ແຂວງບໍລິຄຳໄຊ

ຈາກ ວິກິພີເດຍ
ຂໍ້ມູນສະຖິຕິ
ເມືອງເອກ: ເມືອງປາກຊັນ
ເນື້ອທີ່: 15,460 km²
ປະຊາກອນ: 248,378 (2008 est)
ຄວາມໜາແໜ້ນປະຊາກອນ: 17 inh./km²
ISO 3166-2: LA-BLล
ລະຫັດພູມສາດ: 1100
ແຜນທີ່
Map of Laos highlighting the province

ບໍລິຄໍາໄຊ (ອັງກິດ: Bolikhamsai) ເປັນແຂວງຫນຶ່ງຂອງປະເທດລາວ ທີ່ຕັ້ງຢູ່ທາງພາກກາງຂອງປະເທດ ແຂວງບໍລິຄຳໄຊ ເປັນແຂວງ ທີ່ຕັ້ງຂຶ້ນໃໝ່ໃນປີ ຄ.ສ 1986 ເປັນແຂວງ ທີ່ອຸດົມສົມບູນໄປດ້ວຍຊັບຢາກອນທຳມະຊາດແລະວັດທະນະທຳ ເປັນແຂວງທີ່ມີທິວທັດທີ່ສວຍງາມເຊັ່ນນ້ຳຕົກຕາດເລີກ, ຕາດວັງຟອງ, ຖ້ຳແກບ ແລະອື່ນໆ ນອກຈາກທິວທັດທຳມະຊາດທີ່ສວຍງາມແລ້ວ ແຂວງບໍລິຄຳໄຊຍະຍັງມີປູຊະນີຍະສະຖານທາງພຸດທະສາດສະຫນາທີ່ສຳຄັນຫຼາຍແຫ່ງ. ແຂວງບໍລິຄຳໄຊແຍກອອກມາຈາກແຂວງວຽງຈັນແລະແຂວງຄຳມ່ວນ ເມື່ອປີ 1983 ແຂວງນີ້ມີ ພູຫີນປູນ ທີ່ມີຊື່ສຽງ ແລະ ທິດທັດອັນສວຍງາມ.

ປະຫວັດແຂວງບໍລິຄຳໄຊ[ດັດແກ້]

ລັກສະນະພູມສັນຖານ[ດັດແກ້]

ເປັນແຂວງທີ່ມີລັກສະນະພູມສັນຖານຮາບພຽງ

ທີ່ຕັ້ງ[ດັດແກ້]

  • ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
  • ທິດຕາເວັນຕົກຕິດກັບ ປະເທດໄທ
  • ທິດເໜືອຕິດກັບ ນະຄອນຫລວງວຽງຈັນ, ແຂວງໄຊສົມບູນ ແລະ ແຂວງຊຽງຂວາງ
  • ທິດໃຕ້ຕິດກັບ ແຂວງຄຳມ່ວນ

ບັນດາເມືອງ[ດັດແກ້]

ແຂວງບໍລິຄຳໄຊປະກອບດ້ວຍ 7 ເມືອງຄື:

  1. 11-01 ປາກຊັນ (Pakxan)
  2. 11-02 ທ່າພະບາດ (Thaphabath)
  3. 11-03 ປາກກະດິງ (Pakkading)
  4. 11-04 ບໍລິຄັນ (Bolikhan)
  5. 11-05 ຄຳເກີດ (Khamkeuth)
  6. 11-06 ເມືອງວຽງທອງ (Viengthong)
  7. 11-07 ເມື່ອງ ໄຊຈຳພອນ (Xaychamphone)
ພູຫີນປູນຢູ່ແຂວງບໍລິຄຳໄຊ


ສະຖານທີ່ທ່ອງທ່ຽວ[ດັດແກ້]