ສາມຫຼ່ຽມຄຳ

ຈາກ ວິກິພີເດຍ
Jump to navigation Jump to search
ແນວຕໍ່ຊາຍແດນລະຫວ່າງສາມປະເທດ

ສາມຫຼຽມຄຳ ( ອັງກິດ: Golden Triangle, ລາດຊະອານາຈັກໄທ: สามเหลี่ยมทองคำ , ສະຫະພາບມຽນມາ: ရွှေတြိဂံ နယ်မြေ, ຫວຽດນາມ: Tam Giác Vàng ) ແມ່ນໝາຍເຖິງພື້ນທີ່ຮອຍຕໍ່ລະຫວ່າງສາມປະເທດໄດ້ແກ່: ສປປລາວ [໑] ( ແຂວງບໍ່ແກ້ວ), ລາດຊະອານາຈັກໄທ (ຈັງຫວັດຊຽງຮາຍ) ແລະ ສະຫະພາບມຽນມາ (ແຂວງທ່າຂີ້ເຫຼັກ, ລັດຊານ) ມີລັກສະນະເປັນພື້ນທີ່ສາມຫຼ່ຽມຕໍ່ໃສ່ກັນ ໂດຍມີແມ່ນ້ຳຂອງຕັດຜ່ານແດນລາວ-ໄທ ແລະ ນ້ຳຣວກຕັດຜ່ານແດນໄທ-ມຽນມາ. ຖືວ່າເປັນພື້ນທີ່ເສດຖະກິດທີ່ສຳຄັນແຫ່ງໜຶ່ງຂອງພາກພື້ນ ກໍ່ຄືຂອງອາຊຽນ. ນອກຈາກນີ້ພາຍໃນເຂດສາມສາມຫຼ່ຽມຍັງມີທິວທັດທີ່ສວຍງາມ, ໂດຍສະເພາະຕອນເຊົ້າ ທີ່ຕາເວັນຂື້ນ ແລະ ມີນ້ຳໝອກ ປົກຄຸມຢູ່ຕາມຮ່ອມພູ ແລະ ປ່າໄມ້. ນັກທ່ອງທ່ຽວມັກຈະເດີນທາງມາທີ່ເຂດສາມຫຼ່ຽມຄຳໃນຊ່ວງລະດູໜາວເພາະອາກາດເຂດນີ້ຈະບໍລິສຸດທີ່ສຸດໃນເວລານີ້ ແລະ ຈະໄດ້ເຫັນຕົ້ນງິ້ວທີ່ໃບກຳລັງປ່ຽນສີເປັນສີເຫຼືອງທົ່ວເກາະດອນ ແລະ ພ້ອມທີ່ຈະອອກດອກໃນຊ່ວງເດືອນມັງກອນຫາເດືອນກຸມພາ. ນອກຈາກນີ້ນັກທ່ອງທ່ຽວກໍຍັງນິຍົມນັ່ງເຮືອທ່ຽວຊົມທິວທັດແມ່ນ້ຳຂອງ ແລະ ນ້ຳຣວກໄຫຼຕໍ່ໃສ່ກັນ ພ້ອມຊົມຕາເວັນຕົກທີ່ສ່ອງແສງສີທອງຜ່ານແມ່ນ້ຳຂອງອີກດ້ວຍ ດັ່ງຄຳເວົ້າທີ່ວ່າ: ມື້ດຽວທ່ຽວສາມປະເທດ (ລາວ,ໄທ,ມຽນມາ). ນອກຈາກນີ້ຍັງສາມາດຂີ່ເຮືອໄປທ່ຽວ ປະເທດຈີນ ໄດ້ນຳອີກເຊັ່ນວ່າ: ສິບສອງປັນນາ, ຄຸນມິງ ແລະ ເມືອງອື່ນໆຂອງ ສປ ຈີນ [໒]. ໃນເມື່ອກ່ອນສາມຫຼ່ຽມຄຳເປັນທີ່ຮູ້ຈັກໃນຖານະເປັນແຫຼ່ງທ່ອງທ່ຽວຮອຍຕໍ່ລະຫວ່າງປະເທດເທົ່ານັ້ນ ແຕ່ໃນປະຈຸບັນແມ່ນມີຄວາມສຳຄັນທາງດ້ານເສດຖະກິດຫຼາຍຂື້ນ ເນື່ອງຈາກເປັນບ່ອນຂົນຖ່າຍສີນຄ້າທີ່ສຳຄັນຂອງລາວ ແລະ ປະເທດເພື່ອນບ້ານອີກດ້ວຍ.



ຂໍ້ມູນ[ແກ້ໄຂ]

ສະພາບການພັດທະນາຕອນເລີ່ມຕົ້ນແລະປະຈຸບັນຈະເຫັນວ່າພັດທະນາໄປຢ່າງໄວວາ
ຕົວເມືອງໃໝ່ຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໃນຕອນຄືນ


ສາມຫຼ່ຽມຄຳ ໃນຝັ່ງຂອງປະເທດລາວແມ່ນຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ບ້ານສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ໃນເຂດນີ້ຈະມີທ່າເຮືອນ້ອຍຫຼາຍໆແຫ່ງໄວ້ ຄອຍໃຫ້ບໍລິການແກ່ນັກທ່ອງທ່ຽວທີ່ມີແຜນຈະເດີນທາງໄປຍັງ ລາດຊະອານາຈັກໄທ ແລະ ສະຫະພາບມຽນມາ, ລວມທັງມີທ່າເຮືອສາກົນທີ່ຂົນສົ່ງສິນຄ້າໄປຍັງ ສປ ຈີນ, ໄທ ແລະ ມຽນມາ. ຈາກຝັ່ງລາວເມື່ອເບິ່ງຂ້າມແມ່ນ້ຳຂອງໄປຈະເຫັນຈຸດຊົມວິວສາມຫຼ່ຽມຄຳ ແລະ ພະເຈົ້າລ້ານຕື້ທີ່ປະດິດສະຖານຢູ່ແຄມແມ່ນ້ຳຂອງຢູ່ໃນບາງມານວິໄຊ ອັນເປັນທີ່ສັກກາລະບູຊາຂອງປະຊາຊົນທັງສາມປະເທດ.

ເກາະດອນຊາວເປັນອີກຫນຶ່ງສະຖານທີ່ ທີ່ນອນຢູ່ໃນສາມຫຼ່ຽມຄຳ ແລະ ເປັນທີ່ຮູ້ຈັກກັັນດີວ່າດອນແຫ່ງນີ້ມີຕົ້ນງິ້ວປ່າເກີດຂຶ້ນຕາມທຳມະຊາດຢ່າງຫຼວງຫຼາຍ, ໃນທ້າຍເດືອນມັງກອນຫາເດືອນກຸມພາຈະເປັນຊ່ວງທີ່ດອກງິ້ວອອກດອກປະກາຍສີແດງທົ່ວເກາະດອນຢ່າງງຕາ. ແລະເມືອຮອດຢາມລະດູບານໃໝ່ ກໍ່ຈະມີການຈັດງານປະກວດນາງສາວດອກງິ້ວບານປະຈຳປີຂຶ້ນເພື່ອເປັນການສົ່ງເສີມການທ່ອງທ່ຽວ ແລະ ດຶງດູດນັກລົງທຶນມາລົງທຶນຫຼາຍຂຶ້ນ.



ຕົວເມືອງໄໝ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ






ສະພາບການພັດທະນາຕອນເລີ່ມຕົ້ນແລະປະຈຸບັນຈະເຫັນວ່າພັດທະນາໄປຢ່າງໄວວາ
ສະພາບການພັດທະນາຕອນເລີ່ມຕົ້ນແລະປະຈຸບັນຈະເຫັນວ່າພັດທະນາໄປຢ່າງໄວວາ

ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ[ແກ້ໄຂ]

  1. ທີ່ຕັ້ງ: ເຂດເສດຖະກິດພິເສດ ສາມຫຼ່ຽມຄຳຕັ້ງຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ມີເນື້ອທີ່ 10.000 ເຮັກຕາ, ໃນນັ້ນແບ່ງເປັນເຂດພັດທະນາຕົວເມືອງ 3.000ເຮັກຕາ ແລະ ປ່າປ້ອງກັນແຫ່ງຊາດ ສາຍພູກີ່ວລົມ 7.000 ເຮັກຕາ. ທິດເໜືອ, ທິດຕາເວັນອອກ ແລະ ທິດໃຕ້ ຕິດກັບເມືອງຕົ້ນເຜິ້ງ, ທິດຕາເວັນຕົກຕິດກັບ ເມືອງຊຽງແສນ ລາດຊະອານາຈັກໄທ ແລະ ເມືອງທ່າຂີ້ເຫຼັກ ສະຫະພາບມຽນມາ
  2. ປະຫວັດການກໍ່ຕັ້ງ: ວັນທີ 26 ເມສາ 2007 ລັດຖະບານ ສປປ ລາວ ໄດ້ເຊັນສັນຍາວ່າດ້ວຍການພັດທະນາ ເຂດເສດຖະກິດ ແລະ ແຫຼ່ງທ່ອງທ່ຽວແບບຄົບວົງຈອນ ອາຊຽນສາມຫຼ່ຽມຄຳ ກັບບໍລິສັດ ມຽນມາມາກາວລານຕຸນຈຳກັດໃນຂອບເຂດເນື້ອທີ່ 827ເຮັກຕາ ໄລຍະສຳປະທານ50ປີ. ຫຼັງຈາກນັ້ນ ທ່ານ ຈ້າວເຫວີຍ ໄດ້ຈົດທະບຽນສ້າງຕັ້ງກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ ຂຶ້ນເພື່ອດຳເນີນການລົງທຶນ-ພັດທະນາເຂດ ແລະ ເຄື່ອນໄຫວກິດຈະການຕ່າງໆຕາມສັນຍາ. ອີງຕາມນະໂຍບາຍຂອງພັກ-ລັດ ວ່າດ້ວຍການພັດທະນາ ເຂດເສດຖະກິດ ແລະ ເສດຖະກິດສະເພາະ, ອີງໃສ່ຜົນສໍາເລັດເບື້ອງຕົ້ນ ໃນການລົງທຶນພັດທະນາເຂດ ກໍ່ຄືການສະເໜີຂອງຜູ້ພັດທະນາ, ວັນທີ 4 ກຸມພາ 2010 ນາຍົກລັດຖະມົນຕີ ໄດ້ອອກດຳລັດສະບັບເລກທີ່ 090/ນຍ ວ່າດ້ວຍການຈັດຕັ້ງ ການເຄື່ອນໄຫວແລະ ຄຸ້ມຄອງ ເຂດເສດຖະກິດ ສາມຫຼ່ຽມຄຳ ແລະ ເພີ່ມໄລຍະສຳປະທານເປັນ 99ປີ
  3. ຈຸດປະສົງຂອງການສ້າງຕັ້ງ: ຈຸດປະສົງຂອງ ພັກ-ລັດ ແລະ ຜູ້ພັດທະນາ ໃນການສ້າງ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ກໍ່ແມ່ນເພື່ອພັດທະນາເຂດນີ້ໃຫ້ກາຍເປັນຕົວເມືອງໃໝ່ ທີ່ທັນສະໄໝ, ມີພື້ນຖານເສດຖະກິດທີ່ເຂັ້ມແຂງ, ມີສັງຄົມທີ່ສີວີໄລ, ມີຄວາມຍຸດຕິທຳ, ເປັນສູນກາງການຄ້າ-ການລົງທຶນ, ການທ່ອງທ່ຽວຂອງອາຊຽນ, ມີຄວາມສະຫງົບ-ປອດໄພໂດຍຕິດພັນກັບຮ່ອງຮອຍປະຫວັດສາດ ແລະ ວັດທະນະທຳອັນດີງາມຂອງຊາດ, ຮັບປະກັນການພັດທະນາແບບຍືນຍົງ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເປັນເຂດເສດຖະກິດພິເສດ ລະດັບຊາດ ຄືກັບເຂດເສດຖະກິດພິເສດອື່ນໃນທົ່ວປະເທດ, ເຊິ່ງທຸກການຈັດຕັັ້ງ ການເຄື່ອນໄຫວ ແລະ ຄຸ້ມຄອງບໍລິຫານແມ່ນຢູ່ພາຍໃຕ້ການຊີ້ນໍາ ແລະ ຄຸ້ມຄອງໂດຍກົງ ຂອງລັດຖະບານ ບົນພື້ນຖານລະບຽບກົດໝາຍ ຂອງ ສປປ ລາວ, ໂດຍມອບສິດໃຫ້ສະພາບໍລິຫານເຂດ ຮັບຜິດຊອບ ຄຸ້ມຄອງ-ບໍລິຫານ ດ້ານເສດຖະກິດ, ການລົງທຶນ, ການເງິນ, ງົບປະມານ ແລະ ລາຍຮັບດ້ວຍຕົນເອງ.
    ປຽບທຽບຮູບພາບການພັດທະນາຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໃນໄລຍະປີທີ່ຜ່ານມາຈົນຮອດປີ 2021. ຈະເຫັນວ່າຈາກເມື່ອກ່ອນມີພຽງອາຄານທີ່ຢູ່ອາໃສ ແລະ ຫ້າງຮ້ານພຽງນ້ອຍດຽວ ມາຮອດປະຈຸບັນແມ່ນມີ ອາຄານທີ່ຢູ່ອາໃສ ແລະ ຫ້າງຮ້ານເພີ່ມຂຶ້ນຢ່າງຫຼວງຫຼາຍ
    ປຽບທຽບຮູບພາບການພັດທະນາຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໃນໄລຍະປີທີ່ຜ່ານມາຈົນຮອດປີ 2021. ຈະເຫັນວ່າຈາກເມື່ອກ່ອນມີພຽງອາຄານທີ່ຢູ່ອາໃສ ແລະ ຫ້າງຮ້ານພຽງນ້ອຍດຽວ ມາຮອດປະຈຸບັນແມ່ນມີ ອາຄານທີ່ຢູ່ອາໃສ ແລະ ຫ້າງຮ້ານເພີ່ມຂຶ້ນຢ່າງຫຼວງຫຼາຍ
  4. ໂຄງການຕ່າງໆທີ່ຢູ່ໃນແຜນພັດທະນາ: ການຄ້າພາຍໃນ-ຕ່າງປະເທດ ແລະ ເຂດການຄ້າປອດພາສີ; ກິດຈະການ ອຸດສາຫະກຳ-ຫັດຖະກຳ ແລະ ການປຸງແຕ່ງ; ກິດຈະການທ່ອງທ່ຽວ, ໂຮງແຮມ-ຣີສອດ, ສະໜາມກ໋ອຟ, ຮູບເງົາ, ການປະຕິສັງຂອນວັດວາອາຣາມ ແລະ ສວນວັດທະນະທຳ; ກິດຈະການບັນເທິງ ແລະ ກິດຈະກຳທີ່ຕິດພັນກັບບຸນປະເພນີຂອງຊາດ; ກິດຈະການເຕັກໂນໂລຊີ-ຂໍ້ມູນຂ່າວສານອີເລັກໂຕຣນິກ; ກິດຈະການຂົນສົ່ງລະຫວ່າງຊາດ, ທາງບົກ, ທາງນ້ຳ ແລະ ທາງອາກາດ; ກິດຈະການທາງດ້ານ ການເງິນ-ປະກັນໄພ; ໂຄງລ່າງພື້ນຖານລວມມີ: ເສັ້ນທາງຄົມມະນາຄົມ, ທ່າເຮືອ, ລະບົບນ້ຳປະປາ, ໄຟຟ້າ, ໄປສະນີ ແລະ ໂທລະຄົມມະນາຄົມ. ດ້ານກະຊິກຳມີ: ການລ້ຽງສັດ, ປູກໄມ້ອຸດສາຫະກຳ, ການຜະລິດ ແລະ ການປຸງແຕ່ງສະບຽງອາຫານ; ກິດຈະການ ສາມັນສຶກສາ, ອະຊີວະສຶກສາ, ມະຫາວິທະຍາໄລ ແລະ ການຄົ້ນຄວ້າເຕັກໂນໂລຊີ; ກິດຈະການປິ່ນປົວ-ຮັກສາສຸຂະພາບ ແລະ ກິດຈະການອື່ນໆ ທີ່ລັດຖະບານສົ່ງເສີມການລົງທຶນ.
  5. ສະພາບເສດຖະກິດ-ສັງຄົມໃນປະຈຸບັນ: ຍ້ອນໄດ້ຮັບການຊີ້ນຳຢ່າງໃກ້ສິດຈາກຂັ້ນເທິງ ກໍຄືອຳນາດການປົກຄອງແຂວງ ບວກກັບການຄຸ້ມຄອງ ຂອງສະພາບໍລິຫານເຂດ. ການລົງທຶນຂອງຜູ້ພັດທະນາ, ການລົງທຶນຂອງພາກທຸລະກິດເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ການປະກອບສ່ວນມີສ່ວນຮ່ວມຂອງປະຊາຊົນຈຶ່ງເຮັດໃຫ້ເຂດມີການພັດທະນາຢ່າງໄວວາ, ນັບແຕ່ປີ 2007 ເຖິງປີ 2017 ການລົງທຶນຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ບັນລຸເຖິງ 1,000 ລ້ານໂດລາສະຫະລັດ. ໃນນັ້ນ ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ (ຜູ້ພັດທະນາ) ມີຈຳນວນ 900 ລ້ານໂດລາ ສະຫະລັດ ທີ່ປະກອບດ້ວຍ: ການຊົດເຊີຍທີ່ດິນາສຳເລັດ 1,000 ເຮັກຕາ, ສ້າງບ້ານຈັດສັນ, ຖະໜົນຫົນທາງ, ລະບົບໄຟຟ້າ, ນ້ຳປະປາ, ໜອງນ້ຳ, ສວນສາທາລະນະ, ທີ່ພັກອາໄສ, ໂຮງໝໍ, ສູນບັນເທິງກາຊິໂນ, ໂຮງແຮມ, ຕະຫຼາດ, ສວນກະສິກຳ ແລະ ອື່ນໆ. ການລົງທຶນຂອງທຸລະກິດອື່ນມີ: ການພັດທະນາຂອງອະສັງຫາລິມາຊັບ, ໂຮງງານຜະລິດນ້ຳປະປາ, ຮ້ານຄ້າ, ໂຮງແຮມ, ຮ້ານອາຫານ, ຮ້ານບັນເທິງ ແລະ ອື່ນໆ ຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ຂະໜາດນ້ອຍ-ໃຫຍ່ ຫຼາຍກວ່າ 200 ຫົວໜ່ວຍທຸລະກິດ ລວມມູນຄ່າ 100 ລ້ານໂດລາສະຫະລັດ. ຮອດປີ 2017 ມີຜົນລະເມືອງທີ່ອາໄສຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຫຼາຍກວ່າ 6,000 ກວ່າຄົນ. ໃນນັ້ນຊັນຊາດລາວ 500 ຄົນ, ຊັນຊາດມຽນມາ 3,000 ຄົນ, ຊັນຊາດຈີນ 2,300 ຄົນ ແລະ ຊັນຊາດອື່ນ 200 ຄົນ, ມີນັກທ່ອງທ່ຽວເຂົ້າມາທ່ຽວຈຳນວນ 365,000 ຄົນ, ເປັນນັກທ່ອງທ່ຽວ ທີ່ເຂົ້າທ່ຽວດອນຊາວແບບຊົ່ວຄາວ 300.000 ຄົນ ແລະ ນັກທ່ອງທ່ຽວອື່ນ 65,000 ຄົນ. ການຂະຫຍາຍຕົວທາງດ້ານເສດຖະກິດສະເລ່ຍ 10% ຕໍ່ປິ, ລາຍຮັບສະເລ່ຍຕໍ່ຫົວຄົນໃນປີ 2017 ປະມານ 3,000 ໂດລາສະຫະລັດ, ໃນນັ້ນ 85% ແມ່ນຂະແໜງບໍລິການ.




ເກາະດອນຊາວ[ແກ້ໄຂ]

ປຽບທຽບເກະດອນຊາວໃນເມື່ອກ່ອນກັບຕອນນີ້ຈະເຫັນວ່າຈາກທີ່ເປັນປ່າທຶບຫນາມາຮອດຕອນນີ້ໄດ້ພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ທີ່ທັນສະໄໝຂອງແຂວງບໍ່ແກ້ວ
ປຽບທຽບເກະດອນຊາວໃນເມື່ອກ່ອນກັບຕອນນີ້ຈະເຫັນວ່າຈາກທີ່ເປັນປ່າທຶບຫນາມາຮອດຕອນນີ້ໄດ້ພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ທີ່ທັນສະໄໝຂອງແຂວງບໍ່ແກ້ວ

ເກາະດອນຊາວ ເປັນດອນຂະໜາດໃຫຍ່ຕັ້ງຢູ່ ເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງເປັນດອນທີ່ມີຄວາມພິເສດກວ່າໝູ່ຄື ຈະມີຕົ້ນງິ້ວປ່າເກີດຂື້ນຢູ່ໃນດອນແຫ່ງນີ້ຢ່າງຫຼວງຫຼາຍ ເມື່ອກ່ອນດອນແຫ່ງນີ້ເປັນພຽງປ່າເລົ່າ ຕົ້ນຫຍ້າທີ່ຂຶ້ນຕາມຕັ້ນງິ້ວຢ່າງຮົກເຮື້ອ ແລະ ມີຮ້ານຄ້າເລັກນ້ອຍເທົ່ານັ້ນທີ່ເອົາສິນຄ້າເຄື່ອງທີ່ລະນຶກມາຂາຍໃຫ້ນັກທ່ອງທ່ຽວໄດ້ຊື້ໄປເປັນຂອງຕ້ອນຂອງຝາກໃຫ້ກັບໝູ່ຄູ່ ແລະ ຄອບຄົວ, ຍ້ອນການນຳພາອັນສະຫຼາດສ່ອງໃສຂອງພັກ-ລັດ ທີ່ເຫັນເຖິງຄວາມສຳຄັນຂອງການທ່ອງທ່ຽວຂອງປະເທດລາວເຮົາໃຫ້ທ່ຽບເທົ່າກັບປະເທດອື່ນ, ຕໍ່ມາໃນປິ 2000 ທາງອຳນາດການປົກຄອງຂອງແຂວງ ກໍ່ຄືເມືອງຕົ້ນເຜິ້ງພ້ອມດ້ວຍພໍ່ແມ່ປະຊາຊົນໄດ້ພາກັນບູລະນະປັບປຸງເກາະດອນໃຫ້ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ປະຫວັດສາດ. ໃນປີນັ້ນເອງກໍ່ໄດ້ເລີ່ມມີການປະກວດນາງສາວດອກງິ້ວບານຂຶ້ນຢ່າງເປັນທາງການ.

ໃນເມື່ອກ່ອນນັກທ່ອງທ່ຽວຈະເຂົ້າມາທ່ຽວຊົມເກາະດອນຊາວແຫ່ງນີ້ແບບມື້ດຽວກັບ (One Day Trip) ເພາະໃນເກາະແຫ່ງນີ້ບໍ່ມີສິ່ງອຳນວຍຄວາມສະດວກເຊັ່ນ: ບ້ານພັກ-ໂຮງແຮມ, ຮ້ານອາຫານ ແລະ ສະປາອົບນວດເພື່ອຜ່ອນຄາຍຫລັງຈາກການເດີນທາງເປັນເວລາຍາວນານ. ສ່ວນຫລາຍນັກທ່ອງທ່ຽວທີ່ມາທ່ຽວຈະມາທາງຝັ່ງປະເທດໄທ ນັ່ງເຮືອກາບເຂົ້າມາ ແລະ ຕອນເຢັນໆກໍ່ຈະນັ່ງເຮືອຂຶ້ນແມ່ນ້ຳຂອງໄປທ່ຽວຊົມຕາເວັນຕົກຈາກຝັ່ງປະເທດມຽນມາ ແລະຫວນຄືນກັບເຂົ້າປະເທດໄທຄືເກົ່າ ດັ່ງຄຳຂວັນທີ່ວ່າ: ມື້ດຽວທ່ຽວສາມປະເທດ.

ເວລາຜ່ານໄປ

ຕົ້ນງິ້ວ: ມີຊື່ວິທະຍາສາດວ່າ Bombax ceiba [໓] ຫຼືຊື່ອື່ນໆ: ງິ້ວແດງ, ງິ້ວປ່າ, ງິ້ວໜາມ. ເປັນໄມ້ຍືນຕົ້ນ ລຳຕົ້ນຈະສູງ 25-30 ແມັດ ແຕກກິ່ງກ້ານຫຼາຍເປັນໄມ້ເນື້ອອ່ອນມີໜາມແຫຼມຢູ່ຕາມລຳຕົ້ນແຕ່ພໍຕົ້ນໃຫຍ່ຂຶ້ນມີອາຍຸຫລາຍໜາມຂອງມັນຈະລຸດອອກຈາກລຳຕົ້ນ ແລະ ຈະມີບາງງສ່ວນທີ່ຍັງມີໜາມຢູ່ຕາມກິ່ງນ້ອຍຂອງມັນ.

ຄຸນປະໂຫຍດ:

ເປືອກໃຊ້ຊ່ວຍບຳລຸງລະບົບໝູນວຽນຂອງເລືອດ, ບັນເທົາອາການບວມຊ້ຳໃນ, ຮັກສາກະເພາະອາຫານອັກເສບ, ບັນເທົາອາການແກ້ທ້ອງບິດ

ດອກຊ່ວຍຫ້າມເລືອດ ຮັກສາແຜ ຊ່ວຍລະບົບຂັບຖ່າຍໄດ້ດີ ແລະ ຍັງສາມາດນຳເອົາດອກມາປຸງແຕ່ງອາຫານໄດ້ເຊັ່ນ: ທອດກອບ, ປະສົມໃສ່ນ້ຳເຂົ້າປຸ້ນ ແລະ ເຂົ້າຊອຍເພີ່ມລົດຊາດໃຫ້ອາຫານໄດ້ເປັນຢ່າງດີ

ຮາກໃຊ້ຫ້າມເລືອດ ຮັກສາແຜໃນກະເພາະອາຫານ ແລະ ເປັນຍາບຳລຸງກຳລັງ.

ເທດສະການດອກງິ້ວບານ[ແກ້ໄຂ]

ງານປະກວດນາງສາວດອກງິ້ວບານປີ 2009
ງານປະກວດນາງສາວດອກງິ້ວບານປີ 2019

ງານເທດສະການດອກງິ້ວບານ ມີຂຶ້ນເພື່ອເປັນການປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງແຂວງບໍ່ແກ້ວ ກໍຄືປະຊາຊົນຊາວເມືອງຕົ້ນເຜິ້ງ ທີ່ໄດ້ສືບທອດປະຕິບັດກັນມາແຕ່ດົນນານ ນັບແຕ່ປີ ຄສ 2000 ເປັນຕົ້ນມາ ແລະ ຈະຈັດຂຶ້ນໃນລະຫວ່າງຊ່ວງທ້າຍເດືອນມັງກອນ ຫຼື ຕົ້ນເດືອນກຸມພາ ອີງຕາມສະພາບອາກາດ ແລະ ການອອກດອກຂອງຕົ້ນງິ້ວ. ພ້ອມດຽວກັນນີ້ກໍຍັງເປັນການສົ່ງເສີມການທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເພື່ອໃຫ້ສົມດັ່ງຄໍາຂວັນທີ່ວ່າ: ” ທ່ອງທ່ຽວເມືອງລາວ, ຮຽນຮູ້ປະຫວັດສາດ, ຊື່ນຊົມທໍາມະຊາດ ແລະ ອະນຸຮັກສົ່ງເສີມວັດທະນະທໍາ “. ໂດຍຖືເອົາການພົວພັນຮ່ວມມືກັບບັນດາປະເທດໃນອະນຸພາກພື້ນ ແລະ ສາກົນ ແນໃສ່ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວແບບຍືນຍົງ ແລະ ກວ້າງຂວາງຍິ່ງຂຶ້ນ.

ເທດສະການດອກງິ້ວບານ ໃນແຕ່ລະປີຈະມີການ ສະແດງສິລະປະວັນນະຄະດີ, ແຂ່ງຂັນກີລາງົວຊົນງົວ, ກິລາຕີມວຍ ແລະ ກິດຈະກໍາອື່ນໆ. ນອກນັ້ນ ຍັງມີການວາງສະແດງ ແລະ ຈໍາໜ່າຍຜະລິດຕະພັນສິນຄ້າໂອດ໊ອບ ຈາກພາຍໃນ ແລະ ຕ່າງປະເທດ ສາມາດດຶງດູດຄວາມສົນໃຈຈາກພາຍໃນ ແລະ ຕ່າງປະເທດເປັນຢ່າງດີ.

ແຕ່ສິ່ງທີ່ປະຊາຊົນໃຫ້ຄວາມສົນໃຈຫຼາຍທີ່ສຸດແມ່ນ ການປະກວດ ນາງສາວດອກງິ້ວບານ ເພາະຈະມີສາວງາມທີ່ມາຈາກຫຼາຍເມືອງ ທີ່ຢູ່ພາຍໃນແຂວງບໍ່ແກ້ວເຂົ້າຮ່ວມປະກວດຄວາມງາມ ແລະ ຄວາມສາມາດຂອງຕົນຢ່າງຫຼວງຫຼາຍ, ພ້ອມຍາດຕິພີ່ນ້ອງ ແລະ ໝູ່ຄູ່ຂອງນາງສາວຈະພາກັນມາຊົມມາເຊຍໃຫ້ກຳລັງໃຈນາງສາວຕິດໜ້າເວທີປະກວດ. ແລະ ພາຍໃນງານເທດສະການດອກງິ້ວບານນີ້ ກໍຈະມີການສະແດງ ສິລະປະວັນນະຄະດີຈາກສີ່ປະເທດເຊັ່ນ: ສິລະປະຈາກ ສປປ ລາວ, ສປ ຈີນ, ສະຫະພາບມຽນມາ ແລະ ລາດຊະອານາຈັກໄທ. ແຕ່ລະປະເທດແມ່ນໄດ້ນຳເອົາສິລະປະທີ່ເປັນເອກະລັກຂອງປະເທດນັ້ນໆ ມາສະແດງເພື່ອໃຫ້ຜູ້ທີ່ມາທ່ຽວໃນງານໄດ້ເຫັນເຖິງຮີດຄອງປະເພນີອັນດີງາມຂອງຕົນ.













ການສະແດງສິລະປະວັນນະດີຂອງສີ່ປະເທດ ຈີນ, ລາວ, ໄທ ແລະ ມຽນມາ