Jump to content

ແມ່ນ້ຳຂອງ

ຈາກ ວິກິພີເດຍ
ແມ່ນ້ຳຂອງ
湄公河 (Méigōng Hé) / 澜沧江 (Láncāng Jiāng)
မဲခေါင်မြစ် (Megaung Myit)
แม่น้ำโขง (Maenam Khong)
ទន្លេមេគង្គ (Tônlé Mékôngk)
Sông Mê Kông / Sông Cửu Long (九龍)
ແມ່ນ້ຳຂອງທີ່ຫຼວງພະບາງ ປະເທດລາວ
ບໍລິເວນລຸ່ມນ້ຳຂອງແມ່ນ້ຳຂອງ
ທີ່ຕັ້ງ
ປະເທດຈີນ, ມຽນມາ, ລາວ, ໄທ, ກຳປູເຈຍ, ຫວຽດນາມ
ລັກສະນະທາງກາຍະພາບ
ປາກນ້ຳ 
 • ພິກັດ
10°11′N 106°45′E / 10.19°N 106.75°E / 10.19; 106.75ພິກັດພູມສາດ: 10°11′N 106°45′E / 10.19°N 106.75°E / 10.19; 106.75

ແມ່ນ້ຳຂອງ ແມ່ນແມ່ນ້ຳສາຍຫຼັກຂອງແຫຼມອິນດູຈີນ ແລະ ເປັນແມ່ນ້ຳທີ່ຍາວທີ່ສຸດໃນພາກພື້ນນີ້. ມີຄວາມຍາວປະມານ 4,350 ກິໂລແມັດ, ມັນໄຫຼຜ່ານຫຼາຍປະເທດລວມທັງ ຈີນ, ພະມ້າ, ລາວ, ໄທ, ກຳປູເຈຍ, ແລະ ຫວຽດນາມ[1][2]. ແມ່ນ້ຳຂອງເປັນແຫຼ່ງຊີວິດທາງດ້ານເສດຖະກິດ ແລະ ວັດທະນະທຳຂອງປະຊາຊົນທີ່ດຳລົງຊີວິດຕາມແຄມແມ່ນ້ຳ.

ນ້ຳຂອງ ແລະ ສາຂາຂອງມັນ ທີ່ເປັນແມ່ນ້ຳລຳເຊ ອີກສີບກວ່າສາຍເຊັ່ນ: ນ້ຳອູ,ນ້ຳທາ,ນ້ຳແບງ,ນ້ຳຄານ,ນ້ຳງຽບ,ນ້ຳເຊືອງ,ນ້ຳງື່ມ,ນ້ຳເທີນ-ຫີນບູນ,ນ້ຳກະດິງ,ນ້ຳຊັນ,ນ້ຳເຊບັ້ງໄຟ,ນ້ຳເຊໂດນ ເປັນຕົ້ນ.[3] ແມ່ນແຫຼ່ງຊັບ ພະຍາກອນ ທຳມະຊາດ ທີ່ຫຼໍ່ລ້ຽງປະຊາຊົນລາວ ແຕ່ເໜືອຮອດໃຕ້ ແລະ ເປັນເສັ້ນທາງຄົມມະນາຄົມທີ່ອຳນວຍຄວາມສະດວກ ໃຫ້ປະຊາຊົນເຂດຫ່າງໄກສາມາດໄປມາຫາສູ່ກັນໄດ້ຕະຫຼອດປີ. ຕາມແມ່ນ້ຳ ຂອງ ມີເກາະ-ດອນ ນ້ອຍໃຫຍ່ຢັ່ງຢາຍແຕ່ເໜືອເຖິງໃຕ້, ບ່ອນຫລາຍທີ່ສຸດແມ່ນບໍລິເວນ ແຂວງຈຳປາສັກ ເຊິ່ງເອີ້ນວ່າ ສີພັນດອນ.

ອ້າງອິງ

[ດັດແກ້]
  1. https://www.openstreetmap.org/relation/215354
  2. https://facebook.com/LearnGeographic/posts/ແຜນທີ່-ແມ່ນ້ຳຂອງ-mekong-river-ແມ່ນ້ຳຂອງໃຫຍ່ອັນດັບ-1-ໃນແຫຼມອິນດູຈີນ-ແລະ-ທີ່-3-ໃນອ/821571138203806
  3. https://web.facebook.com/share/p/156QoWWmER/