ອັກສອນໄທ
ອັກສອນໄທ | |
---|---|
ຊະນິດ | ອັກສອນສະຫຼະປະກອບ |
ພາສາເວົ້າ | 'ມາດຕະຖານ: ພາສາໄທ, ໄທໃຕ້ ບໍ່ເປັນມາດຕະຖານ': ຄຳເມືອງ, ພາສາອີສານ, ມາເລປັດຕານີ, ແລະອື່ນໆ. |
ຜູ້ປະດິດ | ພໍ່ຂຸນຣາມຄຳແຫງມະຫາລາດ |
ຊ່ວງຍຸກ | 1826 (AD 1283) – ປັດຈຸບັນ |
ລະບົບແມ່ | |
ລະບົບອ້າຍນ້ອງ | ອັກສອນລາວ |
ຊ່ວງຢູນິໂຄ້ດ | U+0E00–U+0E7F |
ISO 15924 | ໄທ |
ບົດຄວາມນີ້ມີສັນຍາລັກສັກທະສາດສັກທະອັກສອນສາກົນ ຫາກບໍ່ມີການສະໜັບສະໜູນເຣັນເດີທີ່ເໝາະສົມ ທ່ານອາດເຫັນເຄື່ອງໝາຍຄຳຖາມ ກ່ອງ ຫຼື ສັນຍະລັກອື່ນແທນລັກສະນະຢູນິໂຄ້ດ |
ອັກສອນໄທຍ໌ (ໄທ: อักษรไทย) ແມ່ນອັກສອນທີ່ໃຊ້ຂຽນພາສາໄທ, ພາສາໄທໃຕ້ ແລະພາສາກຸ່ມນ້ອຍອື່ນໆ ໃນປະເທດໄທ. ມີພະຍັນຊະນະ 44 ຮູບ ສະຫຼະ 21 ຮູບ ວັນນະຍຸດ 4 ຮູບ ແລະເຄື່ອງໝາຍອື່ນໆ ອີກຈຳນວນໜຶ່ງ. ພະຍັນຊະນະໄທຈະລຽນໂຕໄປຕາມແນວນອນ ແຕ່ຊ້າຍຫາຂວາ. ສ່ວນສະຫຼະຈະຢູ່ໜ້າ ເທິງ ລຸ່ມ ແລະຫຼັງພະຍັນຊະນະປະກອບຄຳແລ້ວແຕ່ຊະນິດຂອງສະຫຼະ ມີລັກສະນະຄ້າຍຄືອັກສອນລາວ ຊາວໄທມີການດັດແປງຮັບເອົາບາງອັກສອນ ບາງຄຳສັບ ຈາກພາສາລາວ
ຄວາມເປັນມາ
[ດັດແກ້]ອັກສອນໄທໄດ້ມີການພັດທະນາມາຈາກອັກສອນຂະເໝນບູຮານ (Old Khmer script).
ພະຍັນຊະນະ
[ດັດແກ້]ອັກສອນໄທມີພະຍັນຊະນະດ່ຽວ ໔໔ ຮູບ ແລະ ພະຍັນຊະນະຜະສົມ ໙ ໂຕ
ຮູບໄທ | ທໍ່ກັບອັກສອນລາວ |
---|---|
ก ข ฃ ค ฅ ฆ ง | ກ ຂ ຄ ງ |
จ ฉ ช ซ ฌ ญ | ຈ ສ ຊ ຍ |
ฎ ฏ ฐ ฑ ฒ ณ | ດ ຕ ຖ ທ ນ |
ด ต ถ ท ธ น | ດ ຕ ຖ ທ ນ |
บ ป ผ ฝ พ ฟ ภ ม | ບ ປ ຜ ຝ ພ ຟ ມ |
ย ร ล ว ศ ษ ส ห | ຍ ຢ ຣ ລ ວ ສ ຫ |
ฬ อ ฮ | ລ ອ ຮ |
หง หญ หย หน หม หร หล หว อย | ຫງ ຫຍ ໜ ໝ ຫຼ ຫວ ຢ |
ໝວດພະຍັນຊະນະ
[ດັດແກ້]ພະຍັນຊະນະໃນພາສາໄທມີ ໓ ໝວດ
ໝວດ | ຮູບໄທ |
---|---|
ອັກສອນກາງ ໙ ໂຕ | ก จ ฎ ฏ ด ต บ ป อ |
ອັກສອນສູງ ໑໑ ໂຕ | ข ฃ ฉ ฐ ถ ผ ฝ ศ ษ ส ห |
ອັກສອນຕ່ຳ ໒໔ ໂຕ | ค ฅ ฆ ง ช ซ ฌ ญ ฑ ฒ ณ ท ธ น พ ฟ ภ ม ย ร ล ว ฬ ฮ |
ສະຫຼະ
[ດັດແກ້]ອັກສອນໄທມີສະຫຼະ 24 ໂຕ ແລະ ສະຫຼະພິເສດ 8 ໂຕ
ສະຫຼະສຽງສັ້ນ | ສະຫຼະສຽງຍາວ | ||
ຮູບໄທ | ຮູບລາວ | ຮູບໄທ | ຮູບລາວ |
---|---|---|---|
-ะ, -ั | -ະ | -า | -າ |
-ิ | -ິ | -ี | -ີ |
-ึ | -ຶ | -ื | -ື |
-ุ | -ຸ | -ู | -ູ |
เ-ะ, เ-็ | ເ-ະ | เ- | ເ- |
แ-ะ, แ-็ | ແ-ະ | แ- | ແ- |
โ-ะ | ໂ-ະ | โ- | ໂ- |
เ-าะ, -็อ | ເ-າະ | -อ | -ໍ |
เ-อะ, เ-ิ | ເ-ິ | เ-อ | ເ-ີ |
เ-ียะ | ເ-ັຍ | เ-ีย | ເ-ຍ |
เ-ือะ | ເ-ຶອ | เ-ือ | ເ-ືອ |
-ัวะ | -ົວະ | -ัว | -ົວ |
-ำ | -ຳ | ใ- | ໃ- |
ไ- | ໄ- | เ-า | ເ-ົາ |
ฤ | ຣຶ | ฤๅ | ຣື |
ฦ | ລຶ | ฦๅ | ລື |
ວັນນະຍຸດ
[ດັດແກ້]ອັກສອນໄທມີຕົວວັນນະຍຸດ 4 ຮູບ
ຮູບໄທ | ຊື່ໄທ | ຮູບລາວ | ຊື່ລາວ |
---|---|---|---|
อ่ | ไม้เอก | ອ່ | ໄມ້ເອກ |
อ้ | ไม้โท | ອ້ | ໄມ້ໂທ |
อ๊ | ไม้ตรี | ອ໊ | ໄມ້ຕີ |
อ๋ | ไม้จัตวา | ອ໋ | ໄມ້ຈັດຕະວາ |
ການຜັນສຽງວັນນະຍຸດ
[ດັດແກ້]ພາສາໄທມີວັນນະຍຸດ 5 ສຽງຄື: ສຽງສາມັນ (Mid tone), ສຽງເອກ (Low tone), ສຽງໂທ (Falling tone), ສຽງຕີ (High tone), ສຽງຈັດຕະວາ (Rising tone).
ຕົວສະກົດແບ່ງອອກເປັນ 2 ຢ່າງ: ຕົວສະກົດເປັນ ແລະ ຕົວສະກົດຕາຍ.
- ຕົວສະກົດເປັນມີ 5 ໂຕ: ງ, ຍ, ນ, ມ, ວ (ຕົວຢ່າງ: ກາງ, ສວຍ, ປານ, ກາມ, ນາວ)
- ຕົວສະກົດຕາຍມີ 3 ໂຕ: ກ, ດ, ບ (ຕົວຢ່າງ: ພັກ, ຕັດ, ນັບ).
ຮູບວັນນະຍຸດ | ອັກສອນກາງ | ອັກສອນສູງ | ອັກສອນຕ່ຳ |
---|---|---|---|
ອ + ຕົວສະກົດເປັນ | M | R | M |
ອ່ ໄມ້ເອກ | L | L | F |
ອ້ ໄມ້ໂທ | F | F | H |
ອ໊ ໄມ້ຕີ | H | — | — |
ອ໋ ໄມ້ຈັດຕະວາ | R | — | — |
ຕົວສະກົດຕາຍ + ສະຫຼະສຽງສັ້ນ | L | L | H |
ຕົວສະກົດຕາຍ + ສະຫຼະສຽງຍາວ | L | L | F |
ຕົວເລກ
[ດັດແກ້]ເລກໄທ | ເລກລາວ | ເລກອາລັບ |
---|---|---|
๐ | ໐ | 0 |
๑ | ໑ | 1 |
๒ | ໒ | 2 |
๓ | ໓ | 3 |
๔ | ໔ | 4 |
๕ | ໕ | 5 |
๖ | ໖ | 6 |
๗ | ໗ | 7 |
๘ | ໘ | 8 |
๙ | ໙ | 9 |
ອ້າງອີງ
[ດັດແກ້]- Karoonboonyanan, Theppitak (1999). "Standardization and Implementations of Thai Language". National Electronics and Computer Technology Center. Retrieved 2010-08-04.
- Tingsabadh, Kalaya; Arthur S. Abramson (1993). "Thai". Journal of the International Phonetic Association 23 (1): 24–28.