ພາສາໄທລື້

ຈາກ ວິກິພີເດຍ
ໄທລື້
ກວາມໄຕລື້
ເວົ້າໃນ: ລາວ ຫວຽດນາມ ໄທ ມຽນມາ ແລະ ຈີນ 
ພູມິພາກ: ຢຸນນານ
ຈຳນວນຜູ້ເວົ້າ: 700,000
ຕະກູນພາສາ: ໄທ-ກະໄດ
 ໄຕ
  ຕາເວັນຕົກສຽງໃຕ້ (ໄທ)
   ຕາເວັນຕົກສຽງເໜືອ
    ໄທລື້ 
ລະບົບການຂຽນ: ອັກສອນທຳ, ອັນສອນໄທ, ອັກສອນໄທລື້ໃໝ່
ລະຫັດພາສາ
ISO 639-1: ບໍ່ມີ
ISO 639-2:
ISO 639-3: khb
ສາລານຸກົມພາສາ ສ່ວນນຶ່ງຂອງສາລານຸກົມພາສາ

ພາສາໄທລື້ (ໄທລື້: ໄຕ ຫຼື ໄຕລື້; ພາສາຈີນ:傣仂语; ພິນຢິນ: Dǎilèyǔ; ຫວຽດນາມ: Lự ຫຼື Lữ) ເປັນພາສາໄຕພາສານຶ່ງ ຢູ່ໃນຕະກູນພາສາໄທ-ກະໄດ. ມີຄຳສັບ ແລະ ການຮຽງຄຳສັບຄ້າຍພາສາລາວ ແລະ ພາສາໄຕອື່ນໆ. ຜູ້ເວົ້າພາສາໄທລື້ ເອີ້ນວ່າ ໄທລື້ ຫຼື ເຜົ່າລື້ ພາສາໄທລື້ມີຜູ້ເວົ້າໃນອາຊີຕາເວັນອອກສຽງໃຕ້ ປະມານ 670,000 ຄົນ ໂດຍມີຈຳນວນຜູ້ເວົ້າໃນປະເທດຈີນ 250,000 ຄົນ, ໃນພະມ້າ 200,000 ຄົນ, ໃນໄທ 134,000 ຄົນ,ໃນລາວ 300,000 ແລະ ຫວຽດນາມ 5,000 ຄົນ

ຣະບົບສຽງ[ແກ້ໄຂ]

ສຣະພາສາໄທລື້ ມີ ອະ ອາ ອິ ອີ ອຸ ອູ ເອ ໂອ ເຊິ່ງຫາກນຳສຽງສຣະເຫຼົ່ານີ້ມາຜັນແລ້ວຈະໄດ້ສຳນຽງຄຳສະເພາະຂຶ້ນມາ

ພາສາໄທລື້ (ປຽບທຽບການຜັນອັກສອນຕາມພາສາລາວ)

  • ບໍ່ມີສຣະ ເອັຽ ສະນັ້ນຈະອອກສຽງ ສຣະ ເອ ແທນ ເຊັ່ນ ເຢ (ເຍັຽ) ເມ (ເມັຽ) ເຕ້ (ເຕັ້ຽ) ເສ (ເສັຽ ໃຊ້ກັບງານທີ່ກ່ຽວກັບຜີ) ເບ (ເບັຽຣ໌) ເມ່ງ (ມ່ຽງ) ເຈງທອງ (ຊຽງທອງ)
  • ບໍ່ມີສຣະ ອົວ ສະນັ້ນຈະອອກສຽງ ສຣະ ໂອ ແທນ ເຊັ່ນ ໂຂ (ຂົວ) ໂງ (ງົວ) ໂກ (ກົວ) ໂຫ (ຫົວ) ໂຕ (ຕົວ) ໂຄ (ຄົວ)
  • ບໍ່ມີສຣະ ອົວະ ສະນັ້ນຈະອອກສຽງ ສຣະ ໂອະ ແທນ ເຊັ່ນ ໂລ໊ະ (ແນມຫາ) ໂລະ (ລົວະ) ໂກະ (ຖາດຮອງອາຫານ) ໂຕະ (ຕົວະ) ໂສະ (ສົວະ)
  • ບໍ່ມີສຣະ ອຽກ ສະນັ້ນຈະອອກສຽງ ສຣະ ເອະ ແທນ ເປະ (ປຽກ)
  • ບໍ່ມີສຽງສຣະ ເອືອ ສະນັ້ນຈະອອກສຽງ ສຣະ ເອີ ແທນ ເຊັ່ນ ເມີ (ເມືອ) ເກີ (ເກືອ) ເສີ (ເສືອ)
  • ບໍ່ມີສຽງສຣະ ເອືອງ ສະນັ້ນຈະອອກສຽງ ສຣະ ເອີງ ແທນ ເຊັ່ນ ເມີງ (ເມືອງ)
  • ອ່ານສຽງໄມ້ກັນ ເປັນສຽງ ສຣະ ແອະ ເຊັ່ນ ຄຳວ່າ ຕັນ (ທັນ) ອອກສຽງວ່າ ແຕັນ, ໝາກແຕັນ (ກະທັນ)
  • ຕົວອັກສອນໃນພາສາໄທລື້ຈະໃຊ້ແຕກຕ່າງຈາກພາສາລາວເລັກນ້ອຍ

ເຊັ່ນ: ພ ເປັນສຽງ ປ : ໝາກພ້າວ ເປັນ ໝາກປ້າວ, ຊ ເປັນສຽງ ຈ : ໃຊ້ ເປັນ ໃຈ້ ໝາຍເຫດ (ນ. ຄື ຄຳນາມ ກ. ຄື ຄຳກິຣິຍາ)

ສຳນຽງຈະສູງຕ່ຳກັນໄປ ບາງຄຳຫາກຟັງສຳນຽງ ຄຳຄຳດຽວ ກັນແຕ່ ອອກສຽງຕ່າງກັນນ້ອຍດຽວ ຄວາມໝາຍຈະປ່ຽນໄປທັນທີ ເຊິ່ງສຳນຽງການຜັນຈະຕ່າງກັນເລັກນ້ອຍ ເພາະໄທລື້ ມັກເວົ້າໄວ ແລະ ຕັດປໂຍກຄຳໃຫ້ສັ້ນລົງ ເຊັ່ນ ຄຳວ່າ ເມີ ແປວ່າ ເມືອ, ບເມີ (ບ ຄວບກັບຄຳວ່າເມີ ອອກສຽງສັ້ນເຄິ່ງສຽງ) ແປວ່າ ບໍ່ເມືອ , ໄດ້ ບໄດ້ (ບໍ່ໄດ້) ອອກສຽງ ບະ ເຄິ່ງສຽງ ຄວບກັບຄຳວ່າ ໄດ້

ສຳນຽງ[ແກ້ໄຂ]

ພາສາໄທລື້ໃນຕະກູນເຜົ່າໄທລື້ທັງ 5 ເຜົ່າ ນັ້ນແບ່ງສຳນຽງພາສາ ການເວົ້າອອກເປັນສອງກຸ່ມໃຫຍ່ ໂດຍອາໄສສະພາບທາງພູມິສາດຂອງ ແມ່ນ້ຳລ້ານຊ້າງ ເປັນຕົວແບ່ງ ສຳນຽງທຳອິດຄື ສຳນຽງຊຽງຮຸ່ງ ແລະ ສຳນຽງເມືອງລ້າ 1. ສຳນຽງ ຊຽງຮຸ່ງ ຫຼືເວົ້າອີກຢ່າງນຶ່ງຄື ສຳນຽງ ຄົນຍອງ ຖືວ່າເປັນສຳນຽງພາສາກາງ ຂອງຊາວໄທລື້ ຄືເປັນພາສາຂອງຊາວຊຽງຮຸ່ງ ເປັນສຳນຽງທີ່ເວົ້າຊ້າ ແລະ ຟັງເບິ່ງສຸພາບ ມັກມີຄຳວ່າ "ເຈົ້າ" ຕໍ່ທ້າຍເໝືອນຄົນໄທຍວນ ສຳນຽງນີ້ເປັນສຳນຽງທີ່ໃຊ້ໃນບໍຣິເວນ ສິບສອງພັນນາ ຕອນກາງ ແລະ ຕະເວັນຕົກຂອງສິບສອງພັນນາ ຄອບຄຸມເຖິງ ຣັຖສານ ປະເທດພະມ້າ ປະກອບດ້ວຍ (ເມືອງຍອງ, ເມືອງຫຼວຍ, ເມືອງຍູ້, ເມືອງຊຽງລາບ, ເມືອງເລນ, ເມືອງພະຍາກ ແລະ ເມືອງໄຮ) ເລີຍມາເຖິງປະເທດລາວແຖບເມືອງສິງ, ຊຽງທອງ(ຫຼວງພຣະບາງ), ຊຽງແຂງ, ວຽງພູຄາ, ບໍ່ແກ້ວ, ໄຊຍະບູຣີ, ຊຽງຮ່ອນ, ຊຽງລົມ ແລະ ຫົງສາ ໂດຍມີສຳນຽງຈະອອກກາງໆ ການຜັນສຳນຽງສຽງ ຈະຢູ່ໃນຣະດັບກາງໆ ຂຶ້ນໆ ລົງໆ ຄ່ອນຂ້າງນ້ອຍ ແຕ່ມັກຕັດຄຳເວົ້າຄວບກັນໃຫ້ສັ້ນລົງ ແລະ ມັກເອື້ອນສຽງເວົ້າ ຫຼືລາກສຽງຍາວ ພາສາໄທລື້ກຸ່ມນີ້ເວົ້າກັນຫຼາຍໃນ ແຂວງ ລຳພູນ ຊຽງໃໝ່ ລຳປາງ ແພ່ ຊຽງຮາຍ ນ່ານ (ນັບແຕ່ ຕາແສງຍົມ ອຳເພີທ່າວັງຜາ, ອຳເພີປົວ ຂຶ້ນໄປຈົນເຖິງເມືອງຊຽງເງິນ ແລະ ຫຼວງພຣະບາງ, ເມືອງສິງ ຂອງ ປະເທດລາວ)

2. ສຳນຽງພາສາໄທລື້ກຸ່ມເມືອງລ້າ ໄດ້ຮັບອິດທິພົນສຳນຽງມາຈາກ ພາສາລາວ ຫຼື ພາສາພວນ ມາຄ້ອນຂ້າງຫຼາຍ ສຳນຽງການເວົ້າອອກໄປທາງພາສາລາວ ການຜັນສຳນຽງຂຶ້ນລົງຄ່ອນຂ້າງໄວ ແຕ່ຕ່າງກັນທີ່ສຳນຽງເວົ້າຍັງຄົງເປັນພາສາໄທລື້ ທີ່ບໍ່ມີ ສຣະ ອົວ ອົວະ ເອັຽ ສຳນຽງການເວົ້ານີ້ຈະເວົ້າໃນກຸ່ມຂອງຊາວໄທລື້ ເມືອງຫຼ້າ ເມືອງພົງ ເມືອງມາງ ເມືອງຊຽງບານ ໂດຍໃນປະເທດໄທຍ໌ ພາສາກຸ່ມນີ້ຈະເວົ້າໃນ ອຳເພີຊຽງມ່ວນ ອຳເພີຊຽງຄຳ ແຂວງພະເຍົາ, ອຳເພີສອງແຄວ ອຳເພີທ່າວັງຜາ (ສະເພາະ ຕາແສງປ່າຄາ ແລະ ຕາແສງຍອດ ອຳເພີສອງແຄວ) ແຂວງນ່ານ)

ນອກຈາກນີ້ຄຳບາງຄຳໃນພາສາໄທລື້ຍັງແຕກຕ່າງກັນໄປຕາມສະພາບຂອງພູມິສາດ ແລະ ອິດທິພົນຂອງພາສາກຸ່ມທີ່ໃກ້ຄຽງ.

ອ້າງອີງ[ແກ້ໄຂ]

  • Dāo Shìxūn 刀世勋: Dǎi-Hàn cídiǎn 傣汉词典 (Dai–Chinese Dictionary; Kunming, Yúnnán mínzú chūbǎnshè 云南民族出版社 2002). This is a dictionary of Tai Lü in unreformed spelling.
  • Yu Cuirong (喻翠荣), Luo Meizhen (罗美珍): Daile-Han cidian 傣仂汉词典 (Tai Lü - Chinese Dictionary; Beijing, Minzu chubanshe 2004).
  • Hanna, William J: Dai Lue-English Dictionary ; Chiang Mai: Silkworm Books. 2012. ISBN 978-6162150319

ລິງຄ໌ພາຍນອກ[ແກ້ໄຂ]