ຈັງຫວັດຊຽງຮາຍ

ຈາກ ວິກິພີເດຍ
ຈັງຫວັດຊຽງຮາຍ
ຂໍ້ມູນທົ່ວໄປ
ຊື່ພາສາລາວ ຈັງຫວັດຊຽງຮາຍ
ISO 3166-2 TH-57
ຂໍ້ມູນສະຖິຕິ
​|-
ເນື້ອທີ່ 11,678.369 km²
ພົນລະເມືອງ​ 1,207,699 ຄົນ

ຈັງຫວັດຊຽງຣາຍ (ຄຳເມືອງ:

ພະມ້າ
; ໄທ: จังหวัดเชียงราย) ແມ່ນຈັງຫວັດອັນຢູ່ທາງຕອນເໜືອກວ່າໝູ່ຂອງປະເທດໄທ. ຕັ້ງສາລາກາງຢູ່ຕຳບົນວຽງ ອຳເພີເມືອງຊຽງຮາຍ. ອານາເຂດທິດເໜືອຕິດກັບແຂວງເມືອງສາດ ແລະແຂວງທ່າຂີ້ເຫຼັກ ລັດສານ ສາທາລະນະລັດສະຫະພາບມຽນມາ ໂດຍມີທາງຫຼວງແຜ່ນດິນທະລຸຜ່ານຮອດກັນທາງຖະໜົນອັນເຊື່ອມຕໍ່ໄປຍັງປະເທດພະມ້າຢູ່ດ່ານພົມແດນແມ່ສາຍ ອຳເພີແມ່ສາຍ ແລະໃນອະນາຄົດຢູ່ຂົວມິດຕະພາບລາວ-ໄທ ແຫ່ງທີ່ 4, ຖະໜົນສາຍ R3A ຢູ່ອຳເພີຊຽງຂອງ. ສ່ວນທິດຕະເວັນອອກສຽງເໜືອຕິດຕໍ່ກັບແມ່ນ້ຳຂອງ ທິດຕະເວັນອອກຈົດທິວເຂົາຫຼວງພະບາງເຊິ່ງປັນເຂດແດນໄທກັບປະເທດລາວ ແລະຕິດຕໍ່ກັບຈັງຫວັດພະເຍົາ ທິດໃຕ້ນຳຈັງຫວັດພະເຍົາ ຈັງຫວັດລຳປາງ ແລະຈັງຫວັດຊຽງໃໝ່. ສ່ວນທິດຕະເວັນຕົກນຳຈັງຫວັດຊຽງໃໝ່ເຊິ່ງເອີ້ນວ່າພູລັງກາ. ເປັນຍອດພູອັນມີເສັ້ນແດນຕິດກັນທັງ 3 ຈັງຫວັດເທິງຍອດພູ.