານຈັດການເໜືອພື້ນທີ່ໃດໆ ຫຼື ເໜືອກຸ່ມຄົນ ລັດຖະບານກົງກັບຄຳພາສາອັງກິດວ່າ: government ເຊິ່ງມີຄວາມໝາຍສອງຄວາມໝາຍ ຄວາມໝາຍທຳອິດໝາຍເຖິງກິດຈະກຳການປົກຄອງ ແລະ ອີກຄວາມໝາຍໜຶ່ງແມ່ນຄະນະບຸກຄົນທີ່ມີອຳນາດໃນການປົກຄອງ.

ລະບອບການປົກຄອງ (ອັງກິດ: form of government) ໝາຍເຖິງ ສະຖາບັນທາງການເມືອງເຊິ່ງລັດຖະບານຂອງລັດໄດ້ຈັດຕັ້ງຂຶ້ນເພື່ອໃຊ້ອຳນາດໃນການຈັດການປົກຄອງປະເທດ[1] ຄຳນີ້ຍັງມີນິຍາມໄປເຖິງລັດຖະບານທີ່ບໍ່ປະສົບຜົນສຳເລັດໃນການໃຊ້ອຳນາດປົກຄອງປະເທດອີກດ້ວຍ.

ເບິ່ງເພີ່ມຕື່ມ[ດັດແກ້]

ລະບົບການເມືອງຂອງ ສປປລາວ

ລັດຖະບານ[ດັດແກ້]

ລັດຖະບານແມ່ນອົງການບໍລິຫານແຫ່ງລັດ. ລັດຖະບານຄຸ້ມຄອງຢ່າງເປັນເອກກະພາບ ການປະຕິບັດໜ້າທີ່ຂອງລັດ ໃນທຸກດ້ານ: ການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບແລະ ການຕ່າງປະເທດ.


ລັດຖະບານມີສິດ ແລະ ໜ້າທີ່ດັ່ງນີ້: 1. ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດ ແລະ ລັດຖະດຳລັດ ຂອງປະທານປະເທດ.

2. ສະເໜີຮ່າງກົດໝາຍ ແລະ ຮ່າງລັດຖະບັນຍັດຕໍ່ສະພາແຫ່ງຊາດ, ຮ່າງລັດຖະດຳລັດຕໍ່ປະທານປະເທດ.

3. ກຳນົດແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນຫງົບປະມານແຫ່ງລັດປະຈຳປີ ແລ້ວ ນຳສະເໜີໃຫ້ສະພາແຫ່ງຊາດພິຈາລະນາ ແລະ ຣັບຮອງເອົາ.

4. ລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ສະພາແຫ່ງຊາດ, ຕໍ່ຄະນະປະຈຳສະພາແຫ່ງຊາດ(ໃນເວລາທີ່ ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊູມ) ແລະ ລາຍງານຕໍ່ປະທານປະເທດ.

5. ອອກດຳລັດ, ມະຕິຕົກລົງກ່ຽວກັບການຄູ້ມຄອງລັດ, ຄູ້ມຄອງເສດຖະກິດ - ສັງຄົມ, ວິທະຍາສາດ, ເຕັກນິກ, ເຕັກໂນໂລຢີ, ຊັບພະຍາກອນແຫ່ງຊາດ, ສີ່ງແວດລ້ວມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສຸກ ແລະ ການຕ່າງປະເທດ.

6. ຈັດຕັ້ງ, ຊີ້ນຳ ແລະ ກວດກາການເຄື່ອນໄຫວຂອງບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖີ່ນ.

7. ຈັດຕັ້ງ ແລະ ກວດກາການເຄື່ອນໄຫວກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

8. ເຊັນສົນທິສັນຍາ, ສັນຍາກັບຕ່າງປະເທດ ແລະ ຊີ້ນຳການປະຕິບັດສົນທິສັນຍາ ແລະ ສັນຍາທີ່ໄດ້ເຊັນແລ້ວ.

9. ງົດການປະຕິບັດ, ລົບລ້າງ ຫລື ຍົກເລີກຂໍ້ຕົກລົງ, ຄຳສັ່ງຂອງກະຊວງ, ອົງການທຽບເທົ່າກະຊວງ, ອົງການ ທີ່ຂື້ນກັບລັດຖະບານ ແລະ ອົງການປົກຄອງທ້ອງຖີ່ນທີ່ຂັດກັບລະບຽບກົດໝາຍ.

10. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.


ລັດຖະບານປະກອບດ້ວຍນາຍົກລັດຖະມົນຕີ, ຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະ ຊວງ. ລັດຖະບານມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ.


ນາຍຍົກລັດຖະມົນຕີແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫລື ປົດຕຳແໜ່ງພາຍຫລັງທີ່ສະພາແຫ່ງຊາດທີ່ໄດ້ຮັບ ຮອງເອົາແລ້ວ.


ນາຍົກລັດຖະມົນຕີເປັນຫົວໜ້າລັດຖະບານ ແລະ ຕາງໜ້າໃຫ້ລັດຖະບານຊີ້ນຳ ແລະ ອຳນວຍຄວບຄູມວຽກງານ ຂອງລັດຖະບານ, ຊີ້ນຳວຽກງານຂອງກະຊວງ, ອົງການທຽບເທົ່າກະຊວງ, ທະບວງ ແລະ ອົງການອື່ນໆທີ່ຂື້ນກັບ ລັດຖະບານ, ຊີ້ນຳວຽກງານຂອງແຂວງ ແລະ ນະຄອນ. ນາຍົກລັດຖະມົນຕີແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳແໜ່ງ ລັດຖະມົນຕີຊ່ວຍວ່າການ, ຮອງຫົວໜ້າອົງການທຽບເທົ່າກະຊວງ, ຫົວໜ້າທະບວງ, ຮອງເຈົ້າແຂວງ, ຮອງເຈົ້າ ຄອງນະຄອນ, ເລື່ອນຊັ້ນ ຫລື ປົດຊັ້ນພັນເອກຂອງກຳລັງປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ຕຳແໜ່ງ ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ. ບັນດາຮອງນາຍົກລັດຖະມົນຕີ ເປັນຜູ້ຊ່ວຍວຽກນາຍົກລັດຖະມົນຕີ ແລະ ຮັບຜິດຊອບວຽກງານໃດໜື່ງຕາມການມອບໝາຍຂອງນາຍົກລັດຖະມົນຕີ. ເມື່ອນາຍົກລັດຖະມົນຕີຕິດຂັດ ແມ່ນຮອງ ນາຍົກລັດຖະມົນຕີຜູ້ທີ່ໄດ້ຮັບມອບໝາຍເປັນຜູ້ວ່າການແທນ.


ລັດຖະບານ ຫລື ສະມາຊິກລັດຖະບານທ່ານໃດທ່ານໜື່ງອາດຈະຖຶກສະພາແຫ່ງຊາດພິຈາລະນາ ແລະ ລົງມະຕິ ບໍ່ໄວ້ວາງໃຈຖ້າວ່າຄະນະປະຈຳສະພາແຫ່ງຊາດ ຫືລ ມີຢ່າງໜ້ອຍໜື່ງສາມສ່ວນສີ່ຂອງຈຳນວນສະມາຊິກສະພາ ແຫ່ງຊາດທັງໝົດຫາກສະເໜີບັນຫານີ້ຂື້ນ. ໃນໄລຍະເວລາຊາວສີ່ຊົ່ວໂມງ ພາຍຫັລງທີ່ສະພາແຫ່ງຊາດໄດ້ລົງມະ ຕິບໍ່ໄວ້ວາງໃຈແລ້ວ ປະທານປະເທດມີສິດສະເໜີໃຫ້ສະພາແຫ່ງຊາດພິຈາລະນາຄືນໃໝ່. ການພິຈາລະນາເທື່ອທີ່ ສອງຕ້ອງຫ່າງຈາກການພິຈາລະນາເທື່ອທີ່ໜື່ງສີ່ສິບແປດຊົ່ວໂມງ. ຖ້າວ່າການລົງມັດຕິເທື່ອໃໝ່ຫາກບໍ່ໄດ້ຮັບຄວາມ ໄວ້ວາງໃຈອີກແລ້ວລັດຖະບານ ຫລືືສະມາຊິກລັດຖະບານທ່ານນັ້ນຕ້ອງລາອອກ.

ໂຄງປະກອບການຈັດຕັ້ງ , ສິດ ແລະໜ້າທີ່ຂອງລັດຖະບານ[ດັດແກ້]

ໂຄງປະກອບກົງຈັກຂອງລັດຖະບານ[ດັດແກ້]

ກົງຈັກຂອງລັດຖະບານ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ປະ ກອບດ້ວຍສຳນັກງານນາຍົກລັດ ຖະມົນຕີ , ກະຊວງ​ແລະອົງ ການທຽບເທົ່າກະຊວງ ຊຶ່ງ ຖືກ ຮັບ ຮອງ ເອົາ​ໂດຍສະພາແຫ່ງຊາດ ຕາມ ການ ສະເໜີ ຂອງ​ນາຍົກລັດຖະມົນຕີ.

ການກຳນົດໂຄງປະກອບກົງຈັກຂອງລັດຖະບານ ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງ ການ ຕົວຈິງຂອງປະ​ເທດ ໃນແຕ່ ລະໄລຍະ.


ໂຄງປະກອບຂອງລັດຖະບານ

ລັດຖະບານປະກອບດ້ວຍນາຍົກລັດຖະມົນຕີ,ຮອງນາຍົກລັດຖະມົນຕີ , ລັດຖະມົນຕີວ່າການກະຊວງ , ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ ແລະ ຫົວໜ້າອົງການທຽບເທົ່າກະຊວງ.

ΞΞΞ ປັດຈຸບັນຄະນະລັດຖະບານປະກອບມີຄື:ΞΞΞ

       1. ທ່ານ ທອງສິງ ທຳມະວົງ ເປັນນາຍົກລັດຖະມົນຕີ
       2. ທ່ານ ອາຊາງ ລາວລີ ເປັນຮອງນາຍົກລັດຖະມົນຕີ
       3. ທ່ານ ດຣ ທອງລຸນ ສີສຸລິດ ເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ
       4. ທ່ານ ພົນໂທ ດວງໃຈ ພິຈິດ ເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ
       5. ທ່ານ ສົມສະຫວາດ ເລັ່ງສະຫວັດ ເປັນຮອງນາຍົກລັດຖະມົນຕີ
       6. ທ່ານ ນາງ ປານີ ຢາທໍຕູ້ ເປັນປະທານສະພາແຫ່ງຊາດ
       7. ທ່ານ ດຣ ບຸນທອງ ຈິດມະນີ ເປັນປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ
       8. ທ່ານ ດຣ ພັນຄຳ ວິພາວັນ ເປັນລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ
       9. ທ່ານ ດຣ ທອງບັນ ແສງອາພອນ ເປັນລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະຫງົບ
       10. ທ່ານ ນາງ ອ່ອນຈັນ ທຳມະວົງ ເປັນລັດຖະມົນຕີວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
       11.ທ່ານ ດຣ ຈະເລີນ ເຍຍປາວເຮີ ເປັນລັດຖະມົນຕີວ່າການ ກະຊວງຍຸຕິທຳ
       12.ທ່ານ ສຸລິວົງ ດາລາວົງ ເປັນລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່
       13.ທ່ານ ສຈ.ດຣ ເອກສະຫວ່າງ ວົງວິຈິດ ເປັນລັດຖະມົນຕີວ່າການ ກະຊວງສາທາລະນະສຸກ
       14.ທ່ານ ວິໄລວັນ ພົມເຂ ເປັນລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້
       15.ທ່ານ ຄຳປານ ພິລາວົງ ເປັນລັດຖະມົນຕີວ່າການ ກະຊວງພາຍໃນ
       16.ທ່ານ ດຣ ນາມ ວິລະເກດ ເປັນລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ
       17.ທ່ານ ສົມມາດ ພົມເສນາ ເປັນລັດຖະມົນຕີວ່າການ ກະຊວງໂຍທາທິການແລະ ຂົນສົ່ງ
       18.ທ່ານ ສົມດີ ດວງດີ ເປັນລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທືນ
       19.ທ່ານ ພູເພັດ ຄຳພູນວົງ ເປັນລັດຖະມົນຕີວ່າການກະຊວງການເງີນ
       20.ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ເປັນລັດຖະມົນຕີວ່າການ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ
       21.ທ່ານ ສຈ.ດຣ ບໍ່ວຽງຄຳ ວົງດາລາ ເປັນລັດຖະມົນຕີວ່າການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
       22.ທ່ານ ໜູລິນ ສິນບັນດິດ ເປັນລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
       23.ທ່ານ ຫຽມ ພົມມະຈັນ ເປັນລັດຖະມົນຕີວ່າການ ກະຊວງໂທລະຄົມມະນາຄົມ ແລະ ການສື່ສານ
       24.ທ່ານ ສຈ.ດຣ ບຸນຕຽມ ພິດສະໄໝ ເປັນລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ
       25.ທ່ານ ດຣ ສິນລະວົງ ຄຸດໄພທູນ ເປັນລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ
       26.ທ່ານ ນາງ ບຸນເພັງ ມູນໂພໄຊ ເປັນລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ
       27.ທ່ານ ບຸນເຮືອງ ດວງພະຈັນ ເປັນລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ
       28.ທ່ານ ດຣ ດວງສະຫວັດ ສຸພານຸວົງ ເປັນລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ
       29.ທ່ານ ນາງ ເຂັມແພງ ພົນເສນາ ເປັນລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ
       30.ທ່ານ ສົມພາວ ໄຟສິດ ເປັນຜູ້ວ່າການທະນາຄານແຫ່ງຊາດ
        
          ສ່ວນໃນໝວດອົງການບໍລິຫານ ແລະ ອຳນາດລັດອື່ນໆ ມີຄື:        
       31.ທ່ານ ຄຳພັນ ສິດທິດຳພາ ເປັນຫົວໜ້າອົງການສານປະຊາຊົນສູງສຸດ
       32.ທ່ານ ຄຳສານ ສຸວົງ ເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ

ສິດ ແລະໜ້າທີ່ຂອງລັດຖະບານ[ດັດແກ້]

ລັດຖະບານ ມີສິດ ແລະໜ້າທີ່ດັ່ງນີ້ :

1. ປະຕິບັດລັດຖະທຳມະນູນ , ກົດໝາຍ , ມະຕິຕົກລົງຂອງສະພາແຫ່ງຊາດ , ລັດຖະ ບັນຍັດ ແລະ ລັດຖະດຳລັດຂອງປະທານປະເທດ, ຈັດຕັ້ງໂຄສະນາເຜີຍແຜ່ກົດ ໝາຍ, ສຶກສາອົບຮົມສະຕິເຄົາ ລບ ແລະປະຕິບັດລະບຽບກົດໝາຍ; ກຳນົດບັນດາມາດຕະການປົກປ້ອງສິດ ແລະຜົນປະໂຫຍດອັນຊອບ​ທຳ​ຂອງ​ປະຊາຊົນ ;

2. ກຳນົດແຜນຍຸດທະສາດ , ແຜນ​ພັດທະນາ ເສດ ຖະກິດ - ສັງຄົມ ແລະ ແຜນງົບ ປະມານແຫ່ງລັດປະຈຳປີແລ້ວ ນຳ ສະ ເໜີ ສະພາແຫ່ງຊາດພິຈາລະນາ ແລະ ຮັບຮອງເອົາ.

3. ຄຸ້ມຄອງຢ່າງເປັນເອກະພາບການກໍ່ສ້າງ , ການຂະຫຍາຍພື້ນຖານເສດຖະກິດ , ວັດທະນະທຳ -ສັງຄົມ, ວິທະຍາສາດ, ເຕັກນິກ, ການປະຕິບັດນະໂຍບາຍການ ເງິນ, ເງິນຕາ, ຮັບປະກັນການນຳໃຊ້ຊັບສົມບັດຂອງຊາດຢ່າງມີປະສິດທິພາບ, ປົກປ້ອງຊັບສົມບັດຂອງລັດ, ລວມໝູ່ ແລະບຸກຄົນບົນພື້ນຖານລັດຖະທຳ​ມະນູນ ແລະກົດໝາຍ.

4. ລາຍງານ ການເຄື່ອນໄຫວວຽກງານຂອງຕົນຕໍ່ສະພາແຫ່ງ ຊາດ , ຕໍ່ຄະນະ ປະຈຳສະພາແຫ່ງຊາດໃນເວລາທີ່ ສະພາ ແຫ່ງ ຊາດ ບໍ່ ໄດ້ ເປີດ ກອງ ປະຊຸມ ແລະລາຍ ງານ​ຕໍ່​ປະທານ​ປະເທດ.


5. ຄົ້ນຄວ້າ ແລະສະເໜີຮ່າງກົດໝາຍຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາຮັບ ຮອງ, ສະເໜີຮ່າງລັດຖະບັນຍັດຕໍ່ຄະນະປະຈຳສະພາແຫ່ງຊາດເພື່ອ​ພິຈາລະນາ.

6. ຄົ້ນຄວ້າ ແລະສະເໜີຮ່າງລັດຖະດຳລັດຕໍ່​ປະທານປະເທດເພື່ອ​ພິຈາລະນາຕົກລົງ.

7. ອອກດຳລັດ, ມະຕິ ຕົກລົງ ກ່ຽວກັບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ - ສັງ ຄົມ , ວິທະຍາສາດ , ເຕັກນິກ , ເຕັກໂນໂລຢີ , ການສ້າງ ແລະນຳໃຊ້ຊັບພະຍາກອນມະນຸດ , ການປົກປັກຮັກສາ ແລະນຳໃຊ້ຊັບ​ພະຍາກອນທຳມະຊາດ , ສິ່ງ ແວດລ້ອມ ແລະຊັ ພະຍາກອນອື່ນໆ , ການປ້ອງກັນຊາດ O ປ້ອງກັນຄວາມ ສະຫງົບ ແລະການ ເຄື່ອນ ໄຫວ ວຽກ ງານ​ການ​ຕ່າງ​ປະ ເທດ ;

8. ຈັດຕັ້ງ , ຊີ້ນຳ , ອຳນວຍຄວບຄຸມ ແລະກວດກາການເຄື່ອນໄຫວຂອງບັນດາຂະແໜງການ ແລະອົງການປົກຄອງທ້ອງຖິ່ນ ເພື່ອຮັບປະກັນໃຫ້ມີປະສິດທິ ພາບ ແລະຖືກ ຕ້ອງ ຕາ​ມລະ ບຽບ​ກົດໝາຍ ;

9. ຈັດຕັ້ງ , ຄຸ້ມຄອງພົນລະເມືອງຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ;

10. ເພີ່ມທະວີການປັບປຸງ ແລະກວດກາວຽກງານປ້ອງກັນຊາດ , ປ້ອງກັນຄວາມ ສະຫງົບທົ່ວປວງຊົນ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ , ກໍ່ສ້າງ ກຳລັງປະກອບອາວຸດປະຊາຊົນ , ປະຕິບັດຄຳສັ່ງ ລະດົມພົນ , ກຳນົດມາດຕະ ການຕ່າງໆທີ່ຈຳເປັນ ເພື່ອປົກປັກຮັກສາປະເທດຊາດ ;

11. ງົດການປະຕິບັດ , ລົບລ້າງ ຫລືຍົກເລີກຂໍ້ຕົກລົງ , ຄຳສັ່ງ , ຄຳ ແນະນຳ ແລະແຈ້ງການ ຂອງກະຊວງ , ອົງ ການ ທຽບ ເທົ່າ ກະຊວງ , ອົງ ການ ອື່ນໆ ທີ່ ຂຶ້ນ ກັບ ລັດຖະບານ ແລະອົງ ການ ປົກຄອງທ້ອງຖິ່ນທີ່ຂັດກັບ​ລະບຽບກົດ ໝາຍ ;

12. ຕົກລົງສ້າງຕັ້ງ , ຍຸບເລີກ ແລະກຳນົດເຂດແດນຂອງເມືອງ ແລະເທດສະບານຕາມການສະເໜີຂອງ ເຈົ້າແຂວງ ຫລືເຈົ້າຄອງນະຄອນ ;

13. ຈັດຕັ້ງດຳເນີນການກວດກາ , ກວດການຂອງລັດ , ຕ້ານການລະເມີດລະບຽບ ກົດໝາຍ , ການສໍ້ລາດບັງຫລວງ ແລະປະກົດການຫຍໍ້ທໍ້ອື່ນໆ ; ພິຈາລະນາ ແກ້ໄຂຄຳຮ້ອງທຸກ ຫລືຄຳ ສະ ເໜີຂອງປະຊາຊົນ ກ່ຽວ ກັບ ການ ກະທຳ ທີ່ ບໍ່ ຖືກ​ຕ້ອງ ຂອງພະນັກງານ , ລັດຖະກອນ ແລະອົງ​ການບໍລິຫານ ລັດ ຂັ້ນຕ່າງໆ ບົນ ພື້ນຖານລະບຽບກົດໝາຍ ;

15. ພົວພັນ , ຮ່ວມມື , ເຈລະຈາ , ເຊັນສົນທິສັນຍາ ແລະສັນຍາກັບຕ່າງປະເທດ , ຄຸ້ມຄອງ ແລະ ກວດ ກາການເຄື່ອນໄຫວວຽກງານການຕ່າງປະເທດ , ການປະຕິ ບັດສົນ ທິສັນຍາ ແລະສັນຍາທີ່ໄດ້ເຊັນກັນ ແລ້ວ ;

16. ປະຕິບັດສິດ ແລະໜ້າທີ່ອື່ນໆທີ່ໄດ້ກຳນົດໄວ້ໃນລັດຖະທຳ ມະນູນ ແລະລະບຽບ ກົດໝາຍ.

ອ້າງອີງ[ດັດແກ້]

  1. http://assets.cambridge.org/052184/3162/excerpt/0521843162_excerpt.pdf Kopstein and Lichbach, 2005