ປະທານປະເທດ ແຫ່ງ ສປປ ລາວ

ຈາກ ວິກິພີເດຍ
ທີ່ທຳການ ຫໍຄຳ
ວາລະ 5 ປີ
ຜູ້ທຳອິດ ທ່ານ ສຸພານຸວົງ
ເລີ່ມຕຳແໜ່ງ 3 ທັນວາ 1975
ຄົນປັດຈຸບັນ ທ່ານ ທອງລຸນ ສີສຸລິດ
ເລີ່ມວາລະ 2005

ຄຳວ່າ "ປະທານປະເທດ" ໃນພາສາລາວໝາຍເຖິງ ຕຳແໜ່ງປະທານາທິບໍດີ ເຊິ່ງໃຊ້ທົ່ວໄປ ປະທານປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເລີ່ມມີຜູ້ດຳລົງຕຳແໜ່ງດັ່ງກ່າວ ແຕ່ ຄ.ສ 1975 ເປັນຕົ້ນມາ

ຕາມລັດຖະທຳມະນູນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝວດ 6 ມາດຕາ 65 ບັນຍັດໄວ້ວ່າ "ປະທານປະເທດເປັນປະມຸກລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຕາງໜ້າໃຫ້ ປະຊາຊົນລາວບັນດາເຜົ່າທັງຢູ່ພາຍໃນ ແລະ ຕ່າງປະເທດ"

ທີ່ມາ ແລະ ວາລະດຳລົງຕຳແໜ່ງ[ດັດແກ້]

ປະທານປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມາຈາກການເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ ໂດຍໄດ້ຮັບຄະແນນສຽງຫຼາຍກວ່າ 2 ໃນ 3 ຂອງຈຳນວນສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມ ການປະຊຸມ ແລະ ມີວາລະການດຳລົງຕຳແໜ່ງເທົ່າກັບວາລະຂອງສະພາແຫ່ງຊາດ (ສະພາແຫ່ງຊາດມີວາລະ 5 ປີ)

ສິດ ແລະ ໜ້າທີ່[ດັດແກ້]

ໜ້າທີ່ຂອງປະທານປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມທີ່ກຳນົດໄວ້ໃນລັດຖະທຳມະນູນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມາດຕາ 67ມີດັ່ງນີ້:

  1. ປະກາດໃຊ້ລັດຖະທຳມະນູນ ແລະ ກົດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງແລ້ວ
  2. ອອກລັດຖະດຳລັດ ແລະ ລັດຖະບັນຍັດຕາມຄຳສະເໜີຂອງຄະນະປະຈຳສະພາແຫ່ງຊາດ
  3. ແຕ່ງຕັ້ງ ຫຼື ປົດຕຳແໜ່ງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ແລ້ວສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງ
  4. ແຕ່ງຕັ້ງນາຍົກ ຫຼື ປົດຕຳແໜ່ງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ຕາມການສະເໜີຂອງນາຍົກລັດຖະມົນຕີ
  5. ຕົກລົງເລື່ອນຊັ້ນ ຫຼື ປົດຊັ້ນນາຍພົນຢູ່ໃນກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕາມການສະເໜີຂອງນາຍົກລັດຖະມົນຕີ
  6. ເປັນແມ່ທັບກຳລັງປະກອບອາວຸດປະຊາຊົນ
  7. ເປັນປະທານກອງປະຊຸມລັດຖະບານໃນເມື່ອເຫັນວ່າມີຄວາມຈຳເປັນ
  8. ຕົກລົງປະດັບຫຼຽນຄຳແຫ່ງຊາດ, ຫຼຽນກຽດຕິຄຸນ, ຫຼຽນໄຊ ແລະ ນາມມະຍົດສູງສູດແຫ່ງລັດ
  9. ຕົກລົງອະໄພຍະໂທດ

ຕຳແໜ່ງຮອງປະທານປະເທດ[ດັດແກ້]

ຮອງປະທານປະເທດລາວເປັນຜູ້ປະຕິບັດໜ້າທີ່ຕາມທີ່ໄດ້ຮັບມອບໝາຍຈາກປະທານປະເທດ ແລະ ປະຕິບັດໜ້າທີ່ແທນປະທານປະເທດໃນກໍລະນີປະທານປະເທດບໍ່ສາມາດເຮັດໜ້າທີ່ໄດ້ ທີ່ມີມາຈາກການເລືອກຕັ້ງຂອງ ສະມາຊິກສະພາແຫ່ງຊາດ ໂດຍໄດ້ຮັບຄະແນນສຽງ ຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນສະມາຊິກສະພາແຫ່ງຊາດທ່ີເຂົ້າຮ່ວມການປະຊຸມ.

ລາຍຊື່ປະທານປະເທດລາວ[ດັດແກ້]

ລາຍຊື່ ວາລະການດຳລົງຕຳແໜ່ງ
ທ່ານ ສຸພານຸວົງ 3 ທັນວາ ຄ.ສ 1975 - 15 ສິງຫາ ຄ.ສ 1991
ທ່ານ ພູມີ ວົງວິຈິດ 31 ຕຸລາ ຄ.ສ 1986 - 15 ສິງຫາ ຄ.ສ 1991 (ຮັກສາການແທນ ທ່ານ ສຸພານຸວົງ)
ທ່ານ ໄກສອນ ພົມວິຫານ 15 ສິງຫາ ຄ.ສ 1991 - 21 ພະຈິກ ຄ.ສ 1992
ທ່ານ ໜູຮັກ ພູມສະຫວັນ 25 ພະຈິກ ຄ.ສ 1992 - 24 ກຸມພາ ຄ.ສ 1998
ທ່ານ ຄຳໄຕ ສີພັນດອນ 24 ກຸມພາ ຄ.ສ 1998 - 8 ມິຖຸນາ ຄ.ສ 2006
ທ່ານ ຈູມມະລີ ໄຊຍະສອນ 8 ມິຖຸນາ ຄ.ສ 2006 - 20 ເມສາ ຄ.ສ 2016
ທ່ານ ບຸນຍັງ ວໍລະຈິດ 20 ເມສາ ຄ.ສ 2016 - 22 ມິນາ ຄ.ສ 2021
ທ່ານ ທອງລຸນ ສີສຸລິດ 22 ມີນາ ຄ.ສ 2021 - ປັດຈຸບັນ