ຈັງຫວັດພິສະນຸໂລກ
ຈັງຫວັດພິສະນຸໂລກ จังหวัดพิษณุโลก | |
|---|---|
| ຊື່: ສະຫຼວງສອງແຄວ | |
| ຄຳຂວັນ: พระพุทธชินราชงามเลิศ ถิ่นกำเนิดพระนเรศวร สองฝั่งน่านล้วนเรือนแพ หวานฉ่ำแท้กล้วยตาก ถ้ำและน้ำตกหลากตระการตา (ພະພຸດທະຊິນະຣາດງາມເລີດ ຖິ່ນກຳເນີດພະນະເຣສວນ ສອງຝັ່ງນ່ານລ້ວນເຮືອນແພ ຫວານສ່ຳແທ້ກ້ວຍຕາກ ຖ້ຳແລະນ້ຳຕົກຫຼາກຕະການຕາ) | |
| ເພງ: ພິສະນຸໂລກງາມ | |
ແຜນທີ່ປະເທດໄທ ຈັງຫວັດພິສະນຸໂລກເນ້ນສີແດງ | |
| ປະເທດ | |
| ອຳເພີເມືອງ | ເມືອງພິສະນຸໂລກ |
| ສ້າງຕັ້ງ | ຄິດສັດຕະວັດທີ 11 |
| ຜູ້ກໍ່ຕັ້ງ | ພະເຈົ້າໄຊສິຣິ |
| ການປົກຄອງ | |
| • ຜູ້ວ່າລາຊະການ | ພູສິດ ສົມຈິດ |
| • ນາຍົກອົງການບໍລິຫານ | ມົນໄຊ ວິວັດທະນາດ |
| ພື້ນທີ່ | |
| • ທັງໝົດ | 10,815.854 ຕລ.ກມ. (4,200 ຕລ.ໄມລ໌) |
| ອັນດັບພື້ນທີ່ | 16 |
| ປະຊາກອນ (ຄ.ສ. 2023) | |
| • ທັງໝົດ | 841,729 ຄົນ |
| • ຄວາມໜາແໜ້ນ | 78 ຄົນ/ຕລ.ກມ. (200 ຄົນ/ຕລ.ໄມລ໌) |
| ເດມະນິມ | ຊາວພິສະນຸໂລກ |
| ເຂດເວລາ | UTC+7 (ICT) |
| ລະຫັດ ISO 3166 | TH-65 |
| ທະບຽນພາຫະນະ | พิษณุโลก |
| ເວັບໄຊ | phitsanulok |
ຈັງຫວັດພິດສະນຸໂລກ (ໄທ: จังหวัดพิษณุโลก) ແມ່ນຈັງຫວັດໜຶ່ງຂອງປະເທດໄທ. ມີຂະໜາດໃຫຍ່ຕັ້ງຢູ່ໃນເຂດພາກເໜືອຕອນລຸ່ມມີປະຫວັດສາດອັນຍາວນານຄວບຄູ່ກັບປະເທດໄທ ໂດຍມີຊື່ເອີ້ນຕ່າງໆ ກັນໃນສິລາຈາລຶກ ຕຳນານ ນິທານ ແລະພົງສາວະດານ ເຊັ່ນ ສອງແຄວ ແລະ ສອງແຄວທະວິສາຂະ.
ເດີມເມືອງພິດສະນຸໂລກແມ່ນເມືອງເກົ່າສະໄໝຂອມ ຢູ່ຫ່າງຈາກທີ່ຕັ້ງເມືອງປັດຈຸບັນລົງໄປທາງທິດໃຕ້ປະມານ 5 ກິໂລແມັດ ເອີ້ນວ່າ "ເມືອງສອງແຄວ". ທີ່ເອີ້ນເຊັ່ນນີ້ ຍ້ອນຕັ້ງຢູ່ລະຫວ່າງແມ່ນ້ຳສອງສາຍ ແມ່ນ ແມ່ນ້ຳນ່ານ ກັບແມ່ນ້ຳແຄວນ້ອຍ ແຕ່ປັດຈຸບັນແມ່ນ້ຳແຄວນ້ອຍປ່ຽນທາງຍ່າງອອກຫ່າງຈາກໂຕເມືອງໄປປະມານ 10 ກິໂລແມັດ.
ບ່ອນຕັ້ງໂຕເມືອງເກົ່າໃນປັດຈຸບັນແມ່ນ ບໍລິເວນວັດຈຸລາມະນີ ເຊິ່ງເປັນວັດເກົ່າແກ່ຂອງພິດສະນຸໂລກ ແຕ່ເມື່ອປະມານ ຄ.ສ. 1357 ພະມະຫາທຳມະລາຊາທີ 1 (ລິໄທ) ໄດ້ໂຜດ ໃຫ້ຍ້າຍເມືອງສອງແຄວ ມາຕັ້ງຢູ່ ໃນບໍລິເວນໂຕເມືອງໃນປັດຈຸບັນ ແລະຍັງຄົງເອີ້ນກັນຕິດປາກວ່າ ເມືອງສອງແຄວ ເລື້ອຍມາ.
ການສຶກສາ
-ມະຫາວິທະຍາໄລລາດຊະພັດພິບູນສົງຄາມ
-ມະຫາວິທະຍາໄລນະເລສວນ