ເຄື່ອງໝາຍວັກ
ເຄື່ອງໝາຍວັກ (ຂຽນຕາມເຄົ້າເດີມ: ເຄື່ອງໝາຍວັຄ) ແມ່ນເຄື່ອງໝາຍ ຫຼື ສັນຍະລັກທີ່ຂີດຂຽນຂຶ້ນເພື່ອໃຊ້ປະກອບການຂຽນອັກສອນໃນພາສາໜຶ່ງໆ ເພື່ອປະໂຫຍດໃນການແບ່ງວັກ. ມັກຈະບໍ່ກ່ວກັບລະບົບສຽງໃດ ໆ ທັງສິ້ນ.
ໃນແຕ່ລະພາສາຈະມີເຄື່ອງໝາຍວັກຕ່າງໆ ກັນ ແລະມີກົດເກນການໃຊ້ຕ່າງໆ ກັນ ເຊິ່ງຜູ້ໃຊ້ພາສານັ້ນໆ ຈະຕ້ອງຮູ້ ແລະໃຊ້ຕາມກົດທີ່ປະຕິບັດກັນມາ ເພື່ອໃຫ້ມີຄວາມເຂົ້າໃຈໃນພາສາໄປໃນທາງດຽວກັນ.
ໃນພາສາລາວ[ດັດແກ້]
ໃນພາສາລາວ ເຄື່ອງໝາຍວັກມີການໃຊ້ເພື່ອຊ່ວຍໃຫ້ການອ່ານແຕ່ລະປະໂຫຍກ, ແຕ່ລະວັກ, ແຕ່ລະຕອນເປັນການສະດວກ ແລະຖືກຈັງວະເຄື່ອງໝາຍວັກທີ່ໃຊ້ໃນພາສາລາວມີດັ່ງນີ້:
ເຄື່ອງໝາຍ | ຊື່ໃນພາສາລາວ | ຊື່ໃນພາສາອັງກິດ | ວິທີໃຊ້ |
---|---|---|---|
. | ຈ້ຳເມັດ | full stop ຫຼື period | ໃຊ້ໝາຍບ່ອນໝົດປະໂຫຍກ ຫຼື ໝົດວັກ. |
, | ຈຸດ | comma | ໃຊ້ຂັ້ນຄວາມເພື່ອໃຫ້ຜູ້ອ່ານຢຸດພັກໜ້ອຍນຶ່ງແລ້ວຈຶ່ງອ່ານຕໍ່. (ຄັນຈະໃຫ້ຜູ້ອ່ານຢຸດພັກຊົ່ວສັ້ນກວ່ານັ້ນອີກ ກໍບໍ່ຕ້ອງໃຊ້ເຄື່ອງໝາຍຈຸດ ແຕ່ໃຫ້ຂຽນຍະວ່າງແທນກໍໄດ້) ດຽວນີ້ນິຍົມການຂຽນໃຊ້ຍະວ່າງຫຼາຍກວ່າ. |
; | ຈ້ຳຈຸດ | semicolon | ໃຊ້ໝາຍບ່ອນຢຸດຕອນ ແຕ່ບໍ່ທັນໝົດເລື່ອງ ຫຼືບໍ່ທັນໝົດວັກ. |
: | ສອງຈ້ຳ | colon | ໃຊ້ໝາຍບອກໃຫ້ຮຸ້ວ່າ ຈະມີແນວອ່ານຕໍ່ໄປອີກ. (ເຄື່ອງໝາຍນີ້ໃຊ້ໝາຍເລກຫານກໍໄດ້). |
- | ຂີດຕໍ່ | hyphen | ໃຊ້ຂີດຂັ້ນຄຳໃດຄຳນຶ່ງໃນປະໂຫຍກ ຫຼື ຂີດຕໍ່ສອງຄຳໃສ່ກັນ. (ອາດໃຊ້ຂີດຫົວແຖວ ຫຼື ໃຊ້ໝາຍເລກລົບກໍໄດ້). |
_ | ຂີດກ້ອງ | underline | ໃຊ້ໝາຍຄວາມເວົ້າທີ່ຕ້ອງການເນັ້ນ. |
… | ສາມຈ້ຳ | triple dots | ໃຊ້ໝາຍໃຫ້ຮູ້ວ່າມີອັນຂຽນລົງບ່ອນນີ້ແຕ່ບໍ່ຂຽນ. (ຈ້ຳນີ້ໃຫ້ຂຽນພຽງສາມຈ້ຳກໍພໍ). |
? | ໝາຍຖາມ | question mark | ໃຊ້ໝາຍໃຫ້ຮູ້ວ່າຄວາມເວົ້າທີ່ມີເຄື່ອງໝາຍນີ້ແມ່ນຄຳຖາມ. |
! | ໝາຍທ້ວງ | exclamation mark | ໃຊ້ໝາຍໃຫ້ຮູ້ວ່າຄວາມເວົ້ານັ້ນແມ່ນຄວາມແຜດຮ້ອນ, ຄວາມອັດສະຈັນ, ຄວາມຕື່ນເຕັ້ນ, ຄວາມຕື່ນທ້ວງ, ຄວາມເຈັບໃຈ ຯລຯ. |
“ ” | ວົງຢືມ | quotation marks | ໃຊ້ໝາຍໃຫ້ຮູ້ວ່າຄວາມເວົ້າທີ່ຢູ່ໃນລະຫວ່າງສອງວົງນີ້ ແມ່ນຢືມເອົາຄວາມເວົ້າຂອງຜູ້ໃດຜູ້ນຶ່ງມາເວົ້າ. |
( ) | ວົງເລັບ | parentheses | ໃຊ້ໝາຍຄວາມເວົ້າຊີ້ແຈງເພີ່ມ ໃສ່ຄວາມເວົ້າທີ່ຢູ່ກ່ອນວົງເລັບ. |
” 〃 | ໝາຍລື້ມ | ditto mark | ໃຊ້ຂີດໝາຍລົງກ້ອງຄວາມເວົ້າທີ່ຕ້ອງການເວົ້າລື້ມຄືນແຕ່ບໍ່ຢາກຂຽນຄວາມເກົ່າອີກ. |
ຯລຯ | ແລະອື່ນໆ | et cetera | ໃຊ້ໝາຍໃຫ້ຮູ້ວ່າຍັງມີອັນອື່ນເວົ້າອີກ ແຕ່ຫາກບໍ່ຂຽນລົງໃນບ່ອນນີ້. |
ໆ | ໝາຍຊ້ຳ | repeat | ໃຊ້ໝາຍໃຫ້ຮູ້ວ່າ ຄວາມເວົ້າກ່ອນນີ້ຕ້ອງເວົ້າອີກເທື່ອນຶ່ງ. |
ອ້າງອີງ[ດັດແກ້]
- ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.