ເມືອງຫົງສາ

ຈາກ ວິກິພີເດຍ

ເມືອງຫົງສາເປັນເມືອງໜຶ່ງ ຕັ້ງຢູ່ໃນແຂວງໄຊຍະບູລີ +ຊາຍແດນເມືອງຫົງສາ

-ທິດເໜືອຕິດກັບ ເມືອງ ປາກແບງ ແຂວງອຸດົມໄຊ

-ທິດໃຕ້ຕິດກັບ ເມືອງ ໄຊຍະບູູູລີ ແລະ ເມືອງ ໄຊສະຖານ

-ທິດຕາເວັນຕົກ ຕິດກັບ ເມືອງ ເງິນ ແລະ ເມືອງ ສະເລີມພະກຽດ ແຂວງ ນ່ານ ປະເທດ ໄທ

-ທິດຕາເວັນອອກຕິດກັບ ເມືອງ ຈອມເພັດ ແຂວງ ຫລວງພະບາງ

ເປັນເມືອງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດເຊັ່ນ:ຖ່ານຫີນເປັນຕົ້ນ

+ບ້ານຕ່າງໆໃນເທດສະບານເມືອງ

ຊື່ບ້ານ ແລະ ນາມເຮືອຊ່ວງ2023


1.ບ້ານ ນາປຸ່ງ. -- ຫົງຟ້າມ່ວນ

2.ບ້ານ ນາແກ່ນຄຳ. -- ນາແກ່ນຄຳ

3.ບ້ານ ນາສ້ານ. -- ຫົງບ້ານນາ

4.ບ້ານ ໂພນສູງ. -- ໂພນສູງ

5ບ້ານ ໂພນໄຊສະອາດ. -- ໂພນໄຊສະອາດ

6.ບ້ານ ໂພນຈັນ. -- ຫົງແສນຈັນ

7.ບ້ານ ສີມຸງຄຸນ. -- ເຈົ້າແມ່ປາກຫ້ວຍຄ້ອງ

8.ບ້ານ ສີບຸນເຮືອງ. -- ຂວັນໃຈສີບຸນເຮືອງ

9.ບ້ານ ຈຳປາ. -- ຈຳປາຂາວ

10.ບ້ານ ວຽງແກ້ວ. -- ແກ້ວມີໄຊ

11.ບ້ານ ເມືອງຫານ. -- ຫົງເມືອງຫານ

12.ບ້ານ ແທ່ນຄຳ. -- ຫົງແທ່ນຄຳ

13.ບ້ານ ຈອມແຈ້ງ. -- ຫົງຈະເລີນ

14.ບ້ານ ທ່າຊ່ວງ. -- ເທບທິດາຄູວຽງຄຳ

2022

15.ບ້ານໂພນສະອາດ. -- ປະທັບໃຈໂພນສະອາດ

16.ບ້ານໂພນໄຊ -- ດອກຟ້າໂພນໄຊ

ໝາຍເຫດ:

ເບີ14ບໍ່ຢູ່ໃນເທດສະບາດເມືອງ ແຕ່ມີເຮືອລົງແຂ່ງ

ເບີ15ແລະ16ເມື່ອປີ2022ບ່ານໂພນສະອາດແລະໂພນໄຊບໍ່ລວມກັນຈື່ງມີ2ນາມເຮືອຄື

+ບ້ານທີ່ຫາຍໄປໃນເທດສະບານເມືອງ

1.ບ້ານ ນາຊາຍຄຳ ແມ່ນ ຖືກຍ້າຍບ້ານ ແລະ ລວມເຂົ້າກັບ ບ້ານນາແກ່ນຄຳ ຍ້ອນໂຄງການໄຟຟ້າຫົງສາ


2.ບ້ານ ນາໜອງຄຳ ແມ່່ນ ຖືກຍ້າຍບ້ານ ແລະ ລວມເຂົົ້ົົ້າກັັບ ບ້ານ ນາແກ່ນຄຳ ຍ້ອນໂຄງການໄຟຟ້າຫົງສາ

3.ບ້ານ ດອນໄຊ ປັດຈຸບັນ ແມ່ນ ຖືກລວມເຂົ້າກັບ ບ້ານ ສີີີີີີບຸນເຮືອງ

4.ບ້ານ ໂພນສະອາດ ປັດຈຸບັນ ແມ່ນ ຖືກລວມເຂົ້າກັບ ບ້ານໂພນໄຊ

5.ບ້ານ ນາບາໂລນ ປັດຈຸບັນ ແມ່ນ ຖືກລວມເຂົ້າກັບ ບ້ານ ນາປຸ່ງ

6.ບ້ານ ນາຈ່ານ ປັດຈຸບັນ ແມ່ນ ຖືກລວມເຂົ້າກັບ ບ້ານ ນາແກ່ນຄຳ

+ພິເສດ:

-ບ້ານ ຈຳປາ ເກົ່າ ມີທີ່ຕັ້ງຢູ່ບໍລິເວນ ຕຳຫຼວດກຸ່ມບ້ານວຽງແກ້ວ ສວ່ນ ບ້ານຈຳປາ ເກົ່າ ປັດຈຸບັນ ແມ່ນ ໄປລວມບ້ານກັບ ບ້ານ ນາແກ່ນຄຳ

-ບ້ານ ຈຳປາ ໃໝ່ ມີການອົບພະຍົບມາຈາກ ບ້ານ ນາສ້ານ ບ້ານຈຳປາໃໝ່ປັດຈຸບັນຕັ້ງຢູ່ໃກ້ໆ ຕຳຫຼວດກຸ່ມບ້ານບ້ານວຽງແກ້ວ

-ບ້ານ ຫານ + ບ້ານ ໜອງຫານ + ບ້ານ ທາດ ລວມກັັນຕັັ້ັັ້ງບ້ານ ກາຍເປັັນ ບ້ານ ເມືອງຫານ


+ບ້ານວຽງແກ້ວ ບ້ານວັດທະນະທຳ ບ້ານທຳອິດຂອງເມືອງແລະແຂວງ

ແຕ່ກ່ອນ ບ້ານວຽງແກ້ວ ເປັນປ່າດົງຕຶບໜາ ມີຕົ້ນໄມ້ໃຫຍ່ ແລະ ໜອງໃຫຍ່ແຫ່ງໜຶ່ງ ເອີ້ນວ່າ: ໜອງປາດຸກ ພໍຮອດປີ 1953 ໄດ້ມີພໍ່ເຖົ້າ ແສນສຸດທະ ຊົນເຜົ່າລື້ ພ້ອມດ້ວຍໝູ່ 4 ຄົນ ອອກຈາກບ້ານບີໝີ ເມືອງເງິນ ມາຕັ້ງບ້ານຢູ່ບໍລິເວນນີ້, ເພາະມີສະຖານທີ່ເໝາະສົມກັບການຜະລິດ, ມີສາຍນ້ຳເຫຼືອກ, ມີທີ່ດີນທີ່ສາມາດສັບຊ່າວນາໄດ້ຈຳນວນໜຶ່ງ, ເວລານີ້ການຈັດຕັ້ງຕ່າງໆ ແມ່ນຂຶ້ນກັບບ້ານນາສ້ານ ແລະ ມີຊື່ວ່າ ບ້ານໜອງປາດຸກ. ເມື່ອຮອດ ປີ1968 ມີເຖິງ 20 ຄອບຄົວ ທາງອຳນາດການປົກຄອງຄື : ທ່ານ ກິໂຕ ສຸວັນນະວົງ ເຈົ້າເມືອງຫົງສາ ຈຶ່ງໄດ້ປ່ຽນຈາກບ້ານໜອງປາດຸກ ມາເປັນບ້ານວຽງແກ້ວຈົນເຖິງປັດຈຸບັນ (ກ່ອນຈະໃສ່ຊື່ບ້ານວຽງແກ້ວ ແມ່ນເອົາຕາມຊື່ພູວຽງຂອງອ້າຍຣູດ ຕາມປະຫວັດສາດລາວ, ເຊິ່ງປະຈຸບັນຍັງມີຮ່ອງຮອຍພູວຽງ ຍັງເຫຼືອໃຫ້ເຫັນຢູ່).

ສິ່ງທີ່ໜ້າສົນໃຈຂອງບ້ານວຽງແກ້ວ ຜ້າຫ້ອມຍ້ອມນິນ ວິຖີຊີວິດຊົນເຜົ່າລື້ື ວັດວາອາຣາມອັນເກົ່າແກ່ ເຮືອນບູຮານ

+ບ້ານ ສີີີີມຸຸຸຸງຄຸຸນ ເມືືືອງຫົົງສາ ບ້ານເກົົ່ົົ່າແກ່


“ພັທທະສິມມາ” ວັດສີມຸງຄຸນ( ວັດໃຫຍ່)ບ້ານສີມຸງຄຸນ ເມືອງຫົງສາ ແຂວງໄຊຍະບູລີ

ປະຫວັດຄວາມເປັນມາ : ພັທທະສິມມາ ວັດສີມຸງຄຸນ ມີປະຫວັດຄວາມເປັນມາຍາວນານ ແຕ່ກ່ອນມີນາຍພານຜູ້ໜຶ່ງມາລ່າສັດຢູ່ໜອງໃຫຍ່ ກໍ່ຄື “ໜອງເປັດ” ບ້ານສີຫອມເກົ່າ ນາຍພານລ່າສັດລຽບຕາມແມ່ນ້ຳຂຶ້ນມາ ຄືນ້ຳແກນໃນປັດຈຸບັນ ພໍມາຮອດປາກຫ້ວຍເລີຍພົບ ພຸດທະສິມມາ ມີລັກສະນະຊຸດໂຊມ ເຫຼືອພຽງແຕ່ຝາຜະໜັງ ຮູບຮ່າງສິມເທົ່ານັ້ນ ແລະ ມີໜັງສືສີລາຈາລຶກຂຽນໃສ່ແຜ່ນຫີນໄວ້ວ່າ “ ພັທທະສິມມາປາກຫ້ວຍຄ້ອງ ສີບຸນເຮືອງ ຫົງສາ ອັງວະ “ ເປັນພາສາລາວບູຮານ ( ປັດຈຸບັນສີລາຈາລຶກດັ່ງກ່າວໄດ້ຫາຍສາບສູນໄປທາງໃດກະບໍ່ຮູ້ ) ຈາກນັ້ນນາຍພານກໍ່ໄປເລົ່າໃຫ້ຊາວບ້ານທາດເນີ້ງຟັງ ຈາກນັ້ນຈຶ່ງພາກັນຍົກຍ້າຍມາຕັ້ງຖິ່ນຖານຢູ່ຂອບເຂດນີ້ ຜູ້ນຳພາມາສ້າງພຸດທະສິມມາຫຼັງນີ້ແມ່ນ 2ອ້າຍນ້ອງຄື: ພໍ່ເຖົ້າໝໍຢາ ກັບ ພໍ່ເຖົ້າເຄົ້າເມືອງ ຕົ້ນກຳເນີດແມ່ນຍ້າຍມາຈາກ ເມືອງແອດ ຊຽງຄໍ້ ແຂວງຫົວພັນ ເບື້ອງຕົ້ນມີ 16ຄອບຄົວ ຕໍ່ມາກໍ່ໄດ້ພ້ອມກັນສ້າງ ແລະ ປະຕິສັງຂອນພັທທະສິມມາຫຼັງນີ້ຄືນໃໝ່ ໄວ້ເປັນບ່ອນປະກອບພິທີກຳທາງສາສະໜາ

    ພິເສດສິມຫຼັງນີ້ແມ່ນປິ່ນໜ້າໄປທາງທິດຕາເວັນຕົກ ລັກສະນະໂຄງສ້າງປະກອບດ້ວຍຝາກໍ່ດ້ວຍປູນປະທາຍເພັດ-ຫຼັງຄາມຸງດ້ວຍໄມ້ແປ້ນເກັດ ພື້ນປູດ້ວຍນ້ຳໜັງປະສົມຂີ້ເຖົ່າ ມີລວງຍາວ 9,50ແມັດ ລວງສູງ 7ແມັດ ແລະ ກວ້າງ 7ແມັດ ພຸດທະສິມມາຫຼັງນີ້ອາຍຸປະມານ 400ກວ່າປີ.