ຈັງຫວັດຊຽງຮາຍ
ຮູບຮ່າງການສະແດງຜົນ
(ປ່ຽນເສັ້ນທາງມາຈາກ ຊຽງຮາຍ)
ຈັງຫວັດຊຽງຮາຍ จังหวัดเชียงราย ᨧᩢ᩠ᨦᩉ᩠ᩅᩢᨯᨩ᩠ᨿᨦᩁᩣ᩠ᨿ | |
|---|---|
ຕາມເຂັມນາລິກາຈາກດ້ານບົນ:
| |
| ຊື່: ວຽງໄຊນາຮາຍ | |
| ຄຳຂວັນ: เหนือสุดในสยาม ชายแดนสามแผ่นดิน ถิ่นวัฒนธรรมล้านนา ล้ำค่าพระธาตุดอยตุง (ເໜືອສຸດໃນສະຫຍາມ ຊາຍແດນສາມແຜ່ນດິນ ຖິ່ນວັດທະນະທຳລ້ານນາ ລ້ຳຄ່າທາດດອຍຕຸງ) | |
| ເພງ: ມາຣ໌ຊຊຽງຮາຍ | |
ແຜນທີ່ປະເທດໄທ ຈັງຫວັດຊຽງຮາຍເນ້ນສີແດງ | |
| ປະເທດ | |
| ອຳເພີເມືອງ | ເມືອງຊຽງຮາຍ |
| ສ້າງຕັ້ງ | ຄ.ສ. 1262 |
| ຟື້ນຟູ | ຄ.ສ. 1843 |
| ຜູ້ກໍ່ຕັ້ງ | ພະຍາມັງຮາຍ ພະຍາພຸດທະວົງ |
| ການປົກຄອງ | |
| • ຜູ້ວ່າລາຊະການ | ພຸດທິພົງ ສິຣິມາດ |
| • ນາຍົກອົງການບໍລິຫານ | ອະທິຕາທອນ ວັນໄຊທະນະວົງ |
| ພື້ນທີ່ | |
| • ທັງໝົດ | 11,678.369 ຕລ.ກມ. (4,500 ຕລ.ໄມລ໌) |
| ອັນດັບພື້ນທີ່ | 12 |
| ປະຊາກອນ (ຄ.ສ. 2023) | |
| • ທັງໝົດ | 1,298,977 ຄົນ |
| • ຄວາມໜາແໜ້ນ | 110 ຄົນ/ຕລ.ກມ. (290 ຄົນ/ຕລ.ໄມລ໌) |
| ເດມະນິມ | ຊາວຊຽງຮາຍ |
| ເຂດເວລາ | UTC+7 (ICT) |
| ລະຫັດ ISO 3166 | TH-57 |
| ທະບຽນພາຫະນະ | เชียงราย |
| ເວັບໄຊ | chiangrai |
ຈັງຫວັດຊຽງຣາຍ (ຄຳເມືອງ:
- ພະມ້າ
; ໄທ: จังหวัดเชียงราย) ແມ່ນຈັງຫວັດອັນຢູ່ທາງຕອນເໜືອກວ່າໝູ່ຂອງປະເທດໄທ. ຕັ້ງສາລາກາງຢູ່ຕຳບົນວຽງ ອຳເພີເມືອງຊຽງຮາຍ. ອານາເຂດທິດເໜືອຕິດກັບແຂວງເມືອງສາດ ແລະແຂວງທ່າຂີ້ເຫຼັກ ລັດສານ ສາທາລະນະລັດສະຫະພາບມຽນມາ ໂດຍມີທາງຫຼວງແຜ່ນດິນທະລຸຜ່ານຮອດກັນທາງຖະໜົນອັນເຊື່ອມຕໍ່ໄປຍັງປະເທດພະມ້າຢູ່ດ່ານພົມແດນແມ່ສາຍ ອຳເພີແມ່ສາຍ ແລະໃນອະນາຄົດຢູ່ຂົວມິດຕະພາບລາວ-ໄທ ແຫ່ງທີ່ 4, ຖະໜົນສາຍ R3A ຢູ່ອຳເພີຊຽງຂອງ. ສ່ວນທິດຕະເວັນອອກສຽງເໜືອຕິດຕໍ່ກັບແມ່ນ້ຳຂອງ ທິດຕະເວັນອອກຈົດທິວເຂົາຫຼວງພະບາງເຊິ່ງປັນເຂດແດນໄທກັບປະເທດລາວ ແລະຕິດຕໍ່ກັບຈັງຫວັດພະເຍົາ ທິດໃຕ້ນຳຈັງຫວັດພະເຍົາ ຈັງຫວັດລຳປາງ ແລະຈັງຫວັດຊຽງໃໝ່. ສ່ວນທິດຕະເວັນຕົກນຳຈັງຫວັດຊຽງໃໝ່ເຊິ່ງເອີ້ນວ່າພູລັງກາ. ເປັນຍອດພູອັນມີເສັ້ນແດນຕິດກັນທັງ 3 ຈັງຫວັດເທິງຍອດພູ.