ແຂວງໄຊຍະບູລີ
|

ປະຫວັດແຂວງໄຊຍະບູລີ[ດັດແກ້]
ລັກສະນະພູມສັນຖານ[ດັດແກ້]
ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ. ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂວງອຸດົມໄຊ ມາຍັງແຂວງຫລວງພະບາງ ຈາກຫລວງພະບາງ ແມ່ນ້ຳຂອງໄຫລ ຕໍ່ໄປຍັງແຂວງໄຊຍະບູລີ ແຂວງທີ່ອາດຈະບໍ່ໂດດເດັ່ນໃນເລື່ອງການທ່ອງທ່ຽວຫລາຍເທົ່າໃດ ຖ້າທຽບກັບເມືອງຫລວງພະບາງ ແລະ ນະຄອນວຽງຈັນ ແຕ່ໃນອະນາຄົດອາດໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ຫາກຖະໜົນທີ່ເຊື່ອມຕໍ່ແຂວງນ່ານ ເຂົ້າສູ່ແຂວງໄຊຍະບຸລີຕັດຜ່ານໄປຍັງຫລວງພະບາງ ໄຊຍະບູລີ ເມືອງແຫ່ງປ່າໄມ້ທີ່ອຸດົມສົມບູນ ແລະ ທຳມະຊາດອັນສວຍງາມ ຕັ້ງຢູ່ເທິງພູເຂົາ ແລະ ທົ່ງພຽງ ມີເຂດແດນຕິດກັບໄທຍາວ 647 ກິໂລແມັດ. ປະຊາກອນມີ 8 ເຜົາ ເຊັ່ນ: ເຜົ່າລາວ, ມົ້ງ, ກຶມມຸ ໄທດຳ, ລື້,ຢວນ,ອີມຽນ ເຜົ່າໄປຣ. ທາງຕະເວັນອອກຕິດກັບຝັ່ງແມ່ນ້ຳຂອງ ຈະເຫັນຍອດພູເຂົາທີ່ເບິ່ງໄກໆ ຈະເໝືອນຊ້າງກຳລັງຍ່າງ ຈຶ່ງໄດ້ຊື່ວ່າ ຜາຊ້າງ ສ່ວນທາງທິດຕະເວັນຕົກຂອງຕົວເມືອງເປັນທີ່ຕັ້ງຂອງປ່າສະຫງວນແຫ່ງຊາດນ້ຳປຸ້ຍ ຖັດມາທາງຕອນໃຕ້ໃກ້ຊາຍແດນມີ ນ້ຳຕົກໃຫ້ທ່ຽວຊົມ ໄດ້ແກ່ ນ້ຳຕົກເຮືອນຄຳ ນ້ຳຕົກຕາດເຫືອງ ແຕ່ຍັງບໍ່ມີຖະໜົນເຂົ້າເຖິງ ສ່ວນນ້ຳຕົກທີ່ມີຖະໜົນເຂົ້າເຖິງໄດ້ແກ່ ນ້ຳຕົກຕາດເຈົ້າ ສູງປະມານ 30 ແມັດ ການເດິນທາງສະດວກ ຢູ່ໃກ້ຕົວເມືອງ ຫ່າງຈາກທ່າເຮືອປະມານ 1 ກິໂລແມັດ ຊາວບ້ານສ່ວນໃຫຍ່ນິຍົມມາທ່ຽວພັກຜ່ອນຊຶ່ງເຈົ້າຊີວິດສີສະຫວ່າງວົງໂປດໃຫ້ສ້າງຂຶ້ນ.
ທີ່ຕັ້ງ[ດັດແກ້]
- ຕິດກັບ ແຂວງບໍ່ແກ້ວ ແລະ ແຂວງອຸດົມໄຊ ທາງທິດເໜືອ
- ຕິດກັບ ແຂວງເລີຍ ປະເທດໄທ ທາງທິດໃຕ້
- ຕິດກັບ ແຂວງຫລວງພະບາງ ແລະ ແຂວງວຽງຈັນ ທາງທິດຕາເວັນອອກ
- ຕິດກັບ ແຂວງນ່ານ, ອຸດຕະຣະດິດ, ພະເຍົາ, ຊຽງຣາຍ,ພິດສະນຸໂລກ ປະເທດໄທ ທາງທິດຕາເວັນຕົກ
ບັນດາເມືອງ[ດັດແກ້]
- ເມືອງບໍ່ແຕນ (8-09)
- ເມືອງຫົງສາ (8-03)
- ເມືອງແກ່ນທ້າວ (8-08)
- ເມືອງຄອບ (8-02)
- ເມືອງເງິນ (8-04)
- ເມືອງປາກລາຍ (8-07)
- ເມືອງພຽງ (8-06)
- ເມືອງທົ່ງມີໄຊ (8-10)
- ໄຊຍະບູລີ (8-01)
- ເມືອງຊຽງຮ່ອນ (8-05)
- ເມືອງໄຊສະຖານ (8-11)
ສະຖານທີ່ທ່ອງທ່ຽວ[ດັດແກ້]
- ເທດສະການບຸນຊ້າງ
- ເຂື່ອນນ້ຳຂອງ
- ສູນອານຸລັກຊ້າງ
- ຕາດຮຳ
- ແກ້ງທຽນ
ົ+ ເພື່ອນເບຍ ຄາລາໂອເກະ ເມືອງປາກລາຍ
- ( ຕາດຂຽວ )
- ບູນກອງເຂົ້າໃຫຍ່ ເມຶືອງພງງ
+ (ຫ້ວຍນໍ້າໃສເມືອງໄຊຍະບູລີ
ເວັບໄຊອື່ນ[ດັດແກ້]
ນະຄອນຫຼວງ | ນະຄອນຫຼວງວຽງຈັນ |
---|---|
ແຂວງ | ຄໍາມ່ວນ - ຈຳປາສັກ - ສະຫວັນນະເຂດ - ສາລະວັນ - ເຊກອງ - ໄຊຍະບູລີ - ຊຽງຂວາງ - ບໍລິຄຳໄຊ ບໍ່ແກ້ວ - ຜົ້ງສາລີ - ວຽງຈັນ - ຫຼວງນ້ຳທາ - ຫຼວງພະບາງ - ຫົວພັນ - ອັດຕະປຶ - ອຸດົມໄຊ |
ເຂດການປົກຄອງໃນອະດີດ | ເຂດພິເສດຊຽງຮ່ອນ-ຫົງສາ - ເຂດພິເສດໄຊສົມບູນ |