ນ້ຳລີກ

ຈາກ ວິກິພີເດຍ

ນ້ຳ​ລີກ ເປັນ​ປາຍ­ທາງຂອງ​ນັກ​ທ່ອງ​ທ່ຽວ​ທີ່​ນິ­ຍົມ​ກັນຫລາຍ​ອີກ​ບ່ອນ​ຫນຶ່ງ​ໃນ​ສະ­ຖານທີ່​ທ່ອງ​ທ່ຽວ​ໃນ​ເຂດ​ເມືອງ​ວັງວຽງ ບໍ່​ວ່າ​ຈະ​ໃນ​ລະ­ດູ­ແລ້ງ ຫລື ລະ­ດູ­ຝົນສາຍ​ນ້ຳ​ດັ່ງ­ກ່າວ​ເປັນສະ­ ຖານ­ທີ່​ສວຍ​ງານ ແລະ ກວ້າງຂວາງ ຕະ­ຫລອດ​ຕາມ​ສາຍ​ທາງທີ່​ລຽບ​ຕາມ​ແຄມ​ຝັ່ງ​ທັງ​ສອງຂ້າງ ເປັນ​ແມ່­ນ້ຳ​ທີ່​ໄຫລ​ມາ​ຈາກຕີນ​ພູ​ສູງ​ລົງ​ສູ່​ແມ່­ນ້ຳ​ນ້ອຍ-ໃຫຍ່ຫລາຍ​ສາຍ​ລວມ​ຕົວ​ກັນ​ປ່ອງ​ໃສ່ນ້ຳ​ລີກ​ອັນ​ກວ້າງ­ຂວາງ​ສະຫວາດ​ສະ­ເຫວີຍ ເມື່ອ​ໄດ້​ສຳ­ຜັດມັນ, ເຫມາະ​ສົມ​ສຳ­ລັບ​ການ​ລ່ອງເຮືອ, ລອຍ­ນ້ຳ ແລະ ຕັ້ງ​ແຄ້ມຕາມ​ແຄມ​ຂອງ​ໃນ​ຍາມ​ຕາ­ເວັນໃກ້​ຈະ​ຕົກ​ດິນ ຊົມ​ພາບ​ທຳ​ມະ ຊາດທີ່​ເປັນ​ເອ­ກະ­ລັກ​ສະ­ເພາະທ່ານ​ສາ­ມາດ​ຄົ້ນ​ພົບ​ດ້ວຍ​ຕົວເອງ​ໄດ້​ຫລາຍ​ກວ່າ​ທີ່​ຄິດ.

ການ​ລ່ອງ​ເຮືອ​ຕາມ​ລຳ​ນ້ຳດັ່ງ­ກ່າວ​ນີ້ ເປັນ​ບັນ­ຍາ­ກາດ​ອັນແສນ​ສົດ­ຊື່ນ​ເຮັດ​ໃຫ້​ມ່ວນ­ຊື່ນ​ໄປກັບ​ຄວາມ​ຫລາກ​ຫລາຍ​ຂອງ​ຊີວະ​ນາໆພັນ​ໃນ​ພື້ນ​ນ້ຳ ແລະ ເທິງບົກພູ­ຜາ​ປ່າ­ໄມ້​ທີ່​ຊົງ​ຄວາມ​ຂຽວງາມ​ປະ­ດັບ​ເອ້​ທັງ​ສອງ​ຟາກຂອງ​ແມ່­ນ້ຳ​ລີກ​ບວກ​ກັບ​ແສງແດດ​ເປັນ​ສີ­ຂຽວ​ອຸ່ມ​ທຸ່ມ ຈົນ​ສັງ ເກດ​ເຫັນ​ໄດ້​ໃນ​ນ້ຳ, ປູ​ປາ​ໃນ​ນ້ຳເປັນ​ແຫລ່ງ​ອາ­ຫານ​ທີ່​ຫລໍ່­ລ້ຽງປະ­ຊາ­ຊົນ​ທີ່​ອາ­ໄສ​ຢູ່​ຕາມ​ແຄມ ແມ່­ນ້ຳ​ດັ່ງ­ກ່າວ, ຄວາມ​ເຍືອກ ເຢັນໆ​ຂອງ​ແມ່­ນ້ຳ​ໃນ​ຍາມ­ແລງອັນ​ສ້າງ​ຄວາມ​ປະ​ທັບ​ໃຈ ທັງເປັນ​ຈຸດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມັກລ່ອງ​ເຮືອ​ໄປŒມາ​ບໍ່​ຂາດ​ສາຍ​ໃນລະ­ດູ­ແລ້ງ​ຈະ​ມີ​ເຮືອ​ຢາງ​ທີ່​ນິ­ຍົມ ກັນ​ຂີ່​ເປັນ​ສ່ວນ​ຫລາຍ ອາດຈະ​ເປັນ​ເຮືອ​ຄູ່ ຫລື ເຮືອ​ດ່ຽວ​ກໍ່​ມີການ​ລ່ອງ​ເຮືອ​ເປັນ​ສ່ວນໆ​ກັນກັບ​ການ​ຕຶກ­ແຫ​ຫາ​ປາ​ຂອງ​ປະຊາ​ຊົນ​ໃນ​ຍາມ­ແລງ​ໃກ້​ຕາ­ເວັນອັດ­ສະ­ດົງ, ແສງ​ແດດ​ອ່ອນໆ ເຫລື້ອມ​ຍິບ­ຍັບໆ​ປະ­ສານ​ກັບຟອງ­ນ້ຳ​ທີ່​ເຮືອ​ຫາງ​ຍາວ​ແລ່ນ ກາຍ​ສາດ​ໃສ່​ຊາຍ​ຫາດ​ແຄມ​ຝັ່ງ ຫລື ໂຫງ່ນ​ຫີນ​ເຮັດ​ໃຫ້​ຝູງ​ປານ້ອຍ-ໃຫຍ່​ທີ່​ພວມ​ຫາ​ທີ່​ພັກ​ກ່ອນຈະ​ມືດ​ແຕກ​ຕື່ນໄດ້​ອອກ​ເຫລື້ອມ ວິບ​ວາບ​ໃຫ້​ເຫັນ​ຢູ່​ບໍ່​ຂາດ​ສາຍພໍ​ຮອດ​ຕອນ​ແລງ​ກໍ່​ໄດ້​ຕັ້ງ​ແຄ້ມ ເປັນ​ຂະ​ບວນ​ພໍ​ໃຜ​ພໍ​ລາວ ບາງເທື່ອ​ກໍ່​ມີ​ນັກ​ທ່ອງ​ທ່ຽວ, ນັກ​ເດີນເຮືອ​ທີ່​ມາ​ກັນ​ແບບ​ຫມູ່​ຄະ­ນະຕັ້ງແຄ້ມ​ຢັງ​ຢາຍ​ຕາມ​ໂຫງ່ນ​ຫີນ, ຊາຍ​ຫາດ ແລະ ຕາມ​ເກາະ­ດອນນ້ອຍ-ໃຫຍ່.

ການ​ລ່ອງ​ເຮືອ ແລະ ຕັ້ງແຄ້ມ ເປັນ​ຈຸດ​ເລີ່ມ​ຕົ້ນ​ສຳ­ລັບການ​ເດີນ­ທາງ​ຂອງ​ນັກ​ທ່ອງທ່ຽວ​ໃນ​ເຂດ​ເມືອງ​ວັງ​ວຽງ ແມ່ນ້ຳ​ລີກ​ຫາ​ນ້ຳ​ງື່ມ​ທີ່­ຢູ່​ອ້ອມ​ຮອບ ຕາມ​ສາຍ​ທາງສາຍ​ນ້ຳ​ລີກ​ເປັນຫນຶ່ງ​ໃນ​ສາມ​ແມ່­ນ້ຳ​ສຳ­ຄັນ​ໄຫລຜ່ານ​ສາຍ­ພູ​ສູງ ບາງ​ບ່ອນ​ຕື້ນບາງ​ບ່ອນ​ເລິກ ເຮົາ​ສາ­ມາດ​ລອຍນ້ຳ​ຫລິ້ນ​ໄດ້​ຕາມ​ສະ­ບາຍ ຫລື ບາງ­ເທື່ອ​ກໍ່​ມີ​ນັກ​ທ່ອງ​ທ່ຽວ​ຈຳນວນ​ຫນຶ່ງ​ໄດ້​ທົດ​ລອງ​ມຸດ​ຫາ​ປາ ກັບ​ປະ­ຊາ­ຊົນ​ໃນ​ເຂດ​ດອນ​ກາງນ້ຳ, ສຳ­ຜັດ​ແບບ​ວິ­ຖີ​ຊີ­ວິດ​ອັນແບບ​ປະ­ຖົມ​ປະ​ຖານ​ຂອງ​ຊາວ ບ້ານເຮົາ​ຂີ່​ເຮືອ​ລົງ​ໄປ​ທາງ​ທິດໃຕ້​ຕາມ​ສາຍ​ນ້ຳ​ລີກ​ໃກ້ໆ​ກັບ​ນ້ຳຕົກ​ຍັງ​ມີ​ຫໍ­ສະ­ຫມຸດ​ທີ່​ພາກ­ສ່ວນ ທີ່​ກ່ຽວ­ຂ້ອງ​ໄດ້​ສ້າງ​ຂຶ້ນ ແລະ ບັນ­ຈຸ​ເອົາ​ປຶ້ມ​ແນະ­ນຳ​ກ່ຽວ​ກັບການ­ທ່ອງ­ທ່ຽວ​ຫລາຍໆ​ບ່ອນ​ໃນຂອບ​ເຂດ​ທົ່ວ​ປະ­ເທດ​ມາ​ໄວ້​ໃຫ້ນັກ​ທ່ອງ​ທ່ຽວ​ໄດ້​ເບິ່ງ ມີ​ທັງ​ພາສາ​ລາວ ແລະ ພາ­ສາ​ອັງ­ກິດ​ນຳ ອີກທາງ​ເຈົ້າ​ຫນ້າ­ທີ່​ຮັກ­ສາ​ສະຖານ​ທີ່​ດັ່ງ­ກ່າວ​ໄດ້​ອຳ­ນວຍຄວາມ​ສະ­ດວກ​ສຳ­ລັບ​ນັກ​ທ່ອງທ່ຽວ​ແບບ​ເປັນ​ກັນ​ເອງ​ຄອຍ​ໃຫ້ຄຳ​ປຶກ­ສາ​ໃນ​ການ​ສອບ​ຖາມ, ສຳ​ລວດ​ຂໍ້​ມູນ ແລະ ຄຳ​ແນະ­ນຳກ່ຽວ​ກັບ​ພືດ, ສັດ­ປ່າ​ໃນ​ອາ­ນາເຂດ​ສີ­ຂຽວ​ແຫ່ງ​ນີ້​ຢ່າງ​ລະ­ອຽດ.