ວາຈົກ
ວາຈົກ (ອັງກິດ: voice,ສຽງ) ແມ່ນຄຳປະໂຫຍກຄຳເວົ້າທີ່ມີທັງຄຳໂຕຕັ້ງເປັນຜູ້ກະທຳ, ມີທັງໂຕປະກອບເປັນຜຸ້ກະທຳ ແລະເປັນຄຳຖາມເຈາະຈີ້ມ ແບ່ງອອກເປັນ 4 ວາຈົກ ຄື:
1. ກັດຕຸວາຈົກ (ກັຕຕຸວາຈົກ, active voice)
2. ກຳມະວາຈົກ (ກັມວາຈົກ, passive voice)
3. ເຫຕຸກັດຕຸວາຈົກ (ເຫຕຸກັຕຕຸວາຈົກ, reason active voice)
4. ເຫຕຸກຳວາຈົກ (ເຫຕຸກັມວາຈົກ, reason passive voice)
ກັດຕຸວາຈົກ[ດັດແກ້]
ກັດຕຸວາຈົກ (active voice) ໝາຍເຖິງຄຳ ຫຼື ປະໂຫຍກທີ່ຄຳໂຕຕັ້ງເປັນຜູ້ກະທຳ ຫຼື ສະແດງໂດຍຕົງເຊັ່ນ:
- ນັກຮົບເຜົາເມືອງ.
- ແມວກິນປາຫຼາຍໂຕ.
- ຂ້ອຍມາລົມນຳເຈົ້າ.
ຄຳວ່າ ນັກຮົບ, ແມວ, ແລະ ຂ້ອຍ ເປັນຄຳໂຕຕັ້ງທີ່ເປັນຜູ້ກະທຳ.
ກຳມະວາຈົກ[ດັດແກ້]
ກຳມະວາຈົກ (passive voice) ໝາຍເຖິງຂໍ້ຄວາມ ຫຼື ປະໂຫຍກທີ່ຄຳໂຕຕັ້ງເປັນຜູ້ຖືກກະທຳໂດຍໂຕປະກອບ ແລະຈະມີຄຳວ່າ ຖືກ ຫຼື ໂດຍ ເຊັ່ນ:
- ເມືອງຖືກນັກຮົບເຜົາ ຫຼື ເມືອງຖືກເຜົາໂດຍນັກຮົບ.
- ປາຫຼາຍໂຕຖືກແມວກິນ ຫຼື ປາຫຼາຍໂຕຖືກກິນໂດຍແມວ.
- ເຈົ້າຖືກຂ້ອຍມາລົມນຳ.
ເຫຕຸກັດຕຸວາຈົກ[ດັດແກ້]
ເຫຕຸກັດຕຸວາຈົກ (reason active voice) ໝາຍເຖິງປະໂຫຍກທີ່ຢາກຮູ້ຈັກສາເຫດແຫ່ງການກະທຳຂອງຄຳໂຕຕັ້ງຈະມີຄຳວ່າ ຫຍັງ, ເປັນຫຍັງ, ຍ້ອນຫຍັງ, ຫຼື ເຮັດຫຍັງ ເຊັ່ນ:
- ເປັນຫຍັງນັກຮົບຈຶ່ງເຜົາເມືອງ ຫຼື ນັກຮົບເຜົາເມືອງເຮັດຫຍັງ.
- ເປັນຫຍັງແມວຈຶ່ງກິນປາຫຼາຍໂຕ ຫຼື ແມວກິນປາຫຼາຍໂຕເຮັດຫຍັງ.
- ເປັນຫຍັງຂ້ອຍຈຶ່ງມາລົມນຳເຈົ້າ ຫຼື ຂ້ອຍມາລົມນຳເຈົ້າເຮັດຫຍັງ.
ເຫຕຸກຳມະວາຈົກ[ດັດແກ້]
ເຫຕຸກຳມະວາຈົກ (reason passive voice) ໝາຍເຖິງປະໂຫຍກທີ່ຢາກຮູ້ຈັກສາເຫດຂອງຜູ້ຖືກກະທຳ ແລະມີຄຳວ່າ ຖືກ ຫຼື ໂດຍ ພ້ອມກັບ ຫຍັງ, ເປັນຫຍັງ, ຍ້ອນຫຍັງ, ຫຼື ເຮັດຫຍັງ ເຊັ່ນ:
- ເປັນຫຍັງເມືອງຈຶ່ງຖືກນັກຮົບເຜົາ ຫຼື ເປັນຫຍັງເມືອງຈຶ່ງຖືກເຜົາໂດຍນັກຮົບ.
- ເປັນຫຍັງປາຫຼາຍໂຕຈຶ່ງຖືກແມວກິນ ຫຼື ເປັນຫຍັງປາຫຼາຍໂຕຈຶ່ງຖືກກິນໂດຍແມວ.
- ເປັນຫຍັງເຈົ້າຈຶ່ງຖືກຂ້ອຍມາລົມນຳ.
ອ້າງອີງ[ດັດແກ້]
- ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
ວາກະຍະສຳພັນ |
---|
ການ · ວາຈົກ · ຮູບແບບຂອງຄຳເວົ້າ · ປະເພດຄຳຖາມ · ການສ້າງສັບໃໝ່ຈາກສັບເດີມ |