ຄວາມໜາແໜ້ນຂອງປະຊາກອນ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ຄວາມໜາແໜ້ນປະຊາກອນ)

ຄວາມໜາແໜ້ນຂອງປະຊາກອນ ຄວາມໜາແໜ້ນຂອງປະຊາກອນ ເປັນການວັດປະລິມານປະຊາກອນໃນໜ່ວຍພື້ນທີ່ໜຶ່ງໆ ໂດຍຂື້ນຢູ່ກັບກຸ່ມຕົວຢ່າງທີ່ເລືອກນຳມາສຳລວດເຊັ່ນ: ຄວາມໜາແໜ້ນຂອງປະຊາກອນໃນປະເທດ ຫຼືຄວາມໜາແໜ້ນປະຊາກອນ ໃນເຂດທີ່ຢູ່ອາໄສ ແລະ ໃນບາງຄັ້ງຈະເປັນການຍາກໃນການວັດທີ່ໄດ້ຄ່າຄວາມໜາແໜ້ນທີ່ແນ່ນອນ ໜ່ວຍທີ່ໃຊ້ໃນການວັດຄວາມໜາແໜ້ນ ໄດ້ແກ່: ຈຳນວນປະຊາກອນຕໍ່ຕາຕະລາງກິໂລແມັດ ຫຼື ຈຳນວນບ້ານຕໍ່ພື້ນທີ່ຕາ ລາງກິໂລແມັດ ຫຼື ໃນບາງກໍລະນີ ຈະໃຊ້ເປັນຈຳນວນປະຊາກອນຕໍ່ໜ່ວຍຄວາມຍາວ.