ພາສາອີສານ
ບົດຄວາມນີ້ອາດຕ້ອງຂຽນໃໝ່ທັງໝົດເພື່ອໃຫ້ເປັນໄປຕາມມາດຕະຖານຄຸນນະພາບຂອງວິກິພີເດຍ ຫຼື ກຳລັງດຳເນີນຢູ່ ເນື່ອງຈາກຂາດຂໍ້ມູນທີ່ສໍາຄັນໃນຫຼາຍຈຸດ ທ່ານຊ່ວຍເຮົາໄດ້ ໜ້າສົນທະນາອາດຈະມີຄໍາແນະນໍາ |
ພາສາອີສານ | |
---|---|
ພາສາໄທຖິ່ນອີສານ, ລາວອີສານ, ລາວ (ບໍ່ທາງການ) | |
[[File:![]() ອັກສອນໄທໃຂ້ໃນປັດຈຸບັນນີ້ບໍ່ໄດ້ມາດຕະຖານ (ລຸ່ມ) | |
ປະເທດທີ່ມີການເວົ້າ | ![]() |
ພາກພື້ນ | ພາກອີສານ (ພາກຕາເວັນອອກສຽງເໜືອ) ໃນເຂດໃກ້ຄຽງ ແລະ ບາງກອກ |
ຊົນເຜົ່າ | ລາວ, ອີສານ |
ຈຳນວນຜູ້ເວົ້າ | 13-16 ລ້ານຄົນ (2005)[1] 22 ລ້ານຄົນ (2013) (L1 และ L2)[1][2] |
ຕະກຸນພາສາ | |
ລະບົບການຂຽນ | ລາວເດິມ (ອາດີດ, ທາງໂລກ) ໄຕທຳ (ອາດີດ, ສາສະໜາ) ອັກສອນໄທ |
ສະຖານະພາບທາງການ | |
ພາສາຊົນກຸ່ມນ້ອຍທີ່ຮັບຮອງໃນ | ![]() |
ລະຫັດພາສາ | |
ISO 639-3 | tts |
ພາສາອີສານ[3] ຫຼື ພາສາລາວອີສານ[4] ຫຼື ພາສາໄທຖິ່ນຕາເວັນອອກສຽງເໜືອ ຫຼື ທີ່ນິຍົມກ່າວເຖິງໃນເອກະສານທາງການຂອງໄທວ່າ ພາສາໄທຖິ່ນອີສານ[5] ເປັນການພັດທະນາໃນທ້ອງຖິ່ນຂອງພາສາລາວໃນປະເທດໄທ ຜູ້ເວົ້າທ້ອງຖິ່ນຍັງຄົງຄິດວ່າເປັນພາສາລາວ[6]ລັດຖະບານໄທຍອມຮັບພາສານີ້ເປັນສໍານຽງພາສາໄທ ທັງຊາວໄທ ແລະ ລາວມີຄວາມເຂົ້າໃຈກັນຍາກ ເນື່ອງຈາກວ່າເຖິງແມ່ນວ່າມີຫຼາຍກ່ວາ 80 ເປີເຊັນຂອງຄໍາສັບຕ່າງໆໃນວັດຈະນານຸກົມ ທັງລາວ ແລະ ອີສານ ມີຫຼາຍລະດັບສຽງສຽງທີ່ແຕກຕ່າງກັນ ແລະມັກໃຊ້ຄໍາທີ່ມາຈາກພາສາໄທ ດັ່ງນັ້ນຈຶ່ງເຮັດໃຫ້ເກີດການຂັດຂວາງຄວາມເຂົ້າໃຈເຊິ່ງກັນ ແລະ ກັນໂດຍບໍ່ມີການເປີດເຜີຍກ່ອນ[7] ພາສາລາວມີມາແຕ່ດົນນານໃນພາກຕາເວັນອອກສຽງໃຕ້, ມາຮອດປັດຈຸບັນ ມີກຸ່ມຄົນທີ່ອົບພະຍົບທີ່ຕາມສັນພູ, ແມ່ນ້ຳຂອງ ເຂົ້າມາໃນອາຊີຕາເວັນອອກສຽງໃຕ້ຈາກພາກໃຕ້ຂອງຈີນ ໃນປະມານສັດຕະວັດທີ 8 ຫາ 10. ດິນແດນຂອງອີສານໃນປັດຈຸບັນເຄີຍຂຶ້ນກັບອານາຈັກລາວລ້ານຊ້າງແຕ່ປີ 1354 ຫາ 1707. ພາຍຫຼັງການລົ້ມສະລາຍຂອງລ້ານຊ້າງ, ອານາຈັກລາວທີ່ແຕກແຍກໄດ້ກາຍເປັນລັດປະເທດສະລາດຂອງສະຫຍາມ. ໃນຊ່ວງທ້າຍສະຕະວັດທີ 18 ແລະ ເກືອບທັງໝົດຂອງສະຕະວັດທີ 19, ທະຫານສະຫຍາມໄດ້ບັງຄັບການຍົກຍ້າຍຄົນລາວຈາກຝັ່ງຕາເວັນຕົກຂອງແມ່ນໍ້າຂອງໄປສູ່ຝັ່ງຕາເວັນອອກ, ປັດຈຸບັນຄືພາກອີສານ. ຜົນຂອງການເຄື່ອນຍ້າຍຄັ້ງໃຫຍ່ນີ້, ເຮັດໃຫ້ມີຜູ້ເວົ້າພາສາອີສານກວມເອົາເກືອບ 1/3 ຂອງປະຊາກອນຂອງໄທ ແລະ ກວມເອົາຫຼາຍກວ່າ 80% ຂອງປະຊາກອນລາວທັງໝົດ. ພາສາອີສານຖືກເວົ້າໃນທ້ອງຖີ່ນໂດຍປະມານ 13-16 ລ້ານຄົນຂອງພາກພື້ນອີສານ (ສຳຫຼວດປີ 2005), ເຖິງແມ່ນວ່າປະຊາກອນທັງໝົດທີ່ເວົ້າລວມທັງຊາວອີສານໃນພາກພື້ນອື່ນໆຂອງປະເທດໄທ ແລະ ຜູ້ທີ່ເວົ້າເປັນພາສາທີສອງ, ອາດຈະເກີນ 22 ລ້ານຄົນ.
ພາສາລາວໃນໄທ ໄດ້ຮັບການຮັກສາໄວ້ ເນື່ອງຈາກພາກພື້ນອີສານມີປະຊາກອນຫຼາຍ, ເນື່ອງຈາກແທກພູຜາທີ່ແຍກພື້ນທີ່ພາກອີສານອອກຈາກສ່ວນອື່ນຂອງປະເທດ, ລວມທັງຄົນອີສານເປັນຄົນທີ່ອະນຸລັກ ຮີດຄອງປະເພນີຂອງທ້ອງຖິ່ນໄດ້ດີ ເຊິ່ງຈະເຫັນໄດ້ໃນການກະແດງດ້ານສິລະປະ,ບົດເພງ, ໝໍລຳ ແລະ ອື່ນໆ. ພາສາອີສານ ຫຼື ພາສາລາວເຄີຍຖືກຫ້າມຢ່າງເປັນທາງການບໍ່ໃຫ້ເອີ້ນວ່າພາສາລາວໃນເອກະສານທາງການຂອງໄທໃນທ້າຍສະຕະວັດທີ 20. ກົດໝາຍອາຍາຂອງຊຸມປີ 1930 ເພື່ອທີ່ຈະສົ່ງເສີມແນວຄິດລັດຊາດໄທ, ຍົກສູງວັດທະນະທຳໄທພາກກາງ ແລະ ການນຳໃຊ້ມາດຕະຖານໄທແບບບັງຄັບ ໄດ້ພາໃຫ້ເກີດສະຖານະການທີ່ຊາວທ້ອງຖິ່ນສ່ວນໃຫຍ່ທີ່ເວົ້າສອງພາສາ ແລະ ຖືວ່າຕົນເອງເປັນພົນລະເມືອງໄທ. ພາສາອີສານແມ່ນສະຫງວນໃຫ້ເປັນພາສາພື້ນບ້ານ, ພາສາຂອງຊາວໄຮ່ຊາວນາ ແລະ ເປັນພາສາຂອງຄົນບ້ານນອກ. ອັກສອນໄທນ້ອຍ (ໂຕລາວ) ຍັງຖືກຫ້າມ, ດັ່ງນັ້ນຈຶ່ງເຮັດໃຫ້ພາສາອີສານເປັນພຽງແຕ່ພາສາເວົ້າ, ສ່ວນວ່າລະບົບການຂຽນແມ່ນໃຫ້ນໍາໃຊ້ຕົວໜັງສືໄທ ແລະ ການສະກົດຄໍາທີ່ໃຊ້ໃນການສື່ສານແບບບໍ່ເປັນທາງການ.
ອີສານຍັງເປັນເຂດທີ່ທຸກຍາກ, ດ້ອຍພັດທະນາທີ່ສຸດຂອງໄທ, ໂດຍຊາວອີສານຫຼາຍຄົນມີການສຶກສາໜ້ອຍ, ມັກຈ້າງແຮງງານ, ເຮັດວຽກເປັນແມ່ບ້ານ, ແຕ່ງກິນ, ຂັບລົດແທັກຊີ່ ແລະ ອາຊີບອື່ນໆ. ບວກກັບຄວາມມີອະຄະຕິທາງປະຫວັດສາດທີ່ເປີດເຜີຍຕໍ່ຊາວອີສານ, ສິ່ງດັ່ງກ່າວໄດ້ເຮັດໃຫ້ເກີດມີອັກຄະຕິຮັບຮູ້ທາງລົບຕໍ່ພາສາອີສານ. ເຖິງວ່າຈະມີການນໍາໃຊ້ຢ່າງແຜ່ຫຼາຍ, ນັບຕັ້ງແຕ່ກາງສະຕະວັດທີ 20, ພາສາໄດ້ຖືກປ່ຽນແປງໄປແບບຊ້າໆໂດຍພາສາໄທ ຫຼື ການປ່ຽນພາສາເປັນພາສາໄທທັງໝົດ. ຢ່າງໃດກໍຕາມ, ດ້ວຍທັດສະນະຄະຕິຕໍ່ວັດທະນະທໍາພາກພື້ນທີ່ຜ່ອນຄາຍຫຼາຍຂຶ້ນໃນທ້າຍສະຕະວັດທີ 20 ເປັນຕົ້ນມາ, ການຄົ້ນຄວ້າພາສາລາວໄດ້ເປີດກວ້າງຂຶ້ນໃນມະຫາວິທະຍາໄລອີສານ ແລະ ທັດສະນະທາງດ້ານການເມືອງມັກທີ່ບໍ່ຂັດແຍ້ງກັບສູນກາງບາງກອກ, ຄວາມພະຍາຍາມນີ້ໄດ້ຊ່ວຍສະກັດກັ້ນການຫາຍໄປແບບຊ້າໆຂອງພາສາ ແລະ ເລີ່ມສ້າງຮາກຖານ, ສົ່ງເສີມໂດຍການປູກຈິດສໍານຶກ ແລະ ຮັກໃນວັດທະນະທໍາທ້ອງຖິ່ນ ຮາກເຫງົ້າຂອງຕົນ.
- ↑ 1.0 1.1 International Convention on the Elimination of All Forms of Racial Discrimination. (2011). Reports submitted by States parties under article 9 of the Convention: First to third periodic reports of States parties due in 2008, Thailand. (GE.11-46262 (E) 141011 181011). New York NY: United Nations.
- ↑ Paul, L. M., Simons, G. F. and Fennig, C. D. (eds.). 2013. Ethnologue: Languages of the World, Seventeenth edition. Dallas, Texas: SIL International. Retrieved from http://www.ethnologue.com
- ↑ "ກຸ່ມຊົນເຜົ່າ : ລາວອີສານ", ศูนย์ข้อมูลมานุษยวิทยาสิรินธร (องค์การมหาชน). ຮຽກຂໍ້ມູນວັນທີ 13 January 2022
- ↑ "ภาษาลาวอีสานที่ถูกกำกับโดยศูนย์กลางอำนาจส่วนกลาง". เดอะอีสานเรคคอร์ด (in ໄທ). 2020-04-19.
- ↑ กิ่งคำ, วิไลศักดิ์ (2007). "ภาษาไทยถิ่นอีสาน : มรดกวัฒนธรรมบ้านเกิด". วารสารภาษาไทยและวัฒนธรรมไทย. 1 (1): 58–75.
- ↑ Keyes, Charles F. (1966). "Ethnic Identity and Loyalty of Villagers in Northeastern Thailand". Asian Survey.
- ↑ Draper, John (2004). "Isan: The planning context for language maintenance and revitalization". Second Language Learning and Teaching. 4. Archived from the original on 2014-03-11.