ອັກສອນລາວ

ຈາກ ວິກິພີເດຍ

ອັກສອນລາວ (ຄຳເຄົ້າ: ອັກສຣລາວ[໑]) ເປັນຊື່ອັກສອນທີ່ຣັຖບາລລາວຮັບຮອງໃຫ້ໃຊ້ຂຽນພາສາລາວ ເຊິ່ງໃຊ້ເປັນພາສາຣັຖກາຣໃນປັຈຈຸບັນ

ປະຫວັດສາດ[ແກ້ໄຂ]

​ອັກສອນລາວມີພັດທະນາກາຣມາຈາກ​ອັກສອນລາວເດີມ ເຊິ່ງເຣີ່ມພັດທະນາຂຶ້ນໃນສມັຍຣາຊວົງສ໌ລ້ານຊ້າງເມື່ອປະມານ ​ຄ.ສ.​ 1357 ໂດຍໄດ້ຮັບອິດທິພົລຈາກອັກສອນໄທຍບູຮານ​ທີ່ມາຈາກອັກສອນຂເມຣອີກຕໍ່ນຶ່ງ.

ໃນແຕ່ກ່ອນແຕ່ກີ້ອັກສອນທີ່ໃຊ້ເພື່ອຂຽນຄວາມລາວແມ່ນມີຢູ່ ໒ ແບບນຳກັນກໍ່ແມ່ນວ່າ

໑.ໂຕໄທຫລືໂຕລາວ ເອິ້ນຊື່ໂຕໄທກໍ່ຍ້ອນວ່າໄດ້ນຳໃຊ້ກັບໄທບ້ານໄທເມືອງແລະເປັນໂຕອັກສອນທີ່ນຳໃຊ້ກັນມາເຖິງປັດຈຸບັນແລະຂຽນຕາມສຽງແລະແມ່ສະກົດຕາມຕົວ ແຕ່ພາຍລຸ້ນໄດ້ນຳໂຕເຟື້ອງ ໂຕຫ້ອຍ ໂຕຍໍ່ ໂຕສະກົດຈາກໂຕທຳເຂົ້ານຳໃຊ້ເພື່ອຂຽນໄດ້ໄວກວ່າເກ່າແມ່ນວ່າ ເບຽ(ເບຍ) ຂຽ(ຂ້ອຍ)

໒. ໂຕທຳ ຖືໄດ້ວ່າໂຕທຳເປັນອັກສອນທີ່ມີການນຳໃຊ້ຍາກແລະຈຳກັດແຕ່ຜູ້ທີ່ມີຄວາມຮູ້ໃນລະດັບສູງແລະຮ້ອງຊື່ວ່າໂຕທຳກໍ່ຍ້ອນວ່າໃຊ້ກັບທັມມະຫລືສາສະຫນາແລະພາສາປາລີສັນສະກິດ ໃນແຕ່ກ່ອນກີ້ໂຕທຳນີ້ສາມາດໃຊ້ບອກຫລືສື່ສານກັນໄດ້ໃນສິບສອງພັນນາ ລ້ານນາ ລ້ານຊ້າງ ຊຽງຕຸງ ໂດຍບໍ່ໄດ້ຂຽນຕ່າງກັນແຕ່ບໍ່ຄືກັນສະເພາະ ຫາງ ຫັວຂອງຕັວອັກສອນ

ອ້າງອີງ[ແກ້ໄຂ]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.