ຈັງຫວັດຂອນແກ່ນ

ຈາກ ວິກິພີເດຍ
ຈັງຫວັດຂອນແກ່ນ
ຂໍ້ມູນທົ່ວໄປ
Seal Khon Kaen
ຊື່ພາສາລາວ ຈັງຫວັດຂອນແກ່ນ
ISO 3166-2 TH-40
ຂໍ້ມູນສະຖິຕິ
​|-
ເນື້ອທີ່ 10,885. km²
ພົນລະເມືອງ​ 1,798,014 ຄົນ

ຈັງຫວັດຂອນແກ່ນ ແມ່ນແຂວງໜຶ່ງໃນພາກຕາເວັນອອກສຽງເໜືອຂອງປະເທດໄທ ອັນມີຂະໜາດໃຫຍ່ຮອງຈາກຈັງຫວັດນະຄອນລາຊະສີມາແລະຈັງຫວັດອຸບົນລາຊະທານີຕາມລຳດັບ, ມີຂະໜາດເສດຖະກິດໃຫຍ່ເປັນສູນກາງຂອງພາກຕາເວັນອອກສຽງເໜືອ ຕັ້ງຢູ່ໃນຈຸດທີ່ຖະໜົນມິຕະພາບ (ທາງຫຼວງແຜ່ນດິນໝາຍເລກ 2) ແລະທາງຫຼວງແຜ່ນດິນໝາຍເລກ 12 (ຖະໜົນສາຍເສດຖະກິດຕາເວັນອອກ-ຕາເວັນຕົກ) ຕັດຜ່ານ ອັນເປັນເສັ້ນທາງສຳຄັນໃນການເດີນທາງຈາກພາກຕາເວັນອອກສຽງເໜືອຕອນເທິງເຂົ້າໄປສູ່ພາກຕາເວັນອອກສຽງເໜືອຕອນກາງ ຈາກພາກຕາເວັນອອກສຽງເໜືອຕອນເທິງໄປເຂົ້າພາກເໜືອທີ່ອຳເພີຫຼົ່ມສັກ ຈັງຫວັດເພັດຊະບູນ ແລະເດີນທາງເຂົ້າສູ່ປະເທດລາວທັງທາງດ້ານທິດໃຕ້ແລະທິດຕາເວັນຕົກຂອງລາວ. ອານາເຂດທາງທິດເໜືອຕິດກັບຈັງຫວັດເລີຍ ຈັງຫວັດໜອງບົວລຳພູ ແລະຈັງຫວັດອຸດອນທານີ ທິດຕາເວັນອອກຕິດກັບຈັງຫວັດມະຫາສາລະຄາມແລະຈັງຫວັດກາລະສິນ ທິດໃຕ້ຕິດກັບຈັງຫວັດບຸລີລຳແລະຈັງຫວັດນະຄອນລາຊະສີມາ ທິດຕາເວັນຕົກຕິດກັບຈັງຫວັດໄຊຍະພູມແລະຈັງຫວັດເພັດຊະບູນ. ໃນສະໄໝກຸງລັດຕະນະໂກສິນ ຂອນແກ່ນຢູ່ພາຍໃຕ້ການປົກຄອງຂອງມົນທົນອຸດອນທານີຫຼືຈັງຫວັດອຸດອນທານີໃນປັດຈຸບັນ ເຊິ່ງເມືອງທັງສອງນີ້ແມ່ນເມືອງທີ່ຖືກກໍ່ຕັ້ງໂດຍກົມມະຫຼວງປະຈັກສິລະປາຄົມ. ດັ່ງນັ້ນເມືອງທັງສອງນີ້ຖືໄດ້ວ່າເປັນເມືອງອ້າຍນ້ອງກັນ.