ຈຳປາສັກ
Jump to navigation
Jump to search
|
ແຂວງຈຳປາສັກ (ອັງກິດ: Champasak) ເປັນແຂວງຫນຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງທິດໃຕ້ຂອງປະເທດ ເປັນແຂວງສຳຄັນທາງພາກໃຕ້ມາຕັ້ງແຕ່ສະໃໝບູຮານ ເປັນທີ່ຕັ້ງຂອງອານາຈັກຈຳປາສັກ ເຄີຍຢູ່ໃນເຂດອານາຈັກຂອມບູຮານ ແຂວງນີ້ເປັນທີ່ຕັ້ງຂອງມໍລະດົກໂລກ ຜາສາດຫິນວັດພູ
ໃນສະໃໝກ່ອນປະເທດຝະລັ່ງຍຶດຄອງ ເມືອງເອກຂອງແຂວງນີ້ຄືເມືອງຈຳປາສັກ ຕັ້ງຢູ່ທາງຝັ່ງຂວາຂອງແມ່ນ້ຳຂອງ ແຕ່ຫຼັງຈາກຝະລັ່ງໄດ້ເຂົ້າມາຍຶດຄອງປະເທດລາວແລ້ວ ກໍຍ້າຍເມືອງເອກໄປທີ່ປາກເຊ ຊຶ່ງຢູ່ທາງເໜືອຈາກຈຳປາສັກໄປ 30 ກິໂລແມັດ ແລະ ຢູ່ທາງຝັ່ງຊ້າຍແມ່ນ້ຳຂອງ ແຂວງຈຳປາສັກນີ້ເປັນທີ່ຕັ້ງຂອງສຸດຍອດທຳມະຊາດຂອງປະເທດລາວຫຼວງຫຼາຍ ເຊັ່ນ ນ້ຳຕົກຄອນພະເພັງ ນ້ຳຕົກຜາສ້ວມ ນ້ຳຕົກຫຼີ່ຜີ ເຂດຕິດຕໍ່ຂອງແຂວງນີ້ ທາງຕະເວັນຕົກສາມາດຂ້າມໄປປະເທດໄທທາງຊ່ອງເມັກໄດ້ ແລະທາງໃຕ້ ຍັງສາມາດຂ້າມໄປກັມປູເຈຍທາງເວິນຄາມໄດ້ອີກດ້ວຍ
ການແບ່ງເຂດການປົກຄອງ[ແກ້ໄຂ]
- ປາກເຊ (Pakse)
- ຊະນະສົມບູນ (Sanasomboun)
- ບາຈຽງຈະເລີນສຸກ (Ba Chiengchaleunsouk)
- ປາກຊ່ອງ (Paksong)
- ປະທຸມພອນ (Pathoumphone)
- ໂພນທອງ (Phonthong)
- ຈຳປາສັກ (Champassak)
- ສຸຂຸມາ (Soukhouma)
- ມູນລະປະໂມກ (Meunlapamok)
- ໂຂງ (Khong)
ສະຖານທີ່ທ່ອງທ່ຽວ[ແກ້ໄຂ]
- ຜາສາດຫີນວັດພູ
- ນ້ຳຕົກຕາດຄອນພະເພັງ
- ຕາດຜາສ້ວມ
- ຕາດຟານ
- ຕາດເຍືອງ
- ພູພຽງບໍລະເວນ
- ຕະຫຼາດດາວເຮືອງ
- ວັດພູສະເຫຼົາ
- ວັດຈອມເພັດ
- (( ວັດໂພນສະຫວັນ ໄກ້ແມ່ນ້ຳຂອງສີ່ແຍກຂົວຂ້າມນ້ຳຂອງ))
- ຕາດອີ່ຕູ
- ຕາດ ຫ້ວຍຈຳປີ
![]() |
|
---|---|
ນະຄອນຫຼວງ | ນະຄອນຫຼວງວຽງຈັນ |
ແຂວງ | ຄໍາມ່ວນ - ຈຳປາສັກ - ສະຫວັນນະເຂດ - ສາລະວັນ - ເຊກອງ - ໄຊຍະບູລີ - ຊຽງຂວາງ - ບໍລິຄຳໄຊ ບໍ່ແກ້ວ - ຜົ້ງສາລີ - ວຽງຈັນ - ຫຼວງນ້ຳທາ - ຫຼວງພະບາງ - ຫົວພັນ - ອັດຕະປຶ - ອຸດົມໄຊ |
ເຂດການປົກຄອງໃນອະດີດ | ເຂດພິເສດຊຽງຮ່ອນ-ຫົງສາ - ເຂດພິເສດໄຊສົມບູນ |