ຈັງຫວັດອຸດອນທານີ

ຈາກ ວິກິພີເດຍ
Jump to navigation Jump to search
ອຸດອນທານີ
ອຸດອນ, ບ້ານໝາກແຂ້ງ
—  ແຂວງ  —
ທຸງຂອງອຸດອນທານີ
ທຸງ
ກາຢ່າງເປັນທາງການຂອງອຸດອນທານີ
ກາສັນຍະລັກ
ຄຳຂວັນ: ກົມຫຼວງປະຈັກ ສ້າງເມືອງລືເລື່ອງ
ອາລະຍະທຳຫ້າພັນປີ ທານີຜ້າໝີ່ຂິດ
ທຳມະຊາດເນລະມິດທະເລບົວແດງ
ແຮງສັດທາສີສຸດໂທປະທຸມມາຄຳຊະໂນດ
ແຜນທີ່ອຸດອນທານີ
ແຜນທີ່ອຸດອນທານີ
ປະເທດ ທຸງຊາດປະເທດໄທ ປະເທດໄທ
ພູມິພາກ ຕາເວັນອອກສຽງເໜືອ
ກໍ່ຕັ້ງ ພ.ສ. 2450
ຈັດຕັ້ງ (ແຂວງ) ພ.ສ. 2475
ຫ້ອງການແຂວງ ຫ້ອງການແຂວງອຸດອນທານີ ຖະໜົນອະທິບໍດີ ຕຳບົນໝາກແຂ້ງ ເມືອງອຸດອນທານີ ແຂວງອຸດອນທານີ 41000
ການປົກຄອງ
 - ປະເພດ ແຂວງ
 - ເຈົ້າແຂວງ ສະຫຍາມ ສິລິມົງຄົນ
ເນື້ອທີ່
 - ທັງໝົດ ໑໑.໗໓໐,໓໐໒ ກມ.²  (໔.໕໒໙,໑ ໄມ²)
 - ເມືອງ ໔໗,໗໐ km² (໑໘,໔ sq mi)
ຄວາມສູງເໜືອລະດັບນ້ຳທະເລ ໑໒໓ ມ. (໔໐໔ ຟຸດ)
ປະຊາກອນ (ພ.ສ. 2563) [໑]
 - ແຂວງ ໑,໕໖໗,໙໘໓
 - ຄວາມໜາແໜ້ນປະຊາກອນ ໑໓໓,໖໗ ຄົນ/ກມ.²
(໓໔໖,໒ ຄົນ/ຕລ.ໄມ)
 - ເຂດເມືອງ ໑໓໐,໔໕໗ [ພ.ສ. ໒.໕໖໒]
 - ຄວາມໜາແໜ້ນເມືອງ ໒,໗໙໗,໒໕ ຄົນ/ກມ.²
(໗,໒໔໔,໘ ຄົນ/ຕລ.ໄມ)
ລະຫັດໄປສະນີ 41000
ລະຫັດພື້ນທີ່ 042
ເວັບໄຊຕ໌: http://www.udonthani.go.th/


ຈັງຫວັດອຸດອນທານີ ແມ່ນຈັງຫວັດໜຶ່ງໃນພາກຕາເວັນອອກສຽງເໜືອຂອງປະເທດໄທ ສະໄໝກ່ອນອຸດອນທານີ ແມ່ນຊື່ບ້ານເດື່ອໝາກເຫຼື່ອມ ຮ່ວມສະໄໝດຽວກັນກັບເມືອງວຽງຈັນ ອານາຈັກລ້ານຊ້າງອຸດນທານີໄດ້ສ້າງຕັ້ງໃຫ້ເປັນສູນການບັນຊາການປັກຄອງມົນທົນອຸດອນຢ່າງເປັນທາງການໃນສະໄໝລັດຊະການທີ່ 5 ປີ ພ.ສ. 2436 ໂດຍພົນຕີພະເຈົ້າບໍລົມມະວົງເທີ ກົມຫຼວງປະຈັກສີລະປາຄົມ ເຊີງເປັນຂ້າຫຼວງໃຫຍ່ແທນກະສັດປົກຄອງມົນທົນອຸດອນ ເມືອງອຸດອນໄດ້ມິບັນດາເມືອງທີ່ຢູ່ໃນການປົກຄອງ ໄດ້ແກ່ ເມືອງກຸມພະວາປີ ເມືອງໜອງຫານ ເມືອງນະຄອນເຂື່ອນຂັນກາບແກ້ວບົວບານ ເມືອງໜອງບົວລຳພູ ແລະບ້ານເດື່ອໝາກແຂ້ງ

ລາຍຊື່ເຈົ້າແຂວງອຸດອນທານີ[ແກ້ໄຂ]

ດອກຈານ ດອກໄມ້ປະຈຳແຂວງອຸດອນທານີ
ລາຍຊື່
ໄລຍະເວລາ
1. ພະວິຈິດ ຄຸນາສານ (ອຸ້ຍ ນາຄອນທັບ) ພ.ສ. 2450 – 2457
2. ພະຍາອຸດອນທານີສີໂຂມສາຄອນເຂດ (ລອດ ສາລິມານ) ພ.ສ. 2457 – 2461
3. ໝ່ອມເຈົ້າໂສດຖິຜົນ ຊົມພູນຸດ ພ.ສ. 2461 – 2462
4. ພະຍາອຸດອນທານີສີໂຂມສາຄອນເຂດ (ຊ່ວງ ສຸວັນທັບ) ພ.ສ. 2462 – 2468
5. ພະຍາອຸດອນທານີສີໂຂມສາຄອນເຂດ (ຈິດ ຈິດຕະຍະໂສທອນ) ພ.ສ. 2469 – 2478
6. ພະຊາດຕະການ (ໝ່ອມລາດຊະວົງຈິດ ຄະເນຈອນ) ພ.ສ. 2478 – 2479
7. ພະຍາກຳທອນພາຍັບທິດ (ດິດ ອິນທອນໂສລັດ ນະ ລາດຊະສີມາ) ພ.ສ. 2479 – 2482
8. ຫຼວງວິວິດສຸລະການ (ຖະຫວິນ ຈຽນມານົບ) ພ.ສ. 2482 – 2488
9. ຂຸນຈັນຍາວິເສດ (ທ່ຽງ ບຸນຍະມານິດ) ພ.ສ. 2488 – 2489
10. ທ່ານຖະຫວິນ ສຸນທອນສານທູນ ພ.ສ. 2489 – 2490
11. ທ່ານປະກອນ ອັງສຸສິນ ພ.ສ. 2490
12. ຂຸນສຸພາກິດວິເລກການ (ກະຈ່າງ ສຸພາກິດວິເລກການ) ພ.ສ. 2490 – 2495
13. ທ່ານປຣັ່ງ ທັດສະນະປະດິດ ພ.ສ. 2495
14. ຂຸນບໍລິບານບັນພົດເຂດ (ສັງວຽນ ບໍລິບານບັນພົດເຂດ) ພ.ສ. 2495 – 2500
15. ຂຸນບໍລິຮັກບົທວະລັກ (ຊຸ່ມ ຂຸນບໍລິຮັກບົທວະລັກ) ພ.ສ. 2500
16. ທ່ານຈິນ ຮັກການດີ ພ.ສ. 2500 – 2505
17. ຫຼວງປະລິວັດວອນວິຈິດ (ຈັນ ຈະເລີນໄຊ ປະລິວັດວອນ) ພ.ສ. 2505 – 2506
18. ທ່ານສຸພັດ ວົງວັດທະນະ ພ.ສ. 2506 – 2508
19. ພົນຕຳຫຼວດຕີສາມາດ ວາຍວານົນ ພ.ສ. 2508 – 2509
20. ທ່ານວິນຍູ ອັງຄະນະຮັກ ພ.ສ. 2509 – 2511
21. ທ່ານຈະເລີນ ປານທອງ ພ.ສ. 2511 – 2516
22. ທ່ານອະເໜກ ສິດປະສາດ ພ.ສ. 2516 – 2518
23. ທ່ານວິຊຽນ ເວດສະຫວັນ ພ.ສ. 2518 – 2520
24. ທ່ານພິສານ ມູນສາດສາທອນ ພ.ສ. 2520 – 2523
25. ທ່ານສົມພາບ ສີວໍລະຂານ ພ.ສ. 2523 – 2527
26. ທ່ານສາຍສິດ ພອນແກ້ວ ພ.ສ. 2527 – 2529
27. ທ່ານຈະລວຍ ຍິ່ງສະຫວັດ ພ.ສ. 2529 – 2533
28. ທ່ານທະວັດ ໂພສຸນທອນ ພ.ສ. 2533 – 2535
29. ທ່ານສຸພອນ ສຸພາສອນ ພ.ສ. 2535 – 2537
30. ທ່ານດຳລົງ ລັດຕະນະພານິດ ພ.ສ. 2537 – 2540
31. ທ່ານວິໄຊ ທັດສະນະເສດ ພ.ສ. 2540 – 2542
32. ທ່ານກຽດຕິພັນ ນ້ອຍມະນີ ພ.ສ. 2542 – 2544
33. ທ່ານໄຊຍະພອນ ລັດຕະນະນາຄະ ພ.ສ. 2544 – 2547
34. ທ່ານຈາລຶກ ປະລິນຍາພົນ ພ.ສ. 2547 – 2550
35. ທ່ານສຸພົດ ເລາວັນສິລິ ພ.ສ. 2550 – 2551
36. ທ່ານອຳນາດ ຜະກາລັດ ພ.ສ. 2551 – 2553
37. ທ່ານຄົມສັນ ເອກະໄຊ ພ.ສ. 2553 – 2554
38. ທ່ານແກ່ນເພັດ ຊ່ວງລັງສີ ພ.ສ. 2554 – 2555
39. ທ່ານເສນີ ຈິດຕະກະເສມ ພ.ສ. 2555 – 2557
40. ທ່ານນົບພະວັດ ສິງສັກດາ ພ.ສ. 2557 – 2558
41. ທ່ານຊະຍາວຸດ ຈັນທອນ ພ.ສ.2558 – 2560
42. ທ່ານວັດທະນາ ພຸດທິຊາດ ພ.ສ. 2560 – 2562
43. ທ່ານນິລັດ ພົງສິດຖາວອນ ພ.ສ. 2562 – 2563
44. ທ່ານສະຫຍາມ ສິລິມົງຄົນ ພ.ສ. 2563 - ປັດຈຸບັນ

ສັນຍາລັກປະຈຳແຂວງ[ແກ້ໄຂ]

  • ເຄື່ອງໝາຍປະຈຳແຂວງ: ຮູບທ້າວເວດສຸວັນຍືນຖືກະບອງ ຜູ້ຮັກສາຄຸ້ມຄອງໂລກ
  • ດອກໄມ້ປະຈຳແຂວງ: ດອກຈານ (Butea monosperma)
  • ໄມ້ປະຈຳແຂວງ: ໄມ້ຮັງ (Shorea siamensis)
  • ຄຳຂວັນປະຈຳແຂວງ: ກົມຫຼວງປະຈັກ ສ້າງເມືອງລືເລື່ອງ ອາລະຍະທຳຫ້າພັນປີ ທານີຜ້າໝີ່ຂິດ ທຳມະຊາດເນລະມິດທະເລບົວແດງ ແຮງສັດທາສີສຸດໂທປະທຸມມາຄຳຊະໂນດ

ອານາເຂດ[ແກ້ໄຂ]

ແຂວງອຸດອນທານີ ມີອານາເຂດຕິດຕໍ່ດັງນີ້

ບັນດາເມືອງໃນການປົກຄອງ[ແກ້ໄຂ]

ແຜນທີ່ການປົກຄອງແຂວງ

ຂົງເຂດໃນການປົກຄອງຂອງແຂວງແບ່ງໄດ້ 22 ເມືອງ/ອຳເພີ 155 ຕຳບົນ 1,862 ບ້ານ

  1. ເມືອງອຸດອນທານີ
  2. ເມືອງກຸດຈັບ
  3. ເມືອງໜອງວົວຊໍ
  4. ເມືອງກຸມພະວາປີ
  5. ເມືອງໂນນສະອາດ
  6. ເມືອງໜອງຫານ
  7. ເມືອງທຸ່ງຝົນ
  8. ເມືອງໄຊວານ
  9. ເມືອງສີທາດ
  10. ເມືອງວັງສາມໝໍ
  1. ເມືອງບ້ານດຸງ
  1. ເມືອງບ້ານຜື
  2. ເມືອງນ້ຳໂສມ
  3. ເມືອງເພັນ
  4. ເມືອງສ້າງຄອມ
  5. ເມືອງໜອງແສງ
  6. ເມືອງນາຍູງ
  7. ເມືອງພິບູນຮັກ
  8. ເມືອງກູ່ແກ້ວ
  9. ເມືອງປະຈັກສີລະປາຄົມ

ການຄົມມະນາຄົມ[ແກ້ໄຂ]

ໄລຍະທາງຈາກເມືອງອຸດອນທານີໄປເມືອງຕ່າງໆ

ໄລຍະທາງຈາກເມືອງອຸດອນທານີໄປແຂວງໃກ້ຄຽງ

ປະຫວັດສາດ[ແກ້ໄຂ]

ຍຸກກ່ອນປະຫວັດສາດ[ແກ້ໄຂ]

ແຂວງອຸດອນທານີເປັນຂວງທີ່ມີຄວາມສຳຄັນທາງປະຫວັດສາດແລະເປັນທີ່ຕັ້ງຂອງອຸທະຍານປະຫວັດສາດມໍລະດົກໂລກບ້ານຊຽງ [໒] ຈາກການຂຸດຄົ້ນພັບໂຄງກະດູກມະນຸດແລະວັດຖຸບູຮານ ເຄື່ອງມືຕ່າງໆ ຢູ່ບ່ານຊຽງ ເມືອງໜອງຫານ ການພົບພໍ້ຖ້ຳແລະຮູບພາບຂຽນສີບູຮານຕ່າງໆ ຢູ່ເມືອງບ້ານຜື ເຊີ່ງສະທ້ອນໃຫ້ເຫັນວ່າຂົງເຂດຂອງແຂວງອຸດອນທານີໃນປັດຈຸບັນ ເຄຍມີຊຸມຊົນມາຕັ້ງຖິ່ນຖານຂອງມະນຸດນຸກກ່ອນປະຫວັດສາດມີອາຍຸປະມານ 5,000-7,000 ປີຜ່ານມາ

ພິພິທະພັນມໍລະດົກໂລກບ້ານຊຽງ
ຫໍນາງອຸສາ ໃນອຸທະຍານປະຫວັດສາດພູພະບາທ

ຈາກການສືບຄົ້ນແລະສຶກສາທາງບູຮານຄະດີ ໄດ້ເປັນທີ່ຍອມຮັບໃນວົງການສຶກສາທາງປະຫວັດສາດແລະບູຮານຄະດີລະຫວ່າງປະເທດວ່າ ຊຸມຊົນເກົ່າແກ່ເຫຼົ່ານີ້ມີອາລະຍະທຳຄວາມຈະເລີນລະດັບສູງ ໂດຍສະເພາະຢ່າງຍິ່ງເຄື່ອງປັ້ນດິນເຜົາສີລາຍເສັ້ນທີ່ຢູ່ບ້ານຊຽງ ສັນນິຖານວ່າອາດເປັນເຄື່ອງປັ້ນດິນເຜົາທີ່ມີຄວາມເກົ່າແກ່ທີ່ສຸດໃນໂລກ

ຫຼັກຖານໜຶ່ງທີ່ນ່າສົນໃຈແມ່ນ ບູຮານວັດຖຸທີ່ຂຸດພໍ້ຢູ່ບ້ານຊຽງ ໄດ້ມີການນຳໄປສຶກສາແລະທົດສອບອາຍຸຂອງພາຊະນະດິນເຜົາບູຮານດ້ວຍລະບົບເຣດິໂອຄາຣ໌ບ້ອນ ຫຼື ຄາຣ໌ບ້ອນ 14 ໄດ້ຜົນວ່າພາຊະນະດິນເຜົາເຫຼົ່ານີ້ມີອາຍູເກົ່າແກ່ປະມານ 2,000-5,600 ປີ ເຊີ່ງນັດບູຮານຄະດີໄດ້ແບ່ງອາຍຸຂອງວັດຖະນະທຳບ້ານຊຽງອອກເປັນ 3 ຊ່ວງຕາມລັກສະນະເດັ່ນຂອງພາຊະນະດິນເຜົາ ໄດ້ແກ່

  • ສະໄໝຕອນປາຍ ພາຊະນະດິນເຜົາທີ່ມີລາຍເສັ້ນສີແດງ ພື້ນຜິວສີນວນ ມີອາຍຸຕັ້ງແຕ່ 1,800-2,300 ປີ
  • ສະໄໝກາງ ພາຊະນະດິນເຜົາມີຮູບຊົງເປັນເສັ້ນຫັກມຸມ ຖານຂອງພາຊະນະມີຊົງແບນແລະກົມ ພາຊະນະພື້ນສີຂາວ ມີອາຍຸຕັ້ງແຕ່ 2,300-3,000 ປີ
  • ສະໄໝຕອນຕົ້ນ ພາຊະນະມີສີດຳ ລັກສະນະຖານເຕ້ຍ ເຄີ່ງເທີງແຕ່ງດ້ວຍເສັ້ນຂີດລາຍຂົດ ເຄີ່ງລຸ່ມພາຊະນະແຕ່ງດ້ວຍລາຍເຊືອກທາບ ມີອາຍຸປະມານ 3,000-5,600 ປີ


ນອກຈາກນັ້ນ ແຫຼ່ງບູຮານຄະດີອຸທະຍານປະຫວັດສາດພູພະບາດ ເມືອງບ້ານຜື ກໍ່ເປັນອີກໜຶ່ງພື້ນທີ່ ທີ່ຍືນຍັນໃຫ້ເຫັນຄວາມຮຸ່ງເຮືອງແລະອາລະຍະທຳບູຮານທີ່ເຕີຍປາກົດໃນແຂວງອຸດອນທານີ ຫຼັກຖານສຳຄັນທີ່ຄົ້ນພົບໃນພື້ນທີ່ແຫ່ງນີ້ ໄດ້ແກ່ ພາບຂຽນສີສະໄໝກ່ອນປະຫວິດສາດທີ່ມີຫຼາຍແຫ່ງເທີງພູພານນ້ອຍແລະພູພະບາດນີ້ ພາບທີ່ສຳຄັນ ເຊັ່ນ ພາບຂຽນສີຖ້ຳຄົນ ພາບຂຽນສີຖ້ຳງົວ ພາບຂຽນສຮໂນນສາວເອ້ ເປັນຕົ້ນ ພາບຂຽນສີໄດ້ມີການໃຊ້ດິນແດງຂຽນ ເປັນພາບທີ່ອິງຄວາມຈິງ ພາບເລຂາຄະນິດຫຼືພາບຝ່າມືສີແດງ ນັກບູຮານຄະດີໃຫ້ຄວາມເຫັນວ່າ ຄົນສະໄໝກ່ອນປະຫວັດສາດຂຽນຂຶ້ນເພື່ອເປັນສ່ວນໜຶ່ງຂອງພິທີກຳ ຫຼືສັນຍາລັກໃນການສື່ສານຂອງຊົນເຜົ່າ

ໂດຍໃນພິພິທະພັນເມືອງອຸດດອນທານີໃນສ່ວນຊອງປະຫວັດສາດແລະບູຮານຄະດີໃນຊຸດວັດທະນະທຳບ້ານຊຽງອອກມາເປັນຂຸດທຳອິດ ແລະຍຸກອຸທະຍານປະຫວັດສາດພູພະບາດເປັນຍຸກທີ່ສອງ ເຊີ່ງມີຊ່ວງອາລະຍະທຳມະນຸດບູຮານສະໄໝ 1,200-1,800 ปีປີທີ່ຜ່ານມາ [໓]

ຍຸກສະໄໝປະຫວັດສາດ[ແກ້ໄຂ]

ຫຼັງຈາຍຸກຄວາມຈະເລີນທີ່ບ້ານຊຽງແລະທີ່ລາບສູງບ້ານຜື ຍັງຄົງເປັນທີ່ຢູ່ອາໄສຂອງມະນຸດສືບຕໍ່ມາອີກ ຈົນກະທັ່ງສະໄໝປະຫວັດສາດຂອງປະເທດໄທນັບແຕ່ສະໄໝທະວານລະວະດີ (ພ.ສ. 1200-1600) ສະໄໝລົບບູລີ (ພ.ສ. 1200-1800) ແລະສະໄໝສຸໂຂໄທ (ພ.ສ. 1800-2000)

ຈາກຫຼັກຖານທີ່ພົບຄື ໃບເສມາສະໄໝທະວານລະວະດີ ແລະພາບຂຽນປູນເທີງຜະໜັງສິມທີ່ຮ່າງພັງບໍລິເວນເທືອກເຂົາພູພານໃກ້ກັບວັດພະພຸດທະບາດບົວບົກ ເມືອງບ້ານຜື ແຕ່ຍັງບໍ່ປາກົດໃນປະຫວັດສາດໃນຕອນນັ້ນ ສ່ວນຫຼັກຖານທາງພຸດທະສາດສະໜາດັງກ່າວ ສະທ້ອນໃຫ້ເຫັນວ່າດິນແດນທີ່ລາບສູງແຫ່ງນີ້ ໄດ້ມີວັດຖະນະທຳອິນເດຍແພ່ເຂົ້າມາ ເໍື່ອໄດ້ວ່າມາຈາກແອ່ງໂຄລາດ ແລ້ວຂະຫຍາຍຮອດລຸ່ມນ້ຳຂອງ

ສະໄໝກຸງສີອະຍຸດທະຍາ[ແກ້ໄຂ]

ແຜນທີ່ຂົງເຂດອານາຈັກຂະເໝນບູຮານປີ ພ.ສ. 1443

ຕໍ່ມາໃນສະໄໝກຸງສີອະຍຸດທະຍາເປັນເມືອງຫຼວງ ໃນຂົງເຂດຂອງອຸດອນທານີໄດ້ປາກົດໃນປະຫວັດສາດ ປຮະມານປີຈໍ ພ.ສ.2117 ກະສັດກຸງຫົງສາວະດີໄດ້ເກນທັບໄທໃຫ້ໄປຊ່ວຍຕີກຸງສີສັດຕະນາຄະນະຫຸດ ຫຼືວຽງຈັນ ໄດ້ໃຫ້ສົມເດັດພະມະຫາທຳມະລາຊາກກັບສົມເດັດພະນະເຣສວນມະຫາລາດໄປຊ່ວຍລົບ ແຕ່ເມື່ອກອງທັບສະຫຍາມໄດ້ມາຮອດເມືອງໜອງບົວລຳພູ ເຊີ່ງເປັນເມືອງດ່ານໜ້າຂອງອານາຈັກລ້ານຊ້າງ ສົມເດັດພະນະເຣສວນມະຫາລາດໄດ້ປ່ວຍເປັນຝີດາດ ຈຶ່ງໄດ້ຍົກທັບກັບແລະບໍ່ໄດ້ເກີດການຕໍ່ສູ້ກັບວຽງຈັນ ເມືອງໜອງບົວລຳພູສັນນິຖານວ່າເປັນເມືອງທີ່ມີຄວາມຈະເລີນຮຸ່ງເຮືອງມາຕັ້ງແຕ່ສະໄໝຂອມຫຼືຂະເໝນມີອຳນາດໃນບໍລິເວນນີ້

ສະໄໝກຸງລັດຕະນະໂກສິນ[ແກ້ໄຂ]

ແຜນທີ່ມົນທົນອຸດອນ

ເມື່ອພະບາດສົມເດັດພະພຸດທະຍອດັ້າຈຸລາໂລກມະຫາລາດ ໄດ້ຂຶ້ນເປັນກະສັດເມື່ອ ປີ ພ.ສ. 2325 ແລ້ວ ໄດ້ມີການບຳລຸງຮັກສາບ້ານເມືອງໃຫ້ມີຄວາມຈະເລີນຮຸ່ງເຮືອງມາຕະລອດ ໃນຊ່ວງໄລຍະເວລານັ້ນແມ່ນຍັງບໍ່ໄດ້ມີການສ້າງຕັ້ງເມືອງອຸດອນທານີທີ່ປາກັດໃນປະຫວັດສາດ ແລະພົງສາວະດານໃນເວລານັ້ນ ແຕ່ໄດ້ມີການກ່າວເຖີງເມືອງໜອງບົວລຳພູໃນສະໄໝກະສັດອົງທີ່ 3 ພະບາດສົມເດັພະນັ່ງເກຼ້າເຈົ້າຢູ່ຫົວ ດັງນີ້

ໃນລະຫວ່າງ ພ.ສ. 2369-2371 ເຈົ້າອະນຸວົງແຫ່ງວຽງຈັນແມ່ນໄດ້ຍົກທັບເພື່ອທີ່ຈະມາຕີສະຫຍາມ ແຕ່ເມື່ອຮອດໂຄລາດໄດ້ມີການສົ່ງທູດເພື່ອເຈລະຈາຢຸດການເຮັດສົງຄາມລະຫວ່າງສອງຝ່າຍ ເຮັດໃຫ້ກອງທັບເຈົ້າອະນຸວົງຍົກທັບກັບວຽງຈັນ ເນື່ອງຈາກໃນໄລຍະເວລານັ້ນປະເທດພະມ່າຫຼືມຽນມາໄດ້ມີການເຮັດສົງຄາມກັບອັງກິດ [Anglo-Burmese War] [໔] ຈຶງໄດ້ມີການເຈລະຈາຫຼຸດສົງຄາມສູ້ລົບຮະຫວ່າງສອງຝ່າຍເພື່ອສັງເກດການຂະຫຍາຍອິດທິພົນຂອງອັງກິດ

ໃນສະໄໝພະບາດສົມເດັດພະຈອມເກຼ້າເຈົ້າຢູ່ຫົວ ກະສັດອົງທີ່ 4 ແຫ່ງກຸງລັດຕະນະໂກສິນໃນໄລຍະເວລານັ້ນ ຖືວ່າເປັນຊ່ວງເວລາຂອງການປ່ຽນແປງທີ່ສຳຄັນໃນປະຫວັດສາດຂອງສະຫຍາມ ເພາະໄດ້ມີການຕິດຕໍ່ກັບຕ່າງປະເທດ ໂດຍສະເພາະປະເທດທາງຕາເວັນຕົກຫຼາຍຂຶ້ນກວ່າແຕ່ກ່ອນ ເຮັດໃຫ້ວັດທະນະທຳ ອາລະຍະທຳ ຕວາມຈະເລີນຕ່າງໆ ໄດ້ເຂົ້າມາສູ່ປະເທດສະຫຍາມ ແລະໃນໄລຍະເວລານັ້ນແມ່ນເປັນໄລຍະເວລາຂອງການຊອກຫາອານານິຄົມເມືອງຂຶ້ນຂອງປະເທດຕະເວັນຕົກ ຄື ອັງກິດ ແລະຝະລັ່ງ ທີ່ພະຍາຍາມຮວບລວມດິນແດນໃນບໍລຶເວນແຫຼມອິນດູຈີນໃຫ້ເປັນເມືອງຂຶ້ນ ແລະພະຍາຍາມຊອກຫາຜົນປະໂຫຍດຈາກສະຫຍາມ

ໃນລະຫວ່າງ ພ.ສ. 2391-2395 ພວກຫໍ້ ຫຼືໄຕ້ເຜງ ຖືກກອງທັບຈີນຕີໄດ້ອົບພະຍົບມາອາໄສຢູ່ຕາມຊາຍແດນໄທ ລາວ ຫວຽດນາມ ໄລຍະນັ້ນດິນແດນລາວ ແມ່ນ ລ້ານຊ້າງ ບໍລິເວນ ຫົວພັນ ເມືອງແຖນ ດຽນບຽນຟູ ພວດຫໍ້ໄດ້ປຸ້ນສະດົມແລະກໍ່ຄວາມບໍ່ສະງົບຫຼາຍຂຶ້ນ ຈົນຮອດປີ ພ.ສ. 2411 ໄດ້ຍົກທັບເຂ້າໄປຕີເມືອງລາວກາຍ ເມືອງພວນ ເມືອງຊຽງຂວາງ ແລະຕໍ່ມາໄດ້ຍົກມາຕີເມືອງຫຼວງພະບາງ ເມືອງວຽງຈັນ ແລະເມືອງໜອງຄາຍ ພະບາດສົມເດັດຈຸນລະຈອມເຫຼົ້າເຈົ້າຢູ່ຫົວ ກະສັດອົງທີ່ 5 ໄດ້ໃຫ້ພະຍາສຸໂຂໄທກັບພະຍາພິໄຊຍົກທັບໄປຊ່ວຍເມືອງຫຼວງພະບາງ ແລະໃຫ້ພະຍາມະຫາອຳໝາດຍົກທັບໄປຊ່ວງເມືອງໜອງຄາຍ ແລະໃຫ້ເຈົ້າພະຍາພູທະລາໄພຍົກທັບຕື່ມຫຼັງໄປຊ່ວຍເມືອງໜອງຄາຍ

ກອງທັບສະຫຍາມສາມາດເອົາຊະນະພວກຫໍ້ ແຕ່ພວກຫໍ້ຍັງມີການປຸ້ນສະດົມແລະລົບກວນຊາວບ້ານຢູ່ຕະຫຼອດເວລາ ຈົນຮອດປີ ພ.ສ. 2428 ພວກຫໍ້ໄດ້ມີການລັກລວມລວໃມກຳລັງຫຼາຍຂຶ້ນ ສາມາດໄປຕີເອົາເມືອງຊຽງຂວາງ ທົ່ງຊຽງຄຳ ຫຼື ທົ່ງໄຫຫິນ ແລະເມືອງຊອນລາ [So'n La] ປັດຈຸບັນແມ່ນປະເທດຫວຽດນາມ ພະບາດສົມເດັດຈຸນລະຈອມເຫຼົ້າເຈົ້າຢູ່ຫົວ ໄດ້ໃຫ້ພະເຈົ້ານ້ອງຍາເທີ ພະອົງເຈົ້າທອງກອງກ້ອນໃຫຍ່ ກົມໝື່ນຫຼວງປະຈັກສີລະປາຄົມ (ຍົດບັນດາສັກໃນສະໄໝນັ້ນ) ເປັນແມ່ທັບໃຫຍ່ຍົກທັບຂຶ້ນໄປປາບຫໍ້ທາງດ້ານເມືອງໜອງຄາຍ ເອີ້ນວ່າ ກອງທັບຝ່າຍໃຕ້ ແລະເຈົ້າໝື່ນໄວຍະວໍລະນາດ ໄປປາບຫໍ້ທາງດ້ານເມືອງຫຼວງພະບາງ ເອຶ້ນວ່າ ກອງທັບຝ່າຍເໜືອ ກອງທັບຝ່າຍໃຕ້ແລະຝ່າຍເໜືອໄດ້ປະສົບບັນຫາຄວາມຍາກລຳບາກໃນການເຮັດສົງຄາມ ເນື່ອງຈາກສະພາບພູມປະເທດແມ່ນເປັນປ່າເຂົາ ມີໄຂ້ປ່າ ເຮັດໃຫ້ທະຫານຂອງສະຫຍາມລົ້ມຕາຍຈຳນວນຫຼາຍ ແຕ່ກໍ່ສາມາດເອົາຊະນະພວກຮໍ້ໄດ້ສຳເຫຼັດ

ໃນເວລານັ້ນເມືອງອຸດອນຍັງບ່ໄດ້ປາກົດຊື່ ມີພຽງແຕ່ບ້ານໝາກແຂ້ງຫຼືບ້ານເດື່ອໝາກແຂ້ງ ເມືອງໜອງຄາຍ ຂຶ້ນກັບມົນທົນລາວພວນ ມີກົມໝື່ນຫຼວງປະຈັກສີລະປາຄົມເປັນແມ່ທັບໃຫຍ່ຝ່າຍໃຕ້ ໄດ້ຍົກທັບຜ່ານບ້ານໝາກແຂ້ງໄປປາບພວກຫໍ້

ຫຼັງຈາກປາບຫໍ້ໄດ້ສະຫງົບແລ້ວ ສະຫຍາມໄດ້ມີກໍລະນີຍາດແຍ່ງກັບຝະລັ່ງ ເພາະຝະລັ່ງຕ້ອງການລາວ ກຳພູເຈຍ ແລະຫວໜດນາມມາເປັນອານານິຄົມ ປີ ພ.ສ. 2436 ຈາກການເຈລະຈາສະຫຍາມໄດ້ຍອມເສຍຂົງເຂດຝັ່ງຊ້າຍຂອງແມ່ນ້ຳຂອງໃຫ້ກັບຝະລັ່ງ ແລະຕາມຂໍ້ຕົກລົງທີ່ເຮັດຂຶ້ນລະຫວ່າງ 2 ປະເທດ ໄດ້ກຳໜົດຫ້າມບໍ່ໃຫ້ປະເທດສະຫຍາມຕັ້ງກອງທັບທະຫານແລະປ້ອມຢູ່ໃນລັດສະໝີ 25 ກິໂລແມັດຈາກແມ່ນ້ຳຂອງ ຈຶງເຮັດໃຫ້ກອງທັບທີ່ຕັ້ງຢູ່ເມືອງໜອງຄາຍ ເຊີ່ງເປັນສູນກາງຂອງຫົວເມືອງຂອງມົນທົນອຸດອນຕ້ອງໂຍກຍ້າຍເລີກເຂົ້າມາຮອດໝູ່ບ້ານແຫ່ງໜຶ່ງ ຊື່ວ່າ ບ້ານເດື່ອໝາກແຂ້ງ (ປັດຈຸບັນຄືອຸດອນທານນີ) ຫ່າງຈາກແມ່ນ້ຳຂອງ 50 ກິໂລແມັດ ແລະເຫັນວ່າໝູ່ບ້ານນີ້ມີທີ່ຕັ້ງເໝາະສົມ ເພາະມີຄວາມອຸດົມສົມບູນ ເຊັ່ນ ໜອງນາເກືອ (ໜອງປະຈັກ) ແລະໜອງນ້ຳອີກຫຼາຍແຫ່ງ ກົມຫຼວງປະຈັກສີລະປາຄົມຈຶງໄດ້ສ້າງຕັ້ງໝູ່ບ້ານແຫ່ງນີ້ໃຫ້ເປັນສູນກາງມົນທົນແຫ່ງໃໝ່ ແລະໃຫ້ມີກອງທັບທະຫານໃນບໍລິເວນນີ້ ຈຶງເຫັນໄດ້ວ່າເມືອງອຸດອນທານີໄດ້ຖືກຳເນີດຂຶ້ນເພາະເຫດຜົນດ້ານຄວາມມັ່ນຄົງແລະການເມືອງລະຫວ່າງປະເທດ ລວມທັງເຫດຜົນດ້ານການຄ້າ ແລະຄົມມະນາຄົມໃນອະດີດ

ເຖີງຢ່າງໃດກໍ່ຕາມ ຄຳວ່າ ອຸດອນ ໄດ້ປາກົດໃນຊື່ອເມືອງປະມານປີ ພ.ສ. 2450 ກະສັດພະບາດສົມເດັດພະຈຸນລະຈອມເກຼົ້າເຈົ້າຢູ່ຫົວໄດ້ມີຄຳສັ່ງໃຫ້ຈັດຕັ້ງເມືອງອຸດອນຂຶ້ນຢູ່ບ້ານໝາກແຂ້ງ ໃຫ້ເປັນສູນກາງມົນທົນອຸດອນ (ອຸດອນໝາຍເຖີງທິດເໜືອ) ມີອານາເຂດປົກຄອງ ອຸດອນທານີ ຂອນແກ່ນ ໜອງຄາຍ ເລີຍ ໜອງບົວລຳພູ ບຶງການ ສະກົນນະຄອນ ນະຄອນພະນົມ ມຸກດາຫານ ໃນສະໄໝນັ້ນ ຫຼັງຈາກນັ້ນໄດ້ມີການປ່ຽນແປງການປົກຄອງຈາກລະບົບກະສັດເປັນປະຊາທິປະໄຕ ວິນທີ່ 21 ມິຖຸນາ ພ.ສ 2475 ໄດ້ມີການປັບປຸງການບໍລິຫານແຜ່ນດິນ ຍົກເລີກລະບົບມົນທົນໃຫ້ປ່ຽນເປັນແຂວງ ແລະເມືອງ ມົນທົນອຸດອນຈຶງໄດ້ ມີສະຖານະເປັນຈັງຫວັດອຸດອນທານີເທົ່ານັ້ນ ແຕ່ອຸດອນທານີຍັງຄົງມີໜ່ວຍງານລັດຖະການດ້ານການປົກຄອງຂອງກະຊວງຕ່າງໆ ທີ່ຕັ້ງໃນສ່ວນພູມພາກທີ່ສະແດງຄວາມເປັນສູນກາງການປົກຄອງໃນພື້ນທີ່ອີສານຕອນເທີງ ເຊັ່ນ ສຳນັກບໍລິຫານທະບຽນລາດພາກ 4, ຄັງເຂດ 4, ສັນພະສາມິດ (ສຳນັກພາສີ) ເຂດ 4, ສານພາກ 4, ຕຳຫຼວດພູທອນ (ຕຳຫຼວດທ້ອງຖຶ່ນ) ເຂດ 4 ເປັນຕັ້ນ

ລັກສະນະພູມປະເທດ[ແກ້ໄຂ]

ຮູບຖ່າຍຈາກວັດປ່າພູກ້ອນ ເມືອງນາຍູງ

ພື້ນທີ່ຂອງອຸດອນທານີປະກອບດ້ວຍພູພຽງ ທົ່ງພຽງ ແລະພື້ນທີ່ເນີນໂຄກ ແບ່ງອອກໄດ້ເປັນ 2 ບໍລິເວນ ຄື ທີ່ສູງທາງທິດຕາເວັນຕົກແລະທິດໃຕ້ ສະພາບພູມປະເທດເປັນພູພຽງ ບາງແຫ່ງເປັນເນີນໂຄກເຕຍ ມີຄວາມສູງຈາກລະດັບນ້ຳທະເລປານກາງປະມານ 200 ແມັດ ພູມປະເທດລັກສະນະນີ້ຢູ່ໃນເຂດເມືອງນ້ຳໂສມ ເມືອງໜອງວົວຊໍ ເມືອງໂນນສະອາດ ເມືອງສີທາດ ເມືອງວັງສາມໝໍ ແລະດ້ານຕະເວັນຕົກຂອງເມືອງກຸດຈັບແລະເມືອງບ້ານຜື ມີສາຍພູສະຫຼັບເນີນໂຄກ ບາງແຫ່ງສະຫຼັບໄຮ່ນາ ມີທີ່ທົ່ງພຽງບໍລິເວນແຄມນ້ຳ ເຊັ່ນ ນ້ຳໂມງ ນ້ຳປາວ

ບໍລິເວນເນີນເຕ້ຍສະຫຼັບທີ່ທົ່ງພຽງທາງທິດຕະວັນອອກສຽງເໜືອແລະຕາເວັນອອກ ສະພາບພູມປະເທດ ສ່ວນໃຫຍ່ເປັນເນີນໂຄກເຕ້ຍໆ ສະຫຼັບໄຮ່ນາ ມີຄວາມສູງຈາກນ້ະທະເລປານກາງປະມານ 187 ແມັດ ພູມປະເທດລັກສະນະນີ້ຢູ່ໃນເຂດເມືອງນ້ຳໂສມເມືອງບ້ານຜື ເມືອງກຸດຈັບ ເມືອງອຸດອນທານີ ເມືອງກຸມພະວາປີ ເມືອງໜອງແສງ ເມືອງໄຊວານ ເມືອງເພັນ ເມືອງທຸ່ງຝົນ ເມືອງສ້າງຄອມ ແລິເມືອງບ້ານດຸງ ມີທີ່ທົ່ງພຽງກວ້າງບໍລິເວນ ເມືອງອຸດອນທານີ ແລະກຸມພະວາປີ ເຊີ່ງເປັນຕົ້ນນ້ຳນ້ຳປາວ ມີພື້ນທີ່ສູງ ເປັນປ່າສະຫງວນແຫ່ງຊາດແຕ່ກ່ອນແມ່ນທາງທິດຕາເວັນອອກສຽງເໜືອໃນເຂດເມືອງບ້ານດຸງ ແລະນອກຈາກນີ້ຍັງມີທີ່ທົ່ງພຽງບໍລິເວນແມ້່ນ້ຳຈ່າງໆ ເຊັ່ນ ຫ້ວຍນ້ຳສວຍ ຫ້ວຍຫຼວງ ນ້ຳເພັນ ຫ້ວຍດານ ຫ້ວຍໄຟຈານໃຫຍ່ ແລະນ້ຳສົງຄາມ ເປັນຕົ້ນ

ໂດນທົ່ວໄປເປັນພູພຽງສູງຈາກລະດັບນ້ຳທະເລປະມານ 187 ແມັດ ພື້ນທີ່ລາດອຽງໄປທາງນ້ຳຂອງທາງແຂວງໜອງຄາຍ ປະກອບດ້ວຍທົ່ງນາ ປ່າໄມ້ແລະພູພຽງ ພື້ນທີ່ສ່ວນໃຫຍ່ເປັນດິນປົນຊາຍແລະຫີນແຮ່ ຊັ້ນລຸ່ມເປັນດິນໜຽວ ບໍ່ສາມາດເກັບນ້ຳໃນລະດູແລ້ງໄດ້ ດີນບາງແຫ່ງເປັນດິນເຄັມບໍ່ສາມາດເຮັດກະສິກະໄດ້ດີ ບາງພື້ນທີ່ເປັນເນີນສະຫຼັບທົ່ງພຽງ ທາງທິດຕະເວັນຕົກມີພຸແລະປ່າໄມ້ຈາກັນ ມີສາຍພູຊື່ ພູພານເປັນສາຍຍາວດ້ານເໜືອຂອງແຂວງ

ລັກສະນະພູມອາກາດ[ແກ້ໄຂ]

ລັກສະນະພູມອາກາດຂອງແຂວງອຸດອນທານີ ຂຶ້ນຢູ່ກັບອິດທິພົນຂອງມໍລະສຸມປະຈຳລະດູ ມີ 2 ແບບ ຄື ມໍລະສຸມຕາເວັນອອກສຽງເໜືອທີ່ພາອາກາດເຍັນແລະແຫ້ງຕາກປະເທດຈີນມາປົກຄຸມປະເທດໄທປະມານກາງເດືອນຄຸລາຮອດປະມານເດືອນກຸມພາ ເຊີ່ງກົງກັບລະດູໜາວຂອງປະເທດໄທ ເຮັດໃຫ້ແຂວງອຸດອນທານີນີເຍັນແລະແຫ້ງແລ້ງ ແລະມໍລະສຸມຕາເວັນຕົກສຽງໃຕ້ທີ່ພາຄວາມຊື່ນຈາດທະເລແລະມະຫາສະໝຸດມາປົກຄຸມປະເທດໄທປະມານກາງເດືອນພຶດສະພາຮອດກາງເດືອນຕຸລາ ກົງກັບລະດູຝົນ ເຮັດໃຫ້ມີຝນຕົກ

ລະດູ[ແກ້ໄຂ]

ລະດູຂອງແຂວງອຸດອນທານີ ພິຈາລະນາຕາມລົມຟ້າອາກາດຂອງປະເທດໄທ ສາມາດແບ່ງອອກໄດ້ ລະດູ

  • ລະດູໜາວ ເລີ່ມຕົ້ມກາງເດືອນຕຸລາຮອດກາງເດືອນກຸມພາ ເປັນຊ່ວງທີ່ມລະສຸມຈາເວັນອອກສຽງເໜືອປົກຄຸມປະເທດໄທ ເຮັດໃຫ້ອາກາດໜາວເຍັນແລະແຫ້ງ ແລະມີອາກາດໜາວຈັດບາງວັນ ແລະຊ່ວງທີ່ອາກາດໜາວທີ່ສຸດປະມານເດືອນທັນວາຮອດເດືອນມັງກອນ ແຕ່ກໍ່ຂຶ້ນຢູ່ກັບອິດທິພົນຂອງຄວາມກົດອາກາດສູງຂອງປະເທດຈີນທີ່ແຜ່ລົງມາປົກຄຸມໄທໃນຊ່ວງເວລານັ້ນ
  • ລະດູຮ້ອນ ເລີ່ມປະມານກາງເດືອນກຸມພາຮອດເດືອນພຶດສະພາ ເປັນຊ່ວງວ່າງຂອງລະດູມໍລະສຸມ ເຊີ່ງມີລົມຈາກທິດໃຕ້ແລະຕາເວັນອອກສຽງໃຕ້ມາປັກຄຸມ ເຮັດໃຫ້ມີອາກາດຮ້ອນແລະແລ້ງ ໂດຍສະເພາະໃນຊ່ວງເດືອນມີນາແລະເມສາເປັນເດືອນທີ່ມີອາກາດຮ້ອນທີ່ສຸດຂອງປີ
  • ລະດູຝົນ ເລີ່ມຕົ້ນປະມານກາງເດືອນພຶດສະພາຮອດກາງເດືອນຕຸລາ ເປັນຊ່ວງທີ່ມໍລະສັມຈາເວັນຕົກສຽງໃຕ້ທີ່ພາຄວາມຊື່ນຈາດທະເລແລະມະຫາສະໝຸດມາປົກຄຸມປະເທດໄທ ແລະໃນຊ່ວງເວລາດັງກ່າວມີຮ່ອງູວມກົດອາກາດຕ່ຳຜ່ານບໍລິເວນພາກເໜືອແລະພາກຕາເວັນອອກສຽງເໜືອຂອງປະເທດໄທ ເຮັເໃຫ້ມີຄວາມຊື້ນສູງ ໂດຍສະເພາະເດືອນສິງຫາເປັນເດືອນທີ່ມີຝົນຕົກໜັກທີ່ສຸດ ແຕ່ກໍ່ຂຶ້ນຢູ່ກັບປັດໃຈຂອງຄວາມຊື້ນແລະຊ່ວງທີ່ເກີດພາຍຸໝຸນເຂດຮ້ອນທີ່ໄດ້ໝຸນເຂົ້າຫາປະເທດໄທໃນຊ່ວງເວລາດັງກ່າວ

ຝົນ[ແກ້ໄຂ]

ໂດຍທົ່ວໄປແລ້ວແຂວງອຸດອນທານີມີຝົກຕັກສະເຫຼ່ຍ 1,000 – 1,600 ມິນລິແມັດ ພື້ນທີ່ທາງຕອນເໜືອຂອງແຂວງເປັນບໍລິເວນທີ່ມີນ້ຳຝົນຫຼາຍກວ່າບໍລິເວນອື່ນໆ ມີປະລິມານນ້ຳຝົນສະເຫຼ່ຍຫຼາຍກວ່າ 1,500 ມິນລິແມັດ ພື້ນທີ່ທາງຕອນໃຕ້ຂອງແຂວງຕັ້ງແຕ່ເມືອງກຸດຈັບແລະໄຊວານລົງໄປເປັນບໍລິເວນທີ່ມີນ້ຳຝົນນ້ອຍ ປະລິມານນ້ຳຝົນນ້ອຍກວ່າ 1,200 ມິນລິແມັດ ສຳຫຼັບປະລິມານຝົນສະເຫຼ່ຍທັງປີຂອງແຂວງ 1,418.4 ມິນລິແມັດ ແລະຈຳນວນວັນທີ່ຝົນຕົກ 126 ວັນ ໂດຍສະເພາະເດືອນສິງຫາເປັນເດືອນທີ່ມີຝົນຕົກຫຼາຍທີ່ສຸດໃນລອບປີ ມີປະລິມານຝົນຕົກສະເຫຼ່ຍ 285.1 ມິນລິແມັດ ແລະມຝົນຕົກ 22 ວັນ ປະລະມານຝົນຫຼາຍທີ່ສຸດໃນລອບ 24 ຊົ່ວໂມງ ວັດໄດ້ 274.5 ມິນລິແມັດ ວັນທີ່ 11 ກໍລະກົດ ພ.ສ. 2543

ພາຍຸໝຸນເຂດຮ້ອນ[ແກ້ໄຂ]

ພາຍຸໝຸນເຂດຮ້ອນທີ່ເຂົ້າມາໃນແຂວງອຸດອນທານີ ກຳເໜີດມາຈາກທະເລຈີນໃຕ້ແລະມະຫາສະໝຸດແປຊິຟິກເໜືອດ້ານຕາເວັນຕົກ ໂດຍຜ່ານປະເທດຫວຽດນາມ ກັມພູເຈຍ ແລະລາວກ່ອນຈະເຈົ້າປະເທດໄທ ເຮັດໃຫ້ພາຍຸໝຸນເຂດຮ້ອນອ່ອນກຳລັງເປັນພາຍຸດີເປຣຊັນເປັນສ່ວນຫຼາຍ ເຮັດໃຫ້ເກີດຄວາມເສຍຫາຍບໍ່ຫຼາຍ ແຕ່ຍັງຄົງເຮັດໃັຫ້ເກີດຝົນຕັກໜັກຈົນເຮັດໃຫ້ເກີດນ້ຳຖ້ວມຢ່າງໄວ ສຳຫຼັບຊ່ວງເວລາທີ່ພາຍຸໝຸນເຂດຮ້ອນຜ່ານ ເລີ່ມຕັ້ງແຕ່ເດືອນພຶດສະພາໄປຮອດເດືອນຕຸລາ ໂດຍສະເພາເດືອນກັນຍາເປັນຊ່ວງທີ່ພາຍຸໝຸນເຂດຮ້ອນມິໂອກາດເຂົ້າອຸດອນທານີຫຼາຍທີ່ສຸດ

ປະຊາກອນ[ແກ້ໄຂ]

ປະຊາກອນແຂວງອຸດອນ ສ່ວນໃຫຍ່ປະມານຮ້ອຍລະ 95 ເປັນຄົນໄທ ມີພຽງສ່ວນນ້ອຍທີ່ເປັນຊາວຕ່າງຊາດ ເຊັ່ນ ຈີນ ຫວຽດນາມ ແຂວງອຸດອນໄດ້ຈັດຕັ້ງໃນປີ ພ.ສ. 2436 ປະຊາກອນສ່ວຍໃຫຍ່ອົບພະຍົບແລະມາຕັ້ງຫຼັກຈາກຖິ່ນອື່ນ ປະຊາກອນທີ່ເປັນຊາວພື້ນເມືອງຈຶງມີນ້ອຍ ມີແຕ່ຊາວໄທຍໍ້ທີ່ອາໄສຢູ່ເມືອງວັງສາມໝໍແລະເມືອງສີທາດ

ອ້າງອິງ[ແກ້ໄຂ]

  1. ກົມການປັກຄອງ. ກະຊວງມະຫາດໄທ. "ປະກາດສຳນັກທະບຽນກາງ ກົມການປົກຄອງ ເລື່ອງ ຈຳນວນລາດສະດອນທົ່ວລາດຊະອານາຈັກ ແຍກເປັນກຸງເທບແລພແຂວງຕ່າງ ໆ ຕາມຫຼັກຖານການທະບຽນລາດສະດອນ ລົງວັນທີ່ 31 ທັນວາ 2563." [໑]. ຄົ້ນຄວ້າ 20 ມັງກອນ 2564.
  2. ວັດຖະນະທຳບ້ານຊຽງກ່ອນປະຫວັດສາດ.ມິວສຽ່ມໄທແລນ. ຄົ້ນຫາວັນທີ່ 7 ກຳລະກົດ ພ.ສ. 2564 . ເວັບໄຊ້ https://www.museumthailand.com/th/1641/storytelling/วัฒนธรรมบ้านเชียงสมัยก่อนประวัติศาสตร์/
  3. ພິພິທະພັນເມືອງອຸດອນທານີ.ມິວສຽ່ມໄທແລນ. ຄົ້ນຫາວັນທີ່ 7 ກຳລະກົດ ພ.ສ. 2564 . ເວັບໄຊ້ https://www.museumthailand.com/th/museum/Udon-Thani-Museum/
  4. Anglo-Burmese Wars. British-Myanmar history. ຄົ້ນຫາວັນທີ່ 7 ກຳລະກົດ ພ.ສ. 2564 . ເວັບໄຊ້ https://www.britannica.com/event/Anglo-Burmese-Wars