Jump to content

ເມືອງປາກເຊ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ປາກເຊ)
ເມືອງປາກເຊ

ປາກເຊ
ນະຄອນປາກເຊ
ເມືອງປາກເຊ
ເມືອງປາກເຊ
ເມືອງປາກເຊ is located in ປະເທດລາວ
ເມືອງປາກເຊ
ເມືອງປາກເຊ
ທີ່ຕັ້ງຂອງນະຄອນປາກເຊໃນປະເທດລາວ
ພິກັດ: 15°07′N 105°47′E / 15.117°N 105.783°E / 15.117; 105.783
ປະເທດທຸງຊາດຂອງປະເທດລາວ ລາວ
ແຂວງຈຳປາສັກ
ເມືອງປາກເຊ
ປະຊາກອນ
 • ທັງໝົດ87,000 ຄົນ
 • ສາສະໜາພຸດ
ວັດແກ້ວສຳພັນ
ອາດີດພະລາຊະວັງສະເດັດບຸນອູ້ມ (ໂຮງແຮມຈຳປາສັກພາເລດສ໌)
ວັດຫຼວງ

ເມືອງປາກເຊ ຫຼື ນະຄອນປາກເຊ ເປັນເມືອງເອກຂອງແຂວງຈຳປາສັກ ຕັ້ງກວມເອົາປາກເຊໂດນທີ່ປ່ອງໃສ່ແມ່ນໍ້າຂອງ ມີເນື້ອທີ່ 180 ກມ² ມີປະຊາກອນ 87,000 ຄົນ (2022). ທິດເໜືອຕິດເມືອງຊະນະສົມບູນ ທິດຕາເວັນອອກຕິດເມືອງບາຈຽງຈະເລີນສຸກ ທິດໃຕ້ຕິດເມືອງປະທຸມພອນ ທິດຕາເວັນຕົກຕິດແມ່ນ້ຳຂອງ.

ເມືອງປາກເຊຖືກສ້າງຕັ້ງໃນປີ 1909 ໂດຍຈັກກະພັດຝຣັ່ງ ແລະ ເປັນເມືອງເອກຂອງແຂວງໃນປີຕໍ່ມາ ແທນເມືອງໂພນທອງ ແລະ ຈຳປາສັກ. ປະກອບມີ 42 ບ້ານ.

ເນື່ອງຈາກຢູ່ໃຕ້ການປົກຄອງຂອງຝຣັ່ງ. ເມືອງປາກເຊໃນສະໄໝນັ້ນເປັນເມືອງຍຸດທະສາດສຳຄັນ ແລະ ເປັນສູນກາງຄວບຄຸມພາກໃຕ້ລາວຂອງຝຣັ່ງ. ດັ່ງນັ້ນ, ປາກເຊມື້ນີ້ຍັງຄົງມີຮອຍເລື່ອງລາວແບບເອີຣົບຢູ່, ໂດຍສະເພາະຕຶກເກົ່າໆທີ່ເປັນຈຸດດຶງດູດໃຈຜູ້ຄົນ.

ປາກເຊຍັງຂຶ້ນຊື່ດ້ວຍຄວາມເປັນເອກະລັກ ແລະ ຄວາມງາມແບບເອີຣົບ, ຈຶ່ງຖືກເລືອກເປັນສະຖານທີ່ຖ່າຍຮູບເງົາດັງໆ ເຊັ່ນ: "ສະບາຍດີຫຼວງພະບາງ" ແລະ "ສະບາຍດີ 2 - ບໍ່ມີຄຳຕອບຈາກປາກເຊ".

ສະຖານທີ່ທ່ອງທ່ຽວສຳຄັນ

[ດັດແກ້]
  • ອາດີດພະລາຊະວັງສະເດັດບຸນອູ້ມ (ໂຮງແຮມຈຳປາສັກພາເລດສ໌) ສ້າງປີ 1963-1965
  • ວັດພະບາດ (ເກົ່າແກ່ທີ່ສຸດ 110 ປີ)
  • ວັດຫຼວງ
  • ບ້ານແກ້ວສຳພັນ (ຕະຫຼາດແກ້ວສຳພັນ)
  • ແຄມຂອງ (ຈຸດຊົມຕາເວັນຕົກດັບ)

ຈຸດເດັ່ນ

[ດັດແກ້]
  • ສົບເຊ: ບ່ອນບັນຈົບ​ກັນຂອງນ້ຳຂອງ-ເຊໂດນ ມີນ້ຳສອງສີ
  • ມີສະຖາປັດຕະຍະກຳເອີຣົບເກົ່າແກ່
  • ອາຫານພື້ນເມືອງເຊັ່ນ: ສົ້ມປາ, ກ້ອຍປາ
  • ຕະຫຼາດດາວເຮືອງ (ນິຍົມຊື້ເຄື່ອງຫັດຖະກຳ)
  • ນ້ຳຕົກຕາດຜາສ້ວມ (ຫ່າງ 40 ກມ) ແລະ ບ້ານສະຜ່າຍ (ຫ່າງ 10 ກມ)

ແຫຼ່ງຂໍ້ມູນອື່ນ

[ດັດແກ້]
Commons:Category
Commons:Category
Commons ມີພາບກ່ຽວກັບ:
ເມືອງປາກເຊ