ປະຫວັດສາດອັກສອນລາວ

ຈາກ ວິກິພີເດຍ
Jump to navigation Jump to search

ອັກສອນລາວເດີມ ເປັນອັກສອນລາວທີ່ພັດທະນາມາພ້ອມອັກສອນລາວບູຮານ ການກຳເນີດເກີດຂຶ້ນນັ້ນແມ່ນເກີດມາພ້ອມ ໆ ກັບອັກສອນທົ່ວໄປຂອງບັນດາຊົນຊາດຕ່າງ ໆ ໃນໂລກ ການສັນນິຖານການເກີດຂຶ້ນຂອງອັກສອນເຫຼົ່ານີ້ ອາດຊິບໍ່ໄດ້ພັດທະນາມາຈາກອັກສອນປັນລະວະ ຫຼືອັກສອນເວທະວະນາຄິນ ຫຼືອັກສອນພຣາມີ ດັ່ງທີ່ນັກປາດໄທຍ໌ແລະນັກປາດຕ່າງປະເທດຮຸ່ນກ່ອນກໍອາດເປັນໄດ້ ເພາະວິວັດທະນາການຂອງສັງຄົມມະນຸດນັ້ນ ແມ່ນວ່າວິວັດທະນາການບາງຢ່າງຕ້ອງໄດ້ຖ່າຍທອດມາຈາກວັດທະທຳໜຶ່ງຫຼືສັງຄົມໜຶ່ງ ແຕ່ກະບໍ່ເປັນດັ່ງນັ້ນສະເໝີໄປ ເພາະເຫັນໄດ້ຈາກຫຼັກຖານທາງປະຫວັດສາດຂອງລາວ ໄດ້ວິວັດທະນາການມາ 5.000 ປີ, ກໍໝາຍວ່າມະນຸດຕົ້ນຕະກູນຂອງລາວນັ້ນໄດ້ພັດທະນາການມາພ້ອມ ໆ ສັງຄົມຄົນປ່າມາເປັນສັງຄົມຄອບຄົວ ສັງຄົມຊຸມຊົນໝູ່ບ້ານ ເຈົ້າກົກເຈົ້າເຫຼົ່າ ແລະສັງຄົມຄົນເມືອງຕາມລຳດັບ ຈົນກ້າວເຂົາສູ່ຍຸກປະຫວັດສາດຫຼືຍຸກແຫ່ງຣາຊະອານາຈັກ ແລະຍຸກແຫ່ງວິທະຍາສາດໃນທ້າຍສະຕະວັດ ທີ່ 18, ການທີ່ມະນຸດໜຶ່ງກໍາເນີດມາຈາກສັງຄົມ ທີ່ສັງຄົມມະນຸດທົ່ວໂລກຍັງຕົກຢູ່ພາຍໃຕ້ອຳນາດຂອງທຳມະຊາດແລະຍຸກສ້າງສາປະຫວັດສາດ ມະນຸດຕົ້ນຕະກູນລາວກໍເຄີຍເປັນຊາດອາຣະຍະມາກ່ອນ ມັນກໍເປັນໄປໄດ້ທີ່ຊາດລາວຕ້ອງໄດ້ສືບທອດມູນມໍຣະດົກແຫ່ງວັດທະນະທັມຂອງເຜົ່າພັນຕົນທີ່ສ້າງແລະສະສົມມາ, ການສືບທອດທາງວັດທະນະທຳຈາກສັງຄົມໜຶ່ງສູ່ສັງຄົມໜຶ່ງໃນອະດີດເປັນໄປໄດ້ໂດຍຍາກ ແລະຊ້າ ໆ ເນື່ອງຈາກເງື່ອນໄຂທາງການສື່ສານແລະຄົມມະນາຄົມ, ເຖິງວ່າເຮົາຈະພົບອັກສອນສະໄໝປັນລະວະທີ່ພັດທະນາມາຈາກອັກສອນພຣາມໝີຢູ່ໃນດິນແດນລາວ ດ້ວຍເງື່ອນໄຂຂອງສາສະໜາພຣາມ-ຮິນດູທີ່ມີອິດພົນໃນພາກກາງແລະພາກໃຕ້ຂອງລາວກໍຕາມ, ແຕ່ອັກສອນເຫຼົ່ານັ້ນອາດບໍ່ມີສ່ວນສົ່ງອິດທິພົນຕໍ່ອັກສອນລາວໄດ້ ເນື່ອງຈາກມີເຫດຜົນຢູ່ຢ່າງນ້ອຍ 3 ປະການ ໄດ້ແກ່:

1. ຄົນລາວເປັນຊົນຊາດເກົ່າແກ່ມີອາຣະຍະທັມເປັນຂອງຕົນ ການກໍາເນີດຊາດແລະຄວາມຍາວນານຂອງປະຫວັດສາດສັງຄົມແລະມານຸດວິທະຍາ ເປັນຫຼັກຖານທີ່ຢັ້ງຢືນຮ່ອງຮອຍທາງອາຣະທັມເປັນຂອງຕົນເອງ.

2. ຄົນລາວນັບຖືສາສະໜາຜີບັນພະບູຣຸດແລສາສະໜາແຖນຟ້າມາແຕ່ເດີມ ແຕ່ຊົນອີກກຸ່ມໜຶ່ງເຄື່ອນຍ້າຍສາສະໜາພຣາມຮີນດູ ສອງສາສະໜາເຖິງເປັນສາສະໜາປະເພດເທວະນິຍົມເໝືອນກັນແຕ່ອາດມີການຕໍ່ຕ້ານກັນ ດ້ວຍເຫດນັ້ນການສືບທອດວັດທະນະທັມທາງອັກສອນຄົງເປັນໄປໄດ້ໂດຍຍາກ.

3. ເຮົາພົບອັກສອນລາວເດີມທີ່ມີອາຍຸເດີນ 800 ກວ່າປີ ໃນສີລາຈາຣືກເກົ່າແກ່ມາຫຼາຍທີ່ ແລະເຮົາຍອມຮັບກັນ 2 ແຫ່ງ ອັນໄດ້ແກ່ ສີລາຈາຣືກວັດວິຊຸນ ຈ.ສ 532 ແລະອັກສອນລາວເດີມທີ່ພຣະທາດບ້ານຮ້າງ ບ້ານນາແຮ່ ແຂວງສາກົນນະະຄອນ ຕາມການອ່ານໄດ້ຂອງທາງການໄທຍ໌ພົບວ່າ ຂຽນຂຶ້ນຫຼັງພຣະເຈົ້າຟ້າງຸ່ມຂຶ້ນຄອງຣາດທີ່ຊຽງທອງພຽງ 3 ປີ. ດັ່ງເຮົາຈະເຫັນໄດ້ວ່າອັກ ສອນລາວວັດວິຊຸນ ເປັນອັກສອນທີ່ມີອາຍຸເກົ່າກວ່າອັກສອນຕະກູນດຽວກັນໃນພູມີພາກອຸສາຄະເນ ໂດຍສະເພາະອັກສອນລາວຫຼັກດັ່ງກ່າວ ເທົ່າທີ່ຄົ້ນພົບວ່າມີອາຍຸເຖິງ 838 ກວ່າປີ ເປັນທີ່ຢືນຍັນທາງວິທະຍາສາດແລ້ວວ່າ "ມິອາຍຸເກົ່າກວ່າສີລາຈາຣືກຂອງຂຸນຣາມຄຳແຫງແຫ່ງສຸໂຂໄທ" ເມື່ອເປັນເຊັ່ນນັ້ນໜັງສືຂອງຂຸນຣາມຄຳແຫງຕ້ອງມີວິວັດທະນາການມາຈາກສອງແຫ່ງ ເມືອງຊວາ (ຫຼວງພຣະບາງ) ເມື່ອເປັນເຊັ່ນນັ້ນອັກສອນນີ້ຈຶ່ງໄດ້ຊື່ວ່າ "ອັກສອນລາວເດີມ",

ຄຳວ່າອັກສອນລາວເດີມນີ້ແມ່ນຕັ້ງຂຶ້ນໃຫ້ຄຽງຄູ່ກັບ "ອັກສອນລາວບູຮານ" ທີ່ຊາວລາວເຮົາ ຫຼືນັກປະຫວັດສາດ, ອັກສອນສາດ ຂອງບັນດາປະເທດໃກ້ຄຽງເຮົາ ພະຍາຍາມບັນຍັດໃຫ້ເປັນອັກສອນທັມ ເລີຍເຮັດໃຫ້ອັກສອນເຫຼົ່ານີ້ກາຍເປັນອັກສອນພຣະພຸດທະເຈົ້າ ໃນຄວາມເຊື່ອຄົນໃນປັດຈຸບັນ, ເປັນອັກສອນຂອງຊັ້ນສູງບໍ່ມີໃຜກ້າເອົາລົງມາອ່ານ ໃນທີ່ສຸດໜັງສືເຫຼົ່ານີ້ກໍຖືກລືມໂດຍປະຊາຊົນທົ່ວໄປ ອີກທາງໜຶ່ງເນື້ອໃນແລະຄວາມໝາຍອັນເປັນທິດສະດີດັ້ງເດີມຂອງລາວ ກໍຖືກປິດຂັງໄວ້ໃນຕູ້ໂດຍທີ່ບໍ່ນຳອອກມາໃຊ້ ກາຍເປັນຄວາມຮູ້ເປັນໝັນໃຊ້ການບໍ່ໄດ້ໂດຍຄວາມເຄົາລົບສັດທາ.

ສີລາຈາຣືກວັດວິຊຸນ (ປັດຈຸບັນຖືກຍ້າຍໄປປະດິດສະຖານທີ່ພຣະຣາຊະວັງຫຼວງພຣະບາງແລ້ວ) ເປັນສີລາຈາຣືກວັດວິຊຸນ ທີ່ບັນທຶກດ້ວຍອັກສອນລາວເດີມ ມີ 11 ແຖວ, ຈຳນວນອັກສອນ 93 ອັກສອນ(ລວມສະຫຼະດ້ວຍ) ເຊິ່ງອ່ານພົບໂດຍ ທ່ານບຸນມີ ເທບສີເມືອງ, ຕາມຈາຣືກມີອາຍຸ 835 ປີ(2005) ເປັນອັກສອນທີ່ເກົ່າແກ່ກວ່າອັກສອນຂນຣາມຄຳແຫງ ສຸໂຂໄທ 113 ປີ. ວິທີທຽບການຄິດໄລ່ ຄື 1. ສີລາຈາຣຶກ ວັດວິຊຸນ: ປີທີ່ປະກົດໃນສີລາຈາຣືກ ທີ່ປາກົດປີຈຸນລະສັງກຣາດ 532 ກົງກັບ ພ.ສ 1713.

ຈາຣືກຂຸນຣາມຄຳແຫງ: ທີ່ປາກົດໃນສີລາຈາຣືກ ປີ ມ.ສ 1205 ກົງກັບ ຈ.ສ 645 ກົງກັບ ພ.ສ 1826 ກົງກັບ ຄ.ສ 1283 ແລ້ວເອົາ ຄ.ສ ທີ່ປາກົດມາລົບ 1283-1170 = 113.(ສີລາຈາຣືກວັດວິຊຸນເກົ່າກວ່າສີລາຈາຣືກຂຸນຣາມຄຳແຫງ) ອັກສອນລາວເດີມ ທີ່ບັນທຶກຄັງຄວາມຮູ້ຂອງຄົນລາວບູຮານໄວ້ ແຕ່ອັກສອນເຫຼົ່ານີ້ ມີຄົນຈຳນວນໜ້ອຍອ່ານໄດ້ສິ່ງທີ່ໜ້າວິຕົກ ກໍຄືອັກສອນເຫຼົ່າຖືກກາໜ້າຈາກຜູ້ສືບທອດມໍ ລະດົກລາວຣຸ່ນໃໝ່(ຜູ້ທີ່ບໍ່ຮູ້ບາງຄົນ)ວ່າອັກສອນທັມ, ບາງຄົນກໍວ່າອັກສອນປາລີ, ບາງຄົນກໍວ່າພາສາ ພຣະພຸດທະເຈົ້າ ບາງຄົນກໍເວົ້າຄວບກັນໄປເລີຍ ໂດຍຂາດຫຼັກຖານວ່າ "ພາສາປາລີ-ສັນສະກິດ" ນອກ ຈາກນີ້ແລ້ວໄພອັນຕະລາຍອັນໜຶ່ງຂອງໜັງສືລາວບູຮານ ໃນຮູບແບບໃບລານກໍຕາມ, ຮູບແບບເຈັ້ຍສາກໍຕາມ ຫຼືໃນຮູບແບບປື້ມກໍຕາມອັກສອນເຫຼົ່ານີ້ ຍັງໄດ້ຂາຍໃນທ້ອງຕລາດໃນລາຄາທີ່ແພງ ແຕ່ບໍ່ເໝາະສົມກັບຄຸນຄ່າຂອງໜັງສືດ້ວຍ ທັງນີ້ທັງນັ້ນເກີດຈາກປັດໄຈຫຼາຍດ້ານຄື 1. ຕ້ອງການເງິນ, 2. ເຫັນເປັນສິ່ງທີ່ບໍ່ມີຄາ ເພາະອ່ານບໍ່ໄດ້.

ຢ່າງໃດກໍຕາມ ເຖິງວ່າໜັງສືເຫຼົ່ານີ້ບາງສ່ວນຈະຖືກທຳລາຍ ຫຼືຂາຍໄປກໍຕາມ ແຕ່ມັນຄືຫຼັກຖານໜຶ່ງ ທີ່ສະແດງເຖິງຄວາມອຸດົມສົມບູນຂອງ "ອັກຂະຫຼະພາສາ ແລະວັດຈະນະພາສາຂອງຊາດລາວ ທີ່ຄວນຫັນມາສົນໃຈສຶກສາ". ອັກສອນລາວເດີມ ປາກົດໃຊ້ໃນກຸ່ມຊົນຊາດລາວທັງໃນ ແລະນອກປະເທດລາວປັດຈຸບັນ ຄຽງຄູ່ກັບອັກສອນລາວບູຮານ(ອັກສອນທັມ), ໂດຍສະເພາະແມ່ນຊົນຊາດລາວໃນອານາຈັກລ້ານຊ້າງ ແລະບັນດາຫົວເມືອງລ້ານຊ້າງ ທັງກ່ອນ ແລະຫຼັງລ້ານຊ້າງດ້ວຍ, ທີ່ວ່າກ່ອນລ້ານຊ້າງ ໝາຍເອົາບັນດາອານນາຈັກກ່ອນລ້ານຊ້າງ(ເອກະພາບ) ເຊິ່ງມີຫຼັກຖານສີລາຈາລຶກຂຸນຣາມຄຳແຫງ ເປັນຕົວແທນແຫ່ງອານາຈັກເກົ່າ ແກ່ກອນລ້ານຊ້າງເອກະພາບ ທີ່ເປັນຕົວແທນແຫ່ງອາຈັກຂອງຊົນ ຊາດຕະກູນໄຕ ທີ່ໃຊ້ອັກສອນລາວເດີມ ທີ່ຕັ້ງຢູ່ດິນແດນແມ່ນຳ້ຂອງກ້ຳຕາເວັນຕົກ ແລະຫຼັກສີລາຈາລຶກວັດວິຊຸນ ເປັນຕົວແທນແຫ່ງອານາ ຈັກຊຂອງຊຸມຊົນຊາດຕະກູນໄຕ ທີ່ໃຊ້ອັກສອນລາວເດີມ ຢູ່ຝັ່ງຂອງດ້ານຕາເວັນອອກ, ນອກຈາກນີ້ເຮົາຍັງ ພົບຫຼັກຖານອັກສອນລາວ ທີ່ສະໜັບສະໜູນສີຄາຈາຣືກວັດວິຊຸນໃຫ້ພົ້ນເດັ່ນ ຄື ສີລາຈາຣືກອັກສອນພຣະ ທາດບ້ານຮ້າງບ້ານນາແຮ່ ເມືອງສາກົນນະຄອນ, ເຊິ່ງບໍ່ພຽງແຕ່ຢັ້ງຢືນດ້ານຄວາມເກົ່າແກ່ຂອງອັກສອນ ລາວເທົ່ານັ້ນ ຍັງຢັ້ງຢືນເຖິງອາຣະຍະທັມຊຸມຊົນລາວດ້ວຍ.

ສີລາຈາລຶກ 3 ຫຼັກນີ້ເປັນຫຼັກຖານພຽງພໍແລ້ວ ທີ່ໃຫ້ເຮົາສຶກສາເຖິງຄວາມເປັນມາຂອງອັກສອນລາວເດີມໄດ້ຢ່າງລະອຽດຖີ່ຖ້ວນ, ທີ່ສາມາດສືບທາວຫາຕົ້ນປາຍສາຍເຫດຂອງຄວາມເປັນ ມາຂອງອັກ ສອນລາວຊະນິດນີ້ ເທິງສອງຝາກຝັ່ງແມ່ນຳ້ຂອງໃນອຸສາຄະເນ ໂດຍສະເພາະດິນແດນອະດີດອານາຈັກລ້ານຊ້າງ ເຊິ່ງອັກສອນເຫຼົ່ານີ້ ໄດ້ຖືກກາໜ້າໃຫ້ສົມຍານາມວ່າ "ໄທນ້ອຍ" ເພາະເຫດໃດ? ຈິງບໍທີ່ວ່າໜັງສືລາວເດີມ ມີຊື່ວ່າໜັງສືໄທນ້ອຍມາແລ້ວ ເມື່ອ ໘໐໐ ກວ່າປີ ຫຼືວ່າ ຄຳວ່າ "ໜັງສືໄທນ້ອຍ" ໄດ້ກຳເນີດຈາກອຳນາດທາງການເມືອງ ທີ່ສະຫຍາມຕັ້ງຊື່ໃຫ້ ເມື່ອລາວຂາດອິດສະຫຼະພາບ ຫຼັງປີ ຄ.ສ ໑໘໒໘ ນີ້ເປັນຕົ້ນມາ.

ຮູບຂອງອັກສອນລາວເດີມລາວເດີມນັ້ນ ໂດຍລວມແລ້ວ ຄື ຮູບອັກສອນລາວເດີມ ທີ່ພັດທະນາເປັນໜັງສືມາດຕະຖານແລ້ວ ເປັນດັ່ງນີ້ຮູບອັກສອນລາວເດີມ ທີ່ຂຽນຂຶ້ນເປັນໄວຍາກອນມາດຕະຖານ ໂດຍມີພຣະຣາຊະບັນດິດສະພາຈັນທະບູຣີ ເຊິ່ງມີເຈົ້າເພັດຊະຣາດ ຣັດຕະນະວົງສາ ເປັນປະມຸກ ແລະມີມະຫາສີລາ ວິຣະວົງສ໌ ເປັນປະທານຮຽບຮຽງແຕ່ງຂຶ້ນ ໂດຍບັນຍັດອັກສອນໃຫ້ຄົບ 33 ຕົວ ແລະ ສາມາຂຽນໄດ້ທັງຄຳລາວ ແລະຄຳປາລີໄດ້ອັກສອນລາວບູຮານໃຊ້ຂຽນພາສາປາລີ ມີ 32 ຕົວ ແບ່ງອອກເປັນ 5 ວັກ ວັກລະ 5 ໂຕ ລວມ ມີ 25 ໂຕ ແລະ "ອະວັຄ ຫຼືເສດວັຄອີກ 7 ໂຕ - ສະຫຼະເຄົ້າລາວບູຮານໃຊ້ຜະປະສົມອັກສອນ ເວລາຂຽນພາສາລາວມີ 9 ສຽງ ແລະ 9 ຮູບ ຫາກຂຽນໃນພາສາປາລີ ມີ 8 ສຽງ 7 ຮູບ, (ຄືໃນພາສາປາລີ ບໍ່ມີຮູບອະມີແຕ່ສຽງ). - ໝາຍເຫດ: ສຣະຈົມແລະສຣະຟູນີ້ ເວລາເອົາໄປໃຊ້ນັ້ນ ໃຫ້ເບິ່ງຮູບການຂຽນ ວ່າຈະເໝາະ ສົມ ເອົາຮູບສຣະໃດໄປຂຽນ.