Jump to content

ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຈາກ ວິກິພີເດຍ

ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນກົດໝາຍພື້ນຖານຂອງສປປ ລາວ ເຊິ່ງກຳນົດລະອຽດເຖິງລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ, ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກລັດ ແຫ່ງ ສ.ປ.ປ.ລາວ.


ພາຍຫຼັງການຍົກເລີກລັດຖະທຳມະນູນ ແຫ່ງ ພຣະຣາຊອານາຈັກລາວ ໃນ1975, ລັດຖະບານໃຫມ່ຂອງ ສ.ປ.ປ.ລາວ ໄດ້ປົກຄອງປະເທດໂດຍບໍ່ມີລັດຖະທຳມະນູນ ແລະ ກົດຫມາຍ ໂດຍອາໄສບັນດາຂໍ້ດຳລັດ, ມະຕິຕົກລົງ ແລະ ຄຳສັ່ງຕ່າງໆຂອງລັດ ເປັນບັນທັດຖານໃນການຄູ້ມຄອງສັງຄົມແທນ ເຊິ່ງແກ່ຍາວຈົນມາເຖິງປີ 1988 ພັກປະຊາຊົນປະຕິວັດລາວ ເຊິ່ງເປັນພັກກຳອຳນາດການປົກຄອງຢູ່ ສ.ປ.ປ.ລາວ ຈຶ່ງໄດ້ມີນະໂຍບາຍປະຕິຮູບລະບົບການເມືອງການປົກຄອງຄືນໃຫມ່ ໂດຍສຸມໃສ່ການສ້າງລັດຖະທຳມະນູນ ແລະ ບັນດາລະບົບກົດຫມາຍຂຶ້ນມາ ເພື່ອເຮັດໃຫ້ ສ.ປ.ປ.ລາວ ກາຍມາເປັນລັດທີ່ຄຸ້ມຄອງໂດຍກົດຫມາຍເທື່ອລະກ້າວ; ດວ້ຍເຫດນັ້ນ, ສະພາປະຊາຊົນສູງສຸດ ເຊິ່ງເຮັດຫນ້າທີ່ເປັນອົງການນິຕິບັນຍັດໃນເວລານັ້ນ ຈຶ່ງໄດ້ມີການສ້າງກົດຫມາຍຊຸດທຳອິດຂອງ ສ.ປ.ປ.ລາວ ຂຶ້ນມາ ເຊິ່ງແມ່ນກົດຫມາຍອາຍາ ແລະ ບັນດາກົດຫມາຍແພ່ງຈຳນວນຫນຶ່ງພາຍໃນປີດັ່ງກ່າວ; ຫຼັງຈາກນັ້ນອີກ 3 ປີ ສະພາດັ່ງກ່າວຈຶ່ງໄດ້ສ້າງລັດຖະທຳມະນູນສະບັບທຳອິດຂອງ ສ.ປ.ປ.ລາວ ແລະ ຖືກປະກາດນຳໃຊ້ຢ່າງເປັນທາງການ ໃນວັນທີ 15 ສິງຫາ 1991 ເຊິ່ງລັດຖະບານຂອງ ສ.ປ.ປ.ລາວ ກໍ່ໄດ້ປະກາດໃຫ້ວັນດັ່ງກ່າວເປັນວັນພັກປະຈຳປີຂອງຊາດອີກດວ້ຍ.


ລັດຖະທຳມະນູນຂອງ ສ.ປ.ປ.ລາວ ສະບັບທຳອິດ ໃນປີ 1991 ປະກອບມີທັງຫມົດ10 ຫມວດ ແລະ 80 ມາດຕາ, ເຊິ່ງຕໍ່ມາໃນເດືອນພຶດສະພາ 2003 ກອງປະຊຸມສະໄຫມສາມັນຄັ້ງທີ 3 ຂອງສະພາແຫ່ງຊາດຊຸດທີ V ຈຶ່ງໄດ້ມີການຍື່ນຍັດຕິແກ້ໄຂລັດຖະທຳມະນູນເປັນຄັ້ງທຳອິດ, ເຊິ່ງໄດ້ມີການປ່ຽນແປງ ແລະ ເພີ່ມບາງຫມວດ ແລະ ບາງມາດຕາເຂົ້າໃສ່ຕື່ມ ກາຍມາເປັນ 11 ຫມວດ ແລະ 98 ມາດຕາໃນປະຈຸບັນ ໂດຍມີການຮັບຮອງເອົາຕາມມະຕິຕົກລົງຂອງສະພາແຫ່ງຊາດ ໃນວັນທີ 6 ພຶດສະພາ 2003 ແລະ ປະກາດນຳໃຊ້ໂດຍປະທານປະເທດ ແຫ່ງ ສ.ປ.ປ.ລາວ ຕາມລັດຖະດຳລັດເລກທີ 032/ສປປ ລົງວັນທີ 28 ພຶດສະພາ 2003; ອັນໄດ້ກາຍມາເປັນພື້ນຖານໃຫ້ແກ່ບັນດາກົດຫມາຍຂະແຫນງຕ່າງໆ ໂດຍສະເພາະໃນຂົງເຂດບໍລິຫານ ແລະ ຍຸດຕິທຳ, ລວມເຖິງໃນຂົງເສດເສດຖະກິດ, ວັດທະນະທຳ-ສັງຄົມອີກດວ້ຍ.

ລັດຖະທຳມະນູນແຫ່ງ ສ.ປ.ປ.ລາວ ສະບັບປະຈຸບັນ (2003) ແມ່ນປະກອບມີເນື້ອໃນຢູ່ 12 ບັນຫາໃຫຍ່ຄື:

  1. ຄຳນຳ ກົດໝາ
  2. ລະບອບການເມືອງ (ຫມວດທີ 1, ມີ 12 ມາດຕາ )
  3. ລະບອບເສດຖະກິດ - ສັງຄົມ (ຫມວດທີ 2, ມີ 18 ມາດຕາ)
  4. ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ (ຫມວດທີ 3, ມີ 3 ມາດຕາ)
  5. ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ (ຫມວດທີ 4, ມີ 18 ມາດຕາ)
  6. ສະພາແຫ່ງຊາດ (ຫມວດທີ 5, ມີ 13 ມາດຕາ)
  7. ປະທານປະເທດ (ຫມວດທີ 6, ມີ 4 ມາດຕາ)
  8. ລັດຖະບານ (ຫມວດທີ 7, ມີ 6 ມາດຕາ)
  9. ການປົກຄອງທ້ອງຖິ່ນ (ຫມວດທີ 8, ມີ 4 ມາດຕາ)
  10. ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ (ຫມວດທີ 9, ມີ 10 ມາດຕາ)
  11. ພາສາ, ອັກສອນ, ເຄື່ອງຫມາຍຊາດ, ທຸງຊາດ, ວັນຊາດ, ສະກຸນເງິນ ແລະ ນະຄອນຫຼວງ (ຫມວດທີ 10, ມີ 7 ມາດຕາ)
  12. ບັນຍັດສຸດທ້າຍ (ຫມວດທີ 11, ມີ 3 ມາດຕາ)


ພາຍຫຼັງທີ່ກອງປະຊຸ່ມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ຄົ້ນຄວ້າພິຈາລະນາຢ່າງກ້ວາງຂວາງ ແລະ ເລີກເຊິ່ງ ກ່ຽວກັບເນື້ອໃນການປັບປຸ່ງລັດຖະທຳມະນູນ ສະບັບປັບປຸ່ງ ປີ 2015 ໃນວາລະກອງປະຊຸ່ມຕອນບ່າຍ ຂອງວັນທີ 8 ທັນວາ ປີ 2015

ການປັບປຸງລັດຖະທໍາມະນູນສະບັບ ປີ 2015 ແນ່ໃສ່ປັບປຸງລະບົບອໍານາດແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ ໃຫ້ແກ່ການປົກປັກຮັກສາ ແລະສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະສາກົນ ໃນໄລຍະໃໝ່.

ລັດຖະທໍາມະນູນສະບັບປັບປຸ່ງ ປີ 2015 ປະກອບມີ 14 ໝວດ, 119 ມາດຕາ.

  1. ໝວດທີ 1: ລະບອບການເມືອງ, ມີ 12 ມາດຕາ.
  2. ໝວດທີ 2: ລະບອບເສດຖະກິດ ແລະສັງຄົມ, ມີ 17 ມາດຕາ.
  3. ໝວດທີ 3: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີ 3 ມາດຕາ.
  4. ໝວດທີ 4: ສິດ ແລະພັນທະພື້ນຖານຂອງພົນລະເມືອງ, ມີ 9 ມາດຕາ.
  5. ໝວດທີ 5: ສະພາແຫ່ງຊາດ, ມີ 13 ມາດຕາ.
  6. ໝວດທີ 6: ປະທານປະເທດ, ມີ 4 ມາດຕາ.
  7. ໝວດທີ 7: ລັດຖະບານ, ມີ 7 ມາດຕາ.
  8. ໝວດທີ 8: ສະພາປະຊາຊົນທ້ອງຖິ່ນ, ມີ 9 ມາດຕາ.
  9. ໝວດທີ 9: ອົງການປົກຄອງທ້ອງຖິ່ນ, ມີ 5 ມາດຕາ.
  10. ໝວດທີ 10: ສານປະຊາຊົນ ແລະອົງການໄອຍະການປະຊາຊົນ, ມີ 14 ມາດຕາ.
  11. ໝວດທີ 11: ການກວດສອບແຫ່ງລັດ, ມີ 4 ມາດຕາ.
  12. ໝວດທີ 12: ຄະນະກໍາມະການເລືອກຕັ້ງ, ມີ 2 ມາດຕາ.
  13. ໝວດທີ 13: ພາສາ, ອັກສອນ, ເຄື່ອງໝາຍຊາດ, ເພງຊາດ, ວັນຊາດ, ສະກຸນເງີນ ແລະນະຄອນຫຼວງ, ມີ 7 ມາດຕາ.
  14. ໝວດທີ 14: ບົດບັນຍັດສຸດທ້າຍ, ມີ 3 ມາດຕາ.