ເມືອງຄອບ

ຈາກ ວິກິພີເດຍ

ເມືອງຄອບ ເປັນເມືອງໜຶ່ງທີ່ຂຶ້ນກັບແຂວງໄຊຍະບູລີ

ປະຫວັດຫຍໍ້[ດັດແກ້]

ເມືອງຄອບຕັ້ງຢູ່ເໜືອສຸດຂອງແຂວງໄຊຍະບູລີ ຫ່າງຈາກເທດສະບານແຂວງໄປທາງທິຕາເວັນຕົກສ່ຽງເໜືອປະມານ 251 ກິໂລແມັດ. ເມືອງຄອບເປັນເມືອງທີ່ຈັດຢູ່ໃນສີ່ເມືອງເໜືອຂອງແຂວງໄຊຍະບູລີ, ຊຶ່ງທິດເໜືອຕິດກັບເມືອງປາກທາ (ແຂວງບໍ່ແກ້ວ) ຊຶ່ງສ່ວນໜຶ່ງກັ້ນດ້ວຍແມ່ນ້ຳຂອງ, ທິດຕາເວັນອອກຕິດກັບເມືອງຊຽງຮ່ອນ (ແຂວງໄຊຍະບູລີ), ສ່ວນທິດຕາເວັນຕົກແລະທິດໃຕ້ແມ່ນຕິດກັບອຳເພີພູຊາງ (ເມືອງພູຊາງ), ຈັງຫວັດພຣະເຍົາ (ແຂວງພະເຍົາ), ປະເທດໄທ.

ເມືອງຄອບເປັນໜຶ່ງໃນສີ່ເມືອງຂອງແຂວງໄຊຍະບູລີທີ່ມີດ່ານປະເພນີອອກສູ່ປະເທດໄທ, ເມືອງປະກອບມີທັງຫມົດ 27 ບ້ານ. ມີພົນລະເມືອງທັງໝົດ 20,071ຄົນ, ຍິງ 10,013 ຄົນ, ມີ 248 ໜ່ວຍຄຸ້ມຄອງພົນລະເມືອງ, ມີຄອບຄົວທັງໝົດ 4,075 ຄອບຄົວ (2015) ເຜົ່າຄື: ເຜົ່າ ລື້, ເຜົ່າຍວນ, ເຜົ່າລາວ, ເຜົ່າມົ້ງ, ເຜົ່າກຶມມຸ ແລະ ເຜົ່າໄປຼ. ເມື່ອກ່ອນເມືອງຄອບຂຶ້ນກັບເຂດພິເສດຊຽງຮ່ອນ-ຫົງສາ, ຕໍ່ມາເຂດພິເສດຊຽງຮ່ອນ-ຫົງສາໄດ້ຖືກຍຸບ, ເມືອງຄອບຈຶ່ງກາຍເປັນເມືອງໜຶ່ງຂອງແຂວງໄຊຍະບູລີ.

ບ້ານຕ່າງໆທີ່ສຳຄັນຂອງເມືອງຄອບມີ 4 ບ້ານເທດສະບານຄື: ບ້ານຜາບ່ອງ, ບ້ານສະຖານ, ບ້ານນ້ຳພ້າວ, ບ້ານເຄິ່ງຫຼັກຄຳ.

ເມືອງຄອບເປັນເມືອງນ້ອຍ ແລະ ມີພູຜາສູງຊັນ, ອຸດົມສົມບູນດ້ວຍຊັບພະຍາກອນທຳມະຊາດ, ພູຜາປ່າໄມ້, ເຊິ່ງມີແມ່ນ້ຳຄອບໄຫຼຜ່ານໃຈກາງເມືອງແລ້ວໄຫຼສູ່ແມ່ນ້ຳຂອງ ແລະ ມີພຣະທາດປວກເປັນມິ່ງຂວັນຂອງເມືອງ.