ເຈົ້າແຂວງ

ຈາກ ວິກິພີເດຍ

ເຈົ້າແຂວງ, ເຈົ້າຄອງນະຄອນ, ເຈົ້າເມືອງມີສິດ ແລະ ໜ້າທີດັ່ງນີ້:

1. ຮັບປະກັນການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ຈັດຕັ້ງປະຕິບັດທຸກມະຕິຄຳສັ່ງທີ່ຂັ້ນເທີງວາງອອກຢ່າງ ເຂັ້ມງວດ.

2. ຊີ້ນຳ ແລະ ກວດກາການເຄື່ອນໄຫວຂອງທຸກຂະແໜງການ, ທຸກຂັ້ນທີ່ຂື້ນກັບຂອບເຂດຄວາມຮັບພິດຊອບຂອງຕົນ.

3. ງົດການປະຕິບັດ, ລົບລ້າງ ຫລື ຍົກເລີກຂໍ້ຕົກລົງຂອງທຸກຂະແໜງການທີ່ຢູ່ຂັ້ນຂອງຕົນ ຫລື ຂັ້ນລູ່ມທີ່ຂັດກັບ ລະບຽບກົດໝາຍ.

4. ຄຸ້ມຄອງພົນລະເມືອງ, ພິຈາລະນາ ແລະ ແກ້ໄຂຄຳຮ້ອງທຸກ ແລະ ຄຳສະເໜີ ຂອງປະຊາຊົນຢູ່ໃນຂອບເຂດສິດ ອຳນາດຂອງຕົນຕາມທີ່ກຳນົດໄວ້ໃນກົດໝາຍ. ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.