ເມືອງປາກເຊ
ເມືອງປາກເຊ (Pakse District) (ປັດຈຸບັນປ່ຽນຊື່ໃຫມ່ເປັນນະຄອນປາກເຊ), ເປັນເມືອງເອກຂອງ ແຂວງຈໍາປາສັກ (Champasak Province) ຕັ້ງກວມເອົາປາກເຊໂດນທີ່ປ່ອງໃສ່ແມ່ນໍ້າຂອງ, ມີເນື້ອທີ່ທັງໝົດປະມານ 180 ກມ2, ມີຄວາມຍາວແຕ່ທິດເໜືອຫາໃຕ້ປະມານ 15 ກມ ແລະ ທິດຕາເວັນອອກຫາຕາເວັນຕົກປະມານ 15 ກມ, ແລະ ມີປະຊາກອນທັງໝົດ 87,000 ຄົນ (ໃນປີ 2009). ທິດເໜືອຕິດກັບເມືອງຊະນະສົມບູນ, ທິດຕາເວັນອອກຕິດກັບເມືອງບາຈຽງຈະເລີນສຸກ, ທິດໃຕ້ຕິດກັບເມືອງປະທຸມພອນ ແລະ ຕາເວັນຕົກຕິດກັບແມ່ນໍ້າຂອງເຊິ່ງກົງກັນຂ້າມກັບເມືອງໂພນທອງ.
ເມືອງປາເຊ ໄດ້ຖືກສ້າງຕັ້ງຂຶ້ນໃນປີ ຄສ 1909 ໂດຍຈັກກະພັດຝຣັ່ງ ແລະ ໄດ້ຖືກແຕ່ງຕັ້ງໃຫ້ເປັນເມືອງເອກຂອງແຂວງຈໍາປາສັກໃນປີຕໍ່ມາ ໂດຍປ່ຽນແທນເມືອງໂພນທອງ ແລະ ເມືອງຈໍາປາສັກ.
ເມືອງປາເຊ ປະກອບມີ 42 ບ້ານ, ເຊິ່ງໄດ້ແບ່ງອອກຄື: 1 ບ້ານດອນເຂາະ 2ບ້ານ ແກ້ງຊັນ 3 ບ້ານດົງເກາະໂລງ 4 ໂພນສີໃຄ 5 ບ້ານ ຫ້ວຍເລົາ 6 ບ້ານ ແກ້ງເກີງ 7 ຄັນເກີງ 8 ບ້ານໂພນງາມ 9 ບ້ານ ກົກເດື່ອ 10ບ້ານທ່າໄຮ 11ບ້ານສະພານໄຊ 12 ບ້ານ ທ່າຫີນ 13 ບ້ານ ຫ້ວຍປູນ 14 ບ້ານ ຫຼັກເມືອງ 15 ບ້ານ ປາກເຊ 16 ບ້ານ ທົ່ງ 17 ບ້ານ ພະບາດ 18 ບ້ານ ທ່າຫຼວງ 19 ບ້ານໂພນໄຊ 20 ບ້ານຮ່ອງຂະຍອມ 21 ບ້ານ ສາງນ້ຳມັນ 22 ບ້ານໂພນສະອາດ 23 ບ້ານແກ 24 ບ້ານ ໂພຕາກ 25 ບ້ານແຮ່ 26 ບ້ານຊົ້ງ 27 ບ້ານ ນາຈຽງ 28 ແກ້ວສຳພັນ 29 ບ້ານໂນດູ່ 30 ບ້ານ ໂພນສະຫວັນ 31 ບ້ານສະໜາມໄຊ 32 ບ້ານ ສວນສະຫວັນ 33 ບ້ານ ໂຊກອຳນວຍ 34 ບ້ານ ນາແຫກ 35 ບ້ານ ໂນນສະຫວ່າງ 36 ບ້ານຄອນໄຫຼ 37 ບ້ານກາງ 38 ບ້ານຫ້ວຍຍາງຄຳ 39 ບ້ານພັດທະນາ 40 ບ້ານຈັດສັນ 41ບ້ານ ພູມ່ວງ 42 ບ້ານ ໂພນກຸງ.
ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ ແລະ ໂດ່ງດັງຂອງເມືອງແມ່ນ ອາດີພະລາຊາວັງຂອງ ສະເດັດບຸນອູ້ມ ນະຈໍາປາສັກ (ໂຮງແຮມຈໍາປາສັກພາເລດສ໌), ວັດພະບາດ, ວັດຫຼວງ, ບ້ານແກ້ວສໍາພັນ ແລະ ແຄມຂອງ. ພະລາດສະວັງສະເດັດບຸນອູ້ມ ເລີ່ມກໍ່ສ້າງໃນປີ ຄສ 1963 ແລະ ສໍາເລັດໃນປີ 1965 ແລະ ເປັນພະລາຊາວັງທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງ ປະເທດລາວທີ່ເຄີຍມີມາຈົນຮອດປະຈຸບັນ. ວັດພະບາດເປັນວັດເກົ່າແກ່ທີ່ສຸດຂອງ ເມືອງປາກເຊ ເຊິ່ງມີອາຍຸໄດ້ 110 ປີແລ້ວ ແລະ ມີຮ່ອງຮອຍພະພາດຂອງພະພຸດທະເຈົ້າ. ວັດຫຼວງເປັນວັດທີ່ເກົ່າແກ່ເປັນອັນດັບສອງ ແຕ່ວ່າມີສະຖາປັດຕະຍາກໍາອັນສວຍງາມ ແລະ ເປັນສະຖານທີ່ຕັ້ງຂອງວິທະຍາໄລສົງແຂວງຈໍາປາສັກ. ບ້ານແກ້ວສໍາພັນເປັນບ້ານທີ່ຕັ້ງຂອງ ຕະຫຼາດທີ່ເກົ່າແກ່ທີ່ສຸດຂອງເມືອງປາເຊທີ່ຍັງຫຼົງເຫືອຢູ່ນັ້ນຄື ຕະຫຼາດແລງຫຼັກ 2(ຕະຫຼາດສະບາຍດີ ໃນປະຈຸບັນ) ແລະ ເຄີຍເປັນທີ່ຕັ້ງຄ້າຍທະຫານຂອງຈັກກະພັດຝຣັງໃນສະໃໝລາວເປັນເມືອງຂຶ້ນ ພ້ອມທັງມີທິວທັດທົ່ງນາທີ່ສວຍງາມ. ແຄມຂອງເມືອງປາກເຊເປັນສະຖານທີ່ຍອດນິຍົມທີ່ສຸດຂອງຄົນເມືອງປາກເຊ ແລະ ທຸກໆແລງຂອງທຸກໆມື້ ຄົນປາກເຊຈະພາກັນຫຼັ່ງໄຫຼໄປຫຼິນນັ່ງຕາກລົມ, ຍ່າງໂອລົມ, ເປັນຈຸດນັດພົບອັນສໍາຄັນ, ຊົມທິວທັດຂອງຟາກຂອງເມືອງໂພນທອງ ແລະ ພູສະເຫຼົ້າ, ແລະ ຊົມຕາເວັນຕົກລັບຂອບຟ້າປົນກັບສາຍນໍ້າຂອງອັນສວຍງາມ.
ກຸຫຼາບປາກເຊ
ປາກເຊດິນແດນທີ່ຖືກຂະໜານນາມວ່າ ແດນອູ່ເຂົ້າອູ່ປາຕອນໃຕ້ສຸດຂອງລາວເຮົາ. ປາກເຊເປັນ ເມືອງເອກ ຂອງແຂວງຈຳປາສັກທີ່ຕັ້ງຢູ່ລຽບຕາມແຄມແມ່ນ້ຳຂອງ ແລະ ແມ່ນ້ຳເຊໂດນທີ່ໄຫຼມາຈາກຝາກຝັ່ງທາງແຂວງສາລະວັນ ບ່ອນທີ່ແມ່ນ້ຳທັງສອງໄຫຼມາບັນຈົບກັນນັ້ນເອີ້ນວ່າ ສົບເຊ ແລະ ເປັນບ່ອນທີ່ນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດໃຝ່ຝັນຢາກໄປເຫັນ ເພາະວ່ານ້ຳຢູ່ສົບເຊ ຈະເປັນນ້ຳສອງສີທີ່ສອງແມ່ນ້ຳໄຫຼມາບັນຈົບກັນ, ໂດຍສະເພາະແມ່ນຍາມຕາເວັນໃກ້ຊິຕົກດິນແມ່ນມີຄວາມສວຍງາມທີ່ສຸດບວກກັບອາກາດອັນເຢັນສະບາຍເໝາະແກ່ການນັ່ງກິນລົມຊົມວິວ ແລະ ຖ່າຍຮູບເປັນຢ່າງຍິ່ງ. ເນື່ອງຈາກສະໄໝກ່ອນ ສປປ ລາວຂອງເຮົາຕົກຢູ່ພາຍໃຕ້ອານານິຄົມຂອງຝຣັ່ງ ເຊັ່ນດຽວກັບປາກເຊທີ່ເຄີຍເປັນເມືອງຍຸດທະສາດທິ່ສຳຄັນແລະ ເປັນສູນກາງການບັນຊາການໃນເຂດພາກໃຕ້ລາວຂອງຝຣັ່ງໃນສະໃໝນັ້ນ ຈິ່ງເຮັດໃຫ້ປາກເຊປັດຈຸບັນນີ້ ຍັງມີອະຣິຍະທຳແບບເອີຣົບຫຼົງເຫຼືອຢູ່ ເປັນຕົ້ນແມ່ນຕຶກອາຄານເກົ່າແກ່ຕ່າງໆ ທີ່ເວົ້າໄດ້ວ່າເປັນສະເໜ່ໜຶ່ງໃຫ້ແກ່ຜູ້ມາພົບເຫັນ, ຍ້ອນຄວາມເປັນເອກະລັກ ແລະ ສວຍງາມແບບຄຼາດຊິກ ຂອງເມືອງປາກເຊນີ້ເອງ ຈິ່ງຖືກເລືອກໃຫ້ເປັນສະຖານທີ່ຖ່າຍທຳສາກ ສຳຄັນໆ ໃນຮູບເງົາເລື່ອງ ”ສະບາຍດີຫຼວງພະບາງ”, ”ສະບາຍດີ2 ບໍ່ມີຄຳຕອບຈາກປາກເຊ” ທີ່ໂດ່ງດັງທັງໃນລາວ ແລະ ຕ່າງປະເທດ, ນອກຈາກຕຶກອາຄານເກົ່າແກ່ທີ່ສວຍງາມແລ້ວປາກເຊຍັງມີສະເໜ່ໜຶ່ງອີກຄືອາຫານການກິນທີ່ຍັງຄົງຄວາມເປັນພາກໃຕ້ໄວ້ໄດ້ດີທີ່ສຸດນັ້ນກໍຄື ອາຫານເມນູທີ່ກ່ຽວກັບປາ ຖ້າທ່ານຢາກກິນສົ້ມ ຫຼື ກ້ອຍປານ້ຳຂອງແບບເອກະລັກພາກໃຕ້ແທ້ໆ ລອງໄປທ່ຽວປາກເຊແລ້ວທ່ານຈະໄດ້ສຳຜັດກັບລົດຊາດທີ່ແທ້ຈິງ. ບັນຍາກາດໃນຕອນຄ່ຳຄືນຂອງປາກເຊ ກໍເຕັມໄປດ້ວຍແສງສີທີ່ມີການປະດັບປະດາທີ່ສວຍງາມ, ຖ້າທ່ານຜູ້ອ່ານຢາກສຳຜັດກັບບັນຍາກາດໃນຍາມຄ່ຳຄືນທີ່ແຄມຂອງກໍໜ້າສົນໃຈບໍ່ແພ້ກັນເພາະວ່າເປັນບ່ອນທີ່ທຸກຄົນໄປພັກຜ່ອນຢ່ອນໃຈ, ນອກຈາກນັ້ນອອ້ມແອ້ມເມືອງປາກເຊຍັງມີສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດຫຼາຍບ່ອນທີ່ໜ້າສົນໃຈເປັນຕົ້ນແມ່ນນ້ຳຕົກຕາດເຊັ່ນ: ນ້ຳຕົກຕາດຜາສວ້ມທີ່ຢູ່ຫ່າງຈາກຕົວເມືອງປາກເຊປະມານ 40 ກມ ເທົ່ານັ້ນນອກຈາກນັ້ນຍັງມີຕາດຟານ,ຕາດເຍືອງ ແລະ ບ່ອນອື່ນໆອີກ... ນອກຈາກນັ້ນຖ້າທ່ານຕ້ອງການເບິ່ງຜ້າໃໝແດນໃຕ້ທ່ານກໍສາມາດໄປເບິ່ງໄດ້ທີ່ບ້ານສະຜ່າຍເຊິ່ງເປັນບ່ອນປູກມອນລຽ້ງມ້ອນທີ່ມີຊື່ສຽງຂອງເຂດໃຕ້ລາວ ທີ່ຢູ່ຫ່າງຈາກຕົວເມືອງປາກເຊປະມານ 10 ກວ່າກິໂລແມັດເທົ່ານັ້ນ. ຖ້າຫາກວ່າທ່ານຕ້ອງການຢາກຊື້ເຄື່ອງປະດັບຫຼືເຄື່ອງຫັດຖະກຳກໍສາມາດເຂົ້າໄປຫາເລືອກຊື້ໄດ້ທີ່ຕະຫຼາດດາວເຮືອງ,ສູນການຄ້າຈຳປາສັກ ເຊິ່ງເປັນບ່ອນທີ່ນັກທ່ອງທ່ຽວຕ່າງປະເທດນິຍົມກັນໄປທີ່ສຸດ(ໂດຍສະເພາະແມ່ນນັກທ່ອງທ່ຽວຈາກໄທ) ເພາະວ່າເຄື່ອງມີຫຼາກຫຼາຍປະເພດໃຫ້ເລືອກ ແລະ ລາຄາຖືກ ບວກກັບນ້ຳໃຈຂອງຊາວເມືອງປາກເຊທີ່ຍິນດີຕ້ອນຮັບແຂກບ້ານແຂກບ້ານເມືອງ ແລະ ເອື້້ອເຟື້ອເພື່ອແຜ່ ຈົນໄດ້ສາຍາວ່າ ”ໄທໃຕ້ພີ່ນ້ອງຫຼາຍ” ກຸຫຼາບປາກເຊ ຄືຊື່ເພງທີ່ຮ້ອງເພື່ອສັນລະເສີນ ແລະ ຍ້ອງຍໍຄວາມງົດງາມຂອງດິນແດນແຫ່ງນີ້ ກໍຄືນຳໃຈຂອງສາວເມືອງປາກເຊທີ່ຈະບໍ່ມີວັນເຫືອດແຫ້ງໂດຍການໃຊ້ດອກກຸຫຼາບເພື່ອປຽບທຽບ.