ປາກຊ່ອງ

ຈາກ ວິກິພີເດຍ

ເມືອງປາກຊ່ອງແມ່ນເມືອງໜຶ່ງທີ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງແຂວງຈຳປາສັກຫ່າງຈາກເທດສະບານແຂວງ 50 ກິໂລແມັດ. ຕັ້ງຢູ່ເຂດພູພຽງບໍລະເວນມີເນື້ອທີ່ທັງໝົດ 355,235 ເຮັກຕາ ເຊິ່ງນອນຢູ່ໃນເສັ້ນຂະໜານເໜືອທີ່ 150 10’ 48” N ຫາ 150 28’ 39” N ແລະເສັ້ນແວງຕາເວັນອອກທີ 1060 13’ 42” E ຫາ 1060 23’ 22” E, ມີຊາຍແດນຕິດຈອດກັບເມືອງແລະບັນຫາແຂວງດັ່ງນີ້:

ຂອບເຂດພື້ນທີ່[ດັດແກ້]

  1. ທິດເໜືອຕິດກັບເມືອງເລົ່າງາມ, ແຂວງສາລະວັນແລະເມືອງທ່າແຕງ, ແຂວງເຊກອງ.
  2. ທິດໃຕ້ຕິດກັບເມືອງສະໜາມໄຊແລະເມືອງສະມັກຄີໄຊ ແຂວງອັດຕະປື.
  3. ທິດຕາເວັນອອກຕິດກັບເມືອງລະມາມແຂວງເຊກອງແລະເມືອງໄຊເສດຖາແຂວງອັດຕະປື.
  4. ທິດຕາເວັນຕົກຕິດກັບເມືອງບາຈຽງ ແລະ ເມືອງປະທຸມພອນ ແຂວງຈຳປາສັກ.

ຕັ້ງຢູ່ເທິງພູພຽງບໍລະເວນ ທີ່ຊາວຕ່າງປະເທດຕັ້ງສາຍານາມເມືອງນີ້ວ່າ “The Capital of coffee” ໃນ ຊ່ວງສົງຄາມພື້ນທີ່ແຖບນີ້ຖືກທຳລາຍ ຈາກລະເບີດ ແລະ ສານເຄມີ ພາຍຫລັງຈາກພິກຟື້ນຜືນດິນມາປູກກາແຟຈົນມີຊື່ສຽງໂດ່ງດັງໄປທົ່ວໂລກ ໃນຊ່ວງເຊົ້າຂອງທຸກມື້ຈະພົບເຫັນວິຖີຊີວິດຂອງຊາວບ້ານທີ່ນຳກາແຟດິບມາຂາຍໃຫ້ ພໍ່ຄ້າຄົນກາງທີ່ສ່ວນໃຫຍ່ມາຈາກໃນເມືອງປາກເຊເບິ່ງຄຶກຄັກເຕັມໄປດ້ວຍຊົນເຜົ່າ.

ເມືອງປາກຊ່ອງມີເນື້ອທີ່ນອນໃນເຂດພູພຽງບໍລະເວນທີ່ມີຄວາມສູງຈາກລະດັບໜ້ານ້ຳທະເລຕ່ຳສຸດປະມານ 600 ແມັດ ແລະສູງສຸດປະມານ 1400 ແມັດ ສະພາບພື້ນທີ່ເປັນລັກສະນະຫຼຸບ ໂນນເປັນເນີນສູງແລະຄ້ອຍຊັນເຊິ່ງໄດ້ຈຳແນກສະພາບພື້ນທີ່ຂອງເມືອງເຊັ່ນ:

  • ສະພາບພື້ນທີ່ຮາບພຽງ:

ມີຄວາມຄ້ອຍຊັນແຕ່ 0-8% ມີເນື້ອທີ່ກວມສ່ວນຫຼາຍກະຈາຍແຕ່ເໜືອຫາໃຕ້ ຊື່ງກວມເນື້ອທີ່ແຕ່ສອງຝັ່ງສາຍຫ້ວຍຈຳປີ, ໜອງຫີນ, ທົ່ງເສັດ, ຫ້ວຍນ້ຳໃສເຖິງເມືອງທ່າແຕ່ງ ແຂວງ ເຊກອງ. ທິດຕາເວັນອອກຂອງເມືອງ(ນອກຈາກເຂດປ່າສະຫງວນ ພູໄຟໄໝ້). ເຂດດັ່ງກ່າວນີ້ມີປະຊາກອນອາໃສຢິ໘ຈຳນວນໜື່ງທີ່ດິນມີຄວາມສະດວກໃນການຜະລິດກະສິກຳ ເປັນຕົ້ນແມ່ນປູກກາເຟ, ເຂ້າ, ແລະ ພືດອື່ນໆ.

  • ສະພາບພື້ນທີ່ເຄີ່ງພູພຽງ:

ມີຄວາມຄ້ອຍຊັນແຕ່ 16-30% ພື້ນທີ່ດັ່ງກ່າວກະຈາຍຢູ່ທາງທິດຕາເວັນອອກສຽງເໜືອ. (ລຽບຕາມຊາຍແດນເມືອງລະມາມ ແຂວງເຊກອງ, ເມືອງໄຊເສດຖາ ແຂວງອັດຕະປື) ສ່ວນຫຼາຍເປັນເຂດປ່າຜະລິດແລະສ່ວນເນື້ອທີ່ຍັງເຫຼືອແມ່ນໄດ້ສຳປະທານຂຸດຄົ້ນບໍ່ແຮ່ອາລູຍມີຍົມ, ພືດອຸດສະຫະກຳ, ພືດຜັກ ແລະ ພືດອື່ນໆ.

  • ສະພາບພື້ນທີ່ພູສູງ:

ມີຄວາມຄ້ອຍຊັນແຕ່ 30-55% ແລະ ເຂດທີ່ມີຄວາມຄ້ອຍຊັນແຮງທີ່ສຸດ>55% ແມ່ນນອນຢູ່ໃນເທດສະບານກຸ່ມໜື່ງ ໃຈກາງຂອງເມືອງ, ເນື້ອທີ່ດັ່ງກ່າວສ່ວນຫຼາຍແມ່ນປົກຄຸມດ້ວຍປ່າທຳມະຊາດ ປ່າຕ່ຳ ແລະ ເຂດຈຳນວນໜື່ງແມ່ນປ່າກາເຟຂອງປະຊາຊາວເມືອງປາກຊ່ອງ ທີ່ກະຈາຍຢູ່ໃກ້ແຄມເທດສະບານຂອງເມືອງ.

ອ້າງອີງໂດຍ: ສິດຄອນສັກ ເວີ່ນໂພຄຳ ຄະນະວິທະຍາສາດສິ່ງແວດລ້ອມ