ໄປເບິ່ງນົກນັບພັນໂຕຢູ່ພູໂນນຫີນ

ຈາກ ວິກິພີເດຍ

ຖ້າ​ຫາກ​ຈະ​ທ່ຽວ​ແບບ​ຊົມທຳ​ມະ​ຊາດ​ຕາມ​ສະ­ຖານ­ທີ່ຕ່າງໆ​ໃນ​ເມືອງ​ປາກ​ກະ­ດິງ ແຂວງ​ບໍ​ລິ​ຄຳ​ໄຊ ກໍ່​ມີ​ຫລາຍ​ບ່ອນທີ່​ປະ​ທັບ​ໃຈ ແລະ ມີ​ອີກ​ບ່ອນຫນຶ່ງ​ທີ່​ຢາກ​ແນະ­ນຳ​ໃຫ້​ໄດ້​ເບິ່ງນັ້ນ​ກໍ່​ຄື​ພູ​ໂນນ​ຫີນ, ທີ່​ຕັ້ງ​ຢູ່​ບ້ານໂນນ, ຖ້າ​ເຮົາ​ຂີ່​ລົດ​ກາຍ​ທາງເຂົ້າ​ຫລັກ 20 ເມືອງ​ຄຳ​ເກີດ​ໄປ ປະ­ມານ 20 ກວ່າ​ກິ­ໂລ­ແມັດ ກໍ່ຈະ​ເຫັນ​ພູ​ໂນນ​ຫີນທີ່​ຕັ້ງ​ຢູ່​ບ້ານດັ່ງ­ກ່າວ ແລະ ແປະ​ກັບ​ສາຍ​ທາງ ເລກ​ທີ 13 ໃຕ້, ພູ​ດັ່ງ­ກ່າວ​ມີ​ລັກສະ​ນະ​ສູງ​ເນີນ ແລະ ມີ​ທາງ​ຂຶ້ນຫລາຍ​ທາງ ພ້ອມ​ປົກ​ຄຸມ​ດ້ວຍປ່າ­ໄມ້​ສີ­ຂຽວ​ອຸ່ມ​ທຸ່ມ​ຕະ­ຫລອດ​ປີທັງ​ເປັນ​ບ່ອນ­ຢູ່​ຂອງ​ຝູງ​ນົກຫລາຍ​ພັນ​ໂຕ​ອາ­ໄສ​ໃນ​ພູ​ແຫ່ງ​ນີ້.

ພູ​ດັ່ງ­ກ່າວ​ມີ​ຕົ້ນ­ໄມ້​ໃຫຍ່ຫລາຍ​ຊະ­ນິດ​ທີ່​ເປັນ​ລາ­ຄາ​ແພງຍັງ​ຮັກ­ສາ​ໄວ້​ໃຫ້​ຜູ້​ຄົນ​ໄດ້​ເຫັນ​ໃນ ເມື່ອ​ກາຍ­ໄປ-ມາທັງ​ເປັນ​ປ່າ­ຕຶບຫນາ, ເປັນ​ບ່ອນ­ຢູ່​ອາ­ໄສ​ຂອງພວກ​ສັດ­ປ່າ​ທຸກ​ຊະ­ນິດອັນ​ທີ່ ຫລາຍ​ກວ່າ​ຫມູ່​ກໍ່​ແມ່ນ​ຝູງ​ນົກອ້ຽງ, ນົກ­ແຂກ ແລະ ນົກ​ກະ­ຈິບທີ່​ບິນ​ເຈີດ​ໄປ-ມາ​ເປັນ​ຝູງ ທັງ​ສົ່ງສຽງ​ຮ້ອງ​ເປັນ​ບົນໆ ເປັນ​ການເຕີມ​ສີ­ສັນ​ໃຫ້​ປ່າ​ສີ­ຂຽວ​ແຫ່ງ​ນີ້​ມີໂສມ​ຫນ້າ​ໃຫມ່ເຮັດ​ໃຫ້​ຜູ້​ຄົນ​ທີ່ ຜ່ານ​ໄປ-ມາ​ໄດ້​ເຫັນ​ຄວາມຫລາກ​ຫລາຍ​ຂອງ​ສັດ​ປີກ​ທີ່​ອາໄສ​ໃນ​ພູ​ແຫ່ງ​ນີ້, ໃນ​ຂະ­ນະ​ທີ່​ທ່ານຂີ່​ລົດ​ໂດຍ­ສານ ຫລື ລົດ​ສ່ວນ​ຕົວຜ່ານ​ໄປ-ມາ, ຖ້າ​ຫາກ​ໄດ້​ຈອດລົດ ເພື່ອ​ເຮັດ​ກິດ­ຈະ­ກຳ​ສ່ວນ​ຕົວໃນ​ແຄມ​ທາງ​ຕາມ​ບ່ອນ​ພູ​ໂນນແຫ່ງ​ນີ້ ​ທ່ານ​ກໍ່​ຈະ​ໄດ້​ຍິນ​ສຽງ​ນົກຮ້ອງ​ຫນ້າ​ອອນ­ຊອນ​ປະ­ສານ​ກັບສາຍ​ລົມ​ເຢັນໆ​ພັດ​ຜ່ານ​ເຮັດ​ໃຫ້ໄດ້​ຍິນ​ໄປ​ທົ່ວ​ບໍ­ລິ­ເວນ​ບ້ານ​ດັ່ງກ່າວ, ແມ່​ປ້າ​ຜູ້​ຫນຶ່ງ ເຮືອນ​ຕັ້ງແຄມ​ທາງ​ໃກ້​ກັບ​ພູ​ຫນ່ວຍ​ນີ້​ເວົ້າ ສູ່​ຟັງ​ວ່າ: ຈຳ­ພວກ​ຝູງ​ນົກ​ທີ່ຫລາຍ​ກວ່າ​ຫມູ່​ສັງ­ເກດ​ເຫັນ​ໄດ້ ແມ່ນ​ຍາມ​ອອກ​ພັນ​ສາ ຈົນ​ຮອດເດືອນ 3 ມີ​ຝູງ​ນົກ​ນັບ​ເປັນ​ພັນ​ໂຕມາ​ເຕົ້າ­ໂຮມ​ກັນ​ຢູ່​ບ່ອນ​ດຽວ, ສົ່ງ​ສຽງ​ຮ້ອງ​ບວກ​ກັບ​ແມງ­ໄມ້ ຊະ­ນິດ​ອື່ນໆ, ໂດຍ​ສະ­ເພາະ​ແມ່ນຍາມ​ເດືອນ 2 ຫາ​ເດືອນ 3 ໃນຍາມ​ນັ້ນ​ກໍ່​ເປັນ​ຍາມ​ຂອງ​ແມງ​ຈັກ ກະ​ຈັ່ນ ແລະ ແມງ­ອີ​ສົ່ງ​ສຽງຮ້ອງ​ຕ້ອນ­ຮັບ​ຍາມ­ຫນາວ, ມີ​ແຕ່ຈຳ­ພວກ​ນົກ​ມາ​ຮ້ອງ​ໃຫ້​ຟັງ​ຫມົດປີ​ກໍ່​ພໍ­ແຮງ​ແລ້ວ, ຊ້ຳ​ຜັດ​ມີ​ແມງໄມ້​ຊະ­ນິດ​ນີ້​ເຂົ້າ​ມາ​ກໍ່​ແຮ່ງ​ຍິ່ງເພີ່ມ​ທະ­ວີ​ຄວາມ​ບົນ​ຂຶ້ນ​ເປັນສອງ​ເທົ່າ, ແຕ່​ທາງ​ອົງ​ການ­ຈັດ­ຕັ້ງພາຍ​ໃນ​ບ້ານ​ເພິ່ນ​ກໍ່​ໄດ້​ມີ​ການຫວງ​ຫ້າມ​ບໍ່​ໃຫ້​ຄົນ​ເຂົ້າ​ໄປ​ໃສ່ ແຫ້ວ ຫລື ກາງ​ແຍງ​ແຕ່​ຢ່າງ­ໃດ, ທັງ​ນີ້ ​ກໍ່​ເພື່ອ​ເປັນ​ການ​ອະ­ນຸ​ຮັກ ສັດ​ຈຳ­ພວກ​ນີ້​ໃຫ້​ກາຍ­ເປັນ​ບ່ອນຢູ່​ອາ­ໄສ​ຂອງ​ພວກ​ມັນ​ພາຍ​ໃນ​ພູໂນນ​ຫີນ​ຂອງ​ບ້ານ​ພວກ​ເຮົາ.

ອາດ​ເວົ້າ​ໄດ້​ວ່າ ພູ​ໂນນ​ຫີນ ທີ່ປົກ​ຄຸມ​ໄປ​ດ້ວຍ​ປ່າ­ໄມ້​ທີ່​ຫລາຍໆຊະ­ນິດ​ນັ້ນ​ນັບ​ວ່າ​ລ້ວນ​ແຕ່​ເປັນບ່ອນ­ຢູ່​ອາ­ໄສ​ຂອງ​ພວກ​ນົກ​ທັງນັ້ນ, ບັນ­ດາ​ທ່ານ​ທີ່​ກາຍ­ໄປŒມາໃນ​ເຂດ​ແຫ່ງ​ນີ້ ກໍ່​ຢ່າ​ລືມ​ແວ່​ເບິ່ງຝູງ​ນົກ​ທີ່​ຈັບ​ຕາມ​ງ່າ­ໄມ້​ຂອງເຂດ​ພູ​ດັ່ງ­ກ່າວ, ບາງ​ຄັ້ງ​ເຮົາອາດ​ຈະ​ເຫັນ​ມັນ​ບິນ​ກາຍ­ໄປ ແລະ ສົ່ງ​ສຽງ​ເຫມືອນ​ກັບ​ມັນ​ມີຄວາມ­ສຸກ​ທີ່​ໄດ້​ສົ່ງ​ສຽງ​ຮ້ອງຕ້ອນ­ຮັບ​ຜູ້​ຄົນ​ທີ່​ຜ່ານ​ໄປມາ.