ຮູບເງົາ
Jump to navigation
Jump to search
ຮູບເງົາ ຫຼື ໜັງ ໝາຍເຖິງ ພາບເຄື່ອນໄຫວທີ່ມີຄວາມຕໍ່ເນື່ອງກັນ ຂອງ ຮູບແທ້ ຫຼື ຮູບແຕ້ມ ທີ່ຖືກອັດໃສ່ ຕົວກາງເອີ້ນວ່າ ຟິມ ເຊິ່ງເປັນທີ່ນິຍົມຫລາຍ ໃນເມື່ອກ່ອນ, ແຕ່ໃນປະຈຸບັນ ມີການນຳໃຊ້ສື່ການບັນທຶກແບບທີ່ທັນສະໄຫມກວ່າເຊັ່ນ VCD, DVD, AOS TV ແທນ. ຮູບເງົາ ແມ່ນ ທຳການສາຍ ແລະ ຊົມ ຢູ່ ໂຮງຮູບເງົາ ຫຼື ໂຮງໜັງ ແຕ່ ປະຈຸບັນ ການຊົມຮູບເງົາ ຢູ່ ບ້ານ ຂອງ ຕົນເອງ ໂດຍ ເຄື່ອງຫຼິ້ນວີຊີດີ, ເຄື່ອງຫຼິ້ນດີວີດີ ກໍ່ມີກັນຢ່າງແຜ່ຫຼາຍສົມຄວນ. ຜູ້ກຳກັບ ເປັນຜູ້ຄວບຄຸມ ການຖ່າຍທຳ ຮູບເງົາ ແລະ ນັກສະແດງ ຫຼື ສຳລັບ ຜູ້ທີ່ມີຊື່ສຽງໂດ່ງດັງ ມັກຖືກເອີ້ນວ່າ ດາລາ ຈະເປັນຜູ້ ທຳການສະແດງ.
ປະເພດຮູບເງົາ[ແກ້ໄຂ]
ຮູບເງົາລາວ[ແກ້ໄຂ]
ປະຈຸບັນຮູບເງົາລາວຍັງມີຫນ້ອຍ ແລະ ຍັງໄດ້ຮັບຄວາມນິຍົມຕໍ່າ. ແຕ່ໄລຍະຫລັງ ການຜະລິດຮູບເງົາ ກໍ່ເລີ່ມປະກົດມີຂື້ນ ເຊັ່ນ: ເສັ້ນທາງແຫ່ງຄວາມຫວັງ ທີ່ນຳສະແດງໂດຍນັກສຶກສາ ມະຫາວິທະຍາໄລແຫ່ງຊາດ.