Jump to content

ສອນໄຊ ສີພັນດອນ

ຈາກ ວິກິພີເດຍ
ພະນະທ່ານ ສະຫາຍ
ສອນໄຊ ສີພັນດອນ
ທ່ານ ສອນໄຊ ໃນປີ ຄ.ສ. 2025
ນາຍົກລັດຖະມົນຕີລາວ ຄົນທີ 9
ດຳລົງຕຳແໜ່ງ
30 ທັນວາ ຄ.ສ. 2022
ປະທານປະເທດທອງລຸນ ສີສຸລິດ
Vice PMກິແກ້ວ ໄຊຄຳພິທູນ
ຈັນສະໝອນ ຈັນຍາລາດ
ສະເຫຼີມໄຊ ກົມມະສິດ
ວິໄລ ຫຼ້າຄຳຟອງ
ກ່ອນໜ້າພັນຄຳ ວິພາວັນ
ຂໍ້ມູນສ່ວນບຸກຄົນ
ເກີດ26 ມັງກອນ ຄ.ສ. 1966 (59 ປີ)
ພຣະຣາຊອານາຈັກລາວ
ສັນຊາດລາວ
ສາສະໜາພຸດເຖຣະວາດ
ພັກການເມືອງປະຊາຊົນປະຕິວັດລາວ
ຄູ່ສົມລົດວັນດາລາ ສີພັນດອນ
ບຸບພະກາລີ
ອາຊີບນັກການເມືອງ

ສອນໄຊ ສີພັນດອນ (ເກີດ 26 ມັງກອນ ຄ.ສ. 1966) ເປັນນັກການເມືອງຊາວລາວ, ປະຈຸບັນດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີລາວຄົນທີເກົ້າ, ອະດີດເຈົ້າແຂວງຈຳປາສັກ, ອະດີດຮອງນາຍົກລັດຖະມົນຕີ ແລະ ປັດຈຸບັນຍັງເປັນສະມາຊິກພັກປະຊາຊົນປະຕິວັດລາວ ເພີ່ນເປັນລູກຊາຍຂອງອະດີດປະທານປະເທດ ຄຳໄຕ ສີພັນດອນ ແລະ ເປັນນ້ອງຊາຍຂອງນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ.[1]

ຊິວິດສ່ວນຕົວ

[ດັດແກ້]

ເກີດ 26 ມັງກອນ ຄ.ສ. 1966, ແຂວງ ຫົວພັນ

ການເຄື່ອນໄຫວທາງການເມືອງ

[ດັດແກ້]

-ວັນ, ເດືອນ, ປີເຂົ້າການປະຕິວັດ: 20/8/1987[2]

-ວັນ, ເດືອນ, ປີເຂົ້າພັກສົມບູນ: 23/9/1985

-ເຄີຍດຳລົງຕຳແໜ່ງ ເຈົ້າແຂວງຈຳປາສັກ;

-ເຄີຍດຳລົງຕຳແໜ່ງຫົວຫນ້າເຈົ້າຫນ້າທີ່ລະດັບສູງຂອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງແຜນການແລະການລົງທຶນ, ຮອງນາຍົກ ຮັບຜິດຊອບທາງເສດຖະກິດ (ປີ 2012) [3]

-ທ່ານຖືກເລືອກເປັນກຳມະການສູນກາງພັກທີ່ກອງປະຊຸມສະພາຄັ້ງທີ 8 ປີ 2006, ແລະ ກຳມະການກົມການເມືອງສູນກາງພັກໃນປີ 2016 [4]

ລະດັບການສຶກສາ

[ດັດແກ້]

ລະດັບການສຶກສາ: ມັດທະຍົມຕອນປາຍ ຫຼື ມ 6

ລະດັບວິຊາສະເພາະ: ລະດັບປະລິນຍາຕີ, ວິຊາ: ທະຫານລາບ-ຍານເກາະ

ລະດັບທິດສະດີການເມືອງ: ຊັ້ນສູງ

ລາງວັນ

[ດັດແກ້]
  1. ວຸດທິປະລິຍາເອກກິດຕິມະສັກຈາກພັກຄອມມຸຍນິດ ວຽດນາມ ປີ 2012”[5]
  2. Distinguished ASEAN Leader Award 2024[6]

ອ້າງອີງ

[ດັດແກ້]